ນະ​ຄອນ ຝູກວັກ ຕ້ອ​ນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ຫຼາຍກວ່າ 19.000 ເທື່ອ​ຄົນ

07:58 | 07/03/2022

ໃນເດືອນ ກຸມພາ, ນະຄອນ ຝູກວັກ ໄດ້ຕ້ອນຮັບແຂກທ່ອງທ່ຽວທັງໝົດຫຼາຍກວ່າ 742.000 ເທື່ອຄົນ, ໃນນັ້ນມີແຂກທ່ອງທ່ຽວສາກົນເກືອບ 19.000 ເທື່ອຄົນ.

ການ​ເຄື່ອນ​ໄຫວ​ເດືອນ​ມີ​ນາ “ສີ​ຂຽວທີ່​ຂ້ອຍຮັກ” ຢູ່​ໝູ່​ບ້ານ​ວັດ​ທະ​ນະ​ທຳ​ການ​ທ່ອງ​ທ່ຽວ​ຂອງ​ບັນ​ດາ​ເຜົ່າ​ຫວຽດ​ນາມ ການ​ເຄື່ອນ​ໄຫວ​ເດືອນ​ມີ​ນາ “ສີ​ຂຽວທີ່​ຂ້ອຍຮັກ” ຢູ່​ໝູ່​ບ້ານ​ວັດ​ທະ​ນະ​ທຳ​ການ​ທ່ອງ​ທ່ຽວ​ຂອງ​ບັນ​ດາ​ເຜົ່າ​ຫວຽດ​ນາມ
ອຸມຫະພູມ -1 ອົງສາ, ນັກ​ທ່ອງ​ທ່ຽວ​ພາກັນ​ໄປ​ຊົມ​ດອກ​ຄາຍທີ່ເປັນນ້ຳກ້າມ​ຢູ່ ຮ່າ​ຢາງ ອຸມຫະພູມ -1 ອົງສາ, ນັກ​ທ່ອງ​ທ່ຽວ​ພາກັນ​ໄປ​ຊົມ​ດອກ​ຄາຍທີ່ເປັນນ້ຳກ້າມ​ຢູ່ ຮ່າ​ຢາງ
ພາບປະກອບ
ພາບປະກອບ

ໃນເດືອນ ກຸມພາ ໄດ້ຜັນຂະຫຍາຍໄລຍະ 01 ຂອງໂຄງການທົດລອງຕ້ອນຮັບແຂກທ່ອງທ່ຽວສາກົນ ມາທ່ຽວ ຝູກວັກ ດ້ວຍການນຳໃຊ້ໜັງສືຜ່ານແດນວັກຊິນ, ນະຄອນ ຝູກວັກ ໄດ້ຕ້ອນຮັບແຂກທ່ອງທ່ຽວທັງໝົດຫຼາຍກວ່າ 742.000 ເທື່ອຄົນ, ໃນນັ້ນມີແຂກທ່ອງທ່ຽວສາກົນເກືອບ 19.000 ເທື່ອຄົນ. ທ່ານ ບຸ່ຍກວັກຖ໊າຍ, ຫົວໜ້າພະແນກທ່ອງທ່ຽວແຂວງ ກຽນຢາງ ໃຫ້ຮູ້ວ່າ ທາງພະແນກໄດ້ສະເໜີໃຫ້ຄະນະກຳມະການປະຊາຊົນແຂວງ ພິຈາລະນາເພີ່ມຈຳນວນຫົວໜ່ວຍສະໜອງການບໍລິການຕ້ອນຮັບແຂກທ່ອງທ່ຽວ ເພື່ອເປີດກວ້າງຂອບເຂດຕ້ອນຮັບແຂກທ່ອງທ່ຽວ; ດັດປັບຂັ້ນຕອນການຕ້ອນຮັບແຂກທ່ອງທ່ຽວສາກົນ ທີ່ນຳໃຊ້ໜັງສືຜ່ານແດນວັກຊິນຄືນໃໝ່ ຕາມວິທີເປີດການເຄື່ອນໄຫວທ່ອງທ່ຽວ ຮັບປະກັນຄວາມປອດໄພ, ມີປະສິດທິຜົນ ກໍຄື ຂັ້ນຕອນການຕ້ອນຮັບແຂກທ່ອງທ່ຽວສາກົນ ຮອດວັນທີ 14 ມີນາ ຂອງກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ.

vovworld.vn

ເຫດການ
302 Found

Found

The document has moved here.