ຫວຽດນາມ ໄດ້ກາຍເປັນຈຸດນັດພົບການລົງທຶນທີ່ດູດດື່ມ

10:11 | 11/07/2020

ຍສໝ - ໜຶ່ງໃນບັນດາສາຍເຫດຕົ້ນຕໍທີ່ຊ່ວຍ ຫວຽດນາມ ມີຄວາມດູດດື່ມກວ່າເມື່ອທຽບໃສ່ປະເທດອື່ນໆ ນັ້ນແມ່ນ ຄ່າແຮງງານຕໍ່າ.

ຫວຽດນາມ ໄດ ກາຍເປ ນຈ ດນ ດພ ບການລ ງທ ນທ ດ ດດ ມ ການພົວພັນລະຫວ່າງຫວຽດນາມ - ອາເມລິກາ ໃນປັດຈຸບັນ ເມື່ອທຽບໃສ່່ກັບ 25 ປີ ກ່ອນນີ້ ແມ່ນແຕກຕ່າງກັນຫຼາຍ
ຫວຽດນາມ ໄດ ກາຍເປ ນຈ ດນ ດພ ບການລ ງທ ນທ ດ ດດ ມ ຫວຽດນາມ ເຂົ້າຮ່ວມກອງປະຊຸມທາງໄກເຈົ້າໜ້າທີ່ອາວຸໂສດ້ານປ້ອງກັນຊາດອາຊຽນເປີດກວ້າງ

ເວັບໄຊ Seeking Alpha ຂອງ ອາເມລິກາ ຖືວ່າ ໃນ 2 – 3 ປີມານີ້, ຫວຽດນາມ ໄດ້ກາຍເປັນຈຸດນັດພົບການລົງທຶນທີ່ດູດດື່ມ.

ຫວຽດນາມ ໄດ ກາຍເປ ນຈ ດນ ດພ ບການລ ງທ ນທ ດ ດດ ມ
ພາບປະກອບ

ຕາມບົດຂຽນແລ້ວ, ໃນຊຸມປີມໍ່ໆມານີ້, ຫວຽດນາມ ຍາມໃດກໍຮັກສາລະດັບການເຕີີບໂຕໃຫ້ບັນລຸ 7% ຕໍ່ປີ, ເຊິ່ງທົບສອງເທົ່າລະດັບສະເລ່່ຍຂອງໂລກ. ໜຶ່ງໃນບັນດາສາຍເຫດຕົ້ນຕໍທີ່ຊ່ວຍ ຫວຽດນາມ ມີຄວາມດູດດື່ມກວ່າເມື່ອທຽບໃສ່ປະເທດອື່ນໆ ນັ້ນແມ່ນ ຄ່າແຮງງານຕໍ່າ. ຫວຽດນາມ ມີທ່າໄດ້ປຽບໃນຂົງເຂດຜະລິດເຄື່ອງເອເລັກໂຕນິກ ເຊິ່ງກວມເອົາ 36%, ຖັດມາແມ່ນເກີບໜັງ.

ຕາມບົດຂຽນດັ່ງກ່າວແລ້ວ, ຕົວເລກກ່ຽວກັບການທ່ອງທ່ຽວ ແລະ ອຸດສາຫະກໍາຂອງຫວຽດນາມ ໃນເດືອນກໍລະກົດ 2020, ຄາດວ່າຈະມີຖ້ຽວບິນຈໍານວນກວ່າ 26.000 ຖ້ຽວ ຂົນສົ່ງຜູ້ໂດຍສານ, ແຂກທ່ອງທ່ຽວຈໍານວນກວ່າ 5 ລ້ານເທື່ອຄົນ ເຊິ່ງເພີ່ມຂຶ້ນ ແຕ່ 16% ແລະ 24 % ຕາມລໍາດັບ ເມື່ອທຽບໃສ່ປີແລ້ວນີ້.

ຫວຽດນາມ ມີແງ່ຫວັງກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດພົ້ນເດັ່ນທີ່ສຸດຢູ່ອາຊີ, ໂດຍບໍ່ຫົວຊາຕໍ່ສິ່ງທ້າທາຍ ແລະວິກິດການຈາກພະຍາດໂຄວິດ-19. ນີ້ແມ່ນຂໍ້ສັງເກດຂອງທ່ານ Edward Teather ນັກຊ່ຽວຊານເສດຖະສາດອາຊຽນ, ນັກຄົ້ນຄວ້າເສດຖະກິດແຖວໜ້າຂອງອົງການຄົ້ນຄວ້າເສດຖະກິດນາໆຊາດ UBS.

ເຖິງວ່າ ຫວຽດນາມ ພວມຖືກຜົນສະທ້ອນຢ່າງໜັກໜ່ວງຈາກຜົນກະທົບຂອງພະຍາດໂຄວິດ-19 ກໍ່ຕາມ, ແຕ່ແງ່ຫວັງຂອງຫວຽດນາມ ໄດ້ຮັບການຕີລາຄາວ່າແມ່ນພົ້ນເດັ່ນທີ່ສຸດໃນພາກພື້ນ. ລະອຽດແມ່ນລາຍຮັບການຂາຍຍ່ອຍ, ນຳເຂົ້າ ແລະຜະລິດອຸດສາຫະກຳລ້ວນແຕ່ເພີ່ມຂຶ້ນໃນເດືອນມິຖຸນາ 2020. ຍອດຜະລິດຕະພັນພາຍໃນ (GDP) ຂອງຫວຽດນາມ ໃນໄຕມາດ II ປີ 2020 ຄາດຄະເນວ່າສືບຕໍ່ເຕີບໂຕ, ປະມານ 0,36% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019 ໃນຂະນະທີ່ GDP ຂອງຫຼາຍພື້ນຖານເສດຖະກິດອື່ນຖືກຫຼຸດລົງຢ່າງແຮງໃນໄຕມາດນີ້. ນອກຈາກນັ້ນ, ຫວຽດນາມ ຍັງມີທ່າໄດ້ປຽບກ່ຽວກັບການສົ່ງອອກໃນອະນາຄົດ, ກາຍເປັນສະຖານທີ່ດຶງດູດບັນດາບໍລິສັດນາໆຊາດ, ດຶງດູດການລົງທຶນຈາກຕ່າງປະເທດ (FDI).

ໃນຕອນເຊົ້າວັນທີ 9 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທ່ານ ຫງວຽນຊວັນຟຸກ ນາຍົກລັດຖະມົນຕີ ຫວຽດນາມ, ປະທານສະພາໃຫ້ຄຳປຶກສານະໂຍບາຍການເງິນ ເງິນຕາແຫ່ງຊາດໄດ້ເປັນປະທານກອງປະຊຸມຂອງສະພາ ເພື່ອແນໃສ່ຕີລາຄາບັນດາໜ້າທີ່ທີ່ໄດ້ຜັນຂະຫຍາຍ ແລະ ວາງອອກບັນດາໜ້າທີ່ໃນໄລຍະຈະມາເຖິງ.

ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີໄດ້ຍົກໃຫ້ເຫັນ ສະພາບການຕົວຈິງຂອງ ໂລກລະບາດ Covid -19 ທີ່ຍັງຜັນແປເກີດຂຶ້ນຢູ່ບັນດາປະເທດຄູ່ຮ່ວມມືໃຫຍ່ຂອງຫວຽດນາມ. ເຖິງຢ່າງໃດກໍ່ຕາມ, ຫວຽດນາມຄວບຄຸມໂລກລະບາດໄດ້ໄວແມ່ນຍ້ອມມີນະໂຍບາຍຮັບມືທີ່ເໝາະສົມ, ມີລັດຖະນະໂຍບາຍຢ່າງທັນການ, ເຮັດໃຫ້ ບໍ່ມີຜູ້ຕິດເຊື້ອ Covid – 19 ໃນຊຸມຊົມໃນຮອບເວລາ 3 ເດືອນທີ່ຜ່ານມາ. ການເຕີບໂຕເສດຖະກິດໃນ 6 ເດືອນຕົ້ນປີ ບັນລຸໄດ້ ພຽງແຕ່ 1,81%, ເຖິງວ່າຢູ່ໃນລະດັບຕ່ຳໃນ 10 ປີທີ່ຜ່ານມາ ກໍ່ຕາມ ແຕ່ກໍ່ແມ່ນລະດັບສູງຂອງພາກພື້ນ. ສິ່ງນີ້ສະແດງໃຫ້ເຫັນວ່າ ໄດ້ປະຕິບັດເປົ້າໝາຍຄວບຄູ່ຢ່າງມີປະສິດທິຜົນ, ທັງຄວບຄຸມໂລກລະບາດ, ທັງບໍ່ປະໃຫ້ພື້ນຖານເສດຖະກິດຢຸດສະງັກ, ພ້ອມທັງສືບຕໍ່ຮັບປະກັນຊີວິດສັງຄົມ.

ຫວຽດນາມ ໄດ ກາຍເປ ນຈ ດນ ດພ ບການລ ງທ ນທ ດ ດດ ມ ທ່ານ ຟ້າມບິ່ງມີງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ມີການພົບປະສອງຝ່າຍກັບທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີການຕ່າງປະເທດລາວ

ຍສໝ - ສອງຝ່າຍເຫັນດີເປັນເອກະພາບຊຸກຍູ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງສອງປະເທດໄດ້ສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍຄໍາຊີ້ນໍາເປີດດ່ານຊາຍແດນຄືນໃໝ່...

ຫວຽດນາມ ໄດ ກາຍເປ ນຈ ດນ ດພ ບການລ ງທ ນທ ດ ດດ ມ ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ສສ.ຫວຽດນາມ ໄດ້ມີການພົບປະເຈລະຈາ ກັບ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ສປປ.ລາວ

ຍສໝ - ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານນາຍົກລັດຖະມົນຕີ ສສ.ຫວຽດນາມ ຫງວຽນຊວນຟຸກ, ວັນທີ 5 ກໍລະກົດ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ສປປ.ລາວ ແລະ ຄະນະຜູ້ແທນຂັ້ນສູງຂອງລັດຖະບານລາວ ໄດ້ເດີນທາງຢ້ຽມຢາມເຮັດວຽກທີ່ຫວຽດນາມ ໃນລະຫວ່າງແຕ່ວັນທີ 5 - 6 ມິຖຸນານີ້.

ຫວຽດນາມ ໄດ ກາຍເປ ນຈ ດນ ດພ ບການລ ງທ ນທ ດ ດດ ມ ຫວຽດນາມ ໄດ້ນຳສົ່ງພົນລະເມືອງຈຳນວນ 350 ຄົນ ຈາກອົດສະຕາລີແລະນິວຊີແລນ ກັບປະເທດຢ່າງປອດໄພ

ຍສໝ - ວັນທີ 3 ກໍລະກົດ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ບັນດາອົງການຕາງໜ້າຫວຽດນາມຢູ່ອົດສະຕາລີ, ນິວຊີແລນ ແລະ ບໍລິສັດການບິນແຫ່ງຊາດຫວຽດນາມ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ອົດສະຕາລີ ເພື່ອ ນຳສົ່ງພົນລະເມືອງຈຳນວນ 350 ຄົນ ຈາກອົດສະຕາລີແລະນິວຊີແລນ ກັບປະເທດຢ່າງປອດໄພ.

ໄຊພອນ

ເຫດການ
302 Found

Found

The document has moved here.