ເພີ່ມທະວີການຮ່ວມມືດ້ານເສດຖະກິດລະຫວ່າງຫວຽດນາມ ແລະໂຮນລັງ

06:30 | 03/09/2020

ຍ​ສ​ໝ - ທ່ານນາງ Sigrid Kaag ກ່າວວ່າໃນໄລ​ຍະນີ້ທັງສອງຝ່າຍຕ້ອງການມີຫຼາຍກິດຈະກຳ ເຕີມອີກເພື່ອຊຸກຍູ້ການຄ້າ ແລະຜ່ານຜ່າຜົນສະທ້ອນຈາກການລະບາດຂອງ Covid-19 ຕໍ່ເສດຖະກິດຂອງສອງປະເທດ.

ເພ ມທະວ ການຮ ວມມ ດ ານເສດຖະກ ດລະຫວ າງຫວຽດນາມ ແລະໂຮນລ ງ ຄະນະກໍາມະທິການສາທາລະນະສຸກປະເທດໂຮນລັງ - ຫວຽດນາມ (MCNV): ເພື່ອຊ່ວຍໃຫ້ເດັກນ້ອຍຫລາຍຮ້ອຍຄົນຊົນເຜົ່າຈໍາໂລຍມີສຸຂະພາບແຂງແຮງ
ເພ ມທະວ ການຮ ວມມ ດ ານເສດຖະກ ດລະຫວ າງຫວຽດນາມ ແລະໂຮນລ ງ ຫວຽດນາມ - ໂຮນລັງ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຮອບດ້ານ
ເພ ມທະວ ການຮ ວມມ ດ ານເສດຖະກ ດລະຫວ າງຫວຽດນາມ ແລະໂຮນລ ງ
ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ເຈີ່ນຕວັກແອງ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາງ Sigrid Kaag ລັດຖະມົນຕີກະຊວງອຸດສາຫະກຳການຄ້າແລະການຮ່ວມມືພັດທະນາໂຮນລັງ (ພາບ: moit.gov.vn)

ຕອນບ່າຍວັນທີ 1 ກັນຍາ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມເຈີ່ນຕວັກແອງໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາງ Sigrid Kaag ລັດຖະມົນຕີກະຊວງອຸດສາຫະກຳການຄ້າແລະການຮ່ວມມືພັດທະນາໂຮນລັງເພື່ອແລກປ່ຽນ, ຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືສອງຝ່າຍ ລະຫວ່າງສອງພັກ. ທ່ານລັດຖະມົນຕີເຈີ່ນຕວັກແອງຢືນຢັນວ່າ, ໂຮນລັງແມ່ນຄູ່ຮ່ວມມືການຄ້າສຳຄັນຂອງຫວຽດນາມແລະສະເໜີວ່າໃນໄລຍະຈະມາເຖິງ, ສອງຝ່າຍຈະມີບັນດາບາດກ້າວຮ່ວມມືທີ່ແທດຈິງແລະມີປະສິດທິຜົນກວ່າອີກໃນບັນດາຂົງເຂດທີ່ມີຢູ່ແລ້ວ. ທ່ານລັດຖະມົນຕີ ເຈີ່ນຕວັກແອງ ສະເໜີ ໃຫ້ຝ່າຍໂຮນລັງຮ່ວມມືກັນຢ່າງແໜ້ນແຟ້ນກວ່າອີກໃນໄລຍະຈະມາເຖິງ,ເພີ່ມທະວີການເຄື່ອນໄຫວສົ່ງເສີມການຄ້າລະຫວ່າງສອງຝ່າຍເພື່ອປະຕິບັດສັນຍາການຄ້າເສລີຫວຽດນາມ - ອີຢູຢ່າງມີປະສິດທິຜົນ.

ທ່ານນາງ Sigrid Kaag ກ່າວວ່າໃນໄລ​ຍະນີ້ທັງສອງຝ່າຍຕ້ອງການມີຫຼາຍກິດຈະກຳເຕີມອີກເພື່ອຊຸກຍູ້ການຄ້າແລະຜ່ານຜ່າຜົນສະທ້ອນຈາກການລະບາດຂອງ Covid-19 ຕໍ່ເສດຖະກິດຂອງສອງປະເທດ. ທ່ານນາງ Sigrid Kaag ຢືນຢັນວ່າ: ກະຊວງການຕ່າງປະເທດແລະຮ່ວມມືພັດທະນາເສດຖະກິດຈະຊຸກຍູ້ຢ່າງຕັ້ງໜ້າ ໃຫ້ລັດຖະສະພາໂຮນລັງອະນຸມັດສັນຍາວ່າດ້ວຍການປົກປ້ອງການລົງທຶນລະຫວ່າງຫວຽດນາມແລະສະຫະພາບເອີຣົບ (EVIPA) ເຂົ້າໃນແຜນງານໂດຍ​ໄວ. ທີ່ກອງ​ປະ​ຊຸມ, ໂຮນລັງກໍ່ປາດຖະໜາ ຢາກສືບຕໍ່ຊຸກຍູ້ການຮ່ວມມືທີ່ມີຢູ່ກັບຫວຽດນາມໃນບັນດາຂົງເຂດເສດຖະກິດວົງ, ການຜະລິດເພື່ອຫຼຸດຜ່ອນການປ່ອຍອາຍພິດ, ໄປສູ່ການພັດທະນາແບບຍືນຍົງ, ນຳໃຊ້ພະລັງງານສະອາດ ແລະພະລັງງານຜະລິດຄືນໃໝ່.

ເພ ມທະວ ການຮ ວມມ ດ ານເສດຖະກ ດລະຫວ າງຫວຽດນາມ ແລະໂຮນລ ງ ຄະນະກໍາມະທິການສາທາລະນະສຸກປະເທດໂຮນລັງ - ຫວຽດນາມ (MCNV): ເພື່ອຊ່ວຍໃຫ້ເດັກນ້ອຍຫລາຍຮ້ອຍຄົນຊົນເຜົ່າຈໍາໂລຍມີສຸຂະພາບແຂງແຮງ

ຍສໝ-ຫ່າງຈາກນະຄອນຕີວຮວ່າຫລາຍກວ່າ 100 ກິໂລແມັດຕາມທິດຕາເວັນຕົກສ່ຽງເຫນືອ, ຕາແສງຝູເໝີຢູ່ເຂດພູດອຍ, ເມືອງດົ່ງຊວນ (ຟູອຽນ) ທີ່ແຍກອອກຈາກເຂດທົ່ງພຽງ. ທີ່ນີ້ມີ 100% ຂອງຈໍານວນປະຊາຊົນທັງໝົດແມ່ນຊົນເຜົ່າຈໍາໂລຍ. 25% ຂອງເດັກນ້ອຍຂາດສານອາຫານ.

ເພ ມທະວ ການຮ ວມມ ດ ານເສດຖະກ ດລະຫວ າງຫວຽດນາມ ແລະໂຮນລ ງ ຫວຽດນາມ - ໂຮນລັງ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຮອບດ້ານ

ຕອນບ່າຍວັນທີ 9 ເມສາ, ທີ່ສຳນັກງານສູນກາງພັກ, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Mark Rutte ນາຍົກລັດຖະມົນຕີໂຮນລັງ ພວມມີການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.

ເພ ມທະວ ການຮ ວມມ ດ ານເສດຖະກ ດລະຫວ າງຫວຽດນາມ ແລະໂຮນລ ງ ຫວຽດນາມແລະໂຮນລັງເຫັນດີຍົກການພົວພັນລະຫວ່າງສອງປະເທດຂຶ້ນເປັນຄູ່ຮ່ວມມືຮອບດ້ານ

ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີ ໂຮນລັງ Mark Rutte ນຳຫນ້າຄະນະຜູ້ແທນຂັ້ນສູງ ໂຮນລັງ ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.