ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໂອ້ລົມກັບ ທ່ານນາຍົກລັດຖະມົນຕີກຳປູເຈຍ Hun Sen

21:20 | 25/11/2020

ຍສໝ - ນາຍົກລັດຖະມົນຕີສອງທ່ານ ໄດ້ສະແດງຄວາມປິຕິຊົມຊື່ນ ຕໍ່ບັນດາບາດກ້າວທີ່ຕັ້ງໜ້າ ໃນການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ກຳປູເຈຍ ໃນຊຸມປີຜ່ານມາ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດ G20
ທ່ານນາຍົກລັດຖະມົນຕີຫວຽດນາມ ສົ່ງສານດ້ານການທູດ ເຖິງເວທີປາໄສສັນຕິພາບປາຣີຄັ້ງທີ 3

ໃນວັນທີ 24 ພະຈິກ, ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີກຳປູເຈຍ Samdech Techo Hun Sen ໄດ້ມີການໂອ້ລົມສົນທະນາດ້ວຍຮູບແບບອອນລາຍ ເພື່ອແລກປ່ຽນບັນດາມາດຕະການຊຸກຍູ້ການພົວພັນຮ່ວມມືຫວຽດນາມ - ກຳປູເຈຍ ໃນອາຊຽນ ແລະ ບັນດາບັນຫາສາກົນ, ຂົງເຂດເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈນໍາກັນ.

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ Hun Sen ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດທັງຢູ່ພາຍໃນ ແລະ ຕ່າງປະເທດຂອງຫວຽດນາມໃນຊຸມປີຜ່ານມາ, ໂດຍສະເພາະ ແມ່ນການຈັດຕັ້ງກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ແລະ ກອງປະຊຸມລະດັບສູງ ທີ່ກ່ຽວຂ້ອງທີ່ປະສົບຜົນສຳເລັດ, ມີຫຼາຍຂໍ້ລິເລີ່ມທີ່ປະກອບສ່ວນເຂົ້າ ໃນການສ້າງປະຊາຄົມອາຊຽນທີ່ເປັນເອກະພາບ ແລະ ເຂັ້ມແຂງ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໂອ້ລົມກັບ ທ່ານນາຍົກລັດຖະມົນຕີກຳປູເຈຍ Hun Sen
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີກຳປູເຈຍ Hun Sen. (ພາບ: TTXVN)

ທ່ານນາຍົກລັດຖະມົນຕີ Hun Sen ໄດ້ຢືນຢັນວ່າ ກຳປູເຈຍ ຈະຮ່ວມມືກັບຫວຽດນາມ ໃນຖານະເປັນສະມາຊິກອາຊຽນ ແລະ ສືບຕໍ່ສະໜັບສະໜູນ ຫວຽດນາມ ໃນຖານະເປັນສະມາຊິກບໍ່ປະຈໍາການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020-2021, ພ້ອມກັນນັ້ນ ທ່ານນາຍົກລັດຖະມົນຕີ Hun Sen ໄດ້ສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມຈະສືບຕໍ່ຄວບຄຸມໂລກລະບາດ COVID-19 ໄດ້ດີ, ຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມໂດຍໄວ.

ສ່ວນທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ສະແດງຄວາມຂອບໃຈ ທ່ານນາຍົກລັດຖະມົນຕີ Hun Sen ທີ່ໄດ້ສົ່ງຈົດໝາຍແບ່ງປັນຄວາມເສຍຫາຍ ຍ້ອນໄພນ້ຳຖ້ວມຢູ່ເຂດພາກກາງຫວຽດນາມ ເມື່ອມໍ່ໆມານີ້. ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ຕີລາຄາສູງຕໍ່ຜົນສຳເລັດຂອງກຳປູເຈຍ ໃນການປ້ອງກັນ ແລະ ຄວບຄຸມພະຍາດ COVID-19 ແລະ ຮັກສາສະຖຽນລະພາບທາງສັງຄົມ, ສືບຕໍ່ການພັດທະນາເສດຖະກິດ. ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ກຳປູເຈຍ ທີ່ໄດ້ມີການສະໜັບສະໜູນຫວຽດນາມ ໃນປີປະທານອາຊຽນ 2020.

ທີ່ການສົນທະນາ, ນາຍົກລັດຖະມົນຕີສອງທ່ານ ໄດ້ເຫັນດີສືບຕໍ່ເພີ່ມທະວີການພົວພັນທີ່ໄວ້ເນື້ອເຊື່ອໃຈ, ສະໜິດຕິດພັນ, ນຳການພົວພັນຮ່ວມມືລະຫວ່າງສອງປະເທດ ໃຫ້ພັດທະນາຢ່າງແຮງ; ຮ່ວມມືຢ່າງແໜ້ນແຟ້ນໃນຂອບອາຊຽນ; ພະຍາຍາມ ເພື່ອເພີ່ມມູນຄ່າການຄ້າສອງຝ່າຍ; ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ.

ສອງຝ່າຍຍັງໄດ້ເຫັນດີເປັນເອກະພາບ ໃນການປະສານງານຈັດຕັ້ງປະຕິບັດຂໍ້ຕົກລົງ ແລະ ສັນຍາທີ່ໄດ້ລົງນາມເປັນຢ່າງດີ; ຊຸກຍູ້ການຈັດຕັ້ງກອງປະຊຸມຄະນະກຳມະການຮ່ວມ ຫວຽດນາມ - ກຳປູເຈຍ ຄັ້ງທີ 18 ໃນເວລາທີ່ເໝາະສົມ.

ທ່ານນາຍົກລັດຖະມົນຕີ ສປປ.ລາວ ໄດ້ຕີລາຄາສູງຕໍ່ບັນດາຜົນສຳເລັດຂອງອາຊຽນ ແລະ ຫວຽດນາມ

ຍສໝ - ທ່ານນາຍົກລັດຖະມົນຕີ ສປປ.ລາວ ໄດ້ຮຽກຮ້ອງໃຫ້ບັນດາຜູ້ນຳອາຊຽນ ຕ້ອງການພະຍາຍາມ ເພື່ອຟື້ນຟູບັນດາພາກສ່ວນເສດຖະກິດທີ່ໄດ້ຮັບຜົນກະທົບຈາກພະຍາດ COVID-19 ແລະ ສືບຕໍ່ໃຫ້ການຮ່ວມມືໃນການຄົ້ນຄວ້າແລະ ພັດທະນາວັກຊີນປ້ອງກັນ ແລະ ຕ້ານພະຍາດ.

ນາຍົກລັດຖະມົນຕີຫວຽດນາມ ໂອ້ລົມທາງໂທລະສັບກັບນາຍົກລັດຖະມົນຕີໄທ

ຍສໝ - ໃນສະພາບການທີ່ທັງສອງປະເທດຫວຽດນາມ ແລະ ໄທ ໄດ້ຄວບຄຸມການລະບາດຂອງພະຍາດ COVID-19 ຢ່າງມີປະສິດທິຜົນ, ນາຍົກລັດຖະມົນຕີທັງສອງທ່ານ ໄດ້ເຫັນດີເປັນເອກະພາບ ໃນການຊຸກຍູ້ການພົວພັນຮ່ວມມືສອງຝ່າຍຕື່ມອີກ.

ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ Samdech Techo Hun Sen ນາຍົກລັດຖະມົນຕີກໍາປູເຈຍ

ໃນລະຫວ່າງວັນທີ 6-8 ທັນວາ 2018, ທ່ານ Samdech Techo Hun Sen ນາຍົກລັດຖະມົນຕີ ນໍາໜ້າຄະນະຜູ້ແທນຂັ້ນສູງລັດຖະບານລາຊະອານາຈັກ ກໍາປູເຈຍ ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.