ຊຸກຍູ້ການຮ່ວມມື ຫວຽດນາມ-ອີຢູ ກ່ຽວກັບວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ

11:13 | 27/05/2026

ຍສໝ - ຕັ້ງແຕ່ວັນທີ 26 ຫາ ວັນທີ 27 ພຶດສະພາ, ທ່ານນາງ ກຳມະການເອີຣົບ ຮັບຜິດຊອບວຽກງານວິສາຫະກິດເລີ່ມຕົ້ນໃໝ່, ການວິໄຈ ແລະ ນະວັດຕະກຳ Ekaterina Zaharieva ຈະມາຢ້ຽມຢາມ ຮ່າໂນ້ຍ ແນໃສ່ຊຸກຍູ້ການຮ່ວມມືລະຫວ່າງ ສະຫະພາບເອີຣົບ ແລະ ຫວຽດນາມ ໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ (STI).

ປັນຍາຊົນຫວຽດນາມ ຢູ່ ສິງກະໂປ ຮ່ວມແຮງຮ່ວມໃຈສ້າງສາການປ່ຽນແປງໃໝ່ ແລະ ນະວັດຕະກຳ
ການຈັດຕັ້ງປະຕິບັດມະຕິ 57-NQ/TW: ກະຊວງການຕ່າງປະເທດ ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ປະສານງານກັນເພື່ອສົ່ງເສີມການຫັນເປັນດິຈິຕອລຢ່າງຮອບດ້ານ
ຊຸກຍູ້ການຮ່ວມມື ຫວຽດນາມ-ອີຢູ ກ່ຽວກັບວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ

ທ່ານນາງ ກຳມະການເອີຣົບ ຮັບຜິດຊອບວຽກງານວິສາຫະກິດເລີ່ມຕົ້ນໃໝ່, ການວິໄຈ ແລະ ນະວັດຕະກຳ Ekaterina Zaharieva. (ແຫຼ່ງຂໍ້ມູນ: ສະຫະພາບເອີຣົບ ປະຈຳ ຫວຽດນາມ)

ກ່ອນການຢ້ຽມຢາມ, ທ່ານນາງ Zaharieva ໄດ້ຕີລາຄາ ຫວຽດນາມ ຄືເປັນຄູ່ຮ່ວມມືດ້ານນະວັດຕະກຳທີ່ຂະຫຍັນຂັນເຄື່ອນ ດ້ວຍຄວາມທະເຍີທະຍານໃນການພັດທະນາຢ່າງແຂງແຮງ ກ່ຽວກັບວິທະຍາສາດ ແລະ ເຕັກໂນໂລຊີ, ລະບົບນິເວດວິສາຫະກິດເລີ່ມຕົ້ນໃໝ່ທີ່ຟົດຟື້ນ ພ້ອມກັບແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.

ຕາມທ່ານນາງແລ້ວ, ອີຢູ ມີຄວາມມຸ່ງຫວັງຢາກເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດວິທະຍາສາດ, ເຕັກໂນໂລຊີ, ການວິໄຈ ແລະ ນະວັດຕະກຳ; ທັງສະໜັບສະໜູນບັນດານັກວິໄຈ, ວິສາຫະກິດເລີ່ມຕົ້ນໃໝ່ ແລະ ສ້າງໂອກາດການຮ່ວມມືເພີ່ມເຕີມໃຫ້ແກ່ປະຊາຄົມວິສາຫະກິດຂອງທັງສອງຝ່າຍ.

ໃນຂອບເຂດການຢ້ຽມຢາມ, ທ່ານນາງ ກຳມະການ Zaharieva ຈະແນະນຳໂຄງການ Horizon Europe, ເຊິ່ງແມ່ນໂຄງການອຸປະຖຳທີ່ສຳຄັນຂອງ ອີຢູ ທີ່ສະໜອງໃຫ້ແກ່ການວິໄຈ ແລະ ນະວັດຕະກຳ, ທັງຊຸກຍູ້ບັນດາໂອກາດການຮ່ວມມື ແລະ ການລົງທຶນໃໝ່ ລະຫວ່າງ ບັນດານັກວິໄຈ, ວິສາຫະກິດ ແລະ ອົງການຈັດຕັ້ງນະວັດຕະກຳ ຂອງ ເອີຣົບ ແລະ ຫວຽດນາມ.

ໃນຂອບເຂດການຢ້ຽມຢາມ, ທັງສອງຝ່າຍ ຄາດວ່າຈະລົງນາມໃນໜັງສືສະແດງເຈດຈຳນົງ ລະຫວ່າງ ຄະນະກຳມະການເອີຣົບ (ຕາງໜ້າໃຫ້ແກ່ ອີຢູ) ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ແນໃສ່ເພີ່ມທະວີການຮ່ວມມື ໃນຂົງເຂດວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ.

ໜັງສືສະແດງເຈດຈຳນົງ ຈະສ້າງຂອບເຂດເພື່ອຊຸກຍູ້ສະມັດຖະພາບການວິໄຈ, ເປີດກວ້າງການແລກປ່ຽນ ພາຍໃຕ້ຂອບເຂດໂຄງການ Horizon Europe ແລະ ບັນດາໂຄງການວິໄຈອື່ນໆ, ສະໜັບສະໜູນຄວາມຄ່ອງຕົວຂອງບັນດານັກວິໄຈ, ຍົກສູງສະມັດຖະພາບທາງດ້ານສະຖາບັນ, ກໍຄືສ້າງເງື່ອນໄຂໃຫ້ແກ່ບັນດາຂໍ້ລິເລີ່ມການບຳລຸງສ້າງ ແລະ ການວິໄຈຮ່ວມກັນ.

ທ່ານນາງ ກຳມະການ Zaharieva ກໍຈະມີບັນດາການຮ່ວມເຮັດວຽກ ກັບຄູ່ຮ່ວມມືຂັ້ນສູງຂອງ ຫວຽດນาม ເພື່ອແລກປ່ຽນກ່ຽວກັບບັນດາບຸລິມະສິດຍຸດທະສາດ ແລະ ການຜັນຂະຫຍາຍສາຍພົວພັນຄູ່ຮ່ວມມື ອີຢູ–ຫວຽດນາມ ໃນຂົງເຂດວິທະຍາສາດ ແລະ ນະວັດຕະກຳ.

ຕາມວິທີການເຂົ້າຫາຂອງ ທີມເອີຣົບ, ລວມມີ ອີຢູ ແລະ ບັນດາປະເທດສະມາຊິກ, ທ່ານນາງ Zaharieva ຄາດວ່າຈະພົບປະກັບຜູ້ຕາງໜ້າປະຊາຄົມວິສາຫະກິດເອີຣົບ, ວິສາຫະກິດຫວຽດນາມ ແລະ ລະບົບນિເວດວິສາຫະກິດເລີ່ມຕົ້ນໃໝ່ ເພື່ອແລກປ່ຽນກ່ຽວກັບບັນດາສິ່ງທ້າທາຍທາງດ້ານເຕັກໂນໂລຊີ, ໂອກາດການລົງທຶນ ແລະ ການເຕີບໂຕ ໂດຍອີງໃສ່ນະວັດຕະກຳ.

ອີຢູ ຢືນຢັນຄວາມພ້ອມທີ່ຈະເປີດກວ້າງການສະໜັບສະໜູນ ຕໍ່ກັບຂະບວນການຫັນເປັນສີຂຽວ ແລະ ຫັນເປັນດິຈິຕອນ ຂອງ ຫວຽດນາມ, ທັງຊຸກຍູ້ການຮ່ວມມືດ້ານການລົງທຶນ ໃນບັນດາຂົງເຂດເຕັກໂນໂລຊີທີ່ພົ້ນເດັ່ນຂຶ້ນໃໝ່ ເຊັ່ນ: ປັນຍາປະດິດ (AI), ເຄິ່ງຊັກນຳໄຟຟ້າ, 5G, ເຕັກໂນໂລຊີອະວະກາດ ແລະ ຄວາມປອດໄພທາງໄຊເບີ.

ຫວຽດນາມ - ສ.ເຊັກ​ໂກ ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ, ຄົ້ນ​ຄ້ວາ ​ແລະ ນະວັດຕະກຳ ຫວຽດນາມ - ສ.ເຊັກ​ໂກ ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ, ຄົ້ນ​ຄ້ວາ ​ແລະ ນະວັດຕະກຳ

ຍສໝ - ວັນທີ 6 ມິຖຸນາ, ຢູ່ນະຄອນຫຼວງ Prague (ສາທາລະນະລັດ ເຊັກໂກ) ໄດ້ດຳເນີນກອງປະຊຸມໂຕະມົນກ່ຽວກັບການຮ່ວມມືດ້ານການສຶກສາ - ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຢີ ແລະ ນະວັດຕະກຳລະຫວ່າງ ຫວຽດນາມ ແລະ ສ.ເຊັກໂກ, ເປັນຂີດໝາຍບາດກ້າວສຳຄັນຂອງການພົວພັນຄູ່ຮ່ວມມືໃນຂົງເຂດການສຶກສາ ແລະ ຄົ້ນຄວ້າ.

ສະຫະພັນຜູ້ແທນມິດຕະພາບຍີ່ປຸ່ນ - ຫວຽດນາມ ຊຸກຍູ້ການຮ່ວມມື, ສະໜິດຕິດພັນການພົວພັນ 2 ຝ່າຍ ສະຫະພັນຜູ້ແທນມິດຕະພາບຍີ່ປຸ່ນ - ຫວຽດນາມ ຊຸກຍູ້ການຮ່ວມມື, ສະໜິດຕິດພັນການພົວພັນ 2 ຝ່າຍ

ຍສໝ - ຕອນບ່າຍວັນທີ 22 ເມສາ, ຢູ່ນະຄອນຫຼວງ ໂຕກຽວ, ສະຖານທູດຫວຽດນາມ ປະຈໍາ ຍີ່ປຸ່ນ ໄດ້ຈັດຕັ້ງການພົບປະກັບຄະນະຜູ້ແທນສະຫະພັນຜູ້ແທນ​ມິດຕະພາບຍີ່ປຸ່ນ - ຫວຽດນາມ (ສະຫະພັນ) ໂດຍທ່ານປະທານ Obuchi Yuko ນຳໜ້າ, ພ້ອມກັບຄະນະການນຳ ແລະ ບັນດາສະມາຊິກຂອງສະຫະພັນ. ທີ່​ການ​ພົບ​ປະ, ທ່ານ​ນາງ Obuchi Yuko ...

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ