ຫວຽດນາມ - ໂຮນລັງ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຮອບດ້ານ

09:43 | 11/04/2019

ຕອນບ່າຍວັນທີ 9 ເມສາ, ທີ່ສຳນັກງານສູນກາງພັກ, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Mark Rutte ນາຍົກລັດຖະມົນຕີໂຮນລັງ ພວມມີການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.

ຫວຽດນາມ - ໂຮນລັງ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຮອບດ້ານ

ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Mark Rutte ນາຍົກລັດຖະມົນຕີໂຮນລັງ. (ພາບ: ຈ້ອງຫາຍ)

ທ່ານ Mark Rutte ຕີລາຄາສູງບົດບາດຂອງຫວຽດນາມ ແລະຢັ້ງຢືນວ່າ ຫວຽດນາມແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຂອງໂຮນລັງ ຢູ່ພາກພື້ນ, ທ່ານ Mark Rutte ສະແດງຄວາມພາກພູມໃຈຕໍ່ບັນດາຄວາມຄືບໜ້າອັນດີງາມຂອງການພົວພັນສອງຝ່າຍໃນໄລຍະຜ່ານມາ, ພິເສດແມ່ນໃນຂົງເຂດການຄ້າ-ການລົງທຶນ ແລະໃນບັນດາຂົງເຂດຮ່ວມມືຍຸດທະສາດ, ຄື: ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະການຄຸ້ມຄອງແຫຼ່ງນ້ຳ, ກະສິກຳແບບຍືນຍົງ ແລະຄວາມໝັ້ນຄົງດ້ານສະບຽງອາຫານ.

ທີ່ການຕ້ອນຮັບ, ທ່ານ ຫງວຽນຝູຈ້ອງ ຊົມເຊີຍການຢ້ຽມຢາມຫວຽດນາມ ຄັ້ງທີ 2 ຂອງທ່ານ Mark Rutte, ພິເສດແມ່ນໃນສະພາວະການພົວພັນຮ່ວມມືລະຫວ່າງສອງປະເທດພວມດຳເນີນໄປຢ່າງມີປະສິດທິຜົນ. ທ່ານ ຫງວຽນຝູຈ້ອງ ຕີລາຄາສູງເລື່ອງປະເທດໂຮນລັງ ສືບຕໍ່ແມ່ນນັກລົງທຶນເອີລົບເບີ 1 ຢູ່ຫວຽດນາມ ແລະກາຍເປັນຄູ່ຮ່ວມມືການຄ້າເອີລົບໃຫຍ່ອັນດັບ 2, ແມ່ນຕະຫຼາດສົ່ງອອກໃຫຍ່ຂອງຫວຽດນາມ; ຊົມເຊີຍເລື່ອງສອງປະເທດເຫັນດີເປັນເອກະສັນສ້າງການພົວພັນຄູ່ຮ່ວມມືຮອບດ້ານເພື່ອແນໃສ່ຂຸດຄົ້ນຄວາມສາມາດບົ່ມຊ້ອນໃນການຮ່ວມມືໃຫ້ດີກວ່າ ແລະຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາຂອງສອງປະເທດ, ໂດຍສະເພາະແມ່ນບັນດາຂົງເຂດທີ່ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ຄື: ພະລັງງານຜະລິດຄືນໃໝ່, ກະສິກຳຄຸນນະພາບສູງ, ທ່າກຳປັ່ນ, ຕົວເມືອງສະຫຼາດ... ທ່ານ ຫງວຽນຝູຈ້ອງ ກໍ່ຕີລາຄາສູງການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງສອງປະເທດໃນບັນດາເວທີປາໄສຫຼາຍຝ່າຍໃນນັ້ນມີສະຫະປະຊາຊາດ, ອາຊຽນ, ASEM.

(ແຫຼ່ງ​ຂໍ້​ມູນ​: ສົມເພັດ/ກປ.ອອນໄລ)

ເຫດການ
302 Found

Found

The document has moved here.