| ພົບປະແລກປ່ຽນເພີ່ມທະວີຄວາມສາມັກຄີ ນາຍທະຫານໜຸ່ມ ສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ | |
| ກໍ່ສ້າງເສັ້ນຊາຍແດນຫວຽດນາມ-ລາວ ສັນຕິພາບ, ມິດຕະພາບ, ຮ່ວມມື ພ້ອມກັນພັດທະນາ |
ກອງປະຊຸມເຈລະຈາໄດ້ດຳເນີນໄປໃນບັນຍາກາດທີ່ຈິງໃຈ, ມີຄວາມຮັບຜິດຊອບສູງ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບ, ກາຍເປັນເວທີປາໄສທີ່ນຳມາຊຶ່ງຄຸນຄ່າທາງດ້ານວິຊາສະເພາະອັນແທ້ຈິງ ໃຫ້ແກ່ຊາວໜຸ່ມກອງທັບຂອງສອງປະເທດ.
ບັນດານາຍທະຫານໜຸ່ມຂອງສອງປະເທດ ໄດ້ສຸມໃສ່ປຶກສາຫາລືກ່ຽວກັບບັນດາມາດຕະການບຳລຸງສ້າງດ້ານຄຸນທາດການເມືອງ ແລະ ແນວຄິດ, ວຽກງານຂົນຂວາຍປະຊາຊົນຢູ່ຮາກຖານ ແລະ ຍຸດທະສາດການພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ຕໍ່ໜ້າບັນດາສິ່ງທ້າທາຍດ້ານຄວາມສະຫງົບແບບໃໝ່ (ທີ່ບໍ່ແມ່ນຮູບແບບເກົ່າ).
![]() |
ທ່ານພັນໂທ ຮົ່ງທອງ ສີຊານົນ, ຫົວໜ້າພະແນກຊາວໜຸ່ມ ກອງທັບປະຊາຊົນລາວ ແລະ ທ່ານຮ້ອຍເອກ ເລ ຫາວ, ຮອງຫົວໜ້າຄະນະຊາວໜຸ່ມກອງທັບ (ທັງສອງສັງກັດ ກົມໃຫຍ່ການເມືອງ ກອງທັບປະຊາຊົນ ຫວຽດນາມ), ໄດ້ຮ່ວມກັນເປັນປະທານຮ່ວມໃນກອງປະຊຸມເຈລະຈາຄັ້ງນີ້.
ບັນດາຜູ້ແທນນາຍທະຫານໜຸ່ມຂອງສອງຝ່າຍ ຍັງໄດ້ຮ່ວມກັນແບ່ງປັນບັນດາຮູບແບບທີ່ດີ ແລະ ວິທີການເຮັດທີ່ປະດິດສ້າງ ມີລັກສະນະແຜ່ຂະຫຍາຍກວ້າງຂວາງ; ພ້ອມທັງສະເໜີບັນດາມາດຕະການເພີ່ມທະວີການສຶກສາອົບຮົມມູນເຊື້ອ, ປ່ຽນແປງໃໝ່ວິທີການໂຄສະນາເຜີຍແຜ່ ແລະ ປຸກລະດົມຄວາມມຸ່ງມາດປາດຖະໜາໃນການອຸທິດຕົນ ແລະ ສ້າງສັນ.
ໃນການກ່າວປາໄສທີ່ກອງປະຊຸມ, ທ່ານຮ້ອຍເອກ ເລ ຫາວ ເນັ້ນໜັກວ່າ, ການຮ່ວມມືລະຫວ່າງ ກະຊວງປ້ອງກັນປະເທດ, ກົມໃຫຍ່ການເມືອງ ຂອງກອງທັບສອງປະເທດ ໃນໄລຍະຜ່ານມາ ຍາມໃດກໍ່ເກາະຕິດຢ່າງແໜ້ນແຟ້ນ ແລະ ປະກອບສ່ວນອັນສຳຄັນເຂົ້າໃນການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ຂອງສາຍພົວພັນລະຫວ່າງສອງປະເທດ ແລະ ສອງກອງທັບ.
ກ່ຽວກັບການເຄື່ອນໄຫວວຽກງານຊາວໜຸ່ມ, ໃນຊຸມປີຜ່ານມາ, ສອງຝ່າຍໄດ້ມີການຈັດຕັ້ງການແລກປ່ຽນນາຍທະຫານໜຸ່ມທີ່ມີປະສິດທິຜົນຕົວຈິງ ຄຽງຄູ່ກັບການຝຶກອົບຮົມ ແລກປ່ຽນບົດຮຽນປະສົບການທາງດ້ານວິຊາສະເພາະຢ່າງມີໝາກຜົນສູງ.
![]() |
| (ຮູບພາບ: ບັນດາຜູ້ແທນນາຍທະຫານໜຸ່ມສອງປະເທດ ເຂົ້າຮ່ວມກອງປະຊຸມເຈລະຈາ) |
ທ່ານຫົວໜ້າຄະນະນາຍທະຫານໜຸ່ມຫວຽດນາມ ໄດ້ສະເໜີວ່າ, ໃນຕໍ່ໜ້ານີ້, ສອງຝ່າຍຈົ່ງສືບຕໍ່ປະສານງານກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍວຽກງານໂຄສະນາ ແລະ ສຶກສາອົບຮົມກ່ຽວກັບປະຫວັດສາດ, ຄວາມໝາຍ, ຄວາມສຳຄັນ ຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງປະເທດ ຢ່າງມີປະສິດທິຜົນ.
ທັງສອງຝ່າຍ ຈຳເປັນຕ້ອງເພີ່ມທະວີການແລກປ່ຽນນາຍທະຫານໜຸ່ມ ລະຫວ່າງ ບັນດາອົງການຈັດຕັ້ງ, ກົມກອງ ຜ່ານການເຄື່ອນໄຫວແລກປ່ຽນຄະນະຜູ້ແທນ, ການສ້າງສາຍພົວພັນແຮກສ່ຽວທະຫານ-ປະຊາຊົນ, ກອງປະຊຸມປະຈຳປີ ລະຫວ່າງ ບັນດາກົມກອງ ຂຶ້ນກັບ ກອງພົນທະຫານເຂດ, ເຫຼົ່າທັບ ແລະ ກຳລັງປ້ອງກັນຊາຍແດນຂອງສອງປະເທດ...
ສືບຕໍ່ຮ່ວມກັນຈັດຕັ້ງບັນດາຊຸດຝຶກອົບຮົມກ່ຽວກັບວຽກງານວິຊາສະເພາະຊາວໜຸ່ມ; ເພີ່ມທະວີການປະສານງານ, ແບ່ງປັນບົດຮຽນປະສົບການໃນວຽກງານກໍ່ສ້າງ, ປັບປຸງຮາກຖານການເມືອງຢູ່ທ້ອງຖິ່ນ, ໂດຍສະເພາະແມ່ນຢູ່ບັນດາກຸ່ມບ້ານ, ເຂດລຽບຕາມຊາຍແດນ.
![]() |
ໃນຂອບເຂດການແລກປ່ຽນ, ຄະນະຜູ້ແທນນາຍທະຫານໜຸ່ມ ກອງທັບປະຊາຊົນ ຫວຽດນາມ ໄດ້ເຂົ້າຮ່ວມຫຼາຍກິດຈະກຳທີ່ມີຄວາມໝາຍຢູ່ ສປປ ລາວ.
ຜ່ານນັ້ນ ໄດ້ສ້າງຕັ້ງ ແລະ ເສີມຂະຫຍາຍບົດບາດຂອງອົງການຈັດຕັ້ງຊາວໜຸ່ມ ໃນວຽກງານໂຄສະນາ, ຂົນຂວາຍປະຊາຊົນ, ຊ່ວຍເຫຼືອປະຊາຊົນໃຫ້ມີຊີວິດການເປັນຢູ່ທີ່ໝັ້ນຄົງ, ພັດທະນາເສດຖະກິດ-ສັງຄົມ, ເຂົ້າຮ່ວມການກໍ່ສ້າງລະບົບການເມືອງຮາກຖານຢູ່ບັນດາກຸ່ມບ້ານໃຫ້ມີຄວາມເຂັ້ມແຂງ.
ຄຽງຄູ່ກັນນັ້ນ, ຊາວໜຸ່ມກອງທັບສອງປະເທດ ຈຳເປັນຕ້ອງຕັ້ງໜ້າສະໜັບສະໜູນເຊິ່ງກັນແລະກັນ ໃນບັນດາເວທີປາໄສຫຼາຍຝ່າຍ ແລະ ເວທີປາໄສສາກົນ ເພື່ອໃຫ້ມີສຽງເວົ້າຮ່ວມກັນ, ນຳມາຊຶ່ງຜົນປະໂຫຍດໃຫ້ແກ່ສອງປະເທດ ແລະ ສອງຊາດ.
ໂດຍສະເພາະແມ່ນ, ເສີມຂະຫຍາຍຈິດໃຈຂອງຊາວໜຸ່ມກອງທັບສອງປະເທດ ເພື່ອຜັນຂະຫຍາຍຈັດຕັ້ງປະຕິບັດວຽກງານການຊອກຫາ, ຂຸດຄົ້ນ ແລະ ກູ້ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດຢູ່ ສປປ ລາວ ໃນປາງສົງຄາມຕ່າງໆ ກັບຄືນສູ່ປະເທດຊາດ ຢ່າງມີປະສິດທິຜົນ; ປະກອບສ່ວນເລັ່ງລັດຄວາມໄວໃນການຜັນຂະຫຍາຍ "ບັ້ນຮົບ 500 ວັນ ແລະ ຄືນ ຊຸກຍູ້ການຊອກຫາ, ຂຸດຄົ້ນ ແລະ ຢັ້ງຢືນຕົວຕົນອັດຖິວິລະຊົນຜູ້ເສຍສະຫຼະຊີວິດເພື່ອຊາດ" ທີ່ລັດຖະບານຫວຽດນາມ ໄດ້ປຸກລະດົມຂຶ້ນ.
| ກາລະໂອກາດເພື່ອໃຫ້ບັນດາປະເທດ ແມ່ນ້ຳຂອງ - ລ້ານຊ້າງ ເພີ່ມທະວີການຮ່ວມມື, ພ້ອມກັນພັດທະນາ ຍສໝ - ວັນທີ 29 ຕຸລາ, ເວທີການຮ່ວມມືອຳນາດການປົກຄອງທ້ອງຖິ່ນ ແມ່ນ້ຳຂອງ - ລ້ານຊ້າງ ໄດ້ຈັດຂຶ້ນຢູ່ເມືອງ ຫາງໂຈ່, ແຂວງ ເຈີ້ຈ່າງ ຂອງຈີນ. ເວທີບໍ່ພຽງແຕ່ແມ່ນໂອກາດ ເພື່ອໃຫ້ບັນດາຜູ້ແທນມາຈາກບັນດາປະເທດແນະນຳສະພາບການພາກພື້ນ, ແບ່ງປັນປະສົບການ, ສະເໜີຄວາມຄິດຄວາມເຫັນ... ຫາກຍັງແມ່ນໂອກາດສຳຄັນເພື່ອຊຸກຍູ້ການແລກປ່ຽນ, ຮັດແໜ້ນມິດຕະພາບ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືລະຫວ່າງ 6 ປະເທດ ... |
| ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ພ້ອມກັນພັດທະນາ ຍສໝ - ການເຄື່ອນໄຫວລາດຕະເວນສອງຝ່າຍ, ລາດຕະເວນປະສົມແມ່ນໜຶ່ງໃນບັນດາຈຸດພົ້ນເດັ່ນຂອງວຽກງານການພົວພັນຕ່າງປະເທດປ້ອງກັນຊາຍແດນ ພວມໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ. |
ແທັງຮັ່ງ


