ທ່ານນາຍົກລັດຖະມົນຕີຫວຽດນາມ ສົ່ງສານດ້ານການທູດ ເຖິງເວທີປາໄສສັນຕິພາບປາຣີຄັ້ງທີ 3

14:36 | 14/11/2020

ຍສໝ - ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ຮຽກຮ້ອງໃຫ້ບັນດາປະເທດ ຕ້ອງການຮັກສາບັນດາຄຳໝັ້ນສັນຍາ ແລະ ຄວາມມານະພະຍາຍາມຂອງຕົນ ເພື່ອປະຕິບັດວາລະລາຍການການປຶກສາຫາລື 2030 ແລະ ໃຫ້ຄຳໝັ້ນສັນຍາ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ເຮັດວຽກ ເພື່ອຊຸກຍູ້ການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ຂອງສະຫະປະຊາຊາດ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ລັດເຊຍ ປະຈຳ ຫວຽດນາມ Konstantin Vnukov
ທ່ານນາຍົກລັດຖະມົນຕີຫວຽດນາມ ເປັນປະທານກອງປະຊຸມທົ່ວປະເທດ ກ່ຽວກັບການຜັນຂະຫຍາຍສັນຍາ EVFTA

ແຕ່ວັນທີ 11-13 ພະຈິກ 2020, ເວທີປາໄສສັນຕິພາບປາຣີຄັ້ງທີ 3 (PPF3) ທີ່ມີຫົວຂໍ້ວ່າ "ປະເຊີນ​​ໜ້າກັບ COVID-19: ກ້າວເຂົ້າສູ່ໂລກທີ່ດີກວ່າ" ໄດ້ຈັດຂຶ້ນທີ່ປະເທດຝຣັ່ງ, ໂດຍຈຸດປະສົງແມ່ນ ເພື່ອປຶກສາຫາລືກ່ຽວກັບການຕອບໂຕ້ຢ່າງຫຼາຍທິດ ເພື່ອເອົາຊະນະສິ່ງທ້າທາຍທີ່ເກີດຂື້ນໂດຍການລະບາດຂອງພະຍາດ COVID-19 ແລະ ເພື່ອໝູນໃຊ້ຈົນສຸດຄວາມສາມາດ ໃນການສ້າງໂລກທີ່ຍືນຍົງ.

ໃນຂອບເຂດເວທີປາໄສ, ໃນຕອນບ່າຍວັນທີ 12 ພະຈິກ (ຕາມເວລາພາສາຝະລັ່ງ), ກອງປະຊຸມຂັ້ນສູງຢ່າງເປັນທາງການ ໂດຍຮູບແບບຖ່າຍທອດສົດ ໄດ້ຈັດຂຶ້ນດ້ວຍການເຂົ້າຮ່ວມຂອງຫົວໜ້າລັດຖະບານ, ປະທານສະຫະປະຊາຊາດ ຂອງບັນດາການນຳປະເທດ ຈຳນວນ 50 ທ່ານ, ບັນດາຜູ້ອຳນວຍການຂອງອົງການຈັດຕັ້ງສາກົນ ແລະ ຜູ້ນຳທະນາຄານ, ປະທານສະມາຄົມ, ອົງກອນ, ບໍລິສັດ, ຜູ້ຊ່ຽວຊານ ແລະ ອົງການທີ່ບໍ່ຂຶ້ນກັບລັດຖະບານ ຈຳນວນຫລາຍພັນຄົນ.

ທ່ານນາຍົກລັດຖະມົນຕີຫວຽດນາມ ສົ່ງສານດ້ານການທູດ ເຖິງເວທີປາໄສສັນຕິພາບປາຣີຄັ້ງທີ 3
ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ສົ່ງສານດ້ານການທູດ ເຖິງເວທີປາໄສສັນຕິພາບປາຣີຄັ້ງທີ 3. (ພາບ: TTXVN)

ທີ່ກອງປະຊຸມ, ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ສົ່ງສານດ້ານການທູດ ດ້ວຍຮູບແບບວິດີໂອ ເຖິງເວທີປາໄສ, ໂດຍເນັ້ນໜັກວ່າ: “ດ້ວຍຄວາມມານະພະຍາຍາມ ຂອງທັງລະບົບການເມືອງ, ຄວາມເຫັນດີເຫັນພ້ອມຂອງປະຊາຊົນ ແລະ ການຮ່ວມມືຢ່າງຕັ້ງໜ້າກັບຫຼາຍປະເທດ, ມາຮອດປະຈຸບັນ, ຫວຽດນາມ ໄດ້ຄວບຄຸມໂດຍພື້ນຖານ ການແຜ່ລະບາດຂອງະຍາດ COVID-19, ຮັບປະກັນຄວາມປອດໄພທາງສັງຄົມ, ຟື້ນຟູການເຕີບໂຕຂອງເສດຖະກິດ”.

ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໃຫ້ຮູ້ວ່າ ໂລກລະບາດ COVID-19 ໄດ້ສ້າງວິກິດການທົ່ວໂລກ ກ່ຽວກັບດ້ານການແພດ, ເສດຖະກິດ ແລະ ສັງຄົມ, ແມ່ນສິ່ງທ້າທາຍທົ່ວໄປ ທີ່ມະນຸດຕ້ອງຮ່ວມກັນແກ້ໄຂ ໂດຍຜ່ານຄວາມສາມັກຄີສາກົນ, ການຮ່ວມມືຫຼາຍຝ່າຍ ພ້ອມທັງການປະສານງານໃນລະດັບຊາດ, ພາກພື້ນ ແລະ ທົ່ວໂລກ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຮຽກຮ້ອງວ່າ: “ຜົນປະໂຫຍດຂອງປະຊາຊົນຄວນເປັນໃຈກາງຂອງທຸກໆນະໂຍບາຍ ແລະ ການກະທຳ. ສິ່ງທີ່ບຸລິມະສິດທຳອິດແມ່ນປົກປ້ອງສຸຂະພາບ ແລະ ຊີວິດ ແລະ ຮັບປະກັນໃຫ້ປະຊາຊົນໃນທຸກປະເທດ ແລະ ເຂດຜືນແຜ່ນດິນ ໄດ້ສາມາດສໍາຜັດເຂົ້າເຖິງຢາວັກຊິນປ້ອງກັນ ແລະ ຕ້ານ COVID-19 ທີ່ມີລາຄາບໍ່ແພງ.

ສິ້ນສຸດສານດ້ານການທູດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະແດງຄວາມເຊື່ອໝັ້ນວ່າ “ດ້ວຍຄວາມຕັດສິນໃຈ ແລະ ຄວາມມານະພະຍາຍາມຢ່າງແຮງ, ພວກເຮົາຈະຜ່ານຜ່າຄວາມຫຍຸ້ງຍາກຢ່າງແນ່ນອນ, ພ້ອມກັນສ້າງໂລກແຫ່ງສັນຕິພາບ, ການຮ່ວມມື ແລະ ຄວາມຈະເລີນຮຸ່ງເຮືອງເພື່ອ ອະນາຄົດທີ່ດີກວ່າ.”

ກອງປະຊຸມສຸດຍອດຜູ້ນຳແມ່ຍິງ ອາຊຽນ

ຍ​ສ​ໝ - ໃນກອງປະຊຸມຄັ້ງນີ້, ບັນດາຜູ້ນຳອາຊຽນ ໄດ້ຕີລາຄາສູງຕໍ່ບົດບາດຂອງແມ່ຍິງ ທີ່ໄດ້ປະກອບສ່ວນອັນສຳຄັນ ເຂົ້າໃນຂະບວນການພັດທະນາ ກໍຄື ການຟື້ນຟູເສດຖະກິດ-ສັງຄົມ ຢູ່ພາກພື້ນອາຊຽນ ກໍຄື ໃນໂລກ ທ່າມກາງການລະບາດຂອງພະຍາດໂຄວິດ-19, ໂດຍສະເພາະ ການຮັບມືກັບພະຍາດໂຄວິດ-19, ຊຶ່ງແມ່ຍິງ ໄດ້ມີສ່ວນຮ່ວມ ເຂົ້າໃນຂະບວນການລວມຂອງອາຊຽນ.

ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ: ຫວຽດນາມ ເຄົາລົບຄວາມສາມັກຄີ ແລະການໜູນຊ່ວຍອັນລໍ້າຄ່າຈາກບັນດາປະເທດສະມາຊິກອາຊຽນ

ຍສໝ - ໃນຕອນເຊົ້າວັນທີ 12 ພະຈິກ, ກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ຮ່າໂນ້ຍ ຜ່ານລະບົບທາງໄກດ້ວຍການເຂົ້າຮ່ວມຂອງການນຳບັນດາປະເທດສະມາຊິກອາຊຽນ.

ສາກົນໄດ້ຕີລາຄາສູງ ບົດບາດເປັນປະທານອາຊຽນ 2020 ຂອງຫວຽດນາມ

ອາ​ຊຽນ ໄດ້​ຮັບ​ການ​ກຳ​ເນີດແຕ່​ປີ 1967 ແລະ ປາດຖະ​ໜາ ​ຢາກ​ສ້າງ​ສະ​ຫະ​ສະ​ມາ​ຄົມ ​​ທີ່​ເຕົ້າ​ໂຮມ​ບັນ​ດາ​ປະ​ເທດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ທັງ​ໝົດ ​ເພື່ອ​ມຸ່ງ​ໄປ​ເຖິງ​ພາກ​ພື້ນ ​ສັນ​ຕິ​ພາບ-ເສ​ລີ-ວັດ​ທະ​ນາ​ຖາ​ວອນ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.