ເພີ່ມພູນຄູນສ້າງຂົວຕໍ່ມິດຕະພາບ, ເຊື່ອມຕໍ່ໂອກາດ ຫວຽດນາມ - ຕີມໍ ແລັດສະເຕ

13:20 | 15/07/2026

ຍສໝ - ວັນທີ 13 ກໍລະກົດ, ຢູ່ທີ່ນະຄອນຫຼວງ ດີລີ (Dili), ທ່ານ ຟ້າມ ບິ່ງ ດາມ (Phạm Bình Đàm), ອຸປະທູດຊົ່ວຄາວ ຫວຽດນາມ ປະຈຳ ຕີມໍ ແລັດສະເຕ ໄດ້ມີການເຮັດວຽກຮ່ວມກັບ ທ່ານ ຟຣານຊິສໂກ ກັລບົວດີ ເລ (Francisco Kalbuadi Lay), ຮອງນາຍົກລັດຖະມົນຕີ, ລັດຖະມົນຕີປະສານງານວຽກງານເສດຖະກິດ, ທັງເປັນລັດຖະມົນຕີກະຊວງທ່ອງທ່ຽວ ແລະ ສິ່ງແວດລ້ອມ ຕີມໍ ແລັດສະເຕ ເພື່ອແລກປ່ຽນບັນດາມາດຕະການເພີ່ມທະວີການຮ່ວມມືສອງຝ່າຍໃນຫຼາຍຂົງເຂດ, ພ້ອມທັງຊຸກຍູ້ການຜັນຂະຫຍາຍບັນດາແຜນງານຮ່ວມມືຕົວຈິງໃນຕໍ່ໜ້າ.

ເພີ່ມພູນຄູນສ້າງສາຍມິດຕະພາບ ຜ່ານແຜນງານການແລກປ່ຽນນາຍທະຫານໜຸ່ມ ຊາຍແດນ ຫວຽດນາມ - ລາວ
ຫວຽດນາມ - ກູບາ ເພີ່ມພູນຄູນສ້າງສາຍພົວພັນພິເສດ ຈາກຈິດໃຈ Giron

ໃນການພົບປະຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ Francisco Kalbuadi Lay ໄດ້ຕີລາຄາສູງຕໍ່ບັນດາຜົນສຳເລັດແຫ່ງການພັດທະນາຂອງຫວຽດນາມໃນຊຸມປີຜ່ານມາ, ພ້ອມທັງສະແດງຄວາມຂອບໃຈຕໍ່ການສະໜັບສະໜູນຢ່າງສະເໝີຕົ້ນສະເໝີປາຍຂອງຫວຽດນາມ ຕໍ່ກັບຂະບວນການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ ຂອງຕີມໍ ແລັດສະເຕ, ໂດຍສະເພາະແມ່ນການເຂົ້າເປັນສະມາຊິກອົງການການຄ້າໂລກ (WTO) ແລະ ອາຊຽນ (ASEAN). ຕາມການກ່າວຂອງ ທ່ານຮອງນາຍົກລັດຖະມົນຕີ ແລ້ວ, ບົດຮຽນປະສົບການໃນການພັດທະນາ ແລະ ການເຊື່ອມໂຍງຂອງຫວຽດນາມ ແມ່ນແຫຼ່ງຂໍ້ມູນອ້າງອີງທີ່ມີປະໂຫຍດຢ່າງຍິ່ງສຳລັບ ຕີມໍ ແລັດສະເຕ ໃນຂະບວນການພັດທະນາປະເທດຊາດ.

ເພີ່ມພູນຄູນສ້າງຂົວຕໍ່ມິດຕະພາບ, ເຊື່ອມຕໍ່ໂອກາດ ຫວຽດນາມ - ຕີມໍ ແລັດສະເຕ

ຮູບພາບ: ທ່ານ ຟ້າມບິ່ງດາມ, ອຸປະທູດຊົ່ວຄາວ ຫວຽດນາມ ປະຈຳ ຕີມໍ ແລັດສະເຕ ແລະ ທ່ານ Francisco Kalbuadi Lay, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີປະສານງານວຽກງານເສດຖະກິດ, ທັງເປັນລັດຖະມົນຕີກະຊວງທ່ອງທ່ຽວ ແລະ ສິ່ງແວດລ້ອມ ຕີມໍ ແລັດສະເຕ.

ທັງສອງຝ່າຍໄດ້ຮ່ວມກັນແລກປ່ຽນກ່ຽວກັບທ່າແຮງບົ່ມຊ້ອນໃນການຂະຫຍາຍການຮ່ວມມື ໃນຂົງເຂດກະສິກຳ, ການຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ, ການພັດທະນາຊັບພະຍາກອນມະນຸດ, ການຫັນເປັນດິຈິຕອນ, ການທ່ອງທ່ຽວ, ການເຊື່ອມຕໍ່ ແລະ ການດຶງດູດການລົງທຶນ.

ທ່ານອຸປະທູດ ຟ້າມ ບິ່ງ ດາມ ຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນປະສົບການໃນການພັດທະນາ, ພ້ອມທັງເພີ່ມທະວີການເຊື່ອມຕໍ່ລະຫວ່າງບັນດາອົງການຈັດຕັ້ງ, ທ້ອງຖິ່ນ ແລະ ວິສາຫະກິດຂອງສອງປະເທດ ບົນພື້ນຖານໃຫ້ສອດຄ່ອງກັບຄວາມຕ້ອງການ ແລະ ບຸລິມະສິດການພັດທະນາຂອງ ຕີມໍ ແລັດສະເຕ. ທ່ານອຸປະທູດຍັງເຫັນວ່າ ສອງປະເທດມີເງື່ອນໄຂອັນສະດວກສະບາຍຫຼາຍປະການເພື່ອສ້າງຕັ້ງບັນດາແຜນງານຮ່ວມມືສະເພາະ, ເຊິ່ງໃນສະເພາະໜ້ານີ້ ແມ່ນສາມາດຊຸກຍູ້ການແລກປ່ຽນຊ່ຽວຊານ, ການສຳຫຼວດຄວາມຕ້ອງການ, ການຝຶກອົບຮົມພະນັກງານ ແລະ ເພີ່ມທະວີການເຊື່ອມຕໍ່ປະຊາຄົມວິສາຫະກິດ.

ໃນການແລກປ່ຽນກ່ຽວກັບການທີ່ ຕີມໍ ແລັດສະເຕ ພວມກະກຽມຮັບໜ້າທີ່ເປັນປະທານອາຊຽນ ໃນປີ 2029, ທ່ານຮອງນາຍົກລັດຖະມົນຕີ Francisco Kalbuadi Lay ໄດ້ສະແດງຄວາມມຸ່ງມາດປາດຖະໜາຢາກຮຽນຮູ້ບົດຮຽນປະສົບການຈາກຫວຽດນາມ ໃນວຽກງານການຈັດຕັ້ງບັນດາເຫດການຫຼາຍຝ່າຍ, ການຝຶກອົບຮົມພະນັກງານ, ວຽກງານພິທີການ, ພະລາທິການ, ການສື່ສານ ແລະ ການປະສານງານລະຫວ່າງຂະແໜງການ.

ຕອບສະໜອງຕໍ່ຄຳເຫັນດັ່ງກ່າວ, ທ່ານອຸປະທູດ ຟ້າມ ບິ່ງ ດາມ ຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະແລກປ່ຽນ ແລະ ແບ່ງປັນບົດຮຽນປະສົບການທີ່ເໝາະສົມ, ປະກອບສ່ວນຊ່ວຍເຫຼືອ ຕີມໍ ແລັດສະເຕ ໃນການຍົກສູງຂີດຄວາມສາມາດໃນການເຂົ້າຮ່ວມ ແລະ ປະກອບສ່ວນຢ່າງມີປະສິດທິຜົນກວ່າເກົ່າ ເຂົ້າໃນບັນດາກິດຈະກຳຕ່າງໆຂອງອາຊຽນ.

ກ່ຽວກັບການຮ່ວມມືທາງດ້ານເສດຖະກິດ, ທ່ານຮອງນາຍົກລັດຖະມົນຕີ Francisco Kalbuadi Lay ເນັ້ນໜັກວ່າ ລັດຖະບານ ຕີມໍ ແລັດສະເຕ ຍາມໃດກໍ່ໃຫ້ຄວາມສຳຄັນຕໍ່ການມີໜ້າຂອງບັນດາວິສາຫະກິດຫວຽດນາມ ແລະ ພ້ອມແລ້ວທີ່ຈະພິຈາລະນາ, ສະໜັບສະໜູນແກ້ໄຂບັນດາຂໍ້ຫຍຸ້ງຍາກທີ່ເກີດຂຶ້ນໃນຂະບວນການລົງທຶນ ແລະ ດຳເນີນທຸລະກິດ ຢູ່ພາຍໃນປະເທດ.

ໃນຕອນທ້າຍຂອງການພົບປະ, ສອງຝ່າຍໄດ້ເຫັນດີເປັນເອກະພາບກັນທີ່ຈະສືບຕໍ່ປະສານງານກັບບັນດາຂະແໜງການກ່ຽວຂ້ອງ ເພື່ອກຳນົດບາງຂົງເຂດ, ໂຄງການ ແລະ ກິດຈະກຳຮ່ວມມືສະເພາະ, ສ້າງເປັນພື້ນຖານຊຸກຍູ້ສາຍພົວພັນ ຫວຽດນາມ - ຕີມໍ ແລັດສະເຕ ໃຫ້ຂະຫຍາຍຕົວນັບມື້ນັບເຂົ້າສູ່ລວງເລິກ, ມີຕົວຕົນ ແລະ ມີປະສິດທິຜົນຢ່າງແທ້ຈິງ.

“ນ້ອງຮັກພາສາຫວຽດນາມ” ທີ່ຫຼວງພະບາງ: ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບຫວຽດນາມ-ລາວ “ນ້ອງຮັກພາສາຫວຽດນາມ” ທີ່ຫຼວງພະບາງ: ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບຫວຽດນາມ-ລາວ

ຍສໝ - ຕອນເຊົ້າວັນທີ 27 ມີນາ, ທີ່ນະຄອນຫຼວງພະບາງ, ແຂວງຫຼວງພະບາງ, ພາກເໜືອຂອງລາວ, ສະຖານກົງສູນໃຫຍ່ຫວຽດນາມປະຈຳຫຼວງພະບາງ ສົມທົບກັບໂຮງຮຽນມັດທະຍົມຕອນຕົ້ນ ແລະ ຕອນປາຍໂພນຄຳ ແລະ ສະມາຄົມຊາວຫວຽດນາມແຂວງຫຼວງພະບາງ ໄດ້ຈັດການແຂ່ງຂັນຮອບສຸດທ້າຍ “ນ້ອງຮັກພາສາຫວຽດນາມ” ສຳລັບນັກຮຽນລາວ ແລະ ຫວຽດນາມ ທີ່ຮຽນຢູ່ໂຮງຮຽນດັ່ງກ່າວ, ພ້ອມທັງລູກຫຼານຂອງສະມາຊິກສະມາຄົມ.

PeaceTrees Vietnam: ປະ​ກອບ​ສ່ວນ​ປິ່ນ​ປົວ​ບາດ​ແຜ​ຈາກ​ສົງ​ຄາມ, ເພີ່ມພູນຄູນສ້າງອາ​ນາ​ຄົດ PeaceTrees Vietnam: ປະ​ກອບ​ສ່ວນ​ປິ່ນ​ປົວ​ບາດ​ແຜ​ຈາກ​ສົງ​ຄາມ, ເພີ່ມພູນຄູນສ້າງອາ​ນາ​ຄົດ

ຍສໝ - ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 75 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ (VUFO), ວາລະສານ ຍຸກສະໄໝ ​ໄດ້​ມີ​ການ​ໂອ້​ລົມ​ກັບ​ທ່ານ​ນາງ Claire Yunker, ຜູ້​ອຳ​ນວຍ​ການ​ບໍລິຫານ​ອົງການ PeaceTrees ຫວຽດນາມ - ອົງການ​ມະນຸດສະທຳ​ຂອງ ອາ​ເມ​ລິ​ກາ ​ໄດ້​ອົດທົນ​ມາ​ເປັນ​ເວລາ​ເກືອບ 30 ປີ ​ໃນ​ການ​ເກັບ​ກູ້​ລະ​ເບີດ, ຟື້ນ​ຟູ​ຜືນ​ແຜ່ນດິນ​ທີ່​ຖືກ​ສົງຄາມ ​ແລະ ປະກອບສ່ວນ​ຮັກສາ​ສັນຕິພາບ ​ແລະ ...

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ