ການແລກປ່ຽນວັດທະນະທຳ ໂຮ້ຍອານ - ຍີ່ປຸ່ນ: ພະລັງຊີວິດອັນຍືນຍົງ ຂອງການແລກປ່ຽນລະຫວ່າງປະຊາຊົນ

19:41 | 31/05/2026

ຍສໝ - ພາຍຫຼັງການດຳເນີນໄປຢ່າງຟົດຟື້ນເປັນເວລາ 3 ວັນ, ໃນຄ່ຳຄືນວັນທີ 24 ພຶດສະພາ, ງານມະຫະກຳ “ການແລກປ່ຽນວັດທະນະທຳ ຮ້ຍອານ - ຍີ່ປຸ່ນ ຄັ້ງທີ 22, ດານັງ 2026” ໄດ້ອັດລົງຢ່າງເປັນທາງການ, ເຊິ່ງໄດ້ສ້າງຄວາມປະທັບໃຈອັນຈົບງາມ ໄວ້ໃນໃຈຂອງປະຊາຊົນ ແລະ ນັກທ່ອງທ່ຽວ ດ້ວຍບັນດາກິດຈະກຳແລກປ່ຽນວັດທະນະທຳ ແລະ ສິລະປະທີ່ເປັນເອກະລັກ ຂອງສອງປະເທດ.

ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ ແຂ່ງຝົນ​ເຂົ້າ​ຮ່ວມ​ງານ​ບຸນ ເກົ່າບົງ ຢູ່ ໂຮ້ຍອານ
ໂຮ້ຍອານ ຢືນອັນດັບທີ 1 ໃນທອັບ10 ສະຖານທີ່ທ່ອງທ່ຽວທີ່ເປັນມິດທີ່ສຸດຂອງຫວຽດນາມ 2024
ການແລກປ່ຽນວັດທະນະທຳ ໂຮ້ຍອານ - ຍີ່ປຸ່ນ: ພະລັງຊີວິດອັນຍືນຍົງ ຂອງການແລກປ່ຽນລະຫວ່າງປະຊາຊົນ

ງານມະຫະກຳແລກປ່ຽນວັດທະນະທຳ ຫວຽດນາມ - ຍີ່ປຸ່ນ ຢູ່ດານັງ ໄດ້ດຶງດູດນັກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ ຍ້ອນການສະແດງສິລະປະພື້ນເມືອງ, ຮ່ວມສະໄໝ ແລະ ກິດຈະກຳຊຸມຊົນທີ່ເປັນເອກະລັກ ເຊັ່ນ: ການຟ້ອນບອນ, ຟ້ອນກອງເຕີມ ແລະ ເຕັ້ນສາກ.ກ່າວຄຳເຫັນໃນພິທີປິດ, ທ່ານ ວັນບ໊າເຊີນ (ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ດານັງ) ຢືນຢັນວ່າ, ພາຍຫຼັງການຈັດຕັ້ງມາເປັນເວລາຫຼາຍກວ່າ 20 ປີ, ງານຄັ້ງນີ້ໄດ້ກາຍເປັນສັນຍາລັກອັນຈົບງາມ ແຫ່ງມິດຕະພາບລະຫວ່າງສອງປະເທດ. ນີ້ແມ່ນຫຼັກຖານສະແດງໃຫ້ເຫັນເຖິງພະລັງຊີວິດອັນຍືນຍົງ ຂອງການແລກປ່ຽນລະຫວ່າງປະຊາຊົນ ກໍ່ຄືຮາກຖານອັນໝັ້ນຄົງໃນສາຍພົວພັນ ຫວຽດນາມ - ຍີ່ປຸ່ນ.ໃນທ່າມກາງທີ່ ດານັງ ພວມຢືນຢັນທີ່ຕັ້ງເປັນສູນກາງວັດທະນະທຳ, ການທ່ອງທ່ຽວ ແລະ ການເຊື່ອມໂຍງສາກົນ, ງານມະຫະກຳໃນປີນີ້ ຍິ່ງມີຄວາມໝາຍອັນເລິກເຊິ່ງ, ປະກອບສ່ວນໂຄສະນາພາບພົດຂອງຕົວເມືອງທີ່ອຸດົມສົມບູນໄປດ້ວຍເອກະລັກ, ມີຄວາມສະໜິດສະໜົມ ແລະ ເປີດກວ້າງສູ່ເພື່ອນມິດສາກົນ. (ພາບ: ໂຮ້ຍອ່ານ)

ສື່​ມວນ​ຊົນ​ຍີ່ປຸ່ນ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຍີ່ປຸ່ນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ ສື່​ມວນ​ຊົນ​ຍີ່ປຸ່ນ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຍີ່ປຸ່ນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ

ຍສໝ - ວັນທີ 27 ແລະ 28 ພະຈິກ, ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ, ໃນນັ້ນໄດ້ເນັ້ນໜັກເຖິງເລື່ອງທ່ານປະທານປະເທດ ຫວໍວັນເຖືອງ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ເຫັນດີຍົກລະດັບການພົວພັນລະຫວ່າງ 2 ປະເທດຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເພື່ອສັນຕິພາບ ...

ໂຮ້ຍອານ ແລະ  ດ່າລາດ ມີຊື່ໃນເຄືອຂ່າຍນະຄອນປະດິດຄິດສ້າງຂອງ UNESCO ໂຮ້ຍອານ ແລະ ດ່າລາດ ມີຊື່ໃນເຄືອຂ່າຍນະຄອນປະດິດຄິດສ້າງຂອງ UNESCO

ຍສໝ - ຫຼັງ​ຈາກ​ຮ່າ​ໂນ້ຍ, ອີກ 2 ນະຄອນ​ຂອງ​ຫວຽດນາມ ​ໄດ້​ຮັບ​ການ​ຮັບຮອງ​ເປັນ ນະຄອນປະດິດຄິດສ້າງຂອງ UNESCO ຄື: ດ່າລາດ​ໃນ​ຂົງ​ເຂດ​ດົນຕີ ​ແລະ ໂຮ້ຍອານ ​ໃນ​ຂົງ​ເຂດ​ຫັດຖະກຳ ​ແລະ ສິລະ​ປະ​ພື້ນ​ເມືອງ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ