ຕາມດາວ ຖືກຮັບຮອງເປັນແຫຼ່ງທ່ອງທ່ຽວແຫ່ງຊາດ

14:34 | 30/01/2022

ຍສໝ - ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ​ໄດ້ປະກາດໃຊ້ຂໍ້ຕົກລົງ​​ເລກທີ 170/QD-BVHTTDL ​ໄດ້​ຮັບ​ຮອງ​ເຂດ​ທ່ອງ​ທ່ຽວ ຕາມດາວ, ​ແຂວງ ຫວີງຟຸກ ​ເປັນ​ເຂດ​ທ່ອງ​ທ່ຽວ​ແຫ່ງ​ຊາດ.

ວາດພາບບັນຍາກາດບຸນປີໃໝ່ປະຈໍາຊາດຫວຽດນາມ ຜ່ານເອກະສານສຳເນົາ ວາດພາບບັນຍາກາດບຸນປີໃໝ່ປະຈໍາຊາດຫວຽດນາມ ຜ່ານເອກະສານສຳເນົາ
ງານ​ວາງສະ​ແດງ “​ບຸນເຕັດດັ້ງເດີມ” ​ວາງສະ​ແດງ​ເອກະສານ ​ແລະຮູບ​ພາບ​ທີ່​ເປັນ​ເອກະລັກ​ສະ​ເພາະ​ກ່ວາ 100 ​ແຜ່ນ​ກ່ຽວ​ກັບບຸນປີໃໝ່ປະຈໍາຊາດ ງານ​ວາງສະ​ແດງ “​ບຸນເຕັດດັ້ງເດີມ” ​ວາງສະ​ແດງ​ເອກະສານ ​ແລະຮູບ​ພາບ​ທີ່​ເປັນ​ເອກະລັກ​ສະ​ເພາະ​ກ່ວາ 100 ​ແຜ່ນ​ກ່ຽວ​ກັບບຸນປີໃໝ່ປະຈໍາຊາດ
ຕາມດາວ ຖືກຮັບຮອງເປັນແຫຼ່ງທ່ອງທ່ຽວແຫ່ງຊາດ
ຕາມດາວ ໄດ້ຮັບຮອງເປັນແຫຼ່ງທ່ອງທ່ຽວແຫ່ງຊາດ: ພາບ: ກົມໃຫຍ່ທ່ອງທ່ຽວ

ແຫຼ່ງທ່ອງທ່ຽວແຫ່ງຊາດ ຕາມດາວ ມີເນື້ອທີ່ 10.723 ເຮັກຕາ, ໃນນັ້ນມີ: ການແບ່ງເຂດບໍລິການບໍລິຫານຂອງ ສວນແຫ່ງຊາດ ຕາມດາວ ຢູ່ ບໍລິເວນ ເມືອງ ຕາມດາວ; ບໍລິເວນຕີນພູຕາມດາວ; ​ເຂດ​ຮ່ອງຮອຍ ​ແລະ ທັດສະນີ​ຍະ​ພາບ ໄຕທຽນ ​ແລະ ​ເຂດ​ທ່ອງ​ທ່ຽວ​ຕາມ​ດາວ.

ເຂດແດນເຂດ​ທ່ອງ​ທ່ຽວ​ແຫ່ງ​ຊາດ ຕາມດາວ ​ໄດ້​ກຳນົດ​ເຂດ​ຂັ້ນແດນ 3 ​ແຂວງ​ຄື: ​ໄທ​ງວຽນ, ຫວີງ​ຟຸກ ​ແລະ ຕວຽນ​ກວາງ ​ຕາມທິດຕາ​ເວັນ​ຕົກ​ສ່ຽງ​ເໜືອ - ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ໂດຍ​ມີ​ຄວາມ​ກວ້າງ 10-15 ກິ​ໂລ​ແມັດ, ​ໃນ​ນັ້ນ​ມີ 3 ຍອດ​ພູ​ທຽນ​ທິ້ ສູງ 1.375 ແມັດ, ບ່ານແທັກ ສູງ 1,388 ແມັດ ແລະ ພູເຫງຍ ສູງ 1,400 ແມດ.

ເລື່ອງ​ທີ່​ເຂດ​ທ່ອງ​ທ່ຽວ​ຕາມ​ດາວ​ ໄດ້​ຮັບ​ການ​ຮັບຮອງ​ເປັນ​ເຂດ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ແມ່ນ​ໂອກາດ​ເພື່ອ​ໃຫ້​ແຂວງ​ຫວີງ​ຟຸກ​ແນະນຳ, ​ໂຄສະນາ​ບັນດາ​ຊັບພະຍາກອນ ​ແລະ ຜະລິດ​ຕະພັນທ່ອງທ່ຽວ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຄື: ທ່ອງ​ທ່ຽວ​ວັດທະນະທຳ, ຈິດ​ວິນ​ຍານ, ທ່ອງ​ທ່ຽວ​ພັກຜ່ອນ, ທ່ອງ​ທ່ຽວນິເວດປ່າໄມ້, ທ່ອງ​ທ່ຽວສ່ຽງໄພ, ພະຈົນໄພ ຄົ້ນ​ຫາສວນ​ແຫ່ງ​ຊາດ ​ ຕາມ​ດາວ... ພ້ອມ​ທັງ​ດຶງ​ດູດ​ການ​ລົງທຶນ​ພັດທະນາ​ໃນ​ຂົງ​ເຂດ​ການ​ບໍລິການ​ທ່ອງ​ທ່ຽວ, ປະກອບສ່ວນ​ສຳຄັນ​ເພື່ອໃຫ້​ການທ່ອງທ່ຽວ​ກາຍ​ເປັນ​ຂະ​ແໜງ​ເສດຖະກິດ​ປາຍແຫຼມ​ຂອງ​ແຂວງ.

ໄຊພອນ

ເຫດການ
302 Found

Found

The document has moved here.