ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກກັບສູນເຂດຮ້ອນຫວຽດນາມ - ຣັດເຊຍ

12:07 | 09/07/2020

ຍສໝ - ຕອນບ່າຍວັນທີ 7 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂງຊວນລິກ - ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບສູນເຂດຮ້ອນຫວຽດນາມ - ລັດເຊຍ.

ລ ດຖະມ ນຕ ກະຊວງປ ອງກ ນປະເທດຫວຽດນາມ ຢ ຽມຢາມ ແລະ ເຮ ດວຽກກ ບສ ນເຂດຮ ອນຫວຽດນາມ ຣ ດເຊຍ ອາຊຽນ - ຣັດເຊຍ ເປັນເອກະພາບກັນເພີ່ມທະວີການຮ່ວມມືຢ່າງຮອບດ້ານ
ລ ດຖະມ ນຕ ກະຊວງປ ອງກ ນປະເທດຫວຽດນາມ ຢ ຽມຢາມ ແລະ ເຮ ດວຽກກ ບສ ນເຂດຮ ອນຫວຽດນາມ ຣ ດເຊຍ ພິທີມອບ-ຮັບອຸປະກອນການພິມຈາກກອງທັບ ສ ຣັດເຊຍ.

ຕາມນັ້ນແລ້ວ, ພາຍໃຕ້ການຊີ້ນຳຂອງລັດຖະບານຂອງສອງປະເທດຫວຽດນາມ - ລັດເຊຍ, ກະຊວງປ້ອງກັນປະເທດຫວຽດນາມ, ກະຊວງວິທະຍາສາດ ແລະ ມະຫາວິທະຍາໄລລັດເຊຍ, ຄະນະກຳມະການປະສານງານລະຫວ່າງລັດຖະບານ ກ່ຽວກັບສູນເຂດຮ້ອນຫວຽດນາມ - ຣັດເຊຍ ໄດ້ພັດທະນາສູນດັ່ງກ່າວ ກາຍເປັນອົງການວິທະຍາສາດ ແລະ ເຕັກໂນໂລຢີຫຼາຍຝ່າຍ ໃນການຄົ້ນຄວ້າທົ່ວໄປກ່ຽວກັບບັນຫາເຂດຮ້ອນ, ເຊັ່ນ: ອຸປະກອນເຂດຮ້ອນ, ນິເວດເຂດຮ້ອນ ແລະ ນັກສຶກສາແພດສາດເຂດຮ້ອນ.

ລ ດຖະມ ນຕ ກະຊວງປ ອງກ ນປະເທດຫວຽດນາມ ຢ ຽມຢາມ ແລະ ເຮ ດວຽກກ ບສ ນເຂດຮ ອນຫວຽດນາມ ຣ ດເຊຍ
ທ່ານພົນເອກ ໂງຊວນລິກ ແລະ ທ່ານ Vnukov Konstannin Vasilievich - ເອກອັກຄະລັດຖະທູດສະຫະພັນລັດເຊຍ ປະຈຳ ຫວຽດນາມ. (ພາບ: TTXVN)

ຕາງໜ້າໃຫ້ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຫວຽດນາມ, ທ່ານພົນເອກ ໂງຊວນລິກ ໄດ້ສະແດງຄວາມຍ້ອງຍໍ ແລະ ຕີລາຄາສູງບັນດາໝາກຜົນຂອງສູນເຂດຮ້ອນຫວຽດນາມ - ຣັດເຊຍໃນໄລຍະຜ່ານມາ. ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໃຫ້ຮູ້ວ່າ ໝາກຜົນເຫຼົ່ານີ້ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການພັດທະນາວິທະຍາສາດເຕັກໂນໂລຢີ, ເສດຖະກິດ - ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງຫວຽດນາມ ແລະ ສະຫະພັນລັດເຊຍ; ປະກອບສ່ວນເຂົ້າໃນການກໍ່ສ້າງ ແລະ ຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານ ແລະ ການຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ.

ທ່ານພົນເອກ ໂງຊວນລິກ ຢັ້ງຢືນວ່າ, ສູນເຂດຮ້ອນຫວຽດນາມ-ລັດເຊຍ ແມ່ນກົນໄກຮ່ວມມືສອງຝ່າຍອັນໜຶ່ງດຽວທີ່ຍັງຄົງຕົວນັບແຕ່ສະໄໝສະຫະພາບໂຊວຽດ ມາຮອດປັດຈຸບັນ; ເປັນສັນຍາລັກແຫ່ງການພົວພັນອັນດີງາມ, ມີປະສິດທິຜົນລະຫວ່າງຫວຽດນາມ - ສະຫະພາບໂຊວຽດ ໃນເມື່ອກ່ອນ ແລະສະຫະພັນລັດເຊຍ ໃນປັດຈຸບັນ.

ລ ດຖະມ ນຕ ກະຊວງປ ອງກ ນປະເທດຫວຽດນາມ ຢ ຽມຢາມ ແລະ ເຮ ດວຽກກ ບສ ນເຂດຮ ອນຫວຽດນາມ ຣ ດເຊຍ
ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກກັບສູນເຂດຮ້ອນຫວຽດນາມ - ຣັດເຊຍ. (ພາບ: TTXVN)

ທ່ານພົນເອກ ໂງຊວນລິກ ໄດ້ສະແດງຄວາມຂອບໃຈທ່ານເອກອັກຄະລັດຖະທູດ, ຫົວໜ້າບັນດາອົງການຕາງໜ້າສະຖານທູດສະຫະພັນລັດເຊຍ ປະຈໍາຫວຽດນາມ ແລະບັນດານັກວິທະຍາສາດລັດເຊຍ ເຊິ່ງຍາມໃດກໍມີການຮ່ວມມືຢ່າງມີປະສິດທິຜົນ, ບົນຈິດໃຈສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ສືບຕໍ່ເພີ່ມທະວີການພົວພັນຮ່ວມມືດ້ານປ້ອງກັນຊາດ...

ທ່ານພົນເອກ ໂງຊວນລິກ ປາດຖະໜາວ່າ ໃນໄລຍະຈະມາເຖິງສອງປະເທດ ຈະສືບຕໍ່ຮັກສາບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງເປັນປົກກະຕິ ແລະສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວທີ່ມີຄວາມໝາຍໃນຂອບເຂດ “ປີຫວຽດນາມເຄື່ອນໄຫວຢູ່ລັດເຊຍ; ປີລັດເຊຍເຄື່ອນໄຫວຢູ່ຫວຽດນາມໃນສົກປີ 2019-2020”.

ລ ດຖະມ ນຕ ກະຊວງປ ອງກ ນປະເທດຫວຽດນາມ ຢ ຽມຢາມ ແລະ ເຮ ດວຽກກ ບສ ນເຂດຮ ອນຫວຽດນາມ ຣ ດເຊຍ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ ນັບມື້ນັບພັດທະນາໃນທຸກຂົງເຂດ

ເມື່ອບໍ່ດົນມານີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ແລະ ຄະນະຜູ້ແທນລັດຖະບານລາວ ໄດ້ໄປຢ້ຽມຊົມບັບດາຮູບແບບດຶງດູດການລົງທຶນ, ກໍ່ສ້າງເຂດອຸດສາຫະກຳຂອງຫວຽດນາມ; ທາບທາມບົດຮຽນຂອງຫວຽດນາມ ໃນການຟື້ນຟູການຜະລິດ-ດຳເນີນທຸລະກິດ, ການທ່ອງທ່ຽວ...

ລ ດຖະມ ນຕ ກະຊວງປ ອງກ ນປະເທດຫວຽດນາມ ຢ ຽມຢາມ ແລະ ເຮ ດວຽກກ ບສ ນເຂດຮ ອນຫວຽດນາມ ຣ ດເຊຍ ຍີ່​ປຸ່ນ ແລະ ຫວຽດ​ນາມ ​ຈະ​ຮ່ວມ​ເປັນ​ປະ​ທານ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ແມ່​ນ້ຳ​ຂອງ - ຍີ່​ປຸ່ນ​ຄັ້ງ​ທີ 13

ຍສໝ - ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ແລະ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຈະໄດ້ເປັນປະທານກອງປະຊຸມ.

ລ ດຖະມ ນຕ ກະຊວງປ ອງກ ນປະເທດຫວຽດນາມ ຢ ຽມຢາມ ແລະ ເຮ ດວຽກກ ບສ ນເຂດຮ ອນຫວຽດນາມ ຣ ດເຊຍ ຫວຽດນາມ ປາດຖະໜາວ່າອົງການ UNRCCA ສືບຕໍ່ສະໜັບສະໜູນບັນດາປະເທດອາຊີກາງ

ຍສໝ - ຜູ້ຕາງໜ້າຄະນະຜູ້ແທນຫວຽດນາມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມອອນລາຍຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ເພື່ອປຶກສາຫາລືກ່ຽວກັບສູນການທູດປ້ອງກັນສະຫະປະຊາຊາດຢູ່ອາຊີກາງ (UNRCCA).

ຄຳຮຸ່ງ

302 Found

Found

The document has moved here.