| ຫວຽດນາມ ພ້ອມແລ້ວຈະແບ່ງປັນບົດຮຽນ ແລະ ແຫຼ່ງກຳລັງພັດທະນາ OCOP ກັບບັນດາປະເທດ ຜະລິດຕະພັນ OCOP ຫຼາຍພັນຊະນິດ ເຂົ້າຮ່ວມງານຕະຫຼາດນັດສົ່ງອອກ |
ນຳຜະລິດຕະພັນເອກະລັກຂອງທ້ອງຖິ່ນຂຶ້ນສູ່ແພລດຟອມດິຈິຕອນ
ຕາມຂໍ້ມູນຈາກກົມນ້ອຍເສດຖະກິດສະຫະກອນ ແລະ ພັດທະນາຊົນນະບົດແຂວງບັກນິງ, ມາຮອດທ້າຍເດືອນກໍລະກົດ 2026, ທົ່ວແຂວງມີຜະລິດຕະພັນ OCOP ຈຳນວນ 722 ລາຍການ ທີ່ໄດ້ຮັບຮອງຕັ້ງແຕ່ 3 ດາວຂຶ້ນໄປ, ໃນນັ້ນມີ 1 ຜະລິດຕະພັນ 5 ດາວ, 57 ຜະລິດຕະພັນ 4 ດາວ ແລະ 664 ຜະລິດຕະພັນ 3 ດາວ.
ແຂວງບັກນິງມີທ່າແຮງດ້ານລະບົບບ້ານຫັດຖະກຳພື້ນເມືອງ, ບັນດາເຂດຜະລິດສິນຄ້າພິເສດຂອງທ້ອງຖິ່ນ ແລະ ແຫຼ່ງຜະລິດຕະພັນ OCOP ທີ່ຫຼາກຫຼາຍ, ມີຄຸນຄ່າທາງເສດຖະກິດຄຽງຄູ່ກັບເອກະລັກວັດທະນະທຳທ້ອງຖິ່ນ.
ຜະລິດຕະພັນຫຼາຍຊະນິດໄດ້ສ້າງເອກະລັກສະເພາະຂອງຕົນ ເຊັ່ນ ຮູບແຕ້ມພື້ນເມືອງດົງໂຮ່, ເຄື່ອງປັ້ນດິນເຜົາຟູ່ລ້າງ, ເຄື່ອງໄມ້ສິລະປະດົ່ງກີ້, ຜະລິດຕະພັນຫຼໍ່ທອງແດງດ້າຍບ໋າຍ ແລະ ຫັດຖະກຳໄມ້ໄຜ່ຊວນລາຍ. ນອກຈາກນັ້ນ ຍັງມີສິນຄ້າພິເສດ ເຊັ່ນ ໝາກລິ້ນຈີ່ລຸກງ້ານ, ເສັ້ນໝີ່ຈູ໊, ໄກ່ລ້ຽງຕາມເນີນພູອຽນເທ໊, ຊາບ້ານແວນ, ເຂົ້າໜົມບ໋າງດາເກ໊ ແລະ ເຂົ້າໜົມຟູເທດິ່ງບ໋າງ... ທັງໝົດນີ້ລ້ວນແຕ່ເປັນຜະລິດຕະພັນທີ່ມີທ່າແຮງໃນການສ້າງຍີ່ຫໍ້ ແລະ ຂະຫຍາຍການຈຳໜ່າຍຜ່ານຊ່ອງທາງທຸລະກິດອອນລາຍ.
![]() |
| ທ່ານ ຟ້າມ ວັນ ທິ້ງ, ຮອງປະທານຄະນະກຳມະການປະຊາຊົນນະຄອນບັກນິງ ເຂົ້າຮ່ວມການຖ່າຍທອດສົດ (livestream) ເພື່ອແນະນຳ ແລະ ຈຳໜ່າຍຜະລິດຕະພັນ OCOP ຢູ່ຟຸກຮວ່າ. |
ເພື່ອນຳໃຊ້ບັນດາທ່າແຮງດັ່ງກ່າວ, ແຂວງບັກນິງພວມພັດທະນາລະບົບນິເວດການຄ້າດິຈິຕອນ ທີ່ເຊື່ອມໂຍງກັບບັນດາຜະລິດຕະພັນເອກະລັກຂອງທ້ອງຖິ່ນ.
ໃນປີ 2026, ແຂວງໄດ້ປະກາດໃຊ້ໂຄງການຊຸກຍູ້ການບໍລິໂພກຜະລິດຕະພັນ ແລະ ການບໍລິການໃນສະພາບແວດລ້ອມດິຈິຕອນ ໄລຍະ 2026-2030. ໂຄງການມຸ່ງໄປສູ່ການຊ່ວຍເຫຼືອວິສາຫະກິດ, ສະຫະກອນ ແລະ ຄົວເຮືອນທຸລະກິດ ໃຫ້ປ່ຽນແປງວິທີການຂາຍສິນຄ້າ, ພັດທະນາຮູບແບບທຸລະກິດອອນລາຍ, ພ້ອມທັງສ້າງຍີ່ຫໍ້ດິຈິຕອນໃຫ້ແກ່ຜະລິດຕະພັນ OCOP, ຜະລິດຕະພັນບ້ານຫັດຖະກຳ ແລະ ຜະລິດຕະພັນອຸດສາຫະກຳຊົນນະບົດທີ່ໂດດເດັ່ນ.
ໜຶ່ງໃນຈຸດສຸມສຳຄັນແມ່ນການຂະຫຍາຍຕະຫຼາດຈຳໜ່າຍທັງພາຍໃນ ແລະ ຕ່າງປະເທດ ຜ່ານບັນດາແພລດຟອມການຄ້າເອເລັກໂຕຣນິກ. ຄຽງຄູ່ກັນນັ້ນ, ທ້ອງຖິ່ນຍັງຊຸກຍູ້ການນຳໃຊ້ເຕັກໂນໂລຊີກວດສອບຍ້ອນກັບແຫຼ່ງທີ່ມາ, ການຊຳລະເງິນແບບບໍ່ໃຊ້ເງິນສົດ ແລະ ໃບແຈ້ງໜີ້ເອເລັກໂຕຣນິກ ເພື່ອຊ່ວຍບັນດາສະຖານປະກອບການຜະລິດປັບຕົວເຂົ້າກັບວິທີການທຸລະກິດໃໝ່ ແລະ ເພີ່ມຄວາມສາມາດໃນການເຂົ້າເຖິງລູກຄ້າ.
ຄຽງຄູ່ກັບການຫັນປ່ຽນດິຈິຕອນ, ແຂວງບັກນິງຍັງກຳນົດທິດທາງພັດທະນາຜະລິດຕະພັນ OCOP ຕາມລະບົບຕ່ອງໂສ້ຄຸນຄ່າ, ໃຫ້ບູລິມະສິດແກ່ຜະລິດຕະພັນທີ່ມີຈຸດແຂງດ້ານວັດຖຸດິບ, ພູມປັນຍາທ້ອງຖິ່ນ ແລະ ເອກະລັກວັດທະນະທຳ. ໃນນັ້ນ, ບັນດາກຸ່ມສິນຄ້າພິເສດ, ຜະລິດຕະພັນບ້ານຫັດຖະກຳພື້ນເມືອງ ແລະ ການບໍລິການທ່ອງທ່ຽວຊຸມຊົນ ໄດ້ຮັບການເອົາໃຈໃສ່ພັດທະນາເປັນພິເສດ.
ແຂວງຍັງເພີ່ມທະວີການຊ່ວຍເຫຼືອບັນດາຜູ້ຜະລິດ ແລະ ຜູ້ປະກອບການ ໃນການປັບປຸງບັນຈຸພັນ, ສ້າງຍີ່ຫໍ້, ດຳເນີນການກວດສອບຍ້ອນກັບແຫຼ່ງທີ່ມາ ແລະ ຍົກສູງຄວາມສາມາດໃນການແຂ່ງຂັນ.
ຕາມແຜນການເລກທີ 68/KH-UBND ກ່ຽວກັບການປະຕິບັດໂຄງການ OCOP ປີ 2026, ແຂວງບັກນິງໄດ້ວາງເປົ້າໝາຍພັດທະນາຜະລິດຕະພັນເພີ່ມອີກຢ່າງໜ້ອຍ 100 ລາຍການ ໃຫ້ບັນລຸມາດຕະຖານຕັ້ງແຕ່ 3 ດາວຂຶ້ນໄປ. ພ້ອມກັນນັ້ນ, ທ້ອງຖິ່ນຍັງຄາດວ່າຈະກວດກາ ແລະ ປະເມີນຄືນປະມານ 35-40% ຂອງຈຳນວນຜະລິດຕະພັນທີ່ໝົດອາຍຸການຮັບຮອງ ເພື່ອຮັກສາຄຸນນະພາບ ແລະ ພິຈາລະນາຍົກລະດັບດາວໃຫ້ແກ່ຜະລິດຕະພັນທີ່ມີເງື່ອນໄຂຄົບຖ້ວນ.
ເພື່ອປະຕິບັດບັນດາເປົ້າໝາຍນີ້, ນະຄອນບັກນິງໄດ້ໃຫ້ຄວາມສຳຄັນຕໍ່ການພັດທະນາຜະລິດຕະພັນຕາມລະບົບຕ່ອງໂສ້ຄຸນຄ່າ, ນຳໃຊ້ທ່າແຮງດ້ານວັດຖຸດິບທ້ອງຖິ່ນ, ວັດທະນະທຳ ແລະ ພູມປັນຍາພື້ນບ້ານ; ໃຫ້ບູລິມະສິດແກ່ສິນຄ້າພິເສດ, ຜະລິດຕະພັນປຸງແຕ່ງ, ບ້ານຫັດຖະກຳພື້ນເມືອງ ແລະ ການບໍລິການທ່ອງທ່ຽວຊົນນະບົດ.
ວຽກງານໂຄສະນາເຜີຍແຜ່, ຝຶກອົບຮົມ, ແນະນຳການປັບຜະລິດຕະພັນໃຫ້ໄດ້ມາດຕະຖານ ແລະ ຍົກສູງຄວາມສາມາດໃຫ້ແກ່ບັນດາຜູ້ຜະລິດ, ຜູ້ປະກອບການ ກໍຖືກກຳນົດເປັນບັນດາໜ້າທີ່ທີ່ຕ້ອງປະຕິບັດຢ່າງພ້ອມພຽງກັນ.
![]() |
| ບັນດາແພລດຟອມດິຈິຕອນ ເປີດໂອກາດໃນການໂຄສະນາຮູບແຕ້ມດົງໂຮ່ ໃຫ້ເຂົ້າເຖິງຜູ້ບໍລິໂພກພາຍໃນປະເທດ ແລະ ນັກທ່ອງທ່ຽວສາກົນ. |
ບ້ານຫັດຖະກຳພື້ນເມືອງ ເຂົ້າເຖິງຕະຫຼາດອອນລາຍ
ຄຽງຄູ່ກັບການປັບປຸງນະໂຍບາຍໃຫ້ສົມບູນ, ແຂວງບັກນິງໄດ້ດຳເນີນຫຼາຍກິດຈະກຳເພື່ອຊ່ວຍເຫຼືອວິສາຫະກິດ, ສະຫະກອນ ແລະ ປະຊາຊົນ ໃນການນຳໃຊ້ເຕັກໂນໂລຊີດິຈິຕອນເຂົ້າໃນການໂຄສະນາ ແລະ ຈຳໜ່າຍຜະລິດຕະພັນ.
ບັນດາໂຄງການສົນທະນາແລກປ່ຽນ ແລະ ຝຶກອົບຮົມກ່ຽວກັບການນຳຜະລິດຕະພັນກະສິກຳ ແລະ ຜະລິດຕະພັນ OCOP ຂຶ້ນສູ່ແພລດຟອມການຄ້າເອເລັກໂຕຣນິກ ໄດ້ຖືກຈັດຂຶ້ນໂດຍມີການເຂົ້າຮ່ວມຂອງອົງການຄຸ້ມຄອງ, ຊ່ຽວຊານເຕັກໂນໂລຊີ ແລະ ວິສາຫະກິດ.
ເນື້ອໃນການແນະນຳສຸມໃສ່ການສ້າງຮ້ານຄ້າອອນລາຍ, ແນະນຳຜະລິດຕະພັນຜ່ານແພລດຟອມດິຈິຕອນ, ການຖ່າຍທອດສົດເພື່ອຂາຍສິນຄ້າ (livestream), ການກວດສອບຍ້ອນກັບແຫຼ່ງທີ່ມາ ແລະ ການພັດທະນາຍີ່ຫໍ້. ບັນດາກິດຈະກຳເຫຼົ່ານີ້ຊ່ວຍໃຫ້ສະຖານປະກອບການຜະລິດຄ່ອຍໆເຂົ້າເຖິງວິທີການທຸລະກິດທີ່ທັນສະໄໝ ແລະ ປັບຕົວເຂົ້າກັບການປ່ຽນແປງພຶດຕິກຳການຊື້ສິນຄ້າຂອງຜູ້ບໍລິໂພກ.
ໃນຈຳນວນບັນດາບ້ານຫັດຖະກຳພື້ນເມືອງຂອງແຂວງບັກນິງ, ຮູບແຕ້ມພື້ນເມືອງດົງໂຮ່ ແມ່ນຕົວຢ່າງໜຶ່ງຂອງຄວາມສາມາດໃນການປະສົມປະສານຄຸນຄ່າວັດທະນະທຳກັບການໂຄສະນາຜ່ານສະພາບແວດລ້ອມດິຈິຕອນ.
ຮູບແຕ້ມດົງໂຮ່ແຕ່ລະແຜ່ນ ບໍ່ພຽງແຕ່ເປັນຜົນງານສິລະປະພື້ນເມືອງເທົ່ານັ້ນ, ແຕ່ຍັງເປັນບ່ອນເກັບຮັກສາບັນດາຄຸນຄ່າວັດທະນະທຳທີ່ສືບທອດກັນມາຫຼາຍຮຸ່ນຄົນ.
ຜ່ານການນຳໃຊ້ຮູບພາບຄຸນນະພາບສູງ, ວິດີໂອແນະນຳຂະບວນການພິມຮູບດ້ວຍມື ແລະ ບັນດາເລື່ອງລາວກ່ຽວກັບຊ່າງຝີມື, ຜະລິດຕະພັນຮູບແຕ້ມດົງໂຮ່ສາມາດໄດ້ຮັບການໂຄສະນາຢ່າງກວ້າງຂວາງໃນບັນດາແພລດຟອມອອນລາຍ. ວິທີການນີ້ສ້າງເງື່ອນໄຂໃຫ້ຜະລິດຕະພັນເຂົ້າໃກ້ຜູ້ບໍລິໂພກພາຍໃນປະເທດຫຼາຍຂຶ້ນ, ພ້ອມທັງດຶງດູດຄວາມສົນໃຈຈາກນັກທ່ອງທ່ຽວສາກົນ.
ເຊັ່ນດຽວກັນ, ບັນດາສະຖານປະກອບການຜະລິດເຄື່ອງປັ້ນດິນເຜົາຟູ່ລ້າງ ກໍພວມນຳໃຊ້ການຄ້າເອເລັກໂຕຣນິກເພື່ອຂະຫຍາຍການແນະນຳ ແລະ ຈຳໜ່າຍຜະລິດຕະພັນ.
ດ້ວຍເອກະລັກດ້ານສີເຄືອບ ແລະ ວິທີການຜະລິດດ້ວຍມືຕາມປະເພນີ, ເຄື່ອງປັ້ນດິນເຜົາຟູ່ລ້າງໄດ້ຮັບການໂຄສະນາຈາກຫຼາຍສະຖານປະກອບການຜ່ານເວັບໄຊ, ເຄືອຂ່າຍສັງຄົມ ແລະ ບັນດາແພລດຟອມການຄ້າເອເລັກໂຕຣນິກ.
ດ້ວຍຊ່ອງທາງຂໍ້ມູນເຫຼົ່ານີ້, ລູກຄ້າສາມາດສຶກສາຂະບວນການຜະລິດ, ເບິ່ງຮູບແບບສິນຄ້າ, ເລືອກ ແລະ ສັ່ງຊື້ຜະລິດຕະພັນໄດ້ ໂດຍບໍ່ຈຳເປັນຕ້ອງເດີນທາງໄປຫາບ້ານຫັດຖະກຳໂດຍກົງ.
ການນຳຜະລິດຕະພັນພື້ນເມືອງຂຶ້ນສູ່ສະພາບແວດລ້ອມດິຈິຕອນ ບໍ່ພຽງແຕ່ເພີ່ມຊ່ອງທາງຈັດຈຳໜ່າຍ ແລະ ຂະຫຍາຍຄວາມສາມາດໃນການເຂົ້າເຖິງລູກຄ້າເທົ່ານັ້ນ, ແຕ່ຍັງປະກອບສ່ວນແນະນຳບັນດາຄຸນຄ່າວັດທະນະທຳທີ່ຜູກພັນກັບແຕ່ລະບ້ານຫັດຖະກຳ ໃຫ້ເຂົ້າເຖິງກຸ່ມປະຊາຊົນທີ່ຫຼາກຫຼາຍຂຶ້ນ.
ປັບຜະລິດຕະພັນໃຫ້ໄດ້ມາດຕະຖານ ເພື່ອຍົກສູງຄວາມສາມາດແຂ່ງຂັນ
ນອກຈາກການພັດທະນາຕະຫຼາດແລ້ວ, ແຂວງບັກນິງຍັງກຳນົດວ່າ ການຍົກສູງຄຸນນະພາບ ແລະ ຮັບປະກັນຄວາມສາມາດພັດທະນາຢ່າງຍືນຍົງ ແມ່ນຂໍ້ຮຽກຮ້ອງສຳຄັນສຳລັບບັນດາຜະລິດຕະພັນ OCOP.
ການໄດ້ຮັບຮອງມາດຕະຖານດາວ ເປັນພຽງບາດກ້າວທຳອິດໃນຂະບວນການສ້າງ ແລະ ພັດທະນາຜະລິດຕະພັນ. ເພື່ອຮັກສາຄວາມສາມາດແຂ່ງຂັນ, ບັນດາຜູ້ຜະລິດ ແລະ ຜູ້ປະກອບການຈຳເປັນຕ້ອງປັບປຸງຂະບວນການຜະລິດຢ່າງສະໝ່ຳສະເໝີ, ຄວບຄຸມຄຸນນະພາບ, ປັບປຸງເອກະສານທາງກົດໝາຍໃຫ້ຄົບຖ້ວນ ແລະ ຕອບສະໜອງມາດຕະຖານຂອງຕະຫຼາດທີ່ນັບມື້ນັບສູງຂຶ້ນ.
ຕາມຂໍ້ມູນຈາກກົມນ້ອຍເສດຖະກິດສະຫະກອນ ແລະ ພັດທະນາຊົນນະບົດແຂວງບັກນິງ, ນັບແຕ່ຕົ້ນປີ 2026 ມາຮອດປັດຈຸບັນ, ໜ່ວຍງານໄດ້ຮັບເອກະສານສະໝັກເຂົ້າຮ່ວມໂຄງການ OCOP ຈຳນວນ 652 ຊຸດ.
ຜ່ານການປະເມີນເບື້ອງຕົ້ນ, ມີ 514 ຜະລິດຕະພັນ ທີ່ຖືກກຳນົດວ່າມີທ່າແຮງໃນການພັດທະນາເປັນຜະລິດຕະພັນ OCOP.
ບົນພື້ນຖານຜົນການກວດກາ, ອົງການວິຊາການສືບຕໍ່ແນະນຳບັນດາຜູ້ຜະລິດ ແລະ ຜູ້ປະກອບການ ໃຫ້ປັບປຸງບັນດາເນື້ອໃນທີ່ຍັງຂາດ, ຈັດທຳເອກະສານ ແລະ ຜະລິດຕະພັນໃຫ້ໄດ້ມາດຕະຖານ ກ່ອນເຂົ້າຮ່ວມການປະເມີນ ແລະ ຈັດອັນດັບດາວ. ກິດຈະກຳນີ້ປະກອບສ່ວນຍົກສູງຄວາມສາມາດໃນການຕອບສະໜອງບັນດາເກນມາດຕະຖານຂອງໂຄງການ, ພ້ອມທັງຊ່ວຍໃຫ້ສະຖານປະກອບການຜະລິດກຳນົດໄດ້ຢ່າງຊັດເຈນເຖິງຂໍ້ຮຽກຮ້ອງທີ່ຕ້ອງປັບປຸງ.
ເຖິງຢ່າງໃດກໍຕາມ, ຂະບວນການນຳຜະລິດຕະພັນ OCOP ເຂົ້າສູ່ລະບົບຄ້າຍ່ອຍທີ່ທັນສະໄໝ ຍັງປະເຊີນກັບຄວາມຫຍຸ້ງຍາກບໍ່ໜ້ອຍ.
ເຖິງແມ່ນວ່າມີຈຳນວນຜະລິດຕະພັນທີ່ໄດ້ຮັບຮອງຂ້ອນຂ້າງຫຼາຍ, ແຕ່ບັນດາຜູ້ຜະລິດຢູ່ແຂວງບັກນິງຍັງຕ້ອງປະເຊີນກັບຂໍ້ຮຽກຮ້ອງດ້ານມາດຕະຖານຄຸນນະພາບ, ການນຳໃຊ້ເຕັກໂນໂລຊີ, ລະບົບໂລຈິສຕິກ ແລະ ຄວາມສາມາດໃນການດຳເນີນການຄ້າດິຈິຕອນ.
ບັນດາຄວາມຫຍຸ້ງຍາກນີ້ໄດ້ວາງຂໍ້ຮຽກຮ້ອງໃຫ້ຕ້ອງລົງທຶນຢ່າງເປັນລະບົບຫຼາຍຂຶ້ນ ໃນການພັດທະນາເຂດວັດຖຸດິບ, ປັບປຸງບັນຈຸພັນ, ສ້າງລະບົບກວດສອບຍ້ອນກັບແຫຼ່ງທີ່ມາ ແລະ ຍົກສູງຄວາມສາມາດໃນການສະໜອງສິນຄ້າ.
ນອກຈາກເປົ້າໝາຍພັດທະນາຜະລິດຕະພັນໃໝ່ເພີ່ມແລ້ວ, ການຮັກສາຄຸນນະພາບຂອງຜະລິດຕະພັນທີ່ໄດ້ຮັບຮອງ, ຍົກລະດັບດາວໃຫ້ແກ່ຜະລິດຕະພັນທີ່ມີເງື່ອນໄຂຄົບຖ້ວນ ແລະ ຂະຫຍາຍຄວາມສາມາດເຂົ້າເຖິງຕະຫຼາດ ຍັງຄົງເປັນບັນດາໜ້າທີ່ຈຸດສຸມຂອງໂຄງການ OCOP ຢູ່ແຂວງບັກນິງ.
ການປະສົມປະສານຄຸນຄ່າວັດທະນະທຳ ແລະ ຫັດຖະກຳພື້ນເມືອງ ກັບການນຳໃຊ້ການຄ້າດິຈິຕອນ ຄາດວ່າຈະສ້າງໂອກາດໃໝ່ໃນການຈຳໜ່າຍ, ເພີ່ມຄວາມສາມາດແຂ່ງຂັນ ແລະ ຂະຫຍາຍຕະຫຼາດໃຫ້ແກ່ບັນດາຜູ້ຜະລິດ ແລະ ຜູ້ປະກອບການທ້ອງຖິ່ນ.
ຈາກບັນດາບ້ານຫັດຖະກຳທີ່ມີມາແຕ່ດົນນານ ຈົນເຖິງບັນດາແພລດຟອມການຄ້າເອເລັກໂຕຣນິກ, ຂະບວນການພັດທະນາຜະລິດຕະພັນ OCOP ຂອງແຂວງບັກນິງ ພວມມຸ່ງໄປສູ່ການເຊື່ອມໂຍງຄຸນຄ່າພື້ນເມືອງກັບວິທີການທຸລະກິດທີ່ທັນສະໄໝ. ໃນນັ້ນ, ການຮັບປະກັນຄຸນນະພາບ, ການລົງທຶນສ້າງຍີ່ຫໍ້ ແລະ ການພັດທະນາຕະຫຼາດ ແມ່ນບັນດາປັດໄຈສຳຄັນທີ່ຊ່ວຍໃຫ້ຜະລິດຕະພັນເອກະລັກທີ່ມີກິ່ນອາຍວັດທະນະທຳກິງບັກ ສືບຕໍ່ຢືນຢັນຖານະບົດບາດຂອງຕົນໃນຊີວິດເສດຖະກິດ.
ແຜນງານແນໃສ່ຊຸກຍູ້ສົ່ງເສີມການຄ້າ; ໂຄສະນາເຜີຍແຜ່ຮູບພາບ ແລະ ຍີ່ຫໍ້ບັນດາຜະລິດຕະພັນທີ່ພົ້ນເດັ່ນ ແລະ ຜະລິດຕະພັນ OCOP ຢູ່ແຂວງ ກວາງຈີ້ |
ຍສໝ - ວັນທີ 4 ມິຖຸນາ, ຂໍ້ມູນຈາກຄະນະກໍາມະການປະຊາຊົນແຂວງ ບິ່ງທ້ວນ ໃຫ້ຮູ້ວ່າ ໃນກາງເດືອນມິຖຸນານີ້ ຄະນະຜູ້ແທນແຂວງ ບິ່ງທ້ວນ ຈະໄປລາວ ເພື່ອໂຄສະນາຜະລິດຕະພັນ ແລະ ສົ່ງເສີມການຄ້າບັນດາປະເພດສິນຄ້າກ່ຽວກັບໝາກມັງກອນ, ຜະລິດຕະພັນກະເສດ OCOP... |
ດວງດີ

