ຄົ້ນພົບ ປ່າສະຫງວນແຫ່ງຊາດ Bidoup -  ນຸ໊ຍບ່າ

ຄົ້ນພົບ ປ່າສະຫງວນແຫ່ງຊາດ Bidoup - ນຸ໊ຍບ່າ

ຍສໝ - ປ່າສະຫງວນແຫ່ງຊາດ Bidoup - ນຸ໊ຍບ່າ ແມ່ນຫນຶ່ງໃນ 5 ປ່າສະຫງວນ ແຫ່ງຊາດທີ່ໃຫຍ່ທີ່ສຸດຂອງຫວຽດນາມ. ປ່າສະຫງວນແຫ່ງຊາດ ດັ່ງກ່າວຖືກຕັ້ງ ຊື່ຕາມສອງພູທີ່ສູງທີ່ສຸດຢູ່ເລີມດົ່ງ (Bidoup ສູງ 2.287 ແມັດ ແລະ ນຸ໊ຍບ່າ ສູງ 2.167 ແມັດ).

ນະ​ຄອນ ຝູກວັກ ຕ້ອ​ນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ຫຼາຍກວ່າ 19.000 ເທື່ອ​ຄົນ

ນະ​ຄອນ ຝູກວັກ ຕ້ອ​ນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ຫຼາຍກວ່າ 19.000 ເທື່ອ​ຄົນ

ໃນເດືອນ ກຸມພາ, ນະຄອນ ຝູກວັກ ໄດ້ຕ້ອນຮັບແຂກທ່ອງທ່ຽວທັງໝົດຫຼາຍກວ່າ 742.000 ເທື່ອຄົນ, ໃນນັ້ນມີແຂກທ່ອງທ່ຽວສາກົນເກືອບ 19.000 ເທື່ອຄົນ.

ໂຄສະນາວັດທະນະທຳຫວຽດນາມ ຢູ່ ອີຕາລີ

ໂຄສະນາວັດທະນະທຳຫວຽດນາມ ຢູ່ ອີຕາລີ

ຍສໝ - ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ວັດທະນະທຳ ​ແລະ ສິລະ​ປະ​ຫວຽດນາມ ​ໄດ້​ຮັບ​ການ​ແນະນຳ​ໂດຍ​ກົງ​ເຖິງ​ຜູ້​ຊົມ​ອີ​ຕາ​ລີ ​ໂດຍ​ນັກ​ສຶກສາ​ທີ່​ຮຽນ​ພາສາ​ຫວຽດນາມ ຢູ່​ມະຫາວິທະຍາ​ໄລ Ca' Foscari.

ດາຫນັງ ກຽມພ້ອມຕ້ອນຮັບນັກທ່ອງທ່ຽວສາກົນເຂົ້າມາທ່ຽວຄືນໃຫມ່

ດາຫນັງ ກຽມພ້ອມຕ້ອນຮັບນັກທ່ອງທ່ຽວສາກົນເຂົ້າມາທ່ຽວຄືນໃຫມ່

ເພື່ອຕ້ອນຮັບ ແລະ ຮັບໃຊ້ແຂກທ່ອງທ່ຽວ ປະຈຸບັນ 45% ຈຳນວນ ໂຮງແຮມ ຢູ່ ນະຄອນ ດາຫນັງ ເປີດປະຕູ ຮັບໃຊ້ແຂກ ແລະ 150 ບໍລິສັດທ່ອງທ່ຽວພວມກັບຄືນສູ່ການເຄື່ອນໄຫວຄືນໃຫມ່ ດ້ວຍຫລາຍການບໍລິການໃຫມ່ອ່ຽມດູດດື່ມ. ທ່ານ ຫງວຽນຊວນບິ່ງ, ຮອງຫົວຫນ້າພະແນກທ່ອງທ່ຽວ ນະຄອນ ດາຫນັງ ໃຫ້ຮູ້ວ່າ: ກ່ອນອື່ນ 5 ຕະຫລາດທ່ອງທ່ຽວຊື່ງ ດາຫນັງ ສົນໃຈ ນັ້ນແມ່ນ ສເກົາຫລີ, ໄທເປ - ຈີນ.

ໄປວັດບູຮານແທັ່ງດົງໃນຍາມຕົ້ນລະດູບານໃໝ່

ໄປວັດບູຮານແທັ່ງດົງໃນຍາມຕົ້ນລະດູບານໃໝ່

ເມື່ອລະດູບານໃໝ່ວຽນມາຊາວຫວຽດນາມເຄີຍໄປວັດເພື່ອພາວະນາໃຫ້ມີໂຊກມີລາບແລະຫວັງມີແຕ່ສິ່ງທີ່ດີງາມທີ່ສຸດໃນປີໃໝ່. ຕົ້ນລະດູບານໃໝ່ ຂໍເຊີນທ່ານໄປທ່ຽວຊົມຢູ່ວັດດົງເງາະທີ່ນະຄອນຫ໋າຍເຢືອງເຊິ່ງແມ່ນໜຶ່ງໃນບັນດາວັດທີ່ເກົ່າແກ່ທີ່ສຸດຢູ່ດິນແດນແທັ່ງດົງ.

ຮ່າ​ໂນ້ຍ: ເຂດປູຊະນີຍະສະຖານຫຼາຍແຫ່ງ​ໄດ້​ເປີດ​ຄືນ​ໃໝ່​ເພື່ອ​ຕ້ອນຮັບ​ແຂກ​ທ່ອງ​ທ່ຽວ

ຮ່າ​ໂນ້ຍ: ເຂດປູຊະນີຍະສະຖານຫຼາຍແຫ່ງ​ໄດ້​ເປີດ​ຄືນ​ໃໝ່​ເພື່ອ​ຕ້ອນຮັບ​ແຂກ​ທ່ອງ​ທ່ຽວ

ຍສໝ - ຕອນ​ເຊົ້າ​ວັນ​ທີ 15 ກຸມພາ​, ນະຄອນຫຼວງ​ໄດ້​ເປີດເຂດປູຊະນີຍະສະຖານ​ຄືນ​ໃໝ່ ​ແລະ ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເປັນ​ຈຳນວນ​ບໍ່ໜ້ອຍ. ວຽກງານປ້ອງ​ກັນ​, ຕ້ານໂລກ ​ລະບາດ ແລະສະຕິ​ຄວາມ​ຮູ້ໃນການຮັກສາສຸຂະພາບ​ຂອງ​ປະຊາຊົນ​ ລ້ວນ​ແຕ່​ໄດ້​ຮັບ​ການ​ຮັບປະກັນຢູ່​ທຸກ​ບ່ອນໃນຂົງເຂດປູຊະນີຍະສະຖານແຫ່ງນີ້.

ວັດຊາວ​ຈີນ ຢູ່ຊອກຈັງ

ວັດຊາວ​ຈີນ ຢູ່ຊອກຈັງ

ຍສໝ - ວັດ​ ລາຮ໊ານ, ວັດ​ບ່າ​ຮວ່າ, ວັດ​ບາ​ທຽນ​ເຮົ້າຈ່ຽວເຈົ້າ ​ແລະ ​ກວາງ​ເຈົາ ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທາງ​ຈິດ​ວິນ​ຍານ​ທີ່​ມີ​ຊື່​ສຽງ​ຢູ່​ຊອກຈັງ.

ຫວຽດ​ນາມ ສູ້​ຊົນ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 18 ລ້ານ​ຄົນ

ຫວຽດ​ນາມ ສູ້​ຊົນ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 18 ລ້ານ​ຄົນ

ຍ​ສ​ໝ - ຫວຽດ​ນາມ ສູ້​ຊົນ​ຮອດ​ປີ 2026 ຈະ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 18 ລ້ານ​ຄົນ, ແຂກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ປະ​ມານ 85 ລ້ານ​ຄົນ (ເພີ່ມ​ຂຶ້ນ 13,3%), ຍອດ​ລາຍ​ຮັບ​ຈາກ​ແຂກ​ທ່ອງ​ທ່ຽວ​ບັນ​ລຸ​ປະ​ມານ 800 – 900 ພັນ​ຕື້​ດົ່ງ (ເພີ່ມ​ຂຶ້ນ 15,5 – 17,5% ເມື່ອ​ທຽບ​ໃສ່​ກັບ​ປີ 2025).

ສວນອຸທະຍານບໍ່ນ້ຳຮ້ອນ ພູ ເທີ່ນຕ່າຍເປີດໃຫ້ບໍລິການນັກທ່ອງທ່ຽວ

ສວນອຸທະຍານບໍ່ນ້ຳຮ້ອນ ພູ ເທີ່ນຕ່າຍເປີດໃຫ້ບໍລິການນັກທ່ອງທ່ຽວ

ຍ​ສ​ໝ - ນັບ​ແຕ່​ວັນ​ທີ 8 ກຸມ​ພາ, ສະ​ຖານ​ທີ່​ທ່ອງ​ທ່ຽວ​ອຸ​ທະ​ຍານບໍ່​ນ້ຳ​ຮ້ອນ ພູເທີ່ນຕ່າຍ ​ທີ່​ນະ​ຄອນ​ດ່າ​ນັ້ງ ໄດ້​ເປີດ​ໃຫ້​ບໍ​ລິ​ການ​ຢ່າງ​ເປັນ​ທາງ​ການ​ຄືນ ເພື່ອ​ຮັບ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽວ​ຊົມ, ພັກ​ຜ່ອນ, ມ່ວນ​ຊື່ນ ແລະ ເບິ່ງ​ແຍ່ງ​ສຸ​ຂະ​ພາບ​ຮ່າງ​ກາຍ​ດ້ວຍນ​ນ້ຳ​ຮ້ອນ​ທຳ​ມະ​ຊາດ.

ນະ​ຄອນຫຼວງ​ຮ່າ​ໂນ້ຍ​ ຕ້ອນຮັບແຂກຫຼາຍ​ກວ່າ 105.000 ເທື່ອຄົນ ໃນ​ຊ່ວງ​ບຸນປີໃໝ່​ປະ​ຈຳ​ຊາ​ດ ຫວຽດ​ນາມ 2022

ນະ​ຄອນຫຼວງ​ຮ່າ​ໂນ້ຍ​ ຕ້ອນຮັບແຂກຫຼາຍ​ກວ່າ 105.000 ເທື່ອຄົນ ໃນ​ຊ່ວງ​ບຸນປີໃໝ່​ປະ​ຈຳ​ຊາ​ດ ຫວຽດ​ນາມ 2022

ໃນ 07 ມື້ບຸນປີໃໝ່ປະຈຳຊາດ ຫວຽດນາມ ປີຂານ (ແຕ່ວັນທີ 31 ມັງກອນ ຫາ 06 ກຸມພາ 2022), ນະຄອນຫຼວງ ຮ່າໂນ້ຍ ຕ້ອນຮັບແຂກທ່ອງທ່ຽວຫຼາຍກວ່າ 105.000 ເທື່ອຄົນ ທີ່ເດີນທາງມາຢ້ຽມຢາມ, ທ່ອງທ່ຽວ.

ນັກຖ່າຍຮູບ Gérard Gerhard (ຝຣັ່ງ): ຜູ້ “ເກັບພາບ”  ປີໃໝ່ປະຈໍາຊາດຫວຽດນາມ ຖະໜົນເມືອງເກົ່າ ໂຮ້ຍອານ

ນັກຖ່າຍຮູບ Gérard Gerhard (ຝຣັ່ງ): ຜູ້ “ເກັບພາບ” ປີໃໝ່ປະຈໍາຊາດຫວຽດນາມ ຖະໜົນເມືອງເກົ່າ ໂຮ້ຍອານ

ຍສໝ - ທ່ານ Gérard Gerhard, ອາຍຸ 67 ປີ, ນັກຖ່າຍຮູບຊາວຝະລັ່ງ ໄດ້ບັນທຶກຊ່ວງເວລາອັນລ້ຳຄ່າທີ່ສຸດກ່ຽວກັບຜູ້ຄົນ, ທຳມະຊາດ ແລະ ມໍລະດົກ ຫວຽດນາມ ຜ່ານຮູບຖ່າຍ 20.000 ໃບຕັ້ງແຕ່ປີ 2018. ໃນໄລຍະການເດີນທາງນັ້ນ, ເພິ່ນມີຄວາມປະທັບໃຈຢ່າງແຮງກັບຄວາມງາມຂອງ ໂຮ້ຍອານ, ໂດຍສະເພາະແມ່ນບັນຍາກາດຂອງບຸນປີໃໝ່ປະຈໍາຊາດຫວຽດນາມ.

ຕາມດາວ ຖືກຮັບຮອງເປັນແຫຼ່ງທ່ອງທ່ຽວແຫ່ງຊາດ

ຕາມດາວ ຖືກຮັບຮອງເປັນແຫຼ່ງທ່ອງທ່ຽວແຫ່ງຊາດ

ຍສໝ - ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ​ໄດ້ປະກາດໃຊ້ຂໍ້ຕົກລົງ​​ເລກທີ 170/QD-BVHTTDL ​ໄດ້​ຮັບ​ຮອງ​ເຂດ​ທ່ອງ​ທ່ຽວ ຕາມດາວ, ​ແຂວງ ຫວີງຟຸກ ​ເປັນ​ເຂດ​ທ່ອງ​ທ່ຽວ​ແຫ່ງ​ຊາດ.

ພິທີ​ໄຂ​ຖະໜົນ​ດອກ​ໄມ້​ລະດູ​ບານໃໝ່​ປີ 2022 ຢູ່​ໂຮງໝໍເຈິ້ໄຣ

ພິທີ​ໄຂ​ຖະໜົນ​ດອກ​ໄມ້​ລະດູ​ບານໃໝ່​ປີ 2022 ຢູ່​ໂຮງໝໍເຈິ້ໄຣ

ຍສໝ - ວັນ​ທີ 26 ມັງກອນ​ນີ້, ​ໂຮງໝໍເຈິ້ໄຣ ​ໄດ້​ຈັດ​ພິທີ​ໄຂ​ຖະໜົນ​ດອກ​ໄມ້​ລະດູບານ​ໃໝ່ 2022 ດ້ວຍ​ຫົວ​ຂໍ້​ວ່າ “ລະດູບານ​ໃໝ່​ 3 ພາກ”. ຖະໜົນ​ດອກ​ໄມ້ ​ນຳ​ເອົາ​ບັນຍາກາດ​ຂອງ​ບຸນເຕັດ​ໄປ​ຍັງ​ພະນັກງານ​ແພດ​ໝໍ ​ແລະ ຄົນ​ເຈັບ​ທີ່​ພວມ​ປິ່ນປົວ​ຢູ່​ໂຮງໝໍ.

ເປີດປະຕູການທ່ອງທ່ຽວສາກົນຕາມຂັ້ນຕອນເພື່ອຮັບປະກັນຄວາມປອດໄພ

ເປີດປະຕູການທ່ອງທ່ຽວສາກົນຕາມຂັ້ນຕອນເພື່ອຮັບປະກັນຄວາມປອດໄພ

ຍສໝ - ຕອນບ່າຍວັນທີ 24 ມັງກອນ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ຈັດ “ກອງປະຊຸມສຳມະນາເປັນເອກະພາບຂັ້ນຕອນ, ມາດຕະການແກ້ໄຂ ເພື່ອເປີດປະຕູການເຄື່ອນໄຫວທ່ອງທ່ຽວສາກົນ”, ຕາມຮູບແບບໂດຍກົງ ແລະ ທາງໄກເຖິງ 20 ສະຖານທີ່ຢູ່ບັນດາແຂວງ, ນະຄອນຂຶ້ນກັບສູນກາງ.

ງານ​ວາງ​ສະ​ແດງ​ພາບ​ຖ່າຍ “ປະ​ເທດ​ຊາດກ້າວ​ເຂົ້າ​ສູ່​ລະ​ດູ​ບານ​ໃໝ່”

ງານ​ວາງ​ສະ​ແດງ​ພາບ​ຖ່າຍ “ປະ​ເທດ​ຊາດກ້າວ​ເຂົ້າ​ສູ່​ລະ​ດູ​ບານ​ໃໝ່”

ງານວາງສະແດງລວມມີ 2 ເນື້ອໃນ ດ້ວຍ 2 ຫົວຂໍ້ຫຼັກແມ່ນ “ລະດູບານໃໝ່ມາສູ່ ພັກ” ແລະ “ສີສັນແຫ່ງລະດູບານໃໝ່ ຢູ່ທຸກແຖບຖິ່ນໃນທົ່ວປະເທດ”. ງານວາງສະແດງດ້ວຍຫົວຂໍ້ “ລະດູບານໃໝ່ມາສູ່ພັກ” ໄດ້ສະແດງພາບຖ່າຍ 40 ແຜ່ນ ໂດຍສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງ ປະທານໂຮ່ຈີມິນ ແລະ ບັນດາການນຳພັກ, ລັດ ຕໍ່ປະຊາຊົນໃນທົ່ວປະເທດເນື່ອງໃນໂອກາດບຸນເຕັດວຽນມາ.

ຊຸມວັນໃກ້ຈະຮອດບຸນເຕັດຢູ່ໝູ່ບ້ານດອກໄມ້ຊາແດັກ

ຊຸມວັນໃກ້ຈະຮອດບຸນເຕັດຢູ່ໝູ່ບ້ານດອກໄມ້ຊາແດັກ

ຍສໝ - ໝູ່​ບ້ານ​ດອກ​ໄມ້ຊາແດັກ ​ໄດ້​ເຂົ້າ​ສູ່​ລະ​ດູ​ການ​ທີ່​ສວຍ​ງາມ​ທີ່​ສຸດ​ຂອງ​ປີ, ບັນ​ຍາ​ກາດ​ການ​ຄ້າ​ຂາຍ​ ແລະ​ເກັບ​ກ່ຽວ​ຂອງ​ປະ​ຊາ​ຊົນ​ກໍ່​ຄຶກ​ຄື້ນ.

ທິວທັດ​ດອກໝັ້ນເບັ່ງບານຂາວທົ່ວເຂດໂມກເຈົາ

ທິວທັດ​ດອກໝັ້ນເບັ່ງບານຂາວທົ່ວເຂດໂມກເຈົາ

ຍສໝ - ໃນຊຸມວັນກາງເດືອນມັງກອນທຸກໆປີ, ຢູ່ຮ່ອມພູນາກາ, ມູເນົາ (ເທດສະບານໂມກເຈົາ, ເມືອງໂມກເຈົາ, ແຂວງ ເຊີນລາ) ພວມດຶງດູດປະຊາຊົນຫຼາຍຄົນມາທີ່ນີ້ ເພື່ອຊົມດອກໝັ້ນປ່າສີຂາວພວມເບັ່ງບານທົ່ວເຂດໂມກເຈົາ.

ນະ​ຄອນ​ຮ່າ​ໂນ້ຍ ແມ່ນ 1 ໃນ​ຈຳ​ນວນ 10 ນະ​ຄອນ​ທີ່​ມີ​ຄ່າ​ໃຊ້​ຈ່າຍ​ຖືກ​ທີ່​ສຸດ​ໃນ​ໂລກສຳລັບຊາວ​ຕ່າງ​ປະ​ເທດ

ນະ​ຄອນ​ຮ່າ​ໂນ້ຍ ແມ່ນ 1 ໃນ​ຈຳ​ນວນ 10 ນະ​ຄອນ​ທີ່​ມີ​ຄ່າ​ໃຊ້​ຈ່າຍ​ຖືກ​ທີ່​ສຸດ​ໃນ​ໂລກສຳລັບຊາວ​ຕ່າງ​ປະ​ເທດ

ຍ​ສ​ໝ - ເຖິງວ່າ​ຖືກ​ຜົນ​ສະ​ທ້ອນ​ຢ່າງ​ໜັກ​ໜ່ວງ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ແຕ່​ມີຫຼາຍ​ອົງ​ການ​ຈັດ​ຕັ້ງ, ອົງ​ການ​ສື່ມວນ​ຊົນ​ທ່ອງ​ທ່ຽວ​ສາ​ກົນ ຍັງ​ຕີ​ລາ​ຄາ, ຈັດ​ຮ່າ​ໂນ້ຍ​ເຂົ້າ​ກຸ່ມ​ບັນ​ດາ​ນະ​ຄອນ​ທ່ອງ​ທ່ຽວທີ່​ດຶງ​ດູດ​ໃຈ​ທີ່​ສຸດ​ໃນ​ໂລກ.

ຮ່າ​ໂນ້ຍ ໄດ້​ເຂົ້າ​ໃນກຸ່ມ​ຈຸດ​ນັດ​ພົບ​ທີ່​ດູດ​ດື່ມ​ທີ່​ສຸດ​ໃນ​ໂລກ

ຮ່າ​ໂນ້ຍ ໄດ້​ເຂົ້າ​ໃນກຸ່ມ​ຈຸດ​ນັດ​ພົບ​ທີ່​ດູດ​ດື່ມ​ທີ່​ສຸດ​ໃນ​ໂລກ

ວາລະສານ Time ຂອງ ອາເມລິກາ ກໍໄດ້ເລືອກເອົາ ນະຄອນຫຼວງ ຮ່າໂນ້ຍ ເປັນ 1 ໃນ 3 ສະຖານທີ່ທ່ອງທ່ຽວຂອງ ຫວຽດນາມ ທີ່ນອນໃນກຸ່ມ 100 ສະຖານທີ່ທ່ອງທ່ຽວງາມທີ່ສຸດໃນໂລກ, ນັ້ນຄື: ນະຄອນ ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ, ຝູກວັກ (ກຽນຢາງ).

ເຊື່ອມຕົວເຂົ້າກັບບັນຍາກາດບຸນປີໃໝ່ປະຈຳຊາດຢູ່ງານວາງສະແດງ “ບຸນເຕັດໃນເມື່ອກ່ອນ”

ເຊື່ອມຕົວເຂົ້າກັບບັນຍາກາດບຸນປີໃໝ່ປະຈຳຊາດຢູ່ງານວາງສະແດງ “ບຸນເຕັດໃນເມື່ອກ່ອນ”

ພິທີໄຂງານວາງສະແດງ “ບຸນເຕັດໃນເມື່ອກ່ອນ” ເພື່ອແນໃສ່ວາດພາບສ່ວນໜຶ່ງຂອງບຸນປີໃໝ່ປະຈຳຊາດ ຫວຽດນາມ ຜ່ານເອກະສານທີ່ໄດ້ເກັບຮັກສາ.

ຄົ້ນຫາ​ຄວາມ​ງາມ​ທີ່​ໜ້າ​ຕື່ນ​ເຕັ້ນ​ຂອງ​ຖ້ຳເຊີນດ່ອງ- ຖ້ຳ​ໃຫຍ່​ທີ່​ສຸດ​ໃນ​ໂລກ

ຄົ້ນຫາ​ຄວາມ​ງາມ​ທີ່​ໜ້າ​ຕື່ນ​ເຕັ້ນ​ຂອງ​ຖ້ຳເຊີນດ່ອງ- ຖ້ຳ​ໃຫຍ່​ທີ່​ສຸດ​ໃນ​ໂລກ

ຍສໝ - ຖ້ຳ​ເຊີນ​ດ່ອງ ​ແມ່ນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຂອງ​ແຂວງ​ກວາງ​ບິ່ງ, ຂຶ້ນ​ກັບ​ປ່າ​ສະຫງວນ​ແຫ່ງ​ຊາດຟອງ​ຍາ - ​ເກ​ບ່າງ (ຕາ​ແສງ​ເຊີນ​ແຈກ, ​ເມືອງ​ໂບ້​ແຈກ, ​ແຂວງກວາງ​ບິ່ງ) ​ແລະ​ແມ່ນ​ສ່ວນ​ໜຶ່ງ​ຂອງ​ລະບົບ​ໃຕ້​ດິນ​ເຊື່ອມ​ຕໍ່​ຖ້ຳ​ກວ່າ 150 ຖ້ຳ​ຕ່າງໆຢູ່ຫວຽດນາມ ໃກ້ກັບຊາຍແດນລາວ.

ຫຼົງໄຫຼກັບທິວທັດອັນງົດງາມຢູ່ວັດທີ່ມີພະພຸດທະຮູບອົງໃຫຍ່ທີ່ສຸດໃນປະເທດຫວຽດນາມ

ຫຼົງໄຫຼກັບທິວທັດອັນງົດງາມຢູ່ວັດທີ່ມີພະພຸດທະຮູບອົງໃຫຍ່ທີ່ສຸດໃນປະເທດຫວຽດນາມ

ຍສໝ - ດ້ວຍວັດວາອາຮາມທີ່ພົ້ນເດັ່ນ ແລະຮູບແບບສະຖາປັດຕະຍະກຳທີ່ເປັນ ເອກະລັກສະເພາະ, ຊ໊ອກຈັງ ເຮັດໃຫ້ຫຼາຍຄົນແປກປະຫຼາດ ເມື່ອເຫັນແຫ່ງນີ້ ສວຍງາມ ຄືກັບທຸກແຫ່ງໃນປະເທດໄທ ຫຼື ກຳປູເຈຍ.

ບິນຢູ່ເທິງ

ບິນຢູ່ເທິງ "ປະຕູສະຫວັນ" ໃນ "ເມືອງຮ້ອຍປີ"

ຍສໝ - ​ບໍ່​ພຽງ​ແຕ່​ໄດ້​ປຽບເໝືອນດັ່ງ “ຊາ​ປາ​ແຫ່ງ​ແຂວງເງ້ອານ”, “ດ່າລາດແຫ່ງແຂວງ ເງ້ອານ” ກໍ່ຕາມ, ​ເມືອງ​ລົ໋ງ ຍັງໄດ້ຮູ້ຈັກເຖິງແມ່ນ “ເມືອງ​ຮ້ອຍ​ປີ” ເພາະ​ວ່າ​ລະດັບອາ​ຍຸ​ຍືນ​ຂອງ​ຊາວ​ທ້ອງຖິ່ນຍາມໃດກໍ່​ສູງ​​.

ຖະໜົນ​ເມືອງເກົ່າ​ຮ່າ​ໂນ້ຍ ຮຸ່ງເຮືອງເຫຼືອງເຫຼື້ອມ​ດ້ວຍ​ສີສັນ​ພື້ນ​ເມືອງ​ຕ້ອນຮັບ​ບຸນປີ​ໃໝ່​ປະຈຳ​ຊາດປີຂານ

ຖະໜົນ​ເມືອງເກົ່າ​ຮ່າ​ໂນ້ຍ ຮຸ່ງເຮືອງເຫຼືອງເຫຼື້ອມ​ດ້ວຍ​ສີສັນ​ພື້ນ​ເມືອງ​ຕ້ອນຮັບ​ບຸນປີ​ໃໝ່​ປະຈຳ​ຊາດປີຂານ

ຍສໝ - ໃນຊຸມວັນນີ້, ຖະໜົນຮ່າງມ໊າ ເຕັມໄປດ້ວຍສີແດງ ແລະສີເຫຼືອງ ຈາກໂຄມໄຟ, ຄຳກອນຄູ່ (ປະຕິຄູ່), ຊອງອັງເບົາ, ເຈົ້າພໍ່ຂຸນຄັງ ຫຼືສີຂຽວຂອງເຂົ້າຕົ້ມ... ທຸກສິ່ງທຸກຢ່າງ ສ້າງເປັນພາບທີ່ເຕັມໄປດ້ວຍສີສັນຕ້ອນຮັບປີໃໝ່ປະຈໍາຊາດປີຂານ 2022 ທີ່ໃກ້ຈະວຽນມາແລ້ວ.

ຄົ້ນຫາ “ນະຄອນຢູ່ຟາກແມ່ນ້ຳສີຂຽວໃສ”

ຄົ້ນຫາ “ນະຄອນຢູ່ຟາກແມ່ນ້ຳສີຂຽວໃສ”

ລາຍການທ່ອງທ່ຽວຄົ້ນຫາ, ຢ້ຽມຊົມຮ່ອງຮອຍປະຫວັດສາດ, ທັດສະນີຍະພາບຢູ່ນະຄອນທຸດຶກ (ນະຄອນໂຮ່ຈີມິນ) ໃນລາຍການທ່ອງທ່ຽວຄົ້ນຫາ “ນະຄອນຢູ່ຟາກແມ່ນ້ຳສີຂຽວໃສ” ໄດ້ປະກອບສ່ວນຟື້ນຟູການທ່ອງທ່ຽວພາຍໃນຂອງນະຄອນໂຮ່ຈີມິນ.

ໝູ່​ບ້ານຕົ້ນໝາກແປ້ນຕື໊ລຽນ​ຫຍຸ້ງກັບ​ວຽກ​ໃນໂອກາດ​ບຸນປີໃໝ່

ໝູ່​ບ້ານຕົ້ນໝາກແປ້ນຕື໊ລຽນ​ຫຍຸ້ງກັບ​ວຽກ​ໃນໂອກາດ​ບຸນປີໃໝ່

​ຍສໝ - ຍັງ​ເວລາ​ເກືອບ 1 ​ເດືອນ ກໍ່ຈະ​ຮອດ​ບຸນປີ​ໃໝ່​ປະຈຳ​ຊາດປີຂານ 2022, ​ເຂດ​ທົ່ງຕົ້ນໝາກແປ້ນ​ຂອງໝູ່​​ບ້ານຕົ້ນໝາກແປ້ນ ຕື໊ລຽນ (ຮ່າ​ໂນ້ຍ) ​ໄດ້​ສຸກ​ເຫຼືອງ, ບັນຍາກາດ​ຄຶກຄື້ນ, ການ​ບົວລະບັດ ​ແລະ ປະດັບ​ປະດາ​ຕົ້ນ​ໄມ້​ປະດັບ​ເພື່ອ​ສະໜອງ​ຕະຫຼາດ​ໃນ​ວັນ​ບຸນ​ປີໃໝ່ປະຈໍາຊາດ ໄດ້ມີຄວາມຄຶກຄື້ນ ໜາແໜ້ນ.

ດ່າລາດ - ລະດູດອກຊາ​ກຸຣະ

ດ່າລາດ - ລະດູດອກຊາ​ກຸຣະ

ຍສໝ - ປີນີ້ອາກາດໜາວ, ດອກຊາ​ກຸຣະເບັ່ງບານເຕັມທີ່, ສວຍງາມທີ່ສຸດ. ທັງດ່າລາດ ​ລ້ວນ​ແຕ່​ມີ​ສີ​ຊົມ​ຊື່ນ​ເປັນ​ສີ​ບົວ, ເໝືອນ​ດັ່ງ​ຊຸດ “ນາງສາວ” ທີ່ປິວສະບັດຢ່າງ​ສວຍ​ງາມ​ໃນ​ຊຸດ​ສີ​ບົວ, ມີ​ຄວາມ​ເຍົ້າຍວນທີ່ເປັນໜ້າແປກ.

ນະຄອນ ໂຮ່ຈີມິນ ແລະ ບິ່ງດິງ ໄດ້ຮັບອະນຸຍາດໃຫ້ທົດລອງຮັບນັກທ່ອງທ່ຽວສາກົນ

ນະຄອນ ໂຮ່ຈີມິນ ແລະ ບິ່ງດິງ ໄດ້ຮັບອະນຸຍາດໃຫ້ທົດລອງຮັບນັກທ່ອງທ່ຽວສາກົນ

ຍສໝ - ລັດຖະບານ​ໄດ້​ເຫັນ​ດີ​ເພີ່ມເຕີມ​ນະຄອນ ​ໂຮ່ຈີ​ມິນ ​ແລະ ບິ່ງ​ດິ້ງ ​ເຂົ້າ​ໃນ​ບັນຊີ​ລາຍ​ຊື່​ບັນດາ​ທ້ອງ​ຖິ່ນທີ່ໄດ້ທົດ​ລອງ​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນ​ແຕ່​ຕົ້ນ​ປີ​ນີ້, ພ້ອມ​ກັບ 5 ທ້ອງ​ຖິ່ນຕ່າງໆ​ຄື: ດ່າໜັງ, ກຽນ​ຢາງ, ​ແຄ໋ງຮ່ວາ, ກວາງ​ນາມ ແລະ ກວາງນິງ.

|< < 1 2 3 4 5 > >|
ເຫດການ
302 Found

Found

The document has moved here.