| ການແລກປ່ຽນລະຫວ່າງປະຊາຊົນ ສືບຕໍ່ຖະນຸຖະໜອມສາຍພົວພັນ ຫວຽດນາມ - ຝຣັ່ງ | |
| ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - UAE ຕາມທິດທາງແທດຕົວຈິງ, ມີປະສິດທິຜົນ |
![]() |
| ທ່ານພົນໂທ ເລເຕີນເຕີຍ, ປະທານຄະນະກຳມາທິການ ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ຂອງສະພາແຫ່ງຊາດຫວຽດນາມ ແລະ ທ່ານ Jean-Michel Jacques, ປະທານຄະນະກຳມາທິການປ້ອງກັນຊາດ ແລະ ກໍາລັງປະກອບອາວຸດ ຂອງສະພາຕໍ່າຝຣັ່ງ ພ້ອມດ້ວຍຄະນະຜູ້ແທນສອງປະເທດ ພາຍຫຼັງການເຈລະຈາ ໃນວັນທີ 10 ກໍລະກົດ 2026 ທີ່ປາຣີ. ພາບໂດຍ: ຫືວຈ໊ຽນ/TTXVN |
ທ່ານ ເລເຕີນເຕີຍ, ປະທານຄະນະກຳມາທິການ ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ การຕ່າງປະເທດ ຂອງສະພາແຫ່ງຊາດຫວຽດນາມ ແລະ ທ່ານ Jean-Michel Jacques, ປະທານຄະນະກຳມາທິການປ້ອງກັນຊາດ ແລະ ກໍາລັງປະກອບອາວຸດ ຂອງສະພາຕໍ່າຝຣັ່ງ ໄດ້ເຫັນດີເປັນເອກະພາບກັນ ທີ່ຈະສືບຕໍ່ເພີ່ມທະວີການຮ່ວມມື ລະຫວ່າງ ສອງສະພາແຫ່ງຊາດ ແລະ ສອງຄະນະກຳມາທິການ, ຮັກສາການແລກປ່ຽນຄະນະຜູ້ແທນ, ແບ່ງປັນບົດຮຽນປະສົບການດ້ານນິຕິບັນຍັດ, ການຕິດຕາມກວດກາ ແລະ ຂະຫຍາຍການຮ່ວມມືໃນຫຼາຍຂົງເຂດຍຸດທະສາດ, ປະກອບສ່ວນເຮັດໃຫ້ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຝຣັ່ງ ເລິກເຊິ່ງຍິ່ງໆຂຶ້ນ.
ຕາມການລາຍງານຂອງນັກຂ່າວສຳນັກຂ່າວສານຫວຽດນາມ (TTXVN) ປະຈຳ ປະເທດຝຣັ່ງ ໃຫ້ຮູ້ວ່າ: ໃນການເຈລະຈາຕອນບ່າຍວັນທີ 10 ກໍລະກົດ ທີ່ປາຣີ, ທ່ານປະທານຄະນະກຳມາທິການ ເລ ຕ໊ນ ຕອ້ຍ ໄດ້ສະແດງຄວາມປິຕິຊົມຊື່ນ ທີ່ໄດ້ພົບພໍ້ກັບຄູ່ຮ່ວມຕຳແໜ່ງຝ່າຍຝຣັ່ງອີກຄັ້ງ ຫຼັງຈາກການຢ້ຽມຢາມ ແລະ ເຮັດວຽກ ທີ່ປະສົບຜົນສຳເລັດຢ່າງຈົບງາມ ຂອງຄະນະຜູ້ແທນຄະນະກຳມາທິການປ້ອງກັນຊາດ ແລະ ກຳລັງປະກອບອາວຸດ ສະພາຕ່ຳຝຣັ່ງ ຢູ່ ຫວຽດນາມ ເມື່ອໜຶ່ງເດືອນກວ່າຜ່ານມາ; ພ້ອມທັງເນັ້ນໜັກວ່າ ການທີ່ສອງຝ່າຍເພີ່ມທະວີການແລກປ່ຽນ ແລະ ເຮັດວຽກຮ່ວມກັນນັ້ນ ໄດ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນໃນການຊຸກຍູ້ການຮ່ວມມືຕົວຈິງ ລະຫວ່າງ ສອງຄະນະກຳມາທິການ ກໍ່ຄືລະຫວ່າງອົງການນິຕິບັນຍັດ ຂອງສອງປະເທດ.
ເມື່ອຕີລາຄາສາຍພົວພັນ ຫວຽດນາມ - ຝຣັ່ງ ພາຍຫຼັງທີ່ໄດ້ຮັບການຍົກລະດັບຂຶ້ນເປັນ ຄູ່ຮ່ວມມືຍຸດທະສາດຮອບດ້ານ ທີ່ຍັງຄົງສືບຕໍ່ຂະຫຍາຍຕົວໃນທາງບວກ, ທ່ານປະທານຄະນະກຳມາທິການ ເລ ຕ໊ນ ຕອ້ຍ ໄດ້ຢືນຢັນວ່າ ຝຣັ່ງ ແມ່ນຄູ່ຮ່ວມມືຍຸດທະສາດຮອບດ້ານທຳອິດ ຂອງຫວຽດນາມ ໃນສະຫະພາບເອີຣົບ (EU) ແລະ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ສຳຄັນອັນດັບຕົ້ນໆ ຂອງຫວຽດນາມ ຢູ່ເອີຣົບ.
ການຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ຍັງຄົງແມ່ນເສົາຄ້ຳທີ່ສຳຄັນ ຂອງສາຍພົວພັນສອງຝ່າຍ. ຄຽງຄູ່ກັນນັ້ນ, ທັງສອງຝ່າຍຍັງມີທ່າແຮງບົ່ມຊ້ອນອີກຫຼວງຫຼາຍ ໃນການຮ່ວມມືຂົງເຂດໂຄງລ່າງພື້ນຖານຍຸດທະສາດ, ວິທະຍາສາດ-ເຕັກໂນໂລຊີ, ອຸດສາຫະກຳປ້ອງກັນຊາດ, ພະລັງງານ, ກະສິກຳເຕັກໂນໂລຊີສູງ ແລະ ການສຶກສາ-ອົບຮົມ.
ບົນພື້ນຖານບັນດາເນື້ອໃນທີ່ໄດ້ແລກປ່ຽນກັນ ໃນການຢ້ຽມຢາມຫວຽດນາມ ຂອງຄະນະຜູ້ແທນສະພາຕ່ຳຝຣັ່ງ ໃນເດືອນມິຖຸນາຜ່ານມາ, ທ່ານປະທານຄະນະກຳມາທິການ ເລ ຕ໊ນ ຕອ້ຍ ໄດ້ສະເໜີໃຫ້ສອງຝ່າຍ ສຸມໃສ່ຊຸກຍູ້ການຮ່ວມມືໃນຂົງເຂດຄວາມປອດໄພທາງທະເລ, ພະລັງງານນິວເຄຼຍເພື່ອຈຸດປະສົງສັນຕິພາບ, ອະວະກາດ, ວິທະຍາສາດ-ເຕັກໂນໂລຊີ, ການຂຸດຄົ້ນພື້ນທະເລ, ກະສິກຳ, ການສຶກສາ ແລະ ການຮ່ວມມືທາງດ້ານເຕັກໂນໂລຊີ.
ເຫຼົ່ານີ້ ລ້ວນແຕ່ແມ່ນບັນດາຂົງເຂດທີ່ຝຣັ່ງມີທ່າແຮງ ແລະ ຫວຽດນາມມີຄວາມຕ້ອງການ; ທັງແມ່ນພື້ນຖານເພື່ອໃຫ້ສອງຝ່າຍເພີ່ມທະວີການແບ່ງປັນບົດຮຽນປະສົບການໃນການປັບປຸງບູລະນະຂອບກົດໝາຍ, ຊຸກຍູ້ການຮ່ວມມືຕົວຈິງ, ປະກອບສ່ວນເຂົ້າໃນການຫັນຂອບການຮ່ວມມືຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຝຣັ່ງ ໃຫ້ເປັນຮູບປະທຳ.
ເພື່ອຫັນບັນດາໝາກຜົນທີ່ບັນລຸໄດ້ໃຫ້ເປັນຮູບປະທຳ, ທາງຝ່າຍຫວຽດນາມ ໄດ້ສະເໜີໃຫ້ຮັກສາກົນໄກການແລກປ່ຽນຄະນະຜູ້ແທນ ແລະ ການພົບປະເປັນປະຈຳ ລະຫວ່າງ ສອງຄະນະກຳມາທິການ; ເພີ່ມທະວີການແບ່ງປັນບົດຮຽນປະສົບການດ້ານນິຕິບັນຍັດ, ການຕິດຕາມກວດກາໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ອຸດສາຫະກຳປ້ອງກັນຊາດ, ເຕັກໂນໂລຊີທີ່ນຳໃຊ້ໄດ້ສອງດ້ານ (Dual-use technology), ຄວາມປອດໄພທາງທະເລ, ຄວາມປອດໄພທາງໄຊເບີ (Cyber security), ການປົກປັກຮັກສາໂຄງລ່າງພື້ນຖານທີ່ສຳຄັນ, ການຄຸ້ມຄອງວິກິດການ ແລະ ການຮັບມືກັບບັນດາສິ່ງທ້າທາຍດ້ານຄວາມສະຫງົບແບບໃໝ່ (ທີ່ບໍ່ແມ່ນຮູບແບບເກົ່າ).
ຫວຽດນາມ ກໍ່ມີຄວາມມຸ່ງມາດປາດຖະໜາຢາກໃຫ້ ຝຣັ່ງ ສືບຕໍ່ແບ່ງປັນບົດຮຽນປະສົບການ, ສະໜັບສະໜູນການກໍ່ສ້າງບຸກຄະລາກອນ, ຖ່າຍທອດຄວາມຮູ້ ແລະ ເຊື່ອມຕໍ່ບັນດາວິສາຫະກິດ, ສະຖາບັນຄົ້ນຄວ້າ ເພື່ອຜັນຂະຫຍາຍບັນດາແຜນງານຮ່ວມມືໃນຂົງເຂດທີ່ມີທ່າແຮງ ເຊັ່ນ: ພະລັງງານນິວເຄຼຍເພື່ອຈຸດປະສົງສັນຕິພາບ, ການບິນ, ອະວະກາດ, ອຸດສາຫະກຳປ້ອງກັນຊາດ ແລະ ການຄົ້ນຄວ້າທາງທະເລ.
ເມື່ອຍົກເຖິງສາຍພົວພັນຮ່ວມມື ລະຫວ່າງ ຫວຽດນາມ ແລະ EU, ທ່ານປະທານຄະນະກຳມາທິການ ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ເລ ຕ໊ນ ຕອ້ຍ ໄດ້ສະເໜີໃຫ້ບັນດາສະມາຊິກສະພາຝຣັ່ງ ສືບຕໍ່ສະໜັບສະໜູນການຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ-EU (EVFTA) ຢ່າງມີປະສິດທິຜົນ, ຊຸກຍູ້ໃຫ້ສະພາແຫ່ງຊາດຝຣັ່ງ ຈົ່ງໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນ ຫວຽດນາມ-EU (EVIPA) ໂດຍໄວ, ພ້ອມທັງສະໜັບສະໜູນໃຫ້ຄະນະກຳມະການເອີຣົບ ຍົກເລີກ "ໃບເຫຼືອງ IUU" ຕໍ່ກັບອາຫານທະເລຫວຽດນາມ ໂດຍໄວ ບົນພື້ນຖານການຮັບຮູ້ນຳຄວາມພະຍາຍາມຂອງຫວຽດນາມ ແລະ ໝາກຜົນອັນຕັ້ງໜ້າຫຼາຍປະການທີ່ບັນລຸໄດ້ໃນໄລຍະຜ່ານມາ ໃນການປັບປຸງບູລະນະກົດໝາຍ ແລະ ການປ້ອງກັນ, ສະກັດກັ້ນການຂຸດຄົ້ນສັດນ້ຳທະເລແບບຜິດກົດໝາຍ, ບໍ່ມີການລາຍງານ ແລະ ບໍ່ເປັນໄປຕາມຂໍ້ກຳນົດ.
ທາງຝ່າຍ ທ່ານ Jean-Michel Jacques, ປະທານຄະນະກຳມາທິການປ້ອງກັນຊາດ ແລະ ກຳລັງປະກອບອາວຸດ ຂອງສະພາຕ່ຳຝຣັ່ງ ໄດ້ຕີລາຄາສູງຕໍ່ໝາກຜົນຂອງການຢ້ຽມຢາມຫວຽດນາມ ໃນເດືອນມິຖຸນາຜ່ານມາ ແລະ ໃຫ້ຮູ້ວ່າ ທັນທີທີ່ກັບຄືນຮອດຝຣັ່ງ, ເພິ່ນໄດ້ສົ່ງຈົດໝາຍເຖິງລັດຖະມົນຕີກະຊວງກະສິກຳ ເພື່ອສະເໜີໃຫ້ບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງຂອງຝຣັ່ງ ແລະ EU ເອົາໃຈໃສ່, ສະໜັບສະໜູນຂະບວນການພິຈາລະນາຍົກເລີກ "ໃບເຫຼືອງ IUU" ຕໍ່ກັບອາຫານທະເລຫວຽດນາມ.
![]() |
| ຄະນະຜູ້ແທນຄະນະກຳມາທິການ ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ຂອງສະພາແຫ່ງຊາດຫວຽດນາມ ເຂົ້າຢ້ຽມຊົມສຳນັກງານສະພາຕ່ຳຝຣັ່ງ ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກ ໃນວັນທີ 10 ກໍລະກົດ 2026 ທີ່ປາຣີ. ພາບໂດຍ: ຫືວຈ໊ຽນ/TTXVN |
ທ່ານຍັງໃຫ້ຮູ້ຕື່ມວ່າ ຈະປຶກສາຫາລືກັບເຈົ້າຄອງນະຄອນ ກັງ (Caen) ເພື່ອຊຸກຍູ້ແນວຄວາມຄິດໃນການສ້າງຕັ້ງສາຍພົວພັນແຮກສ່ຽວ ລະຫວ່າງ ນະຄອນ ດ້ຽນບຽນຟູ ແລະ ນະຄອນ ກັງ, ພ້ອມທັງເສີມຂະຫຍາຍປະສິດທິຜົນຂອງຂໍ້ຕົກລົງຮ່ວມມື ລະຫວ່າງ ຫໍພິພິທະພັນໄຊຊະນະດ້ຽນບຽນຟູ ແລະ ຫໍພິພິທະພັນແຫ່ງຄວາມຊົງຈຳກັງ.
ທ່ານ Jean-Michel Jacques ຍັງໃຫ້ຮູ້ອີກວ່າ ຄະນະກຳມາທິການປ້ອງກັນຊາດ ແລະ ກຳລັງປະກອບອາວຸດ ຂອງສະພາຕ່ຳຝຣັ່ງ ມີແຜນການຈະຈັດກອງປະຊຸມສຳມະນາທາງວິທະຍາສາດ ກ່ຽວກັບສິ່ງທ້າທາຍທາງທະເລ ແລະ ການເດີນເຮືອໃນປີໜ້າ, ໂດຍຈະສຸມໃສ່ບັນດາຫົວຂໍ້ທີ່ພວມໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍຈາກປະຊາຄົມສາກົນ ເຊັ່ນ: ເສດຖະກິດທະເລ, ໂລຈິສຕິກ (Logistics) ແລະ ໂຄງລ່າງພື້ນຖານສາຍກາບໃຕ້ທະເລ, ພ້ອມທັງໄດ້ຮຽນເຊີນ ຄະນະກຳມາທິການ ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ຂອງສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມ. ເມື່ອຕີລາຄານີ້ແມ່ນຂໍ້ລິເລີ່ມອັນມີຄວາມໝາຍ, ທ່ານປະທານຄະນະກຳມາທິການ ເລ ຕ໊ນ ຕອ້ຍ ໃຫ້ຮູ້ວ່າ ຈະລາຍງານຕໍ່ການນຳສະພາແຫ່ງຊາດຫວຽດນາມ ແລະ ຈະມີຄຳເຫັນຕອບຮັບທາງຝ່າຍຝຣັ່ງໃນຕໍ່ໜ້າ.
ບົນໝາກຜົນຕ່າງໆທີ່ບັນລຸໄດ້ ຜ່ານການຢ້ຽມຢາມສອງຝ່າຍແບບຜັດປ່ຽນກັນຂອງທັງສອງຝ່າຍ, ທ່ານປະທານຄະນະກຳມາທິການ ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ຂອງສະພາແຫ່ງຊາດຫວຽດນາມ ແລະ ທ່ານປະທານຄະນະກຳມາທິການປ້ອງກັນຊາດ ແລະ ກຳລັງປະກອບອາວຸດ ຂອງສະພາຕ່ຳຝຣັ່ງ ໄດ້ເຫັນດີເປັນເອກະພາບກັນ ທີ່ຈະສືບຕໍ່ປະສານງານ ຊຸກຍູ້ກົນໄກການຮ່ວມມືທີ່ມີປະສິດທິຜົນນີ້ ໃນຂອບເຂດຂົງເຂດຮັບຜິດຊອບ ຂອງສອງຄະນະກຳມາທິການ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສາຍພົວພັນຮ່ວມມືອັນແໜ້ນແຟ້ນ ລະຫວ່າງ ສອງອົງການນິຕິບັນຍັດເວົ້າສະເພາະ ແລະ ສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເວົ້າລວມ ລະຫວ່າງ ສອງປະເທດ.
| ເພີ່ມທະວີຄວາມແໜ້ນແຟ້ນ, ເສີມຂະຫຍາຍບົດບາດເປັນຂົວຕໍ່ຂອງສະມາຄົມຄົນຫວຽດນາມ ຢູ່ ຝຣັ່ງ ຍສໝ - ໃນຂອບເຂດບັນດາກິດຈະກຳສະເຫຼີມສະຫຼອງວັນຄ້າຍວັນເກີດຂອງ ປະທານ ໂຮ່ຈີມິນ ຄົບຮອບ 136 ປີ ແລະ ຄົບຮອບ 115 ປີ ແຫ່ງວັນທີ່ລຸງໂຮ່ ເດີນທາງໄປຮອດ ຝຣັ່ງ ເປັນຄັ້ງທຳອິດ, ໃນວັນທີ 14 ພຶດສະພາ, ຢູ່ທີ່ສຳນັກງານສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝຣັ່ງ, ທ່ານ ຈິ້ງດຶກຫາຍ ... |
| ປະກອບສ່ວນເຂົ້າໃນການປັບປຸງ ແລະ ຍົກລະດັບສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ, ລາວ, ແລະ ກຳປູເຈຍ. ຍສໝ - ກ່ອນການຢ້ຽມຢາມຢ່າງເປັນທາງການຂອງສະຫາຍ ເຈິ່ນເກີມຕູ໋, ກຳມະການກົມການເມືອງ, ຜູ້ປະຈຳຄະນະເລຂາທິການ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງຫວຽດນາມ, ທ່ານ ຫງວຽນແມັງເກື່ອງ, ກຳມະການສູນກາງພັກ, ຮອງເລຂາຜູ້ປະຈຳຄະນະພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ສຳພາດກ່ຽວກັບຄວາມໝາຍ, ຈຸດປະສົງ, ແລະ ຄວາມສຳຄັນຂອງການຢ້ຽມຢາມດັ່ງກ່າວ. |
ແທັງຮັ່ງ

