ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດ G20

18:04 | 23/11/2020

ຍສໝ -  ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ ຕ້ອງເພີ່ມທະວີການສົມທົບນະໂຍບາຍທົ່ວໂລກ, ສາມັກຄີກັນກະທຳ ແລະ ຍົກສູງການຮ່ວມມືຫຼາຍຝ່າຍ ເພື່ອຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ, ໃນນັ້ນຕີລາຄາສູງບັນດາໝາກຜົນສຳຄັນໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຂອງບັນດາປະເທດ G20, ເປັນຕົ້ນແມ່ນການຊຸກຍູ້ການສົມທົບນະໂຍບາຍມະຫາພາກໃນການຟື້ນຟູເສດຖະກິດ.

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ເຂ າຮ ວມກອງປະຊ ມສ ດຍອດ g20 ຢ າງຖ າຍທອດສ ດ ນາຍົກລັດຖະມົນຕີ ຫວຽດນາມ ຈະເຂົ້າຮ່ວມກອງປະຊຸມສຸດຍອດ G20
ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ເຂ າຮ ວມກອງປະຊ ມສ ດຍອດ g20 ຢ າງຖ າຍທອດສ ດ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ G20

ກອງປະຊຸມສຸດຍອດ G20 ໄດ້ດຳເນີນດ້ວຍຮູບການອອນລາຍໃນວັນທີ 21-22 ພະຈິກ 2020 ພາຍໃຕ້ຫົວຂໍ້ວ່າ"ຜ່ານຜ່າໂລກລະບາດ, ຟື້ນຟູການເຕີບໂຕ ແລະ ວຽກເຮັດງານທຳ”. ກອງປະຊຸມຄັ້ງນີ້ ເພື່ອແນໃສ່ສົມທົບນະໂຍບາຍທົ່ວໂລກ ຮັບມືກັບໂລກລະບາດ ໂຄວິດ - 19 ແລະ ຊຸກຍູ້ການຟື້ນຟູເສດຖະກິດແບບຍືນຍົງ, ສົມດຸນແລະ ກວມລວມ.

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ເຂ າຮ ວມກອງປະຊ ມສ ດຍອດ g20 ຢ າງຖ າຍທອດສ ດ
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດ G20 ຢ່າງຖ່າຍທອດສົດ. (ພາບ: TTXVN)

ທີ່ກອງປະຊຸມ, ບັນດາການນຳ ໄດ້ຢັ້ງຢືນຄືນຄຳໝັ້ນສັນຍາໃນກອງປະຊຸມສຸດຍອດ G20 ພິເສດກ່ຽວກັບພະຍາດ COVID-19 ໃນວັນທີ 26 ມີນາ 2020, ນຳໃຊ້ທຸກມາດຕະການ ແລະ ຊັບພະຍາກອນທີ່ຈຳເປັນເພື່ອປົກປ້ອງຊີວິດການເປັນຢູ່ຂອງປະຊາຊົນ, ຟື້ນຟູການເຕີບໂຕຂອງເສດຖະກິດ ແລະ ສ້າງວຽກເຮັດງານທຳ; ສະເໜີໃຫ້ບັນດາປະເທດ G20 ສ້າງຂໍ້ຕົກລົງຜະລິດ ວັກຊີນກັບບັນດາຄູ່ຮ່ວມມືໃນທົ່ວໂລກຜ່ານການຖ່າຍທອດເຕັກໂນໂລຢີພ້ອມກັບການປົກປ້ອງ ສິດຊັບສິນທາງປັນຍາ ຜ່ານນັ້ນຍູ້ໄວວິວັດແຫ່ງການຜະລິດ ແລະ ແຈກຢາຍວັກຊີນໃນວົງກ້ວາງ.

ເຂົ້າຮ່ວມການສົນທະນາທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເນັ້ນໜັກເຖິງຄວາມຈຳເປັນ ຕ້ອງເພີ່ມທະວີການປະສານງານດ້ານນະໂຍບາຍທົ່ວໂລກ, ເປັນສາມັກຄີໃນການກະທຳ ແລະ ຊຸກຍູ້ການຮ່ວມມືຫຼາຍຝ່າຍ ເພື່ອປ້ອງກັນ ແລະ ຕ້ານການລະບາດຂອງ COVID-19, ໃນນັ້ນຕີລາຄາສູງໃນການປ້ອງກັນການລະບາດ COVID-19 ຂອງບັນດາປະເທດ G20, ໂດຍສະເພາະ ແມ່ນການສົມທົບນະໂຍບາຍມະຫາພາກ ໃນການຟື້ນຟູເສດຖະກິດ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢືນຢັນວ່າ, ຫວຽດນາມໃນຖານະເປັນປະທານອາຊຽນ 2020, ພ້ອມກັບບັນດາປະເທດອາຊຽນ ແລະ ບັນດາປະເທດຄູ່ຮ່ວມມືໃນການຮັກສາຈິດໃຈ “ອາຊຽນສາມັກຄີ ແລະ ເປັນເຈົ້າການຮັບມື”, ປະຕິບັດບັນດາມາດຕະການຢ່າງເຂັ້ມແຂງ ເພື່ອຕອບໂຕ້ການລະບາດພະຍາດ COVID-19, ການຟື້ນຟູເສດຖະກິດ, ແລະ ຮັກສາທ່ວງທ່າຂອງການຮ່ວມມືກໍ່ສ້າງປະຊາຄົມອາຊຽນ 2025.

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ເຂ າຮ ວມກອງປະຊ ມສ ດຍອດ g20 ຢ າງຖ າຍທອດສ ດ
(ພາບ: TTXVN)

ເພື່ອເອົາຊະນະໂລກລະບາດ ແລະ ຟື້ນຕົວຢ່າງຍືນຍົງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນໜັກວ່າ ຕ້ອງປັບຕົວຢ່າງຕັ້ງໜ້າໃນໄລຍະ “ສະພາບການປົກກະຕິໃໝ່”, ປະຕິບັດຢ່າງຄົບຊຸດ ແລະ ກົມກຽວກັບການປະຕິບັດການຟື້ນຕົວເສດຖະກິດ ໃຫ້ສົມຄູ່ກັບການ​ປ້ອງ​ກັນ​​ລະ​ບາດພະຍາດ.

ໃນດ້ານເສດຖະກິດ, ທ່ານນາຍົກລັດຖະມົນຕີ ໄດ້ຢືນຢັນບົດບາດສຳຄັນ ໃນການອຳນວຍຄວາມສະດວກໃຫ້ແກ່ການຄ້າ ແລະ ການລົງທຶນຂ້າມຊາຍແດນ, ຮັກສາລະບົບຕ່ອງໂສ້ການສະໜອງ, ໂດຍສະເພາະ ແມ່ນສິນຄ້າທີ່ຈຳເປັນ, ອາຫານ, ອຸປະກອນການແພດ...; ສະໜັບສະໜູນການເຊື່ອມໂຍງ, ເຂົ້າຮ່ວມການຄ້າຫຼາຍຝ່າຍໂດຍອີງໃສ່ກົດລະບຽບ, ຄວາມເສລີ, ເປີດເຜີຍ, ຍຸດຕິທຳ, ໂປ່ງໃສ ແລະ ດ້ວຍອົງການການຄ້າໂລກ WTO ເປັນສູນກາງ.

ທ່ານນາຍົກລັດຖະມົນຕີ ກໍ່ສະເໜີໃຫ້ G20 ສືບຕໍ່ເສີມຂະຫຍາຍບົດບາດປະຈັນບານ ໃນການສ້າງກອບກົດໝາຍ, ຂໍ້ຕົກລົງ ແລະ ລະບຽບການຕ່າງໆໃນການຄຸ້ມຄອງເສດຖະກິດດີຈີຕອນ.

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ເຂ າຮ ວມກອງປະຊ ມສ ດຍອດ g20 ຢ າງຖ າຍທອດສ ດ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ G20

ຍສໝ - ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ G20 ດ້ວຍຮູບການຖ່າຍທອດສົດ ມີບັນດາລັດຖະມົນຕີຕ່າງປະເທດຂອງບັນດາປະເທດສະມາຊິກ G20 ແລະ ບາງປະເທດທີ່ເປັນແຂກເຊີນ, ພ້ອມດ້ວຍຜູ້ນຳຂອງບັນດາອົງການຈັດຕັ້ງສາກົນທີ່ສຳຄັນ.

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ເຂ າຮ ວມກອງປະຊ ມສ ດຍອດ g20 ຢ າງຖ າຍທອດສ ດ ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດ G20 ອອນໄລກ່ຽວກັບ COVID-19

ຍສໝ - ຈາກການປະຕິບັດຄວບຄຸມພະຍາດທີ່ດີຂອງ ຫວຽດນາມ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກໄດ້ແບ່ງປັນກັບບັນດາຜູ້ນຳ G20 ຫຼາຍມາດຕະການກ່ຽວກັບການຊຸກຍູ້ຮ່ວມມື ແລະ ການປະຕິບັດຮ່ວມກັນໃນການຮັບມືກັບ COVID-19.

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ເຂ າຮ ວມກອງປະຊ ມສ ດຍອດ g20 ຢ າງຖ າຍທອດສ ດ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟູກ ເລີ່ມຕົ້ນການເຂົ້າຮ່ວມກອງປະຊູມສຸດຍອດ G20

ຍສໝ - ກອງປະຊຸມສຸດຍອດ G20 ປີ 2019 ຢູ່ ຍີ່ປຸ່ນ ຈະຈັດຂື້ນໃນລະຫວ່າງວັນທີ 28 – 29 ມິຖຸນາ, ຢູ່ນະຄອນ Osaka. ນີ້ແມ່ນກອງປະຊຸມ G20 ຄັ້ງທີ 14, ເຊຶ່ງຈະດຳເນີນໃນສະພາບການເສດຖະກິດໂລກກຳລັງມີການເຕີບໂຕຊ້າ ດ້ວຍຄວາມສ່ຽງຢ່າງຫຼວງຫຼາຍຍ້ອນການແກ້ງແຍ້ງຍຸດທະສາດ ລະຫວ່າງ ບັນດາປະເທດໃຫຍ່ນັບມື້ນັບຮ້າຍແຮງຂຶ້ນ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.