![]() |
| ທ່ານນາງຮອງລັດຖະມົນຕີກະຊວງການຕ່າງປະເທດ ເລທິທູຮັ່ງ. ພາບເອກະສານ: ອານດັງ (An Dang)/TTXVN |
ພາຍໃຕ້ບັນຍາກາດອັນເປີດກວ້າງ ແລະ ຈິງໃຈ, ທັງສອງຝ່າຍໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບສະພາບການຂອງແຕ່ລະປະເທດ ແລະ ຮ່ວມກັນທົບທວນຄືນຄວາມຄືບໜ້າ ແຫ່ງການຮ່ວມມືສອງຝ່າຍ. ຮອງລັດຖະມົນຕີທັງສອງທ່ານ ຕ່າງມີຄວາມປິຕິຊົມເຊີຍທີ່ຮັບຮູ້ວ່າ, ນັບຕັ້ງແຕ່ວາລະການປຶກສາຫາລືຄັ້ງກ່ອນ, ສອງຝ່າຍໄດ້ມີການປະສານງານຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ໃຫ້ຍາດໄດ້ໝາກຜົນອັນເປັນໜ້າຈັບໃຈຫຼາກຫຼາຍປະການ ຄື: ເພີ່ມທະວີການແລກປ່ຽນຄະນະຜູ້ແທນໃນທຸກຂັ້ນ, ທຸກຊ່ອງທາງ; ປະສານງານຢ່າງແໜ້ນແຟ້ນ ແລະ ຮ່ວມສະໜັບສະໜູນບັນດາຂໍ້ລິເລີ່ມ, ຜູ້ສະໝັກຮັບເລືອກຕັ້ງຂອງກັນແລະກັນ ຢູ່ຕາມເວທີປາໄສພາກພື້ນ ແລະ ສາກົນ; ສ້າງເງື່ອນໄຂອັນສະດວກໃຫ້ແກ່ບັນດາວິສາຫະກິດ ພາຍໃດການສຶກສາຊອກຮູ້ຕະຫຼາດ; ເຊັ່ນດຽວກັບການເສີມຂະຫຍາຍປະສິດທິຜົນ ຂອງບັນດາກົນໄກທີ່ມີຢູ່ ເພື່ອແນໃສ່ແກ້ໄຂບັນດາຂໍ້ຂັດຂ້ອງ ພາຍໃນສາຍພົວພັນ song phương ຢ່າງທັນການ.
ພົບປະແລກປ່ຽນກ່ຽວກັບທິດທາງການຂະຫຍາຍຕົວພັດທະນາ ພາຍໃນໄລຍະໃໝ່, ທ່ານນາງຮອງລັດຖະມົນຕີ ເລທິທູຮັ່ງ ໄດ້ໃຫ້ຂໍ້ມູນ ກ່ຽວກັບບັນດາເປົ້າໝາຍຍຸດທະສາດຂອງ ຫວຽດນາມ ທີ່ສູ້ຊົນໃຫ້ຮ່ວມຮອດປີ 2030 ກາຍເປັນປະເທດພວມພັດທະນາ ທີ່ມີອຸດສາຫະກຳທັນສະໄໝ, ມີລາຍຮັບປານກາງຂັ້ນສູງ ແລະ ມີວິໄສທັດຮອດປີ 2045 ກາຍເປັນປະເທດພັດທະນາ, ມີລາຍຮັບສູງ. ເພື່ອຍາດໃຫ້ໄດ້ບັນດາເປົ້າໝາຍທີ່ກ່າວມາຂ້າງເທິງ, ຈຸດສຸມຂອງ ຫວຽດນາມ ພາຍໃນໄລຍະປີ 2026-2030 ແມ່ນການຮັກສາທ່າແຮງການເຕີບໂຕສູງ ແລະ ຍືນຍົງ ໂດຍອີງໃສ່ພື້ນຖານຂໍ້ກຸນແຈຫຼັກ ຄື: ວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດິຈິຕອນ. ຢູ່ເທິງພື້ນຖານດັ່ງກ່າວ, ທ່ານນາງຮອງລັດຖະມົນຕີ ມຸ່ງມາດປາດຖະໜາຢາກໃຫ້ທັງສອງຝ່າຍ ສືບຕໍ່ນຳເອົາຂອບການຮ່ວມມື ຄູ່ຮ່ວມມືຍຸດທະສາດຂະແໜງການ ແລະ ຄູ່ຮ່ວມມືຮອບດ້ານ ຫວຽດນາມ - ໂໂຮນລັງ ກ້າວເຂົ້າສູ່ລວງເລິກ ແລະ ແທດຕົວຈິງ.
ທ່ານນາງຮອງລັດຖະມົນຕີ ໄດ້ມີຂໍ້ສະເໜີໃຫ້ສອງຝ່າຍຍູ້ແຮງການຮ່ວມມືດ້ານການຄ້າ - ການລົງທຶນ ພາຍໃຕ້ສະພາບການທີ່ ໂຮນລັງ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືຊັ້ນນຳຂອງ ຫວຽດນາມ ຢູ່ທີ່ເອີຣົບ. ຫວຽດນາມ ມຸ່ງຫວັງວ່າ ໂໂຮນລັງ ຈະສືບຕໍ່ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ພາຍໃນບັນດາຂົງເຂດກະສິກຳຍືນຍົງ, ການປັບໂຕເຂົ້າກັບການປ່ຽນແປງສະພາບພູມອາກາດ ແລະ ເສດຖະກິດໝູນວຽນ, ພ້ອມກັນນັ້ນກໍເປີດກວ້າງການຮ່ວມມື ພາຍໃນບັນດາຂົງເຂດບຸລິມະສິດຂອງ ຫວຽດນາມ ກ່ຽວກັບການຫັນເປັນດິຈິຕອນ, ການຫັນເປັນສີຂຽວ, ວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກຳ...
ທ່ານນາງຮອງລັດຖະມົນຕີ ເລທິທູຮັ່ງ ໄດ້ມີຂໍ້ສະເໜີໃຫ້ ໂໂຮນລັງ ແລະ ບັນດາປະເທດສະມາຊິກ EU ທີ່ເຫຼືອ ຮີບຮ້ອນໃຫ້ສັດຕະຍາບັນ ສົນທິສັນຍາປົກປ້ອງການລົງທຶນ ຫວຽດນາມ - EU (EVIPA), ພ້ອມທັງສະໜັບສະໜູນການທີ່ ຄະນະກຳມະການເອີຣົບ (EC) ຈະຮີບຮ້ອນຍົກເລີກບັດເຫຼືອງ IUU ຕໍ່ກັບອາຫານທະເລຂອງ ຫວຽດນາມ ໂດຍໄວ.
ຂຶ້ນກັບສ່ວນຂອງຕົນ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໂໂຮນລັງ ມາແຊລ ເດິ ວິງ (Marcel de Vink) ໄດ້ຕີລາຄາສູງຕໍ່ກັບບັນດາຜົນສຳເລັດ ແຫ່ງການຂະຫຍາຍຕົວທາງດ້ານເສດຖະກິດ - ສັງຄົມ ຂອງ ຫວຽດນາມ, ຢັ້ງຢືນວ່າ ໂໂຮນລັງ ຍາມໃດກໍໃຫ້ຄວາມສຳຄັນຕໍ່ສາຍພົວພັນຮ່ວມມືກັບ ຫວຽດນາມ, ເຊິ່ງເປັນຄູ່ຮ່ວມມືອັນສຳຄັນ ແລະ ໄວ້ເນື້ອເຊື່ອໃຈ ຢູ່ພາຍໃນພາກພື້ນ ອາຊີ - ປາຊີຟິກ, ພ້ອມທັງສະແດງຄວາມປະທັບໃຈ ຕໍ່ກັບບັນດາເປົ້າໝາຍການຂະຫຍາຍຕົວອັນສູງສົ່ງ ທີ່ ຫວຽດນາມ ໄດ້ວາງອອກ, ແລະ ຢັ້ງຢືນຄືນໃໝ່ວ່າ ໂໂຮນລັງ ມຸ່ງໝັ້ນທີ່ຈະກ້າວເດີນຮ່ວມທາງໄປພ້ອມກັບ ຫວຽດນາມ ພາຍໃນຂະບວນການຫັນບັນດາເປົ້າໝາຍການຂະຫຍາຍຕົວນັ້ນ ໃຫ້ປະກົດຜົນເປັນຈິງ.
ຢູ່ເທິງພື້ນຖານໝາກຜົນ ແຫ່ງການຮ່ວມມືອັນຈົບງາມໃນໄລຍະຜ່ານມາ, ທ່ານຮອງລັດຖະມົນຕີ ມາແຊລ ເດິ ວິງ ໄດ້ເຫັນດີເປັນເອກະພາບ ກັບບັນດາຂໍ້ສະເໜີ ຂອງທ່ານນາງຮອງລັດຖະມົນຕີ ເລທິທູຮັ່ງ ກ່ຽວກັບການເພີ່ມທະວີການແລກປ່ຽນ ແລະ ເຈລະຈາໃນທຸກຂັ້ນ, ປະສານງານຢ່າງແໜ້ນແຟ້ນຢູ່ຕາມເວທີປາໄສພຫຸພາຄີ. ທ່ານຮອງລັດຖະມົນຕີ ໃຫ້ຊາບວ່າ ໂໂຮນລັງ ມີຄວາມມຸ່ງຫວັງຢາກຈັດຕັ້ງບັນດາຄະນະວິສາຫະກິດຂະໜາດໃຫຍ່ ເດີນທາງມາຢ້ຽມຢາມ ຫວຽດນາມ ເພື່ອສຶກສາຊອກຮູ້ກາລະໂອກາດແຫ່ງການຮ່ວມມື ແລະ ການລົງທຶນ; ຈະສືບຕໍ່ກ້າວເດີນຮ່ວມທາງໄປພ້ອມກັບ ຫວຽດນາມ ພາຍໃນວິວັດທະນາການຫັນເປັນດິຈິຕອນ, ການຫັນເປັນສີຂຽວ ແລະ ການຂະຫຍາຍຕົວເສດຖະກິດໝູນວຽນ; ພ້ອມທັງສະແດງຄວາມຊົມເຊີຍ ຕໍ່ກັບການເປີດກວ້າງການຮ່ວມມືດ້ານວິທະຍາສາດເຕັກໂນໂລຊີ, ເເຕັກໂນໂລຊີຂັ້ນສູງ, ອຸດສາຫະກຳເຄິ່ງຕົວນຳ (ບານນຳ), ປັນຍາປະດິດ (AI), ການອົບຮົມສ້າງແຫຼ່ງບຸກຄະລາກອນທີ່ມີຄຸນນະພາບສູງ ແລະ ຜັນຂະຫຍາຍບັນດາແຜນງານການຄົ້ນຄວ້າຮ່ວມກັນ ລະຫວ່າງສອງຝ່າຍ.
ພາຍໃນຂົງເຂດຄວາມໝັ້ນຄົງ - ປ້ອງກັນຊາດ, ຕຸລາການ, ວັດທະນະທຳ - ການທ່ອງທ່ຽວ ແລະ ການແລກປ່ຽນລະຫວ່າງປະຊາຊົນ, ທັງສອງຝ່າຍໄດ້ເຫັນດີເປັນເອກະພາບກັນ ທີ່ຈະສືບຕໍ່ຊຸກຍູ້ບັນດາກິດຈະກຳການຮ່ວມມື ທີ່ມີປະສິດທິຜົນມາແລ້ວ, ຮ່ວມກັນພິຈາລະນາຂໍ້ຕົກລົງການຮ່ວມມືໃໝ່ບາງສະບັບ, ເປີດກວ້າງການຮ່ວມມືຍົກສູງຂີດຄວາມສາມາດ, ແບ່ງປັນບົດຮຽນປະສົບການ, ອົບຮົມວິຊາສະເພາະ; ຊຸກຍູ້ສົ່ງເສີມການແລກປ່ຽນທາງດ້ານວັດທະນະທຳ, ການທ່ອງທ່ຽວ, ການແລກປ່ຽນລະຫວ່າງປະຊາຊົນ, ການຮ່ວມມືລະຫວ່າງທ້ອງຖິ່ນ ແລະ ການສົ່ງເສີມວິສາຫະກິດ.
ກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ທັງສອງຝ່າຍໄດ້ຢັ້ງຢືນການສະໜັບສະໜູນລັດທິພຫຸພາຄີ ແລະ ການຄ້າເສລີ, ແກ້ໄຂບັນດາຂໍ້ພິພາດ, ຄວາມຂັດແຍ່ງ ດ້ວຍມາດຕະການສັນຕິພາບ ຢູ່ເທິງພື້ນຖານກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ; ພ້ອມກັນນັ້ນກໍຢັ້ງຢືນເຖິງຄວາມສຳຄັນ ຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ເສລີພາບໃນການເດີນເຮືອ ແລະ ການບິນ ໃຫ້ສອດຄ່ອງກັບກົດໝາຍສາກົນ, ໂດຍສະເພາະແມ່ນ ສົນທິສັນຍາສະຫະປະຊາຊາດວ່າດ້ວຍກົດໝາຍທະເລ (UNCLOS) ປີ 1982.
| ເຊື່ອມຕໍ່ວັດທະນະທຳ ຜ່ານສັບປະດາຮູບເງົາເດັກນ້ອຍ ຫວຽດນາມ - ຊູແອດ ຍສໝ - ໃນມື້ວັນທີ 1 ມິຖຸນາ 2026, ສະຖາບັນຮູບເງົາ ຫວຽດນາມ ໄດ້ຮ່ວມມືກັບ ສະຖານເອກອັກຄະລັດຖະທູດ ສະວີເດັນ ປະຈຳ ຫວຽດນາມ ຈັດຕັ້ງພິທີເປີດສາກ "ສັບປະດາຮູບເງົາເດັກນ້ອຍ ຫວຽດນາມ - ຊູແອດ" ຢູ່ທີ່ໂຮງຮູບເງົາ ຫງອກແຄ໋ງ (Ngoc Khanh) - ສັງກັດສະຖາບັນຮູບເງົາ ຫວຽດນາມ. |
| ຫວຽດນາມ ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການຂະຫຍາຍຕົວພັດທະນາຂອງ ອາຊຽນ ຍສໝ - ຖ້ຽວການເຄື່ອນໄຫວປະຕິບັດງານທາງລັດຖະການ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແມ່ນມີສ່ວນຊ່ວຍເພີ່ມທະວີຄວາມເຊື່ອໝັ້ນທາງດ້ານການເມືອງ ແລະ ຊຸກຍູ້ການຮ່ວມມືລະຫວ່າງບັນດາປະເທດສະມາຊິກ ອາຊຽນ. |
