ເຊີດຊູ ແລະ ເຜີຍແຜ່ຄຸນຄ່າດ້ານມະນຸດສະທຳ ຂອງແນວຄິດ ໂຮ່ຈີມິນ ຢູ່ ສ.ເກົາຫຼີ

12:24 | 19/05/2026

ຍສໝ - ການເຊີດຊູ ປະທານ ໂຮ່ຈີມິນ ຢູ່ ສ.ເກົາຫຼີ ບໍ່ພຽງແຕ່ມີຄວາມໝາຍຄວາມສຳຄັນ ຕໍ່ກັບປະຊາຄົມຊາວຫວຽດນາມ ທີ່ອາໄສຢູ່ຫ່າງໄກຈາກບ້ານເກີດເມືອງນອນເທົ່ານັ້ນ, ແຕ່ຍັງແມ່ນໂອກາດເພື່ອເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ຄວາມເຫັນອົກເຫັນໃຈ ແລະ ຄວາມຜູກພັນ ລະຫວ່າງ ປະຊາຊົນສອງປະເທດ ຫວຽດນາມ - ສ.ເກົາຫຼີ ບົນພື້ນຖານຄຸນຄ່າລວມ ກ່ຽວກັບສັນຕິພາບ, ການຮ່ວມມື ແລະ ການພັດທະນາ.

ຫວຽດນາມ - ສ.ເກົາຫຼີ ຊຸກຍູ້ການຮ່ວມມືດ້ານເຕັກໂນໂລຊີ, ພະລັງງານ ແລະ ເສດຖະກິດດີຈີຕອນ
ຮັດແໜ້ນຄວາມຜູກພັນທາງດ້ານວັດທະນະທຳ ຫວຽດນາມ – ສ.ເກົາຫຼີ ຈາກງານບຸນ "ພວກເຮົາແມ່ນນຳກັນ"
ເຊີດຊູ ແລະ ເຜີຍແຜ່ຄຸນຄ່າດ້ານມະນຸດສະທຳ ຂອງແນວຄິດ ໂຮ່ຈີມິນ ຢູ່ ສ.ເກົາຫຼີ

(ຮູບພາບ: ພະນັກງານສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ແລະ ຄະນະຜູ້ແທນ ຈຸດທູບອາໄລຫາ ປະທານ ໂຮ່ຈີມິນ. ແຫຼ່ງຂໍ້ມູນ: ສະຖານທູດຫວຽດນາມ ປະຈຳ ສ.ເກົາຫຼີ)

ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນຄ້າຍວັນເກີດຂອງ ປະທານ ໂຮ່ຈີມິນ ຄົບຮອບ 136 ປີ (19/5/1890 - 19/5/2026), ໃນວັນທີ 17 ພຶດສະພາ, ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ໄດ້ຈັດພິທີເຊີດຊູ ປະທານ ໂຮ່ຈີມິນ ຢ່າງສົມກຽດ ໂດຍມີການເຂົ້າຮ່ວມຂອງຄະນະພະນັກງານ, ລັດຖະກອນ ຂອງອົງການຕາງໜ້າຫວຽດນາມ ປະຈຳ ສ.ເກົາຫຼີ, ຕາງໜ້າບັນດາສະມາຄົມ ແລະ ປະຊາຄົມຊາວຫວຽດນາມ ທີ່ອາໄສຢູ່ ສ.ເກົາຫຼີ ພ້ອມດ້ວຍນັກວິຊາການ, ສິລະປິນ, ຄູ່ຮ່ວມງານ ແລະ ເພື່ອນມິດຊາວເກົາຫຼີ ທີ່ຮັກແພງຫວຽດນາມ ເປັນຈຳນວນຫຼວງຫຼາຍ.

ເຫດການໃນປີນີ້ ມີຄວາມໝາຍອັນເລິກເຊິ່ງທາງດ້ານການເມືອງ, ວັດທະນະທຳ ແລະ ການຕ່າງປະເທດ, ບໍ່ພຽງແຕ່ສະແດງໃຫ້ເຫັນເຖິງຄວາມເຄົາລົບຮັກອັນສູງສົ່ງ ຂອງປະຊາຄົມຊາວຫວຽດນາມ ຢູ່ ສ.ເກົາຫຼີ ທີ່ມີຕໍ່ ປະທານ ໂຮ່ຈີມິນ - ວິລະບູລຸດແຫ່ງການປົດປ່ອຍຊາດ, ເປັນຜູ້ມີຊື່ສຽງໂດ່ງດັງທາງດ້ານວັດທະນະທຳ ລະດັບໂລກເທົ່ານັ້ນ, ແຕ່ຍັງປະກອບສ່ວນໂຄສະນາຢ່າງກວ້າງຂວາງ ເຖິງສາທາລະນະຊົນ ສ.ເກົາຫຼີ ກ່ຽວກັບພາບພົດຂອງປະເທດຊາດ, ຄົນຫວຽດນາມ ແລະ ຄຸນຄ່າດ້ານມະນຸດສະທຳ ອັນຈົບງາມຂອງຫວຽດນາມ.

ໃນກາງບັນຍາກາດອັນສະຫງ່າຜ່າເຜີຍ ແລະ ເຕັມໄປດ້ວຍຄວາມຕື້ນຕັນໃຈ, ບັນດາຜູ້ແທນໄດ້ຮ່ວມກັນທົບທວນຄືນ ກ່ຽວກັບຊີວິດ, ພາລະກິດປະຕິວັດອັນສະຫງ່າລາສີ ແລະ ການອຸທິດຕົນອັນໃຫຍ່ຫຼວງ ຂອງປະທານ ໂຮ່ຈີມິນ ຕໍ່ກັບພາລະກິດຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ ແລະ ການສ້າງຮາກຖານໃຫ້ແກ່ສາຍພົວພັນມິດຕະພາບ, ສັນຕິພາບ ລະຫວ່າງ ບັນດາປະຊາຊາດໃນໂລກ.

ເຊີດຊູ ແລະ ເຜີຍແຜ່ຄຸນຄ່າດ້ານມະນຸດສະທຳ ຂອງແນວຄິດ ໂຮ່ຈີມິນ ຢູ່ ສ.ເກົາຫຼີ

ຮູບພາບ: ທ່ານ ຫວູ ໂຮ່, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ກ່າວປາໄສໃນພິທີເຊີດຊູ ປະທານ ໂຮ່ຈີມິນ. ແຫຼ່ງຂໍ້ມູນ: ສະຖານທູດຫວຽດນາມ ປະຈຳ ສ.ເກົາຫຼີ)

ກ່າວປາໄສໃນພິທີ, ທ່ານ ຫວູ ໂຮ່, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ໄດ້ເນັ້ນໜັກວ່າ: ການເຊີດຊູ ປະທານ ໂຮ່ຈີມິນ ຢູ່ ສ.ເກົາຫຼີ ບໍ່ພຽງແຕ່ມີຄວາມໝາຍຄວາມສຳຄັນ ຕໍ່ກັບປະຊາຄົມຊາວຫວຽດນາມ ທີ່ອາໄສຢູ່ຫ່າງໄກຈາກບ້ານເກີດເມືອງນອນເທົ່ານັ້ນ, ແຕ່ຍັງແມ່ນໂອກາດເພື່ອເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ຄວາມເຫັນອົກເຫັນໃຈ ແລະ ຄວາມຜູກພັນ ລະຫວ່າງ ປະຊາຊົນສອງປະເທດ ຫວຽດນາມ - ສ.ເກົາຫຼີ ບົນພື້ນຖານຄຸນຄ່າລວມ ກ່ຽວກັບສັນຕິພາບ, ການຮ່ວມມື ແລະ ການພັດທະນາ.

ຈຸດເດັ່ນທີ່ພົ້ນເດັ່ນ ຂອງລາຍການແມ່ນງານວາງສະແດງຮູບແຕ້ມ, ຮູບພາບ ແລະ ເອກະສານກ່ຽວກັບ ປະທານ ໂຮ່ຈີມິນ, ເຊິ່ງໄດ້ສ່ອງແສງໃຫ້ເຫັນຢ່າງມີຊີວິດຊີວາ ກ່ຽວກັບບັນດາບາດກ້າວປະຫວັດສາດ ທີ່ສຳຄັນໃນຊີວິດ ແລະ ພາລະກິດປະຕິວັດ ຂອງເພິ່ນ, ພ້ອມທັງແນະນຳໃຫ້ແຂກທີ່ເຂົ້າຮ່ວມ ໄດ້ຮັບຮູ້ກ່ຽວກັບເລື່ອງລາວອັນລຽບງ່າຍ ແຕ່ເຕັມໄປດ້ວຍແຮງບັນດານໃຈ ກ່ຽວກັບຄຸນສົມບັດ, ຮູບແບບການດຳລົງຊີວິດ ແລະ ແນວຄິດມະນຸດສະທຳ ຂອງປະທານໂຮ່ຈີມິນ. ງານວາງສະແດງດັ່ງກ່າວ ໄດ້ດຶງດູດຄວາມສົນໃຈເປັນພິເສດ ຈາກເພື່ອນມິດຊາວເກົາຫຼີ ເປັນຈຳນວນຫຼວງຫຼາຍ, ຄະນະຜູ້ແທນຫຼາຍທ່ານ ໄດ້ສະແດງຄວາມຕື້ນຕັນໃຈ ແລະ ມີຄວາມປະທັບໃຈຢ່າງເລິກເຊິ່ງ ຕໍ່ກັບພາບພົດຂອງຜູ້ນຳ ທີ່ລຽບງ່າຍ, ໃກ້ຊິດສະໜິດສະໜົມ ແຕ່ມີວິໄສທັດອັນຍິ່ງໃຫຍ່ ຂອງຍຸກສະໄໝ.

ທ່ານ Kwon Sung Taek - ປະທານສະມາຄົມແລກປ່ຽນວັດທະນະທຳ ແລະ ເສດຖະກິດ ຫວຽດນາມ - ສ.ເກົາຫຼີ (KOVECA) ໄດ້ແບ່ງປັນຄວາມຮູ້ສຶກ ເມື່ອເຂົ້າຮ່ວມເຫດການທີ່ມີຄວາມໝາຍນີ້ ໂດຍສະແດງຄວາມເຄົາລົບນັບຖືຢ່າງເລິກເຊິ່ງ ຕໍ່ກັບປະທານ ໂຮ່ຈີມິນ. ຕາມທ່ານແລ້ວ, ແນວຄິດກ່ຽວກັບສັນຕິພາບ, ເອກະລາດແຫ່ງຊາດ, ນ້ຳໃຈມະນຸດສະທຳ ແລະ ຄວາມມຸ່ງຫວັງໃນການພັດທະນາ ຂອງປະທານ ໂຮ່ຈີມິນ ບໍ່ພຽງແຕ່ມີຄວາມໝາຍຕໍ່ກັບ ຫວຽດນາມ ເທົ່ານັ້ນ, ແຕ່ຍັງມີຄຸນຄ່າອັນເປັນສາກົນ ຕໍ່ກັບປະຊາຄົມລະຫວ່າງປະເທດ ນຳອີກດ້ວຍ.

ເຊີດຊູ ແລະ ເຜີຍແຜ່ຄຸນຄ່າດ້ານມະນຸດສະທຳ ຂອງແນວຄິດ ໂຮ່ຈີມິນ ຢູ່ ສ.ເກົາຫຼີ

(ຮູບພາບ: ພະນັກງານສະຖານເອກອັກຄະລັດຖະທູດ ແລະ ຄະນະຜູ້ແທນ ທີ່ເຂົ້າຮ່ວມເຫດການ ຖ່າຍຮູບຮ່ວມກັນເປັນທີ່ລະນຶກ. ແຫຼ່ງຂໍ້ມູນ: ສະຖານທູດຫວຽດນາມ ປະຈຳ ສ.ເກົາຫຼີ)

ທ່ານ Kwon Sung Taek, ປະທານສະມາຄົມ KOVECA ໄດ້ເນັ້ນໜັກວ່າ: ຜ່ານບັນດາກິດຈະກຳ ທີ່ຈັດຂຶ້ນໂດຍສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ນັ້ນ, ນັບມື້ນັບມີປະຊາຊົນຊາວເກົາຫຼີ ເຂົ້າໃຈຢ່າງເລິກເຊິ່ງຕື່ມອີກ ກ່ຽວກັບປະທານ ໂຮ່ຈີມິນ ກໍ່ຄືປະຫວັດສາດ, ວັດທະນະທຳ ແລະ ຄົນຫວຽດນາມ, ຈາກນັ້ນ ກໍ່ປະກອບສ່ວນຊຸກຍູ້ການແລກປ່ຽນລະຫວ່າງປະຊາຊົນ ແລະ ເພີ່ມທະວີສາຍພົວພັນມິດຕະພາບ ລະຫວ່າງ ສອງປະເທດ ຫວຽດນາມ - ສ.ເກົາຫຼີ.

ສຳລັບ ສາດສະດາຈານ Park Yeon Kwan, ຫົວໜ້າພາກວິຊາພາສາຫວຽດນາມ, ມະຫາວິທະຍາໄລພາສາຕ່າງປະເທດ ເກົາຫຼີ ແລ້ວ, ການໄດ້ເຂົ້າຮ່ວມເຫດການຄັ້ງນີ້ ຖືເປັນກຽດຢ່າງຍິ່ງສຳລັບເພິ່ນ. ເພິ່ນໄດ້ແບ່ງປັນດ້ວຍຄວາມຕື້ນຕັນໃຈວ່າ: ໃນນາມເປັນຜູ້ທີ່ໄດ້ອຸທິດໝົດສະຕິປັນຍາ ແລະ ຊີວິດການງານ ເຂົ້າໃນການຄົ້ນຄວ້າ ແລະ ສິດສອນກ່ຽວກັບປະເທດ ຫວຽດນາມ, ເພິ່ນມີຄວາມເຄົາລົບນັບຖືຢ່າງເລິກເຊິ່ງ ຕໍ່ກັບວິໄສທັດອັນກວ້າງໄກ ແລະ ສະຫຼາດສ່ອງໃສ ຂອງປະທານ ໂຮ່ຈີມິນ - ຜູ້ທີ່ບໍ່ພຽງແຕ່ນຳພາປະຊາຊົນຫວຽດນາມ ຍາດເອົາເອກະລາດ, ອິດສະຫຼະພາບ ກັບຄືນມາເທົ່ານັ້ນ, ແຕ່ຍັງແມ່ນນັກປາດຜູ້ຍິ່ງໃຫຍ່ ທີ່ມີການຕັດສິນໃຈອັນຖືກຕ້ອງ ເຊິ່ງມີລະດັບຄຸນຄ່າແຫ່ງຍຸກສະໄໝ.

ສາດສະດາຈານ Park Yeon Kwan ໃຫ້ຮູ້ຕື່ມວ່າ, ຢູ່ພາກວິຊາພາສາຫວຽດນາມ, ມະຫາວິທະຍາໄລພາສາຕ່າງປະເທດ ເກົາຫຼີ ໃນທຸກໆຄັ້ງທີ່ສິດສອນໃຫ້ແກ່ນັກສຶກສາຊາວເກົາຫຼີ, ບັນດາຄູອາຈານ ບໍ່ພຽງແຕ່ຖ່າຍທອດດ້ານພາສາເທົ່ານັ້ນ, ແຕ່ຍັງໄດ້ແບ່ງປັນກັບພວກເຂົາ ກ່ຽວກັບຊີວິດການດຳລົງຊີວິດ ອັນລຽບງ່າຍ ແຕ່ມີຄວາມຍິ່ງໃຫຍ່ອັນມະຫາສານ ຂອງປະທານໂຮ່ຈີມິນ ນຳອີກ.

“ປະທານ ໂຮ່ຈີມິນ ບໍ່ພຽງແຕ່ແມ່ນຜູ້ນຳຜູ້ຍິ່ງໃຫຍ່ ຂອງຊາດຫວຽດນາມ ເທົ່ານັ້ນ, ແຕ່ຍັງແມ່ນສັນຍະລັກ ແຫ່ງຄວາມມຸ່ງຫວັງໃນເອກະລາດ, ສັນຕິພາບ ແລະ ນ້ຳໃຈມະນຸດສະທຳ. ພາບພົດຂອງປະທານ ໂຮ່ຈີມິນ ທີ່ລຽບງ່າຍ, ໃກ້ຊິດສະໜິດສະໜົມ ແຕ່ເຕັມໄປດ້ວຍສະຕິປັນຍາ ແລະ ຄວາມກ້າຫານ ໄດ້ສ້າງຄວາມສົນໃຈເປັນພິເສດ ໃຫ້ແກ່ນັກສຶກສາ ແລະ ນັກວິຊາການຊາວເກົາຫຼີ ຫຼາຍຮຸ່ນຄົນ ທີ່ຄົ້ນຄວ້າກ່ຽວກັບ ຫວຽດນາມ” - ສາດສະດາຈານ Park Yeon Kwan ກ່າວ.

ເຊີດຊູ ແລະ ເຜີຍແຜ່ຄຸນຄ່າດ້ານມະນຸດສະທຳ ຂອງແນວຄິດ ໂຮ່ຈີມິນ ຢູ່ ສ.ເກົາຫຼີ

ພວກຫຼານເຍົາວະຊົນ ສະແດງສິລະປະວັນນະຄະດີ ໃນເຫດການດັ່ງກ່າວ. (ແຫຼ່ງຂໍ້ມູນ: ສະຖານທູດຫວຽດນາມ ປະຈຳ ສ.ເກົາຫຼີ)

ສາດສະດາຈານ Park Yeon Kwan ໄດ້ຕີລາຄາສູງ ຕໍ່ກັບບົດບາດຂອງສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ໃນການຕັ້ງໜ້າຊຸກຍູ້ ບັນດາກິດຈະກຳແລກປ່ຽນທາງດ້ານວິຊາການ, ວັດທະນະທຳ ແລະ ງານວາງສະແດງສະເພາະກິດ ກ່ຽວກັບປະທານ ໂຮ່ຈີມິນ, ໂດຍຜ່ານນັ້ນ ໄດ້ຊ່ວຍໃຫ້ນັກສຶກສາ ແລະ ສາທາລະນະຊົນຊາວເກົາຫຼີ ມີມຸມມອງອັນເລິກເຊິ່ງຕື່ມອີກ ກ່ຽວກັບປະຫວັດສາດ, ວັດທະນະທຳ ແລະ ເສັ້ນທາງການພັດທະນາ ຂອງຫວຽດນາມ.

ໃນຂອບເຂດຂອງລາຍການ, ຄະນະຜູ້ແທນໄດ້ຮ່ວມກັນ ຈຸດທູບອາໄລຫາ ປະທານ ໂຮ່ຈີມິນ, ຮັບຊົມຮູບເງົາສາລະຄະດີ ກ່ຽວກັບຊີວິດ ແລະ ພາລະກິດຂອງເພິ່ນ, ພ້ອມທັງຮັບຊົມການສະແດງສິລະປະ ທີ່ຍ້ອງຍໍສັນລະເສີນ ປະທານໂຮ່ຈີມິນ, ຍ້ອງຍໍບ້ານເກີດເມືອງນອນ, ປະເທດຊາດ ແລະ ສາຍພົວພັນມິດຕະພາບ ຫວຽດນາມ - ສ.ເກົາຫຼີ.

ພິທີເຊີດຊູ ໄດ້ຈັດຂຶ້ນຢ່າງສົມກຽດ, ເຕັມໄປດ້ວຍຄວາມຮູ້ສຶກອັນອົບອຸ່ນ ແລະ ດຶງດູດຄວາມສົນໃຈໃນທາງບວກ ຈາກຫາງສຽງສັງຄົມ, ເຊິ່ງເປັນການສືບຕໍ່ຢືນຢັນເຖິງບົດບາດ ເປັນເຈົ້າການ, ຫົວຄິດປະດິດສ້າງ ຂອງສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ໃນວຽກງານການຕ່າງປະເທດດ້ານວັດທະນະທຳ, ການໂຄສະນາພາບພົດຂອງຫວຽດນາມ ແລະ ການເຜີຍແຜ່ຄຸນຄ່າອັນເປັນອຳມະຕະ ຂອງແນວຄິດ ໂຮ່ຈີມິນ ໄປສູ່ເພື່ອນມິດສາກົນ.

ທ່ານນາຍົກລັດຖະມົນຕີ ເລມິນຮຶງ ພົບປະສົນທະນາກັບປະທານາທິບໍດີ ສ.ເກົາຫຼີ ທ່ານນາຍົກລັດຖະມົນຕີ ເລມິນຮຶງ ພົບປະສົນທະນາກັບປະທານາທິບໍດີ ສ.ເກົາຫຼີ

ວັນທີ 23 ເມສາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ດຳເນີນການພົບປະສົນທະນາກັບທ່ານ Lee Jae Myung, ປະທານາທິບໍດີ ສ.ເກົາຫຼີ, ເນື່ອງໃນໂອກາດມາຢ້ຽມຢາມທາງລັດຖະກິດ ຫວຽດນາມ ແຕ່ວັນທີ 21 – 24 ເມສາ.

ຫວຽດນາມ (VietNam) - ສ.ເກົາຫຼີ (Korea) ມຸ່ງໄປສູ່ເປົ້າໝາຍມູນຄ່າການຄ້າສອງຝ່າຍ 150 ຕື້ USD ຫວຽດນາມ (VietNam) - ສ.ເກົາຫຼີ (Korea) ມຸ່ງໄປສູ່ເປົ້າໝາຍມູນຄ່າການຄ້າສອງຝ່າຍ 150 ຕື້ USD

ຍສໝ - ຕອນບ່າຍວັນທີ 22 ເມສາ, ທັນທີຫຼັງຈາກພິທີຕ້ອນຮັບລະດັບລັດຢູ່ທີ່ທຳນຽບປະທານປະເທດ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ (ToLam) ໄດ້ເຂົ້າຮ່ວມການພົບປະເຈລະຈາກັບ ທ່ານປະທານາທິບໍດີ ສ.ເກົາຫຼີ Lee Jae Myung ທີ່ພວມຢູ່ໃນລະຫວ່າງການຢ້ຽມຢາມລັດຖະກິດຢູ່ ຫວຽດນາມ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ