ຊຸມວັນໃກ້ຈະຮອດບຸນເຕັດຢູ່ໝູ່ບ້ານດອກໄມ້ຊາແດັກ

06:30 | 24/01/2022

ຍສໝ - ໝູ່​ບ້ານ​ດອກ​ໄມ້ຊາແດັກ ​ໄດ້​ເຂົ້າ​ສູ່​ລະ​ດູ​ການ​ທີ່​ສວຍ​ງາມ​ທີ່​ສຸດ​ຂອງ​ປີ, ບັນ​ຍາ​ກາດ​ການ​ຄ້າ​ຂາຍ​ ແລະ​ເກັບ​ກ່ຽວ​ຂອງ​ປະ​ຊາ​ຊົນ​ກໍ່​ຄຶກ​ຄື້ນ.

ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ສົ່ງສານ ແລະກະເຊົ້າດອກໄມ້ຊົມເຊີຍ ທ່ານ ທອງລຸນ ສີສຸລິດ ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ສົ່ງສານ ແລະກະເຊົ້າດອກໄມ້ຊົມເຊີຍ ທ່ານ ທອງລຸນ ສີສຸລິດ
ບ້ານ ນາກາ, ພູພຽງ ໂມກເຈົາ (ປະເທດຫວຽດນາມ): ສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງດ້ວຍດອກໄມ້ຕົ້ນໝັ້ນທີ່ສວຍງາມປານພາບແຕ້ມ ບ້ານ ນາກາ, ພູພຽງ ໂມກເຈົາ (ປະເທດຫວຽດນາມ): ສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງດ້ວຍດອກໄມ້ຕົ້ນໝັ້ນທີ່ສວຍງາມປານພາບແຕ້ມ
ຊຸມວັນໃກ້ຈະຮອດບຸນເຕັດຢູ່ໝູ່ບ້ານດອກໄມ້ຊາແດັກ
ໝູ່​ບ້ານ​ດອກ​ໄມ້ຊາແດັກ ຕັ້ງ​ຢູ່​ຕາ​ແສງເຕິນກຸຍດົງ, ເມືອງຊາແດັກ, ແຂວງ ດົ່ງ​ທາບ. ນີ້​ແມ່ນ​ເວ​ລາ​ທີ່​ບ້ານ​ດອກ​ໄມ້​ຢູ່​ໃນ​ລະ​ດູ​ການ​ທີ່​ສວຍ​ງາມ​ທີ່​ສຸດ​ຂອງ​ປີ. ພາບ: vnexpress.net
ຊຸມວັນໃກ້ຈະຮອດບຸນເຕັດຢູ່ໝູ່ບ້ານດອກໄມ້ຊາແດັກ

ເນື່ອງ​ໃນ​ໂອກາດ​ປີ​ໃໝ່ 2022, ນະຄອນ​ຊາ​ແດັກ ໄດ້​ສະໜອງດອກເບັນຈະມາດ ​ໃຫ້​ຕະຫຼາດ​ປະມານ 100.000 ກະຕ່າ, ຫຼຸດ​ລົງ 5.000 ກະຕ່າເມື່ອ​ທຽບ​ໃສ່​ປີ​ກາຍ. ປີນີ້, ດອກເບັນຈະມາດ ແມ່ນເປັນຕາດຶງດູດໃຈ, ສ່ວນຫຼາຍແມ່ນແມ່ຄ້າສັ່ງຈອງຊື້ແລ້ວ, ລາຄາແຕ່ 150.000 – 170.000 ດົ່ງ/ຄູ່. ພາບ: vnexpress.net

ຊຸມວັນໃກ້ຈະຮອດບຸນເຕັດຢູ່ໝູ່ບ້ານດອກໄມ້ຊາແດັກ
ໄລຍະເວລາໃນການປູກຕົ້ນດອກເບັນຈະມາດ ແມ່ນແກ່ຍາວເຖິງ 6 ເດືອນ, ຊາວກະສິກອນ ຕ້ອງກໍາແໜ້ນເຕັກນິກ ແລະ ສະພາບອາກາດທີ່ເອື້ອອຳນວຍ ເພື່ອໃຫ້ດອກເບັນຈະມາດ ເບັ່ງບານກົງກັບໂອກາດບຸນເຕັດ. ພາບ: vnexpress.net
ຊຸມວັນໃກ້ຈະຮອດບຸນເຕັດຢູ່ໝູ່ບ້ານດອກໄມ້ຊາແດັກ
ລະດູບານໃໝ່ວຽນມາ, ນັກ​ທ່ອງ​ທ່ຽວ​ຫຼາຍ​ຄົນ​ມາຊາແດັກ ​ເພື່ອ​ຊົມ​ດອກ​ໄມ້ ​ແລະ ຖ່າຍຮູບເປັນທີ່ລະນຶກ. ພາບ: vnexpress.net
ຊຸມວັນໃກ້ຈະຮອດບຸນເຕັດຢູ່ໝູ່ບ້ານດອກໄມ້ຊາແດັກ
ຊາວ​ກະ​ສິ​ກອນ ດັ້ງ​ຕວນຫາຍ, ປູກ​ດອກ​ໄມ້​ຢູ່​ຖະ​ໜົນ ຊາຍຽນ - ກ໋າຍ​ຢາວ, ພວມ​ກະ​ກຽມ​ມອບດອກ cosmos ​ຈຳ​ນວນ 5.000 ກະຖາງ ຕາມການ​ສັ່ງຈອງ​ຂອງ​ພໍ່​ຄ້າ​ຊາວກຽນ​ຢາງ. ພາບ: vnexpress.net
ຊຸມວັນໃກ້ຈະຮອດບຸນເຕັດຢູ່ໝູ່ບ້ານດອກໄມ້ຊາແດັກ
ດອກ cosmos ທີ່ປູກ 45 ວັນຈະອອກດອກ, ດ້ວຍລາຄາ 10.000 ດົ່ງຕໍ່ 1 ກະຖາງ. ພາບ: vnexpress.net
ຊຸມວັນໃກ້ຈະຮອດບຸນເຕັດຢູ່ໝູ່ບ້ານດອກໄມ້ຊາແດັກ
ທ່ານ ອຸດເອິນ ເຈົ້າຂອງ​ສວນຂາຍ​ດອກ​ໄມ້​ຢູ່​ຖະໜົນ 848 ​ໄດ້ຫໍ່ດອກ​ໄມ້ທຸກຊະນິດ 5.000 ກວ່າກະຕ່າ ເພື່ອມອບ​ໃຫ້​ພໍ່​ຄ້າ, ໃນຕອນ​ບ່າຍ​ວັນ​ທີ 13 ມັງກອນ​. ພາບ: vnexpress.net
ຊຸມວັນໃກ້ຈະຮອດບຸນເຕັດຢູ່ໝູ່ບ້ານດອກໄມ້ຊາແດັກ
​ປ້າ ​ລຽນ ​ ໄດ້​ປູກດອກເບັນຈະມາດ​ພຽງ 1.000 ກະຕ່າ​ເທົ່າ​ນັ້ນ, ເທົ່າ​ກັບ 25% ຂອງ​ທຸກປີກ່ອນ. ພາບ: vnexpress.net
ຊຸມວັນໃກ້ຈະຮອດບຸນເຕັດຢູ່ໝູ່ບ້ານດອກໄມ້ຊາແດັກ
ປີນີ້ຕະຫຼາດເລີ່ມຕົ້ນຊ້າກວ່າທຸກປີຍ້ອນຜົນກະທົບຂອງໂລກລະບາດ. ພາບ: vnexpress.net
ຊຸມວັນໃກ້ຈະຮອດບຸນເຕັດຢູ່ໝູ່ບ້ານດອກໄມ້ຊາແດັກ
ນອກຈາກ​ບັນດາ​ສິນຄ້າດັ້ງເດີມ​​ແລ້ວ, ຊາວ​ສວນ​ຢູ່​ທີ່​ນີ້​ຍັງ​ດັດເປັນຮູບ​ສັດ​ປະ​ດັບ​ທີ່​ເຮັດ​ດ້ວຍ​ຝ້າຍ​ເພື່ອ​ປະດັບ​ປະດາ​ໃນບຸນເຕັດ. ພາບ: vnexpress.net
ຊຸມວັນໃກ້ຈະຮອດບຸນເຕັດຢູ່ໝູ່ບ້ານດອກໄມ້ຊາແດັກ
ຕາມ​ຕົວ​ເລກ​ສະຖິຕິ​ຂອງ​ຫ້ອງການ​ເສດຖະກິດ​ນະຄອນຊາແດັກ​ແລ້ວ, ​ເນື້ອ​ທີ່​ປູກ​ດອກກ໋ຽງ​ຮັບໃຊ້ບຸນປີໃໝ່ປະຈໍາຊາດ​​ປະມານ 45 ​ເຮັກຕາ, ຫຼຸດ​ລົງ 50% ​ເມື່ອ​ທຽບ​ໃສ່​ປີ​ກາຍ. ພາບ: vnexpress.net

ບູນມີ

ເຫດການ
302 Found

Found

The document has moved here.