ນັກຖ່າຍຮູບ Gérard Gerhard (ຝຣັ່ງ): ຜູ້ “ເກັບພາບ” ປີໃໝ່ປະຈໍາຊາດຫວຽດນາມ ຖະໜົນເມືອງເກົ່າ ໂຮ້ຍອານ

06:07 | 01/02/2022

ຍສໝ - ທ່ານ Gérard Gerhard, ອາຍຸ 67 ປີ, ນັກຖ່າຍຮູບຊາວຝະລັ່ງ ໄດ້ບັນທຶກຊ່ວງເວລາອັນລ້ຳຄ່າທີ່ສຸດກ່ຽວກັບຜູ້ຄົນ, ທຳມະຊາດ ແລະ ມໍລະດົກ ຫວຽດນາມ ຜ່ານຮູບຖ່າຍ 20.000 ໃບຕັ້ງແຕ່ປີ 2018. ໃນໄລຍະການເດີນທາງນັ້ນ, ເພິ່ນມີຄວາມປະທັບໃຈຢ່າງແຮງກັບຄວາມງາມຂອງ ໂຮ້ຍອານ, ໂດຍສະເພາະແມ່ນບັນຍາກາດຂອງບຸນປີໃໝ່ປະຈໍາຊາດຫວຽດນາມ.

ວາດພາບບັນຍາກາດບຸນປີໃໝ່ປະຈໍາຊາດຫວຽດນາມ ຜ່ານເອກະສານສຳເນົາ ວາດພາບບັນຍາກາດບຸນປີໃໝ່ປະຈໍາຊາດຫວຽດນາມ ຜ່ານເອກະສານສຳເນົາ
ງານ​ວາງສະ​ແດງ “​ບຸນເຕັດດັ້ງເດີມ” ​ວາງສະ​ແດງ​ເອກະສານ ​ແລະຮູບ​ພາບ​ທີ່​ເປັນ​ເອກະລັກ​ສະ​ເພາະ​ກ່ວາ 100 ​ແຜ່ນ​ກ່ຽວ​ກັບບຸນປີໃໝ່ປະຈໍາຊາດ ງານ​ວາງສະ​ແດງ “​ບຸນເຕັດດັ້ງເດີມ” ​ວາງສະ​ແດງ​ເອກະສານ ​ແລະຮູບ​ພາບ​ທີ່​ເປັນ​ເອກະລັກ​ສະ​ເພາະ​ກ່ວາ 100 ​ແຜ່ນ​ກ່ຽວ​ກັບບຸນປີໃໝ່ປະຈໍາຊາດ

ຫຼັງ​ຈາກ​ເດີນ​ທາງ​ໄປ​ທົ່ວ​ປະເທດກຳ​ປູ​ເຈຍ​ ຈາກ​ເໜືອ​ເຖິງ​ໃຕ້​ເປັນ​ເວ​ລາ 3 ເດືອນ, ຫວຽດ​ນາມ ແມ່ນ​ຈຸດນັດພົບ​ຕໍ່​ໄປ​ຂອງ​ນັກຖ່າຍຮູບ Gérard Gerhard. ປີ 2018, ສະຖານ​ທີ່ແຫ່ງ​ທຳ​ອິດ​ທີ່​ເພິ່ນມາຫວຽດນາມ ​ແມ່ນ​ນະຄອນ ​ໂຮ່ຈີ​ມິນ ​ແລະ ​ໄດ້​ຢູ່​ ໂຮ້ຍອານ ​ເປັນ​ເວລາ​ເກືອບ 3 ປີ.

ນັກຖ່າຍຮູບ Gérard Gerhard (ຝຣັ່ງ): ຜູ້ “ເກັບພາບ”  ປີໃໝ່ປະຈໍາຊາດຫວຽດນາມ ຖະໜົນເມືອງເກົ່າ ໂຮ້ຍອານ
ນັກຖ່າຍຮູບ Gérard Gerhard

ດ້ວຍສະຖາປັດຕະຍະກຳເກົ່າແກ່ ແລະ ບັນດາຮີດຄອງປະເພນີ ວັນບຸນປີໃໝ່ປະຈໍາຊາດ, ຖະໜົນ ​ໂຮ້ຍ​ອານ ໄດ້ພາພວກເຮົາກັບຄືນສູ່ບັນຍາກາດຂອງບຸນປີໃໝ່ປະຈໍາຊາດຫວຽດນາມ ໃນເມື່ອກ່ອນ. “ສອງ​ຄັ້ງທີ່ໄດ້ຕ້ອນຮັບບຸນປີໃໝ່ປະຈໍາຊາດ ​ຢູ່ ​ຫວຽດ​ນາມ ຂ້າ​ພະ​ເຈົ້າ​ໄດ້​ ຢູ່ ​ໂຮ້ຍ​ອານ ຕະຫຼອດເວລາ. ແລະແຕ່ລະຄັ້ງແມ່ນປະສົບການທີ່ຫນ້າສົນໃຈທີ່ແຕກຕ່າງກັນ”, ທ່ານ Gérard Gerhard ແບ່ງປັນ.

ສຳລັບ​ທ່ານ Gérard Gerhard ​ແລ້ວ, ​ເມື່ອ​ມີ​ກິ່ນ​ຫອມ​ອ່ອນໆຂອງທູບ​ເກດສະໜາຢູ່​ທົ່ວ​ທຸກ​ຫົນ​ທາງ, ນັ້ນ​ໝາຍ​ຄວາມ​ວ່າບຸນປີໃໝ່ປະຈໍາຊາດ​ໄດ້​ໄປ​ຮອດ​ໂຮ້ຍອານ. ຕົ້ນໄຊຍະພຶກ​ຢູ່​ຕໍ່​ໜ້າ​ເດີ່ນ​ວັດ, ເດີ່ນ​ສາລາ, ບັນດາ​ລະ​ບຽງ​ຂອງ​ບ້ານ​ກໍ​ ໄດ້ປະດັບປະດາດ້ວຍບັນດາໂຖດອກເໜີຍເຫຼືອງ, ດອກດາລີລາ (Dahlia) ທີ່ສວຍງາມ. ​ໃນ​ຕອນ​ກາງ​ເວັນ, ມີ​ບັນດາການລະຫຼິ້ນ​ພື້ນ​ເມືອງ​ຄື: ຮ້ອງ​ເພງ​ສະ​ເໜ່, ​ຊ່ວງ​ເຮືອ​ໃນ​ຕົ້ນ​ລະດູ​ໃບ​ໄມ້​ປົ່ງ, ຫຼີ້ນໝາກຮຸກ​ມະນຸດ, ຟ້ອນ​ສິງ​ໂຕ... ໃນ​ຕອນ​ແລງ, ໂຄມ​ໄຟ​ສ່ອງ​ແສງ​ໄປ​ທົ່ວ​ຖະໜົນ, ກະໂທງລອຍລ່ອງ​ສ່ອງ​ແສງ​ຢູ່ຕາມ​ແມ່ນ້ຳ.

ທ່ານ Gérard Gerhard ໃຫ້ຮູ້ວ່າ: “ຫວຽດນາມ ມີບັນດາມໍລະດົກວັດທະນະທຳ, ສະຖາປັດຕະຍະກຳທີ່ຮັກສາໄວ້ໄດ້ຫຼາຍແຫ່ງ. ນອກຈາກນັ້ນ, ຮີດຄອງປະເພນີ, ຄຸນງາມຄວາມດີຂອງປະຊາຊົນກໍຍັງໄດ້ຮັບການຮັກສາໄວ້ຕະຫຼອດຜ່ານບັນດາລຸ້ນຄົນ. ຍ້ອນ​ຄວາມ​ຮັກ​ນັ້ນ, ​ໂຮ້ຍອານ​ກັບ​ທຸກ​ມຸມ​ຂອງ​ຊີວິດ​ໄດ້​ຮັບ​ການ​ສ້າງ​ຄືນ​ໃໝ່​ໂດຍ​ຜ່ານ​ຮູບ​ຖ່າຍ​ຂອງ​ທ່ານ Gérard Gerhard.

ປົກກະຕິແລ້ວໃນຊ່ວງບຸນປີໃໝ່ປະຈໍາຊາດ, ທ່ານ Gérard Gerhard ມັກຂີ່ລົດຖີບເກົ່າໄປທົ່ວເຂດຖະໜົນ, ທ່າເຮືອການຄ້າ ກັບ "ຜູ້ຊ່ວຍວຽກ" ຂອງຕົນ - ຫມາ Cappuccino ເພື່ອບັນທຶກຊ່ວງເວລາຂອງຖະໜົມໂຮ່ຍ. “ນັ້ນແມ່ນຄວາມ​ມັກ​ຂອງ​ຂ້າ​ພະ​ເຈົ້າ. ທຸກ​ຄົນ​ມີ​ຄວາມດີໃຈທີ່ໄດ້ຕ້ອນຮັບຂ້າພະເຈົ້າ ແລະ ​ຖ່າຍຮູບ​ກັບ​ຂ້າພະເຈົ້າ. ໃນຊ່ວງວັນເວລານັ້ນ, ຂ້າພະເຈົ້າເຫັນໄດ້ເຖິງຊີວິດທີ່ສວຍງາມຢ່າງແທ້ຈິງ”.

ນັກຖ່າຍຮູບ Gérard Gerhard (ຝຣັ່ງ): ຜູ້ “ເກັບພາບ”  ປີໃໝ່ປະຈໍາຊາດຫວຽດນາມ ຖະໜົນເມືອງເກົ່າ ໂຮ້ຍອານ
ປີ 2018, ສະຖານ​ທີ່ແຫ່ງ​ທຳ​ອິດ​ທີ່​ເພິ່ນມາຫວຽດນາມ ​ແມ່ນ​ນະຄອນ ​ໂຮ່ຈີ​ມິນ ​ແລະ ​ໄດ້​ຢູ່​ ໂຮ້ຍອານ ​ເປັນ​ເວລາ​ເກືອບ 3 ປີ.

ຫວນຄືນບັນດາຄວາມຊົງຈຳຂອງບຸນປີໃໝ່ປະຈໍາຊາດຢູ່ຫວຽດນາມ, ທ່ານ Gérard Gerhard ໃຫ້ຮູ້ວ່າ: “ໃນບຸນປີໃໝ່ປະຈໍາຊາດປີກາຍນີ້, ຂ້າພະເຈົ້າໄດ້ມີໂອກາດໄດ້ຮັບຄຳແນະນໍາວິທີ ເຮັດຄຳໝາກຄຳພູຈາກແມ່ເຖົ້າ ຮ້ານດອກໄມ້ ບຸ່ຍທິຊອງ. ຂ້າພະ​ເຈົ້າ​ສົນ​ໃຈ​ຫລາຍ​ເພາະ​ຂ້າພະ​ເຈົ້າມັກ​ພົບ​ປະ​ກັບ​ຜູ້​ເຖົ້າ​ຢູ່​ໂຮ້ຍອານ​ທີ່​ມີ​ແຂ້ວ​ດຳ, ​ປາກ​ແດງ​ຈາກ​ການ​ຄ້ຽວ​ໝາກ. ຂ້າ​ພະ​ເຈົ້າ​ກໍ​ໄດ້​ຖືກ​ເຊີນ​ໄປ​ເຮືອນ​ເພື່ອນ​ເພື່ອ​ສະ​ເຫຼີມ​ສະ​ຫຼອງ​ບຸນ​ເຕັດ, ໄດ້ພ້ອມກັບ​ຄອບ​ຄົວ​ຂອງ​ເພື່ອນກະ​ກຽມ​ພາ​ເຂົ້າ​ໄປ​ຖວາຍ​ບັນ​ພະ​ບຸ​ລຸດ, ໄດ້ຮັບປະທານອາຫານໃນບຸນ​ເຕັດ​ຫວຽດ​ນາມ ແມ່ນ​ປະ​ສົບ​ການ​ທີ່​ໜ້າ​ຈົດ​ຈຳ​ທີ່​ສຸດ​ໃນ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ”.

“ຂ້າພະເຈົ້າມັກຈະໃຫ້ອັງເປົາແກ່ເດັກນ້ອຍໃນຊ່ວງເວລາບູນເຕັດ. ໄດ້ຍິນວ່າ ເງິນພຽງເລັກນ້ອຍໃນຊອງສີແດງຈະນໍາເອົາຄວາມໂຊກດີ, ສິ່ງດີໆໃຫ້ກັບເດັກນ້ອຍໃນຊ່ວງຕົ້ນປີ. ປົກກະຕິແລ້ວຂ້າພະເຈົ້າເອົາເງິນໃສ່ຫຼາຍຫນ້ອຍຫນຶ່ງ, ເພາະວ່າໃນປີມີເທື່ອໜຶ່ງ, ຂ້າພະເຈົ້າ ຢາກໃຫ້ເດັກນ້ອຍມີຄວາມດີໃຈຫຼາຍກວ່າ ແລະມີຄວາມຊົງຈໍາໃນຊ່ວງບຸນປີໃຫມ່ຫຼາຍກວ່າ".

ໄຊພອນ

ເຫດການ
302 Found

Found

The document has moved here.