ຫວຽດນາມ ສະໜັບສະໜູນວິທີການແກ້ໄຂທາງການທູດສຳລັບອາຟຼິກາຕາເວັນຕົກ ແລະ ເຂດ Sahel

08:38 | 11/07/2020

ຍສໝ - ເມື່ອບໍ່ດົນມານີ້, ອົງການສະຫະປະຊາຊາດ ໄດ້ສະແດງຄວາມກັງວົນຕໍ່ບັນດາການແຈ້ງຂໍ້ຫາ ກ່ຽວກັບການລະເມີດສິດທິມະນຸດໂດຍຫລາຍໆກຸ່ມປະກອບອາວຸດ,  ກໍ່ຄືກຳລັງປ້ອງກັນຄວາມສະຫງົບ ແລະ  ກຳລັງທະຫານໃນຫລາຍປະເທດ ໃນພື້ນທີ່ອາຟຼິກາຕາເວັນຕົກ ແລະ ເຂດ Sahel.

ຫວຽດນາມ ສະໜ ບສະໜ ນວ ທ ການແກ ໄຂທາງການທ ດສຳລ ບອາຟ ກາຕາເວ ນຕ ກ ແລະ ເຂດ sahel ຫວຽດນາມ: ແຮງງານ 31 ລ້ານຄົນ ໄດ້ຮັບຜົນກະທົບຈາກໂຄວິດ-19
ຫວຽດນາມ ສະໜ ບສະໜ ນວ ທ ການແກ ໄຂທາງການທ ດສຳລ ບອາຟ ກາຕາເວ ນຕ ກ ແລະ ເຂດ sahel ຫວຽດນາມ ໄດ້ກາຍເປັນຈຸດນັດພົບການລົງທຶນທີ່ດູດດື່ມ

ໃນວັນທີ 10 ກໍລະກົດ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ດຳເນີນການສົນທະນາທາງຖ່າຍທອດສົດ ກ່ຽວກັບວຽກງານ ໃນ 6 ເດືອນຕົ້ນປີຂອງຫ້ອງການສະຫະປະຊາຊາດ ໃນພື້ນທີ່ອາຟຼິກາຕາເວັນຕົກ ແລະ ເຂດ Sahel (UNOWAS).

ທີ່ກອງປະຊຸມ, ຫວຽດນາມ ໄດ້ສະໜັບສະໜູນບັນດາມາດຕະການແກ້ໄຂທາງການທູດ ໃນການປ້ອງກັນ, ແຈ້ງເຕືອນລ່ວງໜ້າ, ແລະ ການແກ້ໄຂຂໍ້ຂັດແຍ່ງຢູ່ບັນດາປະເທດໃນພາກພື້ນນີ້.

ຫວຽດນາມ ສະໜ ບສະໜ ນວ ທ ການແກ ໄຂທາງການທ ດສຳລ ບອາຟ ກາຕາເວ ນຕ ກ ແລະ ເຂດ sahel
ທ່ານເອກອັກຄະລັດຖະທູດ ດັ່ງດິງກ້ວຍ - ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳສະຫະປະຊາຊາດ ກ່າວຄຳເຫັນທີ່ການປະຊຸມ. (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ່ງດິງກ້ວຍ - ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ແລກປ່ຽນຄຳເຫັນກັບປະເທດຕ່າງໆ, ສະແດງຄວາມວິຕົກກັງວົນຕໍ່ສະພາບຄວາມໝັ້ນຄົງໃນພາກພື້ນ, ແລະ ໄດ້ຕີລາຄາສູງຕໍ່ຄວາມມານະພະຍາຍາມ ແລະ ການປະຕິບັດບັນດາການເຄື່ອນໄຫວຂອງຄະນະຜູ້ແທນສະຫະປະຊາຊາດ, ກຳລັງ G5 Sahel ໃນການສະກັດກັ້ນການກໍ່ການຮ້າຍ; ພ້ອມກັນນັ້ນ, ທ່ານເອກອັກຄະລັດຖະທູດ ດັ່ງດິງກ້ວຍ ໄດ້ຢັ້ງຢືນການບັງຄັບໃນການປົກປ້ອງພົນລະເຮືອນ, ໂດຍສະເພາະແມ່ຍິງ ແລະ ເດັກນ້ອຍ.

ອີງຕາມບົດລາຍງານຕ່າງໆ, ອົງການສະຫະປະຊາຊາດ ໄດ້ປະເມີນວ່າສະຖານະການໃນອາຟຣິກາຕາເວັນຕົກ ແລະ ເຂດ Sahel ໃນໄລຍະ 6 ເດືອນທີ່ຜ່ານມາ ມີຄວາມຄືບໜ້າບາງຢ່າງ. ມີພຽງແຕ່ສອງສາມປະເທດເທົ່ານັ້ນ ທີ່ມີການເລືອກຕັ້ງທ້ອງຖິ່ນ, ສະພານິຕິບັນຍັດທີ່ມີຄວາມສະຫງົບສຸກ, ເຊັ່ນ: Benin, Guinea ແລະ Mali. ຄວາມເຄັ່ງຕຶງຍັງເກີດຂື້ນຢູ່ໃນຫລາຍໆປະເທດອື່ນໆ ໃນຂັ້ນຕອນການກະກຽມເລືອກຕັ້ງ. ບັນດາກຸ່ມກໍ່ການຮ້າຍ ແລະ ກຸ່ມປະກອບອາວຸດ ໄດ້ໂຈມຕີກຳລັງທະຫານ, ພົນລະເຮືອນ ແລະ ກຳລັງຮັກສາສັນຕິພາບ ຢູ່ Burkina Faso, Mali, Niger ແລະ Nigeria ເຊິ່ງເປັນໄພນາບຂູ່ຕໍ່ຄວາມສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ.

ອົງການສະຫະປະຊາຊາດ ກໍ່ໄດ້ສະແດງຄວາມກັງວົນຕໍ່ບັນດາການແຈ້ງຂໍ້ຫາ ກ່ຽວກັບການລະເມີດສິດທິມະນຸດໂດຍຫລາຍໆກຸ່ມປະກອບອາວຸດ, ກໍ່ຄືກຳລັງປ້ອງກັນຄວາມສະຫງົບ ແລະ ກຳລັງທະຫານໃນຫລາຍປະເທດ ໃນພື້ນທີ່ອາຟຼິກາຕາເວັນຕົກ ແລະ ເຂດ Sahel.

ໃນຂະນະທີ່ການແຜ່ລະບາດຂອງພະຍາດ COVID-19 ໄດ້ກໍ່ຄວາມເສຍຫາຍທາງດ້ານເສດຖະກິດ, ເກີດຄວາມທຸກຍາກ ແລະ ຫຼຸດຜ່ອນເປົ້າໝາຍການພັດທະນາແບບຍືນຍົງໃນອາຟຣິກາຕາເວັນຕົກ ແລະ Sahel ໃນຊຸມປີມໍ່ໆມານີ້.

ຫວຽດນາມ ສະໜ ບສະໜ ນວ ທ ການແກ ໄຂທາງການທ ດສຳລ ບອາຟ ກາຕາເວ ນຕ ກ ແລະ ເຂດ sahel
ເດັກນ້ອຍໃນອາຟຣິກາ ປະເຊີນກັບວິກິດການດ້ານມະນຸດສະທຳທີ່ເກີດຈາກຄວາມຂັດແຍ່ງ. (ພາບ: AFP / TTXVN)

ສະນັ້ນ, ສະພາຄວາມໝັ້ນຄົງ ໄດ້ຮຽກຮ້ອງໃຫ້ບັນດາອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງພາກພື້ນຈົ່ງສືບຕໍ່ປະສານສົມທົບກັນເປັນຢ່າງດີ ກັບອົງການ UNOWAS ໃນການຮັກສາສັນຕິພາບທີ່ຍືນຍົງ, ປ້ອງກັນສະກັດກັ້ນການຂັດແຍ້ງ ແລະ ແກ້ໄຂສິ່ງທ້າທາຍດ້ານຄວາມປອດໄພ.

ກ່າວຄຳເຫັນທີ່ການປະຊຸມ, ທ່ານເອກອັກຄະລັດຖະທູດ ດັ່ງດິງກ້ວຍ - ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ແລກປ່ຽນຄຳເຫັນກັບປະເທດຕ່າງໆ, ສະແດງຄວາມວິຕົກກັງວົນຕໍ່ສະພາບຄວາມໝັ້ນຄົງໃນພາກພື້ນ, ແລະ ໄດ້ຕີລາຄາສູງຕໍ່ຄວາມມານະພະຍາຍາມ ແລະ ການປະຕິບັດບັນດາການເຄື່ອນໄຫວຂອງຄະນະຜູ້ແທນສະຫະປະຊາຊາດ, ກຳລັງ G5 Sahel ໃນການສະກັດກັ້ນການກໍ່ການຮ້າຍ; ພ້ອມກັນນັ້ນ, ທ່ານເອກອັກຄະລັດຖະທູດ ດັ່ງດິງກ້ວຍ ໄດ້ຢັ້ງຢືນການບັງຄັບໃນການປົກປ້ອງພົນລະເຮືອນ, ໂດຍສະເພາະແມ່ຍິງ ແລະ ເດັກນ້ອຍ.

ຫວຽດນາມ ສະໜ ບສະໜ ນວ ທ ການແກ ໄຂທາງການທ ດສຳລ ບອາຟ ກາຕາເວ ນຕ ກ ແລະ ເຂດ sahel ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງ ລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ

ຍສໝ - ເພື່ອເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງ ລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ ໃນສະພາບການໃໝ່, ທ່ານ ເຈີນກວກເວືອງ ໄດ້ຮຽກຮ້ອງໃຫ້ທ່ານ Yamada - ເອກອັກຄະລັດຖະທູດຍີ່ປຸ່ນ ຊຸກຍູ້ການພົວພັນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການຮ່ວມມືດ້ານເສດຖະກິດ, ການລົງທືນ, ແລະ ການຄ້າ; ພ້ອມກັນນັ້ນ, ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດເພື່ອຮັບມືກັບພະຍາດ COVID-19.

ຫວຽດນາມ ສະໜ ບສະໜ ນວ ທ ການແກ ໄຂທາງການທ ດສຳລ ບອາຟ ກາຕາເວ ນຕ ກ ແລະ ເຂດ sahel Stimson Center: ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງປະເທດອາເມລິກາ ໃນພາກພື້ນອາຊີ - ປາຊີຟິກ

ຍສໝ - ໃນວັນທີ 8 ກໍລະກົດ, Stimson Center ແມ່ນສູນຄົ້ນຄ້ວາທີ່ມີຊື່ສຽງຢູ່ Washington (ອາເມລິກາ) ໄດ້ປະກາດແຜນການຈັດຕັ້ງສຳມະນາອອນລາຍ ດ້ວຍຫົວຂໍ້ວ່າ: “25 ປີແຫ່ງການຫັນການພົວພັນການທູດລະຫວ່າງສອງປະເທດຫວຽດນາມ - ອາເມລິກາ ແລະ ບັນດາມໍລະດົກຂອງສົງຄາມ".

ຫວຽດນາມ ສະໜ ບສະໜ ນວ ທ ການແກ ໄຂທາງການທ ດສຳລ ບອາຟ ກາຕາເວ ນຕ ກ ແລະ ເຂດ sahel ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກກັບສູນເຂດຮ້ອນຫວຽດນາມ - ຣັດເຊຍ

ຍສໝ - ຕອນບ່າຍວັນທີ 7 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂງຊວນລິກ - ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບສູນເຂດຮ້ອນຫວຽດນາມ - ລັດເຊຍ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.