| ເພີ່ມທະວີການຮ່ວມມື ຫວຽດນາມ (VietNam) - ລາວ (Laos) ໃນວຽກງານຊົນເຜົ່າ ແລະ ສາສະໜາ | |
| ອົງການ UNICEF ໃຫ້ການໜູນຊ່ວຍສຸກເສີນໃຫ້ແກ່ປະຊາຊົນຢູ່ເຂດປະສົບໄພນ້ຳຖ້ວມ ດ້ຽນບຽນ, ເຊີນລາ, ເຫງ້ອານ |
ໃນຕອນເຊົ້າມື້ນີ້ (24 ມິຖຸນາ), ຢູ່ຮ່າໂນ້ຍ, ທ່ານນາງ ຟ້າມ ທິ ແທນ ຈ່າ, ຮອງນາຍົກລັດຖະມົນຕີ ໄດ້ຕ້ອນຮັບ ແລະ ເຮັດວຽກຮ່ວມກັບ ທ່ານນາງ Silvia Danailov, ຫົວໜ້າຜູ້ຕາງໜ້າ ກອງທຶນເພື່ອເດັກນ້ອຍ ແຫ່ງສະຫະປະຊາຊາດ (UNICEF) ປະຈຳ ຫວຽດນາມ. ໃນພິທີຕ້ອນຮັບ, ທ່ານນາງ ຮອງນາຍົກລັດຖະມົນຕີ ຟ້າມ ທິ ແທນ ຈ່າ ໄດ້ຢືນຢັນວ່າ ພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ໃຫ້ຄວາມເອົາໃຈໃສ່ເປັນພິເສດຕໍ່ເດັກນ້ອຍ ແລະ ຖືວ່າເດັກນ້ອຍແມ່ນເປົ້າໝາຍບູລິມະສິດອັນດັບໜຶ່ງ ທັງແມ່ນຊັບພະຍາກອນມະນຸດ ທີ່ມີຄວາມໝາຍຕັດສິນຕໍ່ອະນາຄົດຂອງປະເທດຊາດ.
![]() |
| (ຮູບພາບ: ທ່ານນາງ ຮອງນາຍົກລັດຖະມົນຕີ ຟ້າມ ທິ ແທນ ຈ່າ ຕ້ອນຮັບ ທ່ານນາງ Silvia Danailov, ຫົວໜ້າຜູ້ຕາງໜ້າ ກອງທຶນເພື່ອເດັກນ້ອຍ ແຫ່ງສະຫະປະຊາຊາດ ປະຈຳ ຫວຽດນາມ. ພາບໂດຍ: ຕ໊ວນ ອັງ/TTXVN) |
ໃນຕໍ່ໜ້າ, ທ່ານນາງ ຮອງນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຫວຽດນາມ ຈະໃຫ້ບູລິມະສິດໃນການຜັນຂະຫຍາຍ ບັນດາວຽກງານຈຸດສຸມພື້ນຖານ ໃນວຽກງານປົກປ້ອງ, ເບິ່ງແຍງດູແລ ແລະ ສຶກສາອົບຮົມເດັກນ້ອຍ. ບົນພື້ນຖານນັ້ນ, ທ່ານນາງ ຮອງນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ UNICEF ສືບຕໍ່ຮ່ວມເດີນທາງ, ແບ່ງປັນບົດຮຽນປະສົບການສາກົນ ແລະ ສະໜັບສະໜູນດ້ານເຕັກນິກ ເພື່ອຊ່ວຍ ຫວຽດນາມ ປັບປຸງລະບົບສະຖາບັນ ແລະ ນະໂຍບາຍໃຫ້ສົມບູນແບບ; ຮ່ວມມືປົກປ້ອງເດັກນ້ອຍໃນໂລກອອນລາຍ, ສະກັດກັ້ນ ແລະ ຕ້ານຄວາມຮຸນແຮງຕໍ່ເດັກນ້ອຍ ກໍ່ຄືຫຼຸດຜ່ອນຄວາມສ່ຽງ ແລະ ອຸບັດຕິເຫດຕ່າງໆ ທີ່ຈະເກີດຂຶ້ນກັບເດັກນ້ອຍ.
ສ່ວນທ່ານນາງ Silvia Danailov, ຫົວໜ້າຜູ້ຕາງໜ້າ UNICEF ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ກັບບັນດາຜົນສຳເລັດຂອງ ຫວຽດນາມ – ເຊິ່ງເປັນປະເທດທຳອິດໃນພາກພື້ນອາຊີ ແລະ ເປັນປະເທດທີສອງໃນໂລກ ທີ່ໄດ້ໃຫ້ສັດຕະຍາບັນແກ່ສົນທິສັນຍາ ວ່າດ້ວຍສິດທິເດັກ, ແລະ ຫວ່າງມໍ່ໆມານີ້ ກໍ່ໄດ້ມີຫຼາຍຂໍ້ລິເລີ່ມ ແລະ ຄຳໝັ້ນສັນຍາ ໃນການຈັດຕັ້ງປະຕິບັດສິດທິເດັກ. ທ່ານນາງ Silvia Danailov ໃຫ້ຮູ້ຕື່ມວ່າ UNICEF ພວມປະສານງານກັບບັນດາອົງການຈັດຕັ້ງທີ່ມີສ່ວນກ່ຽວຂ້ອງຂອງ ຫວຽດນາມ ເພື່ອສ້າງແຜນງານການຮ່ວມມືກັບ ລັດຖະບານຫວຽດນາມ ໃນ 5 ປີຕໍ່ໜ້າ (2027-2031) ເພື່ອໃຫ້ສອດຄ່ອງກັບລະດັບການພັດທະນາ ເສດຖະກິດ-ສັງຄົມ ຂອງປະເທດຊາດ.
| ຮັບຮູ້ການປະກອບສ່ວນຂອງຜູ້ຕາງໜ້າອົງການ UNICEF ປະຈຳ ຫວຽດນາມ ສຳລັບການສຶກສາ ຫວຽດນາມ ຍສໝ - ວັນທີ 1 ກໍລະກົດ, ຢູ່ ຮ່າໂນ້ຍ, ທ່ານລັດຖະມົນຕີ ກະຊວງສຶກສາ ແລະບຳລຸງສ້າງ ຫວຽດນາມ ຫງວຽນກິມເຊີນ ໄດ້ມອບຫຼຽນກາລະນຶກ “ເພື່ອພາລະກິດການສຶກສາ” ໃຫ້ແກ່ທ່ານນາງ Rana Flowers, ຫົວໜ້າຜູ້ຕາງໜ້າກອງທຶນເພື່ອເດັກນ້ອຍ ສະຫະປະຊາຊາດ (UNICEF) ປະຈໍາ ຫວຽດນາມ. ລາງວັນດັ່ງກ່າວແມ່ນເພື່ອຮັບຮູ້ບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານສຳລັບການສຶກສາ, ເດັກນ້ອຍ ເວົ້າສະເພາະ ... |
| ສະພາແຫ່ງຊາດ ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມື ຍສໝ - ຕອນເຊົ້າວັນທີ 6 ມີນາ, ຢູ່ແຂວງ ອຸດົມໄຊ ທາງພາກເໜືອຂອງ ລາວ, ໄດ້ດຳເນີນການສຳມະນາແລກປ່ຽນວຽກງານຄັ້ງທີ 12 ລະຫວ່າງຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ແລະ ຄະນະເລຂາສະພາແຫ່ງຊາດ ລາວ. |
ແທັງຮັ່ງ
