| ຮູບເງົາຫວຽດນາມ ຊຸກຍູ້ການຮ່ວມມືສາກົນ ຢູ່ທີ່ງານມະໂຫລານຮູບເງົາສາກົນ ບູຊານ ວົງການຮູບເງົາຫວຽດນາມຂະຫຍາຍໂອກາດການຮ່ວມມືຢູ່ໂຕກຽວ |
![]() |
| ເຫດການດັ່ງກ່າວໄດ້ເຕົ້າໂຮມບັນດານັກສ້າງຮູບເງົາ ຫວຽດນາມ - ຍີ່ປຸ່ນ ເພື່ອຢືນຢັນບົດບາດຂອງເອກະລັກແຫ່ງຊາດໃນການສ້າງສັນສິລະປະ. ວາລະການສົນທະນາທີໜຶ່ງໄດ້ປຶກສາຫາລືມາດຕະການນຳເອົາຮູບເງົາຫວຽດນາມກ້າວຂຶ້ນສູ່ລະດັບໂລກ ຜ່ານວຽກງານການອະນຸລັກມໍລະດົກ, ການຈຳໜ່າຍ ແລະ ຊຸກຍູ້ການຮ່ວມມືກັນຜະລິດ. ວາລະທີສອງແມ່ນສຸມໃສ່ນະໂຍບາຍໜູນຊ່ວຍຄະນະຜະລິດຮູບເງົາ, ພົ້ນເດັ່ນແມ່ນຂໍ້ລິເລີ່ມ “ສອງທ້ອງຖິ່ນ, ໜຶ່ງຈຸດໝາຍປາຍທາງ” ທີ່ສົມທົບສະຖານທີ່ຖ່າຍທຳອັນຫຼາກຫຼາຍ ລະຫວ່າງ ແຂວງກວາງນິງ ແລະ ນະຄອນຫາຍຟ່ອງ. ກອງປະຊຸມສຳມະນາໄດ້ສ້າງພື້ນຖານສຳຄັນ ເພື່ອເຊື່ອມຕໍ່, ໂຄສະນາ ແລະ ພັດທະນາອຸດສາຫະກຳຮູບເງົາຫວຽດນາມ ຢ່າງຮອບດ້ານ. |
ຍສໝ - ວັນທີ 28/10, ທ່ານ ຫວູ ຢຸຍ ລອງ, ເອກອັກຄະລັດຖະທູດຫວຽດນາມປະຈຳອານເຊຣີ ໄດ້ພົບປະເຮັດວຽກກັບທ່ານ Kamel Eddine Kerbouche, ເຈົ້າແຂວງ Constantine ເພື່ອຊຸກຍູ້ການຮ່ວມມືລະຫວ່າງທ້ອງຖິ່ນ, ເຊື່ອມຕໍ່ບັນດາວິສາຫະກິດ ແລະ ຂະຫຍາຍສາຍພົວພັນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງສອງຝ່າຍ. |
ຍສໝ - ວັນທີ 27/10, ສື່ມວນຊົນເມັກຊິໂກຫຼາຍສຳນັກໄດ້ລາຍງານຂ່າວກ່ຽວກັບພິທີເປີດຕົວຜົນງານບູລະນະປັບປຸງຮູບປັ້ນປະທານໂຮ່ຈີມິນ ທີ່ນະຄອນ Acapulco, ລັດ Guerrero, ໂດຍເນັ້ນໜັກເຖິງຄວາມໝາຍທາງສັນຍະລັກຂອງຜົນງານດັ່ງກ່າວຕໍ່ມິດຕະພາບ ແລະ ຄຸນຄ່າຮ່ວມກັນລະຫວ່າງສອງຊາດ. |
ແທັງຮັ່ງ
