| ຮ່າໂນ້ຍ - ອິນເດຍ ເປີດກວ້າງການຮ່ວມມືດ້ານເຕັກໂນໂລຊີສູງ, ນະວັດຕະກຳ ເຊື່ອມຕໍ່ 3 ເສົາຄ້ຳ ເພື່ອຊຸກຍູ້ນະວັດຕະກຳ |
ກ່າວຄຳປາໄສຕ້ອນຮັບກອງປະຊຸມ, ທ່ານ ຫວູ ຫາຍ ກວັນ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ຂໍ້ສັງເກດວ່າ ການຮ່ວມມືລະດັບພາກພື້ນໃນດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ນັບມື້ນັບມີຄວາມສຳຄັນຫຼາຍຂຶ້ນ ທ່າມກາງການປ່ຽນແປງຢ່າງໄວວາຂອງໂລກ.
ການພັດທະນາຂອງປັນຍາປະດິດ (AI), ການປະມວນຜົນຂັ້ນສູງ, ເຕັກໂນໂລຊີອະວະກາດ, ເຕັກໂນໂລຊີຊີວະພາບ ແລະ ເຕັກໂນໂລຊີຄວັນຕຳ ກຳລັງເປີດໂອກາດໃໝ່ຫຼາຍດ້ານ, ຂະນະດຽວກັນກໍວາງຂໍ້ຮຽກຮ້ອງໃຫ້ເພີ່ມທະວີຄວາມສາມາດດ້ານການຄົ້ນຄວ້າ ແລະ ການຮ່ວມມືລະຫວ່າງບັນດາປະເທດ.
ນອກຈາກນັ້ນ, ບັນດາສິ່ງທ້າທາຍຂ້າມຊາຍແດນ ເຊັ່ນ ການປ່ຽນແປງດິນຟ້າອາກາດ, ຄວາມໝັ້ນຄົງດ້ານສາທາລະນະສຸກ, ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ພະລັງງານ ກໍຮຽກຮ້ອງໃຫ້ມີວິທີແກ້ໄຂທີ່ຫຼາຍປະເທດເຂົ້າຮ່ວມ ແລະ ປະສານສົມທົບກັນ.
ຕາມທ່ານລັດຖະມົນຕີ ຫວູ ຫາຍ ກວັນ ແລ້ວ, COSTI ໄດ້ຄ່ອຍໆສ້າງພື້ນຖານການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີຂອງອາຊຽນ ຜ່ານບັນດາລະບົບດິຈິຕອນທີ່ເຊື່ອມຕໍ່ບຸກຄະລາກອນທີ່ມີຄວາມສາມາດ, ເຕັກໂນໂລຊີ, ເຄືອຂ່າຍຜູ້ຊ່ຽວຊານ ແລະ ກິດຈະກຳແບ່ງປັນໂຄງລ່າງພື້ນຖານດ້ານການຄົ້ນຄວ້າ.
ບັນດາຜົນສຳເລັດນີ້ໄດ້ສ້າງເງື່ອນໄຂເບື້ອງຕົ້ນໃຫ້ບັນດາປະເທດສະມາຊິກ ສາມາດນຳໃຊ້ຊັບພະຍາກອນດ້ານວິທະຍາສາດ ແລະ ເຕັກໂນໂລຊີໄດ້ດີຂຶ້ນ ເພື່ອຮັບໃຊ້ເປົ້າໝາຍການພັດທະນາຮ່ວມຂອງພາກພື້ນ.
![]() |
| ທ່ານ ຫວູ ຫາຍ ກວັນ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ກ່າວຄຳປາໄສໃນກອງປະຊຸມຄົບຄະນະ ຂອງກອງປະຊຸມຄັ້ງທີ 90 ຄະນະກຳມະການວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນ (COSTI-90). (ພາບ: TG/chinhphu.vn) |
ມຸ່ງສູ່ບັນດາແຜນງານຮ່ວມມືທີ່ມີຜົນສຳເລັດສາມາດວັດແທກໄດ້
ກ່າວເຖິງທິດທາງການຮ່ວມມືໃໝ່, ທ່ານລັດຖະມົນຕີ ຫວູ ຫາຍ ກວັນ ໃຫ້ຮູ້ວ່າ ໃນກອງປະຊຸມລັດຖະມົນຕີອາຊຽນດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຄັ້ງທີ 22 (AMMSTI-22) ທີ່ຈັດຂຶ້ນຢູ່ວຽງຈັນ ໃນເດືອນ 6/2026, ບັນດາລັດຖະມົນຕີໄດ້ຮັບຮູ້ຜົນການປະຕິບັດແຜນປະຕິບັດງານອາຊຽນດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ (APASTI) ໄລຍະ 2026-2035 ໃນປີທຳອິດ.
ກອງປະຊຸມຍັງໄດ້ສະແດງຄວາມຍິນດີຕໍ່ການນຳລະບົບຕິດຕາມ ແລະ ປະເມີນຄວາມຄືບໜ້າການປະຕິບັດ APASTI ເຂົ້າສູ່ການນຳໃຊ້, ພ້ອມທັງຮັບຮອງໂຄງປະກອບການຈັດຕັ້ງໃໝ່ຂອງ COSTI ຕາມທິດທາງກະທັດຮັດ.
ຕາມໂຄງປະກອບນີ້, ຄະນະອະນຸກຳມະການ 5 ຄະນະ ໄດ້ດຳເນີນກອງປະຊຸມຄັ້ງທຳອິດ, ວາງພື້ນຖານໃຫ້ແກ່ການປະຕິບັດບັນດາໜ້າວຽກວິຊາການໃນໄລຍະຕໍ່ໄປ.
ທ່ານລັດຖະມົນຕີ ຫວູ ຫາຍ ກວັນ ເນັ້ນໜັກວ່າ COSTI ມີຄວາມຮັບຜິດຊອບສຳຄັນໃນການປະຕິບັດ APASTI ແລະ ປະກອບສ່ວນເຂົ້າໃນບັນດາເປົ້າໝາຍການພັດທະນາຂອງອາຊຽນ 2045.
ຕາມນັ້ນ, ການຮ່ວມມືດ້ານວິທະຍາສາດ ແລະ ເຕັກໂນໂລຊີ ຈຳເປັນຕ້ອງປ່ຽນແປງວິທີການປະຕິບັດ, ຈາກການແລກປ່ຽນຄວາມຮູ້ ໄປສູ່ການປະສານສົມທົບຄົ້ນຄວ້າ ແລະ ສ້າງວິທີແກ້ໄຂ; ຈາກບັນດາໂຄງການທີ່ດຳເນີນແບບແຍກສ່ວນ ໄປສູ່ການພັດທະນາສາຍພົວພັນຄູ່ຮ່ວມມືທີ່ໝັ້ນແກ່ນ ແລະ ມີຄວາມເຊື່ອມໂຍງສູງ.
ບັນດາປະເທດສະມາຊິກຈຳເປັນຕ້ອງນຳໃຊ້ຈຸດແຂງຂອງກັນແລະກັນ ໃນດ້ານຄວາມສາມາດຄົ້ນຄວ້າ, ໂຄງລ່າງພື້ນຖານດ້ານວິທະຍາສາດ ແລະ ຂໍ້ມູນ ເພື່ອຮ່ວມກັນແກ້ໄຂບັນດາສິ່ງທ້າທາຍທີ່ເກີນຄວາມສາມາດແກ້ໄຂຂອງແຕ່ລະປະເທດ.
ບົນຈິດໃຈດັ່ງກ່າວ, ຄາດຫວັງວ່າ COSTI-90 ຈະກຳນົດບັນດາຂົງເຂດບຸລິມະສິດໃຫ້ຈະແຈ້ງ, ເອກະພາບບັນດາໜ້າວຽກທີ່ເປັນຮູບປະທຳ ແລະ ສ້າງກົນໄກປະເມີນຜົນສຳເລັດການຮ່ວມມື.
ທ່ານລັດຖະມົນຕີຢືນຢັນວ່າ ຫວຽດນາມຍາມໃດກໍໃຫ້ຄວາມສຳຄັນຕໍ່ການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳໃນອາຊຽນ, ໂດຍຖືວ່ານີ້ເປັນທັງແຮງຂັບເຄື່ອນການພັດທະນາ ແລະ ເປັນປັດໄຈທີ່ປະກອບສ່ວນກຳນົດອະນາຄົດຂອງພາກພື້ນ.
ໃຫ້ບຸລິມະສິດການຮ່ວມມືດ້ານເຕັກໂນໂລຊີອະວະກາດ, AI ໃນຂົງເຂດສາທາລະນະສຸກ ແລະ ການຖ່າຍທອດເຕັກໂນໂລຊີ
![]() |
| ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຄັ້ງທີ 21 ຂອງສະພາທີ່ປຶກສາຄະນະກຳມະການວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນ (BAC-21) ທີ່ຈັດຂຶ້ນໃນຕອນເຊົ້າວັນທີ 14/10. (ພາບ: TG/chinhphu.vn) |
ກ່ອນກອງປະຊຸມຄົບຄະນະ COSTI-90, ໃນຕອນເຊົ້າວັນທີ 14/10, ກອງປະຊຸມຄັ້ງທີ 21 ຂອງສະພາທີ່ປຶກສາຄະນະກຳມະການວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນ (BAC-21) ໄດ້ຈັດຂຶ້ນ.
BAC ແມ່ນກົນໄກທີ່ປຶກສາ ທີ່ຊ່ວຍ COSTI ກຳນົດທິດທາງ ແລະ ຊຸກຍູ້ການປະຕິບັດການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ລະຫວ່າງບັນດາປະເທດສະມາຊິກ.
ບັນດາໜ້າວຽກຈຸດສຸມຂອງກົນໄກນີ້ ປະກອບມີ ການສະໜັບສະໜູນການປະຕິບັດ APASTI, ການຄຸ້ມຄອງ ແລະ ນຳໃຊ້ກອງທຶນວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນ (ASTIF), ການລະດົມຊັບພະຍາກອນຈາກບັນດາຄູ່ຮ່ວມມື ແລະ ການຂະຫຍາຍການຮ່ວມມືລະຫວ່າງພາກລັດ ແລະ ພາກເອກະຊົນ.
ໃນກອງປະຊຸມ BAC-21, ບັນດາຜູ້ແທນໄດ້ທົບທວນຄວາມຄືບໜ້າໃນການປະຕິບັດບັນດາຂໍ້ສະເໜີແນະຈາກກອງປະຊຸມ BAC-20, ປັບປຸງຂໍ້ມູນກ່ຽວກັບສະພາບແຫຼ່ງທຶນ ແລະ ຜົນການປະຕິບັດບັນດາບຸລິມະສິດດ້ານເສດຖະກິດໃນປີ 2026.
ກອງປະຊຸມຍັງໄດ້ພິຈາລະນາວຽກງານກະກຽມສຳລັບບັນດາຜົນສຳເລັດປະຈຳປີທີ່ຕ້ອງບັນລຸໃນປີ 2027, ໂດຍບັນດາຂົງເຂດທີ່ໄດ້ຮັບຄວາມສຳຄັນ ປະກອບມີ ການຮ່ວມມືດ້ານເຕັກໂນໂລຊີອະວະກາດ, ການນຳໃຊ້ AI ໃນຂົງເຂດສາທາລະນະສຸກ ແລະ ການຖ່າຍທອດເຕັກໂນໂລຊີ.
ນອກຈາກນັ້ນ, ຜູ້ແທນບັນດາປະເທດຍັງໄດ້ປຶກສາຫາລືກ່ຽວກັບການສ້າງຕັ້ງ ແລະ ປັບປຸງກົນໄກຕິດຕາມ, ປະເມີນຂະບວນການປະຕິບັດ APASTI ໄລຍະ 2026-2035.
ການສ້າງລະບົບຕິດຕາມດັ່ງກ່າວ ແມ່ນເພື່ອເພີ່ມທະວີປະສິດທິຜົນໃນການປະຕິບັດບັນດາແຜນງານຮ່ວມມື, ຮັບປະກັນໃຫ້ບັນດາເປົ້າໝາຍທີ່ໄດ້ເອກະພາບກັນແລ້ວ ຖືກຫັນເປັນກິດຈະກຳຕົວຈິງ ແລະ ຜົນສຳເລັດທີ່ສາມາດກວດສອບ ແລະ ວັດແທກໄດ້.
ຜ່ານບັນດາເນື້ອໃນທີ່ໄດ້ແລກປ່ຽນໃນກອງປະຊຸມ COSTI-90 ແລະ BAC-21, ອາຊຽນສືບຕໍ່ມຸ່ງສູ່ການນຳໃຊ້ຊັບພະຍາກອນຮ່ວມໃຫ້ເກີດປະໂຫຍດສູງສຸດ, ເພີ່ມທະວີການເຊື່ອມໂຍງດ້ານການຄົ້ນຄວ້າ ແລະ ຊຸກຍູ້ບັນດາແຜນງານດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ທີ່ມີຄຸນຄ່າອັນເປັນຮູບປະທຳຕໍ່ການພັດທະນາຂອງພາກພື້ນ.
ຍສໝ - ພາຍຫຼັງ 40 ປີແຫ່ງການປ່ຽນແປງໃໝ່, ຫວຽດນາມໄດ້ບັນລຸບັນດາບາດກ້າວສຳຄັນດ້ານການເຕີບໂຕ, ລາຍຮັບ ແລະ ຄວາມກ້າວໜ້າທາງສັງຄົມ. ໃນການແລກປ່ຽນຢູ່ນອກຂອບກອງປະຊຸມສຳມະນາວິທະຍາສາດລະດັບຊາດ “ປ່ຽນແປງໃໝ່ຮູບແບບການພັດທະນາຂອງຫວຽດນາມ ເພື່ອຕອບສະໜອງຄວາມຕ້ອງການພັດທະນາ”, ສາດສະດາຈານ, ປອ. ໂງຖັງເລີ້ຍ, ອາຈານອາວຸໂສ, ມະຫາວິທະຍາໄລເສດຖະກິດແຫ່ງຊາດ ເຫັນວ່າ ໃນໄລຍະຕໍ່ໄປ ຈຳເປັນຕ້ອງຊຸກຍູ້ບັນດາແຮງຂັບເຄື່ອນການເຕີບໂຕແບບໃໝ່ ໂດຍອີງໃສ່ເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດິຈິຕອນ, ພ້ອມທັງຍົກສູງຜະລິດຕະພາບ ແລະ ຄຸນນະພາບຂອງກະແສທຶນ FDI. |
ຍສໝ - ຕອນບ່າຍວັນທີ 24/8, ທີ່ສຳນັກງານລັດຖະບານ, ໃນໂອກາດຕ້ອນຮັບ ສາດສະດາຈານ ເຈິ່ນແທັງເວິນ, ປະທານສະມາຄົມວິທະຍາສາດ “ພົບປະຫວຽດນາມ”, ຜູ້ອຳນວຍການສູນວິທະຍາສາດ ແລະ ການສຶກສາສາກົນລະຫວ່າງສາຂາ (ICISE), ທ່ານ ເລມິງຮຶງ, ນາຍົກລັດຖະມົນຕີ ຢືນຢັນວ່າ ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດິຈິຕອນ ແມ່ນແຮງຂັບເຄື່ອນຫຼັກ ເພື່ອນຳພາປະເທດພັດທະນາຢ່າງວ່ອງໄວ ແລະ ຍືນຍົງໃນໄລຍະໃໝ່. |
ດວງດີ

