| ຫວຽດນາມຊຸກຍູ້ການຮ່ວມມືກັບ Bloomberg, ໂຄສະນາສະພາບແວດລ້ອມການລົງທຶນໃນປີ APEC 2027 APEC ຕໍ່ໜ້າການປ່ຽນແປງທາງພູມເສດຖະກິດ ແລະ ໂອກາດຂອງຫວຽດນາມໃນປີ 2027 |
ໃນຂອບປີ APEC 2026, ກອງປະຊຸມລັດຖະມົນຕີການເງິນ APEC ຄັ້ງທີ 33 (FMM 2026) ໄດ້ສຸມໃສ່ປຶກສາຫາລືກ່ຽວກັບສະພາບການເສດຖະກິດມະຫາພາກ, ແນວໂນ້ມການເຕີບໂຕຂອງພາກພື້ນ ແລະ ບັນດາສິ່ງທ້າທາຍຕໍ່ເສດຖະກິດໂລກ.
ໃນກອງປະຊຸມ, ຜູ້ຕາງໜ້າບັນດາອົງການສາກົນ ແລະ ເສດຖະກິດສະມາຊິກ ໄດ້ແລກປ່ຽນ, ປະເມີນບັນດາປັດໄຈຄວາມສ່ຽງ ພ້ອມທັງແຮງຂັບເຄື່ອນທີ່ອາດຊຸກຍູ້ການເຕີບໂຕທາງເສດຖະກິດໃນໄລຍະຕໍ່ໜ້າ.
![]() |
| ທ່ານ ໂງ ວັນ ຕວນ, ລັດຖະມົນຕີການເງິນ ນຳສະເໜີການປະເມີນສະພາບການເສດຖະກິດມະຫາພາກ ແລະ ທິດທາງການພັດທະນາຂອງຫວຽດນາມໃນໄລຍະຕໍ່ໜ້າ ທີ່ກອງປະຊຸມລັດຖະມົນຕີການເງິນ APEC ຄັ້ງທີ 33 (FMM 2026). |
ໃນຖານະຜູ້ຕາງໜ້າເສດຖະກິດເຈົ້າພາບ APEC 2027, ທ່ານ ໂງ ວັນ ຕວນ, ລັດຖະມົນຕີການເງິນ ໄດ້ຮັບເຊີນໃຫ້ກ່າວຄຳເຫັນໃນວາລະປຶກສາຫາລືຈຸດສຸມກ່ຽວກັບເສດຖະກິດມະຫາພາກ ຮ່ວມກັບຜູ້ນຳກະຊວງການເງິນຈີນ ແລະ ກະຊວງການເງິນສະຫະລັດອາເມລິກາ.
ໃນຄຳປາໄສ, ທ່ານລັດຖະມົນຕີ ໂງ ວັນ ຕວນ ໄດ້ແບ່ງປັນການປະເມີນສະພາບການເສດຖະກິດໂລກ ແລະ ພາກພື້ນ, ພ້ອມທັງໃຫ້ຂໍ້ມູນກ່ຽວກັບສະພາບການ ແລະ ແນວໂນ້ມເສດຖະກິດມະຫາພາກຂອງຫວຽດນາມໃນ 9 ເດືອນຕົ້ນປີ 2026.
ໜຶ່ງໃນເນື້ອໃນສຳຄັນຂອງກອງປະຊຸມແມ່ນການທີ່ຫວຽດນາມຮັບບົດບາດເປັນເຈົ້າພາບຂະບວນການລັດຖະມົນຕີການເງິນ APEC 2027, ໂດຍຄາດວ່າກອງປະຊຸມລັດຖະມົນຕີການເງິນຈະຈັດຂຶ້ນຢູ່ຮ້າລອງ.
ໃນການໃຫ້ສຳພາດຕໍ່ສື່ມວນຊົນ, ທ່ານລັດຖະມົນຕີ ໂງ ວັນ ຕວນ ໃຫ້ຮູ້ວ່າ ຫວຽດນາມໄດ້ປຶກສາຫາລືກັບບັນດາເສດຖະກິດສະມາຊິກ ແລະ ສະເໜີ 4 ຫົວຂໍ້ບູລິມະສິດສຳລັບຂະບວນການຮ່ວມມືດ້ານການເງິນ APEC ໃນປີ 2027.
ທີໜຶ່ງ, ເສີມສ້າງ ແລະ ພັດທະນາຕະຫຼາດທຶນ ເພື່ອລະດົມແຫຼ່ງທຶນຈາກພາກເອກະຊົນຢ່າງມີປະສິດທິຜົນ, ຕອບສະໜອງຄວາມຕ້ອງການລົງທຶນຂອງບັນດາວິສາຫະກິດດ້ານນະວັດຕະກຳ.
ທີສອງ, ຊຸກຍູ້ການສ້າງ ແລະ ພັດທະນາຖານຂໍ້ມູນ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍ ເຂົ້າເຖິງບໍລິການທາງການເງິນ.
ທີສາມ, ຫັນແຫຼ່ງທຶນໃຫ້ມີຄວາມຫຼາກຫຼາຍ ເພື່ອຮັບໃຊ້ການລົງທຶນພັດທະນາໃນບັນດາເສດຖະກິດສະມາຊິກ APEC.
ທີສີ່, ເພີ່ມທະວີການດຶງດູດ, ຝຶກອົບຮົມ ແລະ ພັດທະນາບຸກຄະລາກອນໜຸ່ມທີ່ມີພອນສະຫວັນໃນຂົງເຂດການເງິນຂອງບັນດາເສດຖະກິດ.
ຕາມທ່ານລັດຖະມົນຕີ ໂງ ວັນ ຕວນ ແລ້ວ, ທັງ 4 ທິດທາງລ້ວນແຕ່ໄດ້ຮັບຄວາມເຫັນດີຢ່າງສູງຈາກບັນດາສະມາຊິກ APEC. ບັນດາເສດຖະກິດຍັງສະແດງຄວາມປາຖະໜາຢາກນຳເນື້ອໃນເຫຼົ່ານີ້ເຂົ້າໃນວາລະກອງປະຊຸມໂດຍໄວ ເພື່ອແລກປ່ຽນ ແລະ ສ້າງບັນດາວິທີແກ້ໄຂໃນການປະຕິບັດຢ່າງເປັນຮູບປະທຳ.
ທ່ານລັດຖະມົນຕີເນັ້ນໜັກວ່າ ຂໍ້ຮຽກຮ້ອງທີ່ວາງອອກແມ່ນບັນດາຂໍ້ລິເລີ່ມການຮ່ວມມືຕ້ອງມຸ່ງໄປສູ່ຄວາມເປັນຮູບປະທຳ ແລະ ປະສິດທິຜົນ, ປະກອບສ່ວນຮັບໃຊ້ການບໍລິຫານເສດຖະກິດມະຫາພາກ ແລະ ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ ໃນແຕ່ລະເສດຖະກິດສະມາຊິກ.
ໃນຂະບວນການກະກຽມສຳລັບປີ APEC 2027, ຫວຽດນາມໄດ້ເປັນເຈົ້າການປຶກສາຫາລືກັບບັນດາຄູ່ຮ່ວມມືກ່ຽວກັບຫົວຂໍ້ຕ່າງໆທີ່ຄາດວ່າຈະນຳເຂົ້າໃນວາລະກອງປະຊຸມລັດຖະມົນຕີການເງິນ. ບັນດາສະມາຊິກກໍຢືນຢັນວ່າ ພ້ອມທີ່ຈະປະສານສົມທົບ, ແບ່ງປັນປະສົບການ ແລະ ເພີ່ມທະວີການແລກປ່ຽນໃນຂົງເຂດການເງິນ.
ຕາມແຜນການທີ່ຄາດໄວ້, ວັນທີ 21/10, ທ່ານລັດຖະມົນຕີ ໂງ ວັນ ຕວນ ແລະ ຄະນະຜູ້ແທນກະຊວງການເງິນຫວຽດນາມ ສືບຕໍ່ເຂົ້າຮ່ວມບັນດາວາລະກອງປະຊຸມ ແລະ ກິດຈະກຳພົບປະສອງຝ່າຍ.
ພາຍຫຼັງສິ້ນສຸດກອງປະຊຸມລັດຖະມົນຕີການເງິນ APEC ຄັ້ງທີ 33, ຫວຽດນາມໄດ້ຮັບບົດບາດເປັນປະທານຂະບວນການລັດຖະມົນຕີການເງິນ APEC 2027 ຢ່າງເປັນທາງການ, ສ້າງພື້ນຖານໃຫ້ແກ່ການຈັດຕັ້ງບັນດາໂຄງການຮ່ວມມືຕາມທິດທາງບູລິມະສິດທີ່ໄດ້ສະເໜີ.
ຍສໝ - ຫວຽດນາມພວມເລັ່ງລັດວຽກງານກະກຽມສຳລັບປີ APEC 2027 ໃນຫຼາຍດ້ານ ນັບແຕ່ເນື້ອໃນ, ຫົວຂໍ້, ບູລິມະສິດ ຈົນເຖິງວຽກງານຈັດຕັ້ງ ແລະ ພະລາທິການ. ຕາມທ່ານ ຫງວຽນມິງຫວູ, ຮອງລັດຖະມົນຕີປະຈຳການ ກະຊວງການຕ່າງປະເທດ, ກົນໄກການປະສານສົມທົບຖືກຜັນຂະຫຍາຍຕາມ 3 ລະດັບ ແນໃສ່ຮັບປະກັນຄວາມເປັນເອກະພາບ ແລະ ປະສິດທິຜົນໃນຕະຫຼອດຂະບວນການຈັດຕັ້ງ. |
ຍສໝ - ຕາມທ່ານ ປອ. ເຈິ່ນ ຫືວ ຫຽບ, ຮອງປະທານສະມາຄົມການທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງ ແລ້ວ, ການເປັນເຈົ້າພາບ APEC 2027 ຢູ່ຟູກວກ ໄດ້ເປີດໂອກາດໃນການໂຄສະນາພາບລັກຂອງຫວຽດນາມ, ຍົກສູງຄວາມສາມາດໃນການຈັດກິດຈະກຳສາກົນ ແລະ ພັດທະນາການທ່ອງທ່ຽວປະເພດກອງປະຊຸມ ແລະ ສຳມະນາ (MICE). ແນວໃດກໍຕາມ, ເພື່ອຫັນທ່າໄດ້ປຽບຈາກກິດຈະກຳນີ້ໃຫ້ເປັນມູນຄ່າໃນໄລຍະຍາວ, ຫວຽດນາມຈຳເປັນຕ້ອງລົງທຶນພັດທະນາໂຄງລ່າງພື້ນຖານຢ່າງຄົບຊຸດ, ຍົກສູງຄຸນນະພາບການບໍລິການ ແລະ ສ້າງຍຸດທະສາດຂຸດຄົ້ນຕະຫຼາດພາຍຫຼັງ APEC. |
ຄຳສີ
