ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງ ລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ

17:00 | 10/07/2020

ຍສໝ - ເພື່ອເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງ ລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ ໃນສະພາບການໃໝ່, ທ່ານ ເຈີນກວກເວືອງ ໄດ້ຮຽກຮ້ອງໃຫ້ທ່ານ Yamada - ເອກອັກຄະລັດຖະທູດຍີ່ປຸ່ນ ຊຸກຍູ້ການພົວພັນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການຮ່ວມມືດ້ານເສດຖະກິດ, ການລົງທືນ, ແລະ ການຄ້າ; ພ້ອມກັນນັ້ນ, ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດເພື່ອຮັບມືກັບພະຍາດ COVID-19.

ເພ ມທະວ ການພ ວພ ນຄ ຮ ວມມ ຍ ດທະສາດຢ າງເລ ກເຊ ງ ລະຫວ າງ ຫວຽດນາມ ແລະ ຍ ປ ນ Stimson Center: ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງປະເທດອາເມລິກາ ໃນພາກພື້ນອາຊີ - ປາຊີຟິກ
ເພ ມທະວ ການພ ວພ ນຄ ຮ ວມມ ຍ ດທະສາດຢ າງເລ ກເຊ ງ ລະຫວ າງ ຫວຽດນາມ ແລະ ຍ ປ ນ ຍີ່​ປຸ່ນ ແລະ ຫວຽດ​ນາມ ​ຈະ​ຮ່ວມ​ເປັນ​ປະ​ທານ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ແມ່​ນ້ຳ​ຂອງ - ຍີ່​ປຸ່ນ​ຄັ້ງ​ທີ 13

ໃນຕອນບ່າຍວັນທີ 8 ກໍລະກົດ, ທີ່ສຳນັກງານສູນກາງພັກຫວຽດນາມ, ທ່ານ ເຈີນກວກເວືອງ - ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາ ໄດ້ຕ້ອນຮັບທ່ານ Yamada Takio - ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳຫວຽດນາມ ເນື່ອງໃນໂອກາດ ທ່ານ Yamada Takio ເລີ່ມຕົ້ົ້ນດຳລົງຕຳແໜ່ງເອກອັກຄະລັດຖະທູດຢູ່ຫວຽດນາມ.

ເພ ມທະວ ການພ ວພ ນຄ ຮ ວມມ ຍ ດທະສາດຢ າງເລ ກເຊ ງ ລະຫວ າງ ຫວຽດນາມ ແລະ ຍ ປ ນ
ທ່ານ ເຈີນກວກເວືອງ - ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາ ໄດ້ຕ້ອນຮັບທ່ານ Yamada Takio - ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳຫວຽດນາມ. (ພາບ: dangcongsan.vn)

ເພື່ອເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງ ລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ ໃນສະພາບການໃໝ່, ທ່ານ ເຈີນກວກເວືອງ ໄດ້ຮຽກຮ້ອງໃຫ້ທ່ານ Yamada - ເອກອັກຄະລັດຖະທູດຍີ່ປຸ່ນ ຊຸກຍູ້ການພົວພັນຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການຮ່ວມມືດ້ານເສດຖະກິດ, ການລົງທືນ, ແລະ ການຄ້າ; ພ້ອມກັນນັ້ນ, ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດເພື່ອຮັບມືກັບພະຍາດ COVID-19, ໃນນັ້ນຫວັງວ່າ ລັດຖະບານຍີ່ປຸ່ນ ສືບຕໍ່ໃຊ້ມາດຕະການຢ່າງມີປະສິດທິຜົນ ເພື່ອສະໜັບສະໜູນປະຊາຄົມຊາວຫວຽດນາມຢູ່ຍີ່ປຸ່ນ.

ທ່ານ ເຈີນກວກເວືອງ ກໍ່ສະແດງຄວາມປາດຖະໜາວ່າ ຢາກໃຫ້ທ່ານເອກອັກຄະລັດຖະທູດ Yamada Takio ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການພົວພັນລະຫວ່າງພັກກອມມູນິດຫວຽດນາມ ແລະ ບັນດາພັກການເມືອງຍີ່ປຸ່ນ ເພື່ອສ້າງພື້ນຖານການເມືອງໃຫ້ແກ່ການພັດທະນາການພົວພັນໃນຂົງເຂດຕ່າງໆ.

ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ Yamada Takio ໄດ້ສະແດງຄວາມປິຕິຊົມຊື່ນ ແລະ ເປັນກຽດທີ່ໄດ້ຮັບໜ້າທີ່ເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ຍີ່ປຸ່ນປະຈຳ ຫວຽດນາມ, ແລະ ທ່ານ Yamada Takio ຢັ້ງຢືນວ່າຍີ່ປຸ່ນຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ຍີ່ປຸ່ນ, ກໍ່ຄືບົດບາດ ແລະ ທີ່ຕັ້ງຂອງຫວຽດນາມໃນພາກພື້ນ ແລະ ທົ່ວໂລກ; ຕີລາຄາສູງຕໍ່ຜົນສຳເລັດຂອງຫວຽດນາມ ໃນການປ້ອງກັນ ແລະ ສະກັດກັ້ນພະຍາດ COVID-19.

ທ່ານເອກອັກຄະລັດຖະທູດ Yamada Takio ເນັ້ນໜັກວ່າ ຍີ່ປຸ່ນຖືຫວຽດນາມແມ່ນໜຶ່ງໃນບັນດາສະຖານທີ່ລົງທຶນທີ່ສະດວກທີ່ສຸດໃນພາກພື້ນ. ທ່ານ Yamada Takio ໃຫ້ຮູ້ວ່າມີບໍລິສັດໃຫຍ່ຫຼາຍແຫ່ງ ຂອງຍີ່ປຸ່ນໄດ້ສະແດງຄວາມສົນໃຈຕໍ່ຫວຽດນາມ ແລະ ຫວັງວ່າຈະມາລົງທຶນ ຢູ່ ຫວຽດນາມໃນອະນາຄົດອັນໃກ້ນີ້.

ທ່ານເອກອັກຄະລັດຖະທູດ Yamada Takio ໄດ້ຢືນຢັນວ່າ ຈະບຸກບືນປະກອບສ່ວນເຂົ້າໃນການເພີ່ມທະວີການພົວພັນສອງຝ່າຍຢ່າງຮອບດ້ານ, ປາດຖະໜາຢາກໄດ້ຮັບຄວາມເອົາໃຈໃສ່ ແລະ ການສະໜັບສະໜູນຈາກຜູ້ນຳພັກ, ລັດ ແລະ ບັນດາອົງການທີ່ກ່ຽວຂ້ອງຂອງຫວຽດນາມ ເພື່ອປະຕິບັດໜ້າ ທີ່ຢ່າງສຳເລັດ.

ເພ ມທະວ ການພ ວພ ນຄ ຮ ວມມ ຍ ດທະສາດຢ າງເລ ກເຊ ງ ລະຫວ າງ ຫວຽດນາມ ແລະ ຍ ປ ນ ຫວຽດນາມ ເຂົ້າຮ່ວມກອງປະຊຸມທາງໄກເຈົ້າໜ້າທີ່ອາວຸໂສດ້ານປ້ອງກັນຊາດອາຊຽນເປີດກວ້າງ

ຍສໝ - ໃນວັນທີ 7 ກໍລະກົດ, ທີ່ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມເຈົ້າໜ້າທີ່ອາວຸໂສດ້ານປ້ອງກັນຊາດເປີດກວ້າງ (ADSOM+).

ເພ ມທະວ ການພ ວພ ນຄ ຮ ວມມ ຍ ດທະສາດຢ າງເລ ກເຊ ງ ລະຫວ າງ ຫວຽດນາມ ແລະ ຍ ປ ນ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ມີອິດທິພົນຊື່ສຽງໃນເວທີສາກົນ

ຍສໝ - ທ່ານ ສຈ.ປອ ປະຫວັດສາດວິທະຍາຂອງມະຫາວິທະຍາໄລ Saint Petersburg Vladimir Kolotov ໃຫ້ຂໍ້ສັງເກດວ່າ ໃນຖານະຕໍາແໜ່ງເປັນປະທານອາຊຽນ, ທີ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36 ຜ່ານມາ, ຫວຽດນາມ ໄດ້ສະແດງໃຫ້ເຫັນບົດບາດເປັນເຈົ້າການໃນອາຊຽນ ເພື່ອຊອກຫາມາດຕະການແກ້ໄຂບັນດາບັນຫາພື້ນຖານ ເຊິ່ງບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ກໍາລັງປະເຊີນໜ້າໃນປະຈຸບັນ.

ເພ ມທະວ ການພ ວພ ນຄ ຮ ວມມ ຍ ດທະສາດຢ າງເລ ກເຊ ງ ລະຫວ າງ ຫວຽດນາມ ແລະ ຍ ປ ນ ສະຖານທູດຫວຽດນາມ ປະຈຳສະວິດເຊີແລນ ໄດ້ຮັບຕຳແໜ່ງເປັນປະທານຄະນະກຳມະການອາຊຽນ

ຍສໝ - ເມື່ອບໍ່ດົນມານີ້, ຄະນະກຳມະການອາຊຽນ Bern (ACB) ໄດ້ພົບປະກັນ ທີ່ນະຄອນຫຼວງ Bern (ສະວິດເຊີແລນ) ພາຍໃຕ້ການເປັນປະທານຂອງ ຜູ້ພວມຮັກສາຕຳແໜ່ງປະທານ ACB - ທ່ານເອກອັກຄະລັດຖະທູດມາເລເຊຍ.

ຄຳຮຸ່ງ

302 Found

Found

The document has moved here.