| ນະຄອນ ໂຮ່ຈີມິນ: ງານບຸນ "ຄອບຄົວ ຫວຽດນາມ - ລາວ - ກຳປູເຈຍ" ແຜ່ຂະຫຍາຍສາຍຈິດມິດຕະພາບ | |
| ເພີ່ມທະວີການຮ່ວມມືລະຫວ່າງສອງອົງການກວດສອບແຫ່ງລັດ ຫວຽດນາມ - ລາວ |
![]() |
| (ຮູບພາບ: ທ່ານ ບົວວຽງ ຈຳປາພັນ, ຜູ້ອຳນວຍການ ບໍລິສັດ Real Concept ອະສັງຫາລິມະຊັບ ຈຳກັດຜູ້ດຽວ ກ່າວປາໄສໃນພິທີລົງນາມ. ພາບໂດຍ: ວັນ ຟຽນ/ນັກຂ່າວ TTXVN ປະຈຳ ລາວ) |
ນີ້ແມ່ນບາດກ້າວອັນເປັນຮູບປະທຳ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາທາງດ້ານການລົງທຶນ, ທັງສະແດງໃຫ້ເຫັນເຖິງຄວາມເປັນເຈົ້າການຂອງວິສາຫະກິດສອງປະເທດ ໃນການຮັດແໜ້ນ ແລະ ຍົກສູງປະສິດທິຜົນຂອງການຮ່ວມມືທາງດ້ານເສດຖະກິດສອງຝ່າຍ ຫວຽດນາມ - ລາວ.
ເຂົ້າຮ່ວມ ແລະ ເປັນສັກຂີພິຍານໃນພິທີລົງນາມ, ຝ່າຍລາວມີ ທ່ານ ພັນຄຳ ວິພາວັນ, ອະດີດກຳມະການກົມການເມືອງສູນກາງພັກ, ອະດີດນາຍົກລັດຖະມົນຕີ; ທ່ານ ສົມສະຫວາດ ເລັ່ງສະຫວັດ, ອະດີດກຳມະການກົມການເມືອງສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ; ທ່ານ ລິ້ງຄຳ ດວງສະຫວັນ, ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ (ໃນບົດຄວາມຂຽນວ່າ ກະສິກຳ ແລະ ສິ່ງແວດລ້ອມ). ຝ່າຍຫວຽດນາມມີ ທ່ານ ຫງວຽນ ມິງ ຕຳ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສປປ ລາວ; ພ້ອມດ້ວຍຕາງໜ້າຈາກບັນດາກະຊວງ, ຂະແໜງການ, ຄູ່ຮ່ວມງານຍຸດທະສາດ ແລະ ປະຊາຄົມວິສາຫະກິດຂອງສອງປະເທດ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ໂຄງການອະສັງຫາລິມະຊັບ ທີ່ມີການລົງນາມຮ່ວມມືໃນຄັ້ງນີ້ ແມ່ນຂຶ້ນກັບເຂດເສດຖະກິດພິເສດ ລອງແທ່ງ - ວຽງຈັນ (ເຂດເສດຖະກິດພິເສດ ລອງວຽງ), ເຊິ່ງເປັນໂຄງການແບບຢ່າງທີ່ມີເນື້ອທີ່ 557,28 ເຮັກຕາ ດ້ວຍມູນຄ່າການລົງທຶນທັງໝົດ 1 ຕື້ໂດລາສະຫະລັດ ຢູ່ນະຄອນຫຼວງວຽງຈັນ. ນີ້ແມ່ນໂຄງການທຳອິດ ທີ່ລັດຖະບານລາວ ອະນຸຍາດໃຫ້ວິສາຫະກິດຫວຽດນາມ ໂດຍມີອາຍຸການເຊົ່າດິນຍາວນານເຖິງ 99 ປີ, ພ້ອມທັງໄດ້ຮັບນະໂຍບາຍບູລິມະສິດອັນໂດດເດັ່ນ ເຊັ່ນ: ສິດໃນການເປັນເຈົ້າຂອງເຮືອນຊານສຳລັບຄົນຕ່າງປະເທດ, ການອອກວີຊາພັກເຊົາໄລຍະຍາວ ແລະ ນະໂຍບາຍຜ່ອນຜັນດ້ານພາສີ-ອາກອນຢ່າງຫຼວງຫຼາຍ ເປັນຕົ້ນແມ່ນ ອາກອນລາຍໄດ້ ແລະ ອາກອນມູນຄ່າເພີ່ມ.
![]() |
| (ຮູບພາບ: ທ່ານ ເລ ຮຸຍ ຮວ່າງ, ຜູ້ອຳນວຍການໃຫຍ່ ບໍລິສັດ ເຄເອັນ ວຽງຈັນ ກຣຸບ ຈຳກັດ ກ່າວປາໄສໃນພິທີລົງນາມ. ພາບໂດຍ: ວັນ ຟຽນ/ນັກຂ່າວ TTXVN ປະຈຳ ລາວ) |
ມາຮອດປັດຈຸບັນ, ເຂດເສດຖະກິດພິເສດດັ່ງກ່າວ ໄດ້ເປີດນຳໃຊ້ສະໜາມກອຟ 36 ຂຸມ ມາດຕະຖານສາກົນ ແລະ ເຂດຈັດສັນຕົວເມືອງແບບຢ່າງ ທີ່ມີບ້ານວິນລາລະດັບຫຣູຫລາແຄມນ້ຳ ຢ່າງມີປະສິດທິຜົນ. ຕາມແຜນການແລ້ວ, ບັນດາໂຄງລ່າງພື້ນຖານສັງຄົມຂະໜາດໃຫຍ່ ເຊິ່ງລວມມີ ໂຮງແຮມ 5 ດາວ, ໂຮງໝໍສາກົນ, ໂຮງຮຽນກວມລວມຫຼາຍຂັ້ນ ແລະ ສູນການຄ້າສາກົນ ກໍ່ພວມໄດ້ຮັບການຜັນຂະຫຍາຍຢ່າງຕໍ່ເນື່ອງ ເພື່ອຫັນປ່ຽນສະຖານທີ່ແຫ່ງນີ້ ໃຫ້ກາຍເປັນເຂດເສດຖະກິດພິເສດທີ່ທັນສະໄໝ ແລະ ກ້າວໜ້າ, ປະກອບສ່ວນດຶງດູດແຫຼ່ງທຶນ ແລະ ຊຸກຍູ້ການເຕີບໂຕທາງດ້ານເສດຖະກິດໃຫ້ແກ່ປະເທດລາວ.
ກ່າວປາໄສໃນພິທີ, ທ່ານ ເລ ຮຸຍ ຮວ່າງ, ຜູ້ອຳນວຍການໃຫຍ່ ບໍລິສັດ ເຄເອັນ ວຽງຈັນ ກຣຸບ ເຫັນວ່າ ພິທີລົງນາມຮ່ວມມືຍຸດທະສາດໃນຄັ້ງນີ້ ແມ່ນຂີດໝາຍອັນສຳຄັນຍິ່ງ ໃນຍຸດທະສາດການພັດທະນາໂຄງການ, ທັງແມ່ນເສັ້ນທາງແຫ່ງການຫັນປ່ຽນບັນດາຄຸນຄ່າຫຼັກແກນ ທີ່ວິສາຫະກິດພວມກ້າວໄປເຖິງ ໃຫ້ປະກົດຜົນເປັນຈິງ. ບໍລິສັດ ເຄເອັນ ວຽງຈັນ ຍາມໃດກໍ່ມີຄວາມເດັດດ່ຽວໜຽວແໜ້ນ ກັບເປົ້າໝາຍໃນການສ້າງສັນຜະລິດຕະພັນອະສັງຫາລິມະຊັບ ທີ່ມີຄຸນຄ່າຕົວຈິງ, ຕອບສະໜອງຄວາມຕ້ອງການຂອງລູກຄ້າ ທີ່ນັບມື້ນັບສູງຂຶ້ນ, ພ້ອມທັງປະກອບສ່ວນຍົກລະດັບໂສມໜ້າຕົວເມືອງ ແລະ ຄຸນນະພາບຊີວິດການເປັນຢູ່ຂອງປະຊາຄົມ.
ຕາມການນຳຂອງກຸ່ມບໍລິສັດ ເຄເອັນ ວຽງຈັນ ກຣຸບ ແລ້ວ, ເພື່ອເຮັດໃຫ້ໂຄງການຂະໜາດໃຫຍ່ ປະສົບຜົນສຳເລັດໄດ້ໃນທ່າມກາງສະພາບການຕະຫຼາດປັດຈຸບັນ, ຄຽງຄູ່ກັບຍຸດທະສາດການລົງທຶນທີ່ເປັນລະບົບ, ຜະລິດຕະພັນທີ່ມີຄຸນນະພາບ ຫຼື ວິໄສທັດໄລຍະຍາວແລ້ວ, ປັດໄຈຫຼັກແກນ ແລະ ຕັດສິນ ແມ່ນຕ້ອງຄົ້ນຫາຄູ່ຮ່ວມງານທີ່ໄວ້ເນື້ອເຊື່ອໃຈໄດ້, ມີອຸດົມການດຽວກັນ, ມີຄວາມສາມາດ ແລະ ມີຄວາມມຸ່ງຫວັງຮ່ວມກັນ ໃນການບັນລຸເປົ້າໝາຍອັນຍິ່ງໃຫຍ່.
ຕາມການນຳຂອງກຸ່ມບໍລິສັດ ເຄເອັນ ວຽງຈັນ ກຣຸບ ແລ້ວ, ເພື່ອເຮັດໃຫ້ໂຄງການຂະໜາດໃຫຍ່ ປະສົບຜົນສຳເລັດໄດ້ໃນທ່າມກາງສະພາບການຕະຫຼາດປັດຈຸບັນ, ຄຽງຄູ່ກັບຍຸດທະສາດການລົງທຶນທີ່ເປັນລະບົບ, ຜະລິດຕະພັນທີ່ມີຄຸນນະພາບ ຫຼື ວິໄສທັດໄລຍະຍາວແລ້ວ, ປັດໄຈຫຼັກແກນ ແລະ ຕັດສິນ ແມ່ນຕ້ອງຄົ້ນຫາຄູ່ຮ່ວມງານທີ່ໄວ້ເນື້ອເຊື່ອໃຈໄດ້, ມີອຸດົມການດຽວກັນ, ມີຄວາມສາມາດ ແລະ ມີຄວາມມຸ່ງຫວັງຮ່ວມກັນ ໃນການບັນລຸເປົ້າໝາຍອັນຍິ່ງໃຫຍ່.
![]() |
| (ຮູບພາບ: ທ່ານ ເລ ຮຸຍ ຮວ່າງ, ຜູ້ອຳນວຍການໃຫຍ່ ບໍລິສັດ ເຄເອັນ ວຽງຈັນ ກຣຸບ ຈຳກັດ ແລະ ທ່ານ ບົວວຽງ ຈຳປາພັນ, ຜູ້ອຳນວຍການ ບໍລິສັດ ຣຽວ ຄອນເຊັບ ອະສັງຫາລິມະຊັບ ຈຳກັດຜູ້ດຽວ ລົງນາມໃນເອກະສານຮ່ວມມື ຕໍ່ໜ້າການເຂົ້າຮ່ວມເປັນສັກຂີພິຍານ ຂອງບັນດາຄະນະຜູ້ແທນ. ພາບໂດຍ: ວັນ ຟຽນ/ນັກຂ່າວ TTXVN ປະຈຳ ລາວ) |
ນັ້ນແມ່ນເຫດຜົນທີ່ວ່າ ຫຼັງຈາກຜ່ານຂະບວນການສຳຫຼວດ, ຕີລາຄາ ແລະ ຄັດເລືອກຢ່າງລະອຽດຖີ່ຖ້ວນ, ກຸ່ມບໍລິສັດ ໄດ້ຕັດສິນໃຈເລືອກເອົາ ບໍລິສັດ ຣຽວ ຄອນເຊັບ ອະສັງຫາລິມະຊັບ ເປັນຄູ່ຮ່ວມງານຍຸດທະສາດ ເພື່ອຮ່ວມເດີນທາງໃນໂຄງການນີ້. ເຄເອັນ ວຽງຈັນ ກຣຸບ ໄດ້ຕີລາຄາສູງຕໍ່ຄວາມສາມາດໃນການຜັນຂະຫຍາຍຕະຫຼາດ, ຄວາມເປັນມືອາຊີບໃນການດຳເນີນທຸລະກິດ ກໍ່ຄືຊື່ສຽງອັນໜັກແໜ້ນ ທີ່ ຣຽວ ຄອນເຊັບ ໄດ້ສ້າງຂຶ້ນໃນຕະຫຼາດພາຍໃນປະເທດລາວ ໃນໄລຍະຜ່ານມາ.
ຜູ້ອຳນວຍການໃຫຍ່ ເຄເອັນ ວຽງຈັນ ກຣຸບ ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ສຸມໃສ່ແຫຼ່ງທຶນລົງທຶນຢ່າງຈິງຈັງ, ຮັບປະກັນຄວາມປອດໄພ ແລະ ຄຸນນະພາບຂອງຜະລິດຕະພັນຢ່າງເດັດຂາດ, ຮັບປະກັນຄວາມຄືບໜ້າໃນການຜັນຂະຫຍາຍໂຄງລ່າງພື້ນຖານ ແລະ ປະຕິບັດພັນທະທຸກປະການ, ຄຳໝັ້ນສັນຍາທີ່ມີຕໍ່ລູກຄ້າ ກໍ່ຄືຕໍ່ກັບຄູ່ຮ່ວມງານຍຸດທະສາດ ຢ່າງຄົບຖ້ວນສົມບູນ.
ກ່າວຄຳປາໄສໃນພິທີລົງນາມ, ທ່ານ ບົວວຽງ ຈຳປາພັນ, ຜູ້ອຳນວຍການ ບໍລິສັດ ຣຽວ ຄອນເຊັບ ອະສັງຫາລິມະຊັບ, ເຊິ່ງເປັນວິສາຫະກິດທຶນພາຍໃນປະເທດລາວ 100% ໃຫ້ຮູ້ວ່າ, ແຜນການພັດທະນາໃນປັດຈຸບັນ ແລະ ໃນອະນາຄົດຂອງ ຣຽວ ຄອນເຊັບ ແມ່ນບໍ່ພຽງແຕ່ຢຸດຢູ່ທີ່ການດຳເນີນທຸລະກິດການຄ້າເທົ່ານັ້ນ, ແຕ່ຈະສຸມໃສ່ຢ່າງແຂງແຮງເຂົ້າໃນຂົງເຂດໂຄງລ່າງພື້ນຖານສັງຄົມ, ເຊິ່ງລວມມີການສ້າງລະບົບໂຮງຮຽນ (ປັດຈຸບັນ ບັນດາໂຄງການເຫຼົ່ານີ້ ພວມຢູ່ໃນຂະບວນການກໍ່ສ້າງຢ່າງຕັ້ງໜ້າ).
ຄຽງຄູ່ກັນນັ້ນ, ບໍລິສັດກໍ່ໄດ້ມີການວາງຜັງເມືອງຢ່າງລະອຽດຈະແຈ້ງ ສຳລັບບັນດາໂຄງການສ້າງໂຮງໝໍສາກົນ, ເຂດກິລາຄົບວົງຈອນ, ເຂດຕາກອາກາດ, ການບໍລິການ, ການບັນເທີງ, ເຂດເຕັກໂນໂລຊີສູງ ແລະ ອະສັງຫາລິມະຊັບລະດັບສູງ ທີ່ເພບພ້ອມໄປດ້ວຍສິ່ງອຳນວຍຄວາມສະດວກ ແລະ ການບໍລິການທີ່ຄົບຊຸດ ເພື່ອຕອບສະໜອງມາດຕະຖານການດຳລົງຊີວິດ ທີ່ນັບມື້ນັບສູງຂຶ້ນຢູ່ ສປປ ລາວ.
|
ໂດຍສະເພາະ, ການນຳຂອງ ຣຽວ ຄອນເຊັບ ໄດ້ຢືນຢັນວ່າ, ຄຸນຄ່າທາງດ້ານຈິດໃຈ ແລະ ຮີດຄອງປະເພນີປະຫວັດສາດ ທີ່ຜູກພັນລະຫວ່າງສອງປະຊາຊາດ ລາວ-ຫວຽດນາມ ຈະແມ່ນບ່ອນອີງອັນໜັກແໜ້ນ ໃຫ້ແກ່ການຮ່ວມມືທາງດ້ານເສດຖະກິດ ລະຫວ່າງສອງປະເທດ ໃນໄລຍະໃໝ່. ທ່ານ ບົວວຽງ ຈຳປາພັນ ໄດ້ແບ່ງປັນວ່າ ຖ້າຫາກໃນສະໄໝກ່ອນ ປະຊາຊົນສອງປະເທດ ລາວ ແລະ ຫວຽດນາມ ຍາມໃດກໍ່ຄຽງບ່າຄຽງໄຫຼ່, ຮ່ວມກັນຕໍ່ສູ້ຕ້ານສັດຕູໂຕດຽວກັນ ເພື່ອຍາດເອົາເອກະລາດແຫ່ງຊາດມາໃຫ້ປະເທດຊາດ, ມາຮອດປັດຈຸບັນ, ປະຊາຊົນ ແລະ ປະຊາຄົມວິສາຫະກິດສອງປະເທດ ລາວ-ຫວຽດນາມ ພວກ ເຮົາ ຈະສືບຕໍ່ຮ່ວມແຮງຮ່ວມໃຈກັນກໍ່ສ້າງ, ປະກອບສ່ວນຕົວຈິງ ເຂົ້າໃນການພັດທະນາເສດຖະກິດ - ສັງຄົມ ຂອງສອງປະເທດ ໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນຍິ່ງໆຂຶ້ນ.
ໂຄງການຮ່ວມມືພັດທະນາອະສັງຫາລິມະຊັບ ຢູ່ເຂດເສດຖະກິດພິເສດ ລອງແທ່ງ - ວຽງຈັນ ໄດ້ສະແດງໃຫ້ເຫັນເຖິງນ້ຳໃຈມິດຕະພາບ, ການຮ່ວມມືກ້າວເດີນຂະໜານຄູ່ ແລະ ຄຳໝັ້ນສັນຍາຮ່ວມແຮງຮ່ວມໃຈ ພັດທະນາຄວາມວັດທະນາຖາວອນ ລະຫວ່າງ ວິສາຫະກິດສອງປະເທດ ຫວຽດນາມ - ລາວ. ການຮ່ວມມືລະຫວ່າງ ວິສາຫະກິດລົງທຶນຂະໜາດໃຫຍ່ ຂອງຫວຽດນາມ ຢູ່ ລາວ ແລະ ວິສາຫະກິດອະສັງຫາລິມະຊັບ ທີ່ມີຊື່ສຽງທຶນທ້ອງຖິ່ນ 100% ຂອງລາວ, ໄດ້ຮັບການຕີລາຄາຈາກບັນດານັກຊ່ຽວຊານດ້ານເສດຖະກິດວ່າ ແມ່ນບາດກ້າວອັນຕັ້ງໜ້າ, ສ້າງແຮງຊຸກຍູ້ໃຫ້ແກ່ຂະແໜງອະສັງຫາລິມະຊັບລະດັບສູງ ຢູ່ວຽງຈັນ ແລະ ປະກອບສ່ວນເຮັດໃຫ້ສາຍພົວພັນເສດຖະກິດການຕ່າງປະເທດ ເລິກເຊິ່ງກວ່າເກົ່າ, ກໍ່ຄືຮັດແໜ້ນສາຍພົວພັນອັນພິເສດ ລະຫວ່າງ ສອງປະເທດ ຫວຽດນາມ-ລາວ.
| ລາດຕະເວນຢູ່ບົນເສັ້ນຊາຍແດນ ຫວຽດນາມ - ລາວ ຍສໝ - ໃນໄລຍະຜ່ານມາ, ຄ້າຍທະຫານຊາຍແດນດ່ານສາກົນ ຮົ່ງເວີນ, ຄະນະບັນຊາທະຫານຊາຍແດນ ນະຄອນ ເຫ້ວ ໄດ້ປະສານງານຮ່ວມກັບ ກອງຮ້ອຍປ້ອງກັນຊາຍແດນ 514, ກອງບັນຊາການທະຫານແຂວງ ສາລະວັນ (ລາວ) ຈັດຕັ້ງການລາດຕະເວນສອງຝ່າຍ ຢູ່ບົນຊ່ວງເສັ້ນຊາຍແດນ ຫວຽດນາມ - ລາວ ທີ່ທັງສອງກົມກອງຮັບຜິດຊອບຄຸ້ມຄອງ. |
| ຫວຽດນາມ - ລາວ ຊຸກຍູ້ການຮ່ວມມືດ້ານກົດໝາຍ ແລະ ຍຸຕິທຳຢ່າງຮອບດ້ານ ໄລຍະປີ 2026-2030 ຍສໝ - ຕອນເຊົ້າວັນທີ 17 ມິຖຸນາ, ຢູ່ທີ່ນະຄອນ ຫາຍຟ່ອງ, ກະຊວງຍຸຕິທຳ ຫວຽດນາມ ແລະ ກະຊວງຍຸຕິທຳລາວ ໄດ້ຮ່ວມກັນຈັດຕັ້ງ ກອງປະຊຸມຍຸຕິທຳບັນດາແຂວງທີ່ມີເສັ້ນຊາຍແດນຮ່ວມ ຫວຽດນາມ - ລາວ ເປີດກວ້າງ ຄັ້ງທີ 7. |
ແທັງຮັ່ງ



