ນະ​ຄອນຫຼວງ​ຮ່າ​ໂນ້ຍ​ ຕ້ອນຮັບແຂກຫຼາຍ​ກວ່າ 105.000 ເທື່ອຄົນ ໃນ​ຊ່ວງ​ບຸນປີໃໝ່​ປະ​ຈຳ​ຊາ​ດ ຫວຽດ​ນາມ 2022

07:38 | 08/02/2022

ໃນ 07 ມື້ບຸນປີໃໝ່ປະຈຳຊາດ ຫວຽດນາມ ປີຂານ (ແຕ່ວັນທີ 31 ມັງກອນ ຫາ 06 ກຸມພາ 2022), ນະຄອນຫຼວງ ຮ່າໂນ້ຍ ຕ້ອນຮັບແຂກທ່ອງທ່ຽວຫຼາຍກວ່າ 105.000 ເທື່ອຄົນ ທີ່ເດີນທາງມາຢ້ຽມຢາມ, ທ່ອງທ່ຽວ.

ກອງ​ທຶນ​ປະ​ຊາ​ກອນ ສ​ປ​ຊ ປະ​ກາດ​ໂຄງ​ການ​ແຫ່ງ​ຊາດ​ໃໝ່ ໃຫ້​ແກ່ ຫວຽດ​ນາມ ກອງ​ທຶນ​ປະ​ຊາ​ກອນ ສ​ປ​ຊ ປະ​ກາດ​ໂຄງ​ການ​ແຫ່ງ​ຊາດ​ໃໝ່ ໃຫ້​ແກ່ ຫວຽດ​ນາມ
ໜ້າ​ທີ່​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ ຫວຽດ​ນາມ ໃນ​ປີ 2022 ໜ້າ​ທີ່​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ ຫວຽດ​ນາມ ໃນ​ປີ 2022
ພາບປະກອບ:baotintuc.vn
ພາບປະກອບ:baotintuc.vn

ຕາມການລາຍງານຂອງພະແນກທ່ອງທ່ຽວ ນະຄອນຫຼວງຮ່າໂນ້ຍ, ໃນ 07 ມື້ບຸນປີໃໝ່ປະຈຳຊາດ ຫວຽດນາມ ປີຂານ (ແຕ່ວັນທີ 31 ມັງກອນ ຫາ 06 ກຸມພາ 2022), ນະຄອນຫຼວງ ຮ່າໂນ້ຍ ຕ້ອນຮັບແຂກທ່ອງທ່ຽວຫຼາຍກວ່າ 105.000 ເທື່ອຄົນທີ່ເດີນທາງມາຢ້ຽມຢາມ, ທ່ອງທ່ຽວ. ນີ້ແມ່ນຕົວເລກທີ່ມີຄວາມໝາຍຢ່າງແທ້ຈິງໃນສະພາບການໂລກລະບາດ ໂຄວິດ-19 ຍັງຜັນແປຢ່າງສັບສົນ, ເປີດກາລະໂອກາດຟື້ນຟູ ແລະ ພັດທະນາການທ່ອງທ່ຽວໃນໄລຍະຈະມາເຖິງຢູ່ ນະຄອນຫຼວງຮ່າໂນ້ຍ.

ໃນໂອກາດ ບຸນປີໃໝ່ປະຈຳຊາດ ຂອງ ຫວຽດນາມ ປີຂານ 2022, ບັນດາສະຖານທີ່ ປູຊະນີຍະຖານ, ວັດທະນະທຳຂອງນະຄອນຫຼວງ ຍັງຄົງຢຸດການເຄື່ອນໄຫວຊົ່ວຄາວ, ຍັງບໍ່ທັງເປີດປະຕູຕ້ອນຮັບແຂກເຂົ້າເປັນປົກກະຕິ, ນອກຈາກນັ້ນ, ເພື່ອຮັບປະກັນ ການປ້ອງກັນ, ຄວບຄຸມໂລກລະບາດ, ບັນດາງານບຸນຍາມລະດູບານໃໝ່ ໃນບໍລິເວນນະຄອນຫຼວງຄື: ງານບຸນວິຫານຊັອກ, ງານບຸນໂດງດາ, ງານບຸນວິຫານ ຮາຍບ່າຈຶງ, ງານບຸນຕານວຽນເຊີນແທ໋ງ…ກໍ່ໄດ້ໂຈະການຈັດງານ. ສະຖານທີ່ທ່ອງທ່ຽວ, ຫໍພິພິດທະພັນ, ສວນສາທາລະນະຈຳນວນໜຶ່ງ ໄດ້ເປີດບໍລິການຕ້ອນຮັບແຂກ ແລະ ປະຊາຊົນນະຄອນຫຼວງ. ແຂກທ່ອງທ່ຽວເປັນຕົ້ນແມ່ນປະຊາຊົນໃນນະຄອນຫຼວງໄປທ່ຽວຍາມລະດູຍາມໃໝ່ ແລະ ແຂກມາຈາກບາງທ້ອງຖິ່ນໄກ້ຄຽງຄື: ຮ່ານາມ, ຖ່າຍບີ່ງ, ວິງຟຸກ, ບັກຢ່າງ, ນິງບີ່ງ, ແທງຮົວ, ເຫ້ງະອານ.

vovworld.vn

ເຫດການ
302 Found

Found

The document has moved here.