ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ມີການໂອ້ລົມສົນທະນາທາງໂທລະສັບ ກັບທ່ານນາຍົກລັດຖະມົນຕີ ໂຮນລັງ Mark Rutte

17:24 | 01/12/2020

ຍສໝ - ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢືນຢັນວ່າ ຫວຽດນາມ ໄດ້ຖືໂຮນລັງ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືນຳໜ້າ ໃນການຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ການພັດທະນາກະສິກຳ ແບບຍືນຍົງ.

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ມ ການໂອ ລ ມສ ນທະນາທາງໂທລະສ ບ ກ ບທ ານນາຍ ກລ ດຖະມ ນຕ ໂຮນລ ງ mark rutte ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໂອ້ລົມກັບ ທ່ານນາຍົກລັດຖະມົນຕີກຳປູເຈຍ Hun Sen
ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ມ ການໂອ ລ ມສ ນທະນາທາງໂທລະສ ບ ກ ບທ ານນາຍ ກລ ດຖະມ ນຕ ໂຮນລ ງ mark rutte ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດ G20

ໃນຕອນບ່າຍວັນທີ 30 ພະຈິກ, ທ່ານ ຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການໂອ້ລົມສົນທະນາທາງໂທລະສັບ ກັບທ່ານນາຍົກລັດຖະມົນຕີໂຮນລັງ Mark Rutte.

ທີ່ການໂອ້ລົມສົນທະນາ, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ຕີລາຄາສູງ ແລະ ສະແດງຄວາມຂອບໃຈຕໍ່ ໂຮນລັງ ທີ່ໄດ້ໃຫ້ການການສະໜັບສະໜູນ 2 ລ້ານເອີໂຣ ໃຫ້ແກ່ບັນດາທ້ອງຖິ່ນຫວຽດນາມ ເພື່ອຮັບມືກັບໄພພິບັດນໍ້າຖ້ວມຢູ່ໃນເຂດພາກກາງຫວຽດນາມ.

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ມ ການໂອ ລ ມສ ນທະນາທາງໂທລະສ ບ ກ ບທ ານນາຍ ກລ ດຖະມ ນຕ ໂຮນລ ງ mark rutte
ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການໂອ້ລົມສົນທະນາທາງໂທລະສັບ ກັບທ່ານນາຍົກລັດຖະມົນຕີໂຮນລັງ Mark Rutte. (ພາບ: TTXVN)

ການນຳສອງທ່ານ ໄດ້ສະແດງຄວາມດີໃຈ ເມື່ອເຫັນວ່າການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດ ສືບຕໍ່ໄດ້ຮັບການພັດທະນາດີງ່າມໃນຊຸມປີທີ່ຜ່ານມາ, ເຖິງວ່າໄດ້ຮັບຜົນກະທົບຈາກພະຍາດ COVID-19 ແຕ່ມູນຄ່າການນຳເຂົ້າ - ສົ່ງອອກຂອງສອງປະເທດ ກໍ່ໄດ້ບັນລຸ 6,2 ຕື້ໂດລາ, ເພີ່ມຂຶ້ນເກືອບ 2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019.

ສອງຝ່າຍໄດ້ສະແດງຄວາມເຊື່ອໝັ້ນວ່າສັນຍາການຄ້າເສລີລະຫວ່າງ ສະຫະພາບເອີຣົບ - ຫວຽດນາມ (EVFTA) ທີ່ມີຜົນບັງຄັບໃຊ້ແຕ່ເດືອນສິງຫາປີ 2020 ຈະເປັນກຳລັງແຮງຊຸກຍູ້ ແລະ ແມ່ນໂອກາດທີ່ດີສຳລັບວິສາຫະກິດຫວຽດນາມ ແລະ ໂຮນລັງ ໃນການເປີດກວ້າງການຮ່ວມມື.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ຢືນຢັນວ່າ, ຫວຽດນາມຍາມໃດກໍ່ຖືສຳຄັນ ການພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານກັບປະເທດໂຮນລັງ, ຖືວ່າໂຮນລັງ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືນຳໜ້າຂອງຫວຽດນາມ ໃນຂົງເຂດການປ່ຽນແປງດິນຟ້າອາກາດ ແລະ ການພັດທະນາກະສິກຳ ແບບຍືນຍົງ.

ສ່ວນທ່ານນາຍົກລັດຖະມົນຕີ Mark Rutte ໄດ້ຕີລາຄາສູງບັນດາມາດຕະການ, ຄວາມມານະພະຍາຍາມຂອງຫວຽດນາມ, ຄວາມຕັດສິນໃຈຂອງລັດຖະບານຫວຽດນາມ ໃນການຄວບຄຸມ ແລະ ປ້ອງກັນການລະບາດຂອງພະຍາດ COVID-19. ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ຢືນຢັນວ່າ, ຫວຽດນາມພ້ອມແລ້ວ ທີ່ຈະປະສານສົມທົບກັບບັນດາປະເທດອື່ນໃນການປ້ອງກັນ, ຄວບຄຸມການລະບາດຂອງພະຍາດ COVID-19, ຮ່ວມກັນຊຸກຍູ້ການຟື້ນຟູພົວພັນການຄ້າ, ການທ່ອງທ່ຽວ ແລະ ການຟື້ນຕົວຂອງເສດຖະກິດ.

ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊົມເຊີຍ ແລະ ສະໜັບສະໜູນຂໍ້ສະເໜີຂອງໂຮນລັງ ໃນການເຂົ້າຮ່ວມສົນທິສັນຍາມິດຕະພາບ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ (TAC).

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ມ ການໂອ ລ ມສ ນທະນາທາງໂທລະສ ບ ກ ບທ ານນາຍ ກລ ດຖະມ ນຕ ໂຮນລ ງ mark rutte ທ່ານນາຍົກລັດຖະມົນຕີຫວຽດນາມ ສົ່ງສານດ້ານການທູດ ເຖິງເວທີປາໄສສັນຕິພາບປາຣີຄັ້ງທີ 3

ຍສໝ - ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ຮຽກຮ້ອງໃຫ້ບັນດາປະເທດ ຕ້ອງການຮັກສາບັນດາຄຳໝັ້ນສັນຍາ ແລະ ຄວາມມານະພະຍາຍາມຂອງຕົນ ເພື່ອປະຕິບັດວາລະລາຍການການປຶກສາຫາລື 2030 ແລະ ໃຫ້ຄຳໝັ້ນສັນຍາ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ເຮັດວຽກ ເພື່ອຊຸກຍູ້ການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ຂອງສະຫະປະຊາຊາດ.

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ມ ການໂອ ລ ມສ ນທະນາທາງໂທລະສ ບ ກ ບທ ານນາຍ ກລ ດຖະມ ນຕ ໂຮນລ ງ mark rutte ເພີ່ມທະວີການຮ່ວມມືດ້ານເສດຖະກິດລະຫວ່າງຫວຽດນາມ ແລະໂຮນລັງ

ຍ​ສ​ໝ - ທ່ານນາງ Sigrid Kaag ກ່າວວ່າໃນໄລ​ຍະນີ້ທັງສອງຝ່າຍຕ້ອງການມີຫຼາຍກິດຈະກຳ ເຕີມອີກເພື່ອຊຸກຍູ້ການຄ້າ ແລະຜ່ານຜ່າຜົນສະທ້ອນຈາກການລະບາດຂອງ Covid-19 ຕໍ່ເສດຖະກິດຂອງສອງປະເທດ.

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ມ ການໂອ ລ ມສ ນທະນາທາງໂທລະສ ບ ກ ບທ ານນາຍ ກລ ດຖະມ ນຕ ໂຮນລ ງ mark rutte ຫວຽດນາມ - ໂຮນລັງ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຮອບດ້ານ

ຕອນບ່າຍວັນທີ 9 ເມສາ, ທີ່ສຳນັກງານສູນກາງພັກ, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Mark Rutte ນາຍົກລັດຖະມົນຕີໂຮນລັງ ພວມມີການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.