ຫວຽດ​ນາມ ສູ້​ຊົນ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 18 ລ້ານ​ຄົນ

16:30 | 12/02/2022

ຍ​ສ​ໝ - ຫວຽດ​ນາມ ສູ້​ຊົນ​ຮອດ​ປີ 2026 ຈະ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 18 ລ້ານ​ຄົນ, ແຂກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ປະ​ມານ 85 ລ້ານ​ຄົນ (ເພີ່ມ​ຂຶ້ນ 13,3%), ຍອດ​ລາຍ​ຮັບ​ຈາກ​ແຂກ​ທ່ອງ​ທ່ຽວ​ບັນ​ລຸ​ປະ​ມານ 800 – 900 ພັນ​ຕື້​ດົ່ງ (ເພີ່ມ​ຂຶ້ນ 15,5 – 17,5% ເມື່ອ​ທຽບ​ໃສ່​ກັບ​ປີ 2025).

ວັດ​ເຮືອງ ຈະ​ຕ້ອນ​ຮັ​ບ​ແຂກ​ທ່ອງ​ທ່ຽວ​ນັບ​ແຕ່​ວັນ​ທີ 16 ກຸມ​ພາ ວັດ​ເຮືອງ ຈະ​ຕ້ອນ​ຮັ​ບ​ແຂກ​ທ່ອງ​ທ່ຽວ​ນັບ​ແຕ່​ວັນ​ທີ 16 ກຸມ​ພາ
ກ​ວາງ​ບິ່ງ ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ກັບ​ບັນ​ດາ​ການ​ລົງ​ພຶດ​ຕິ​ກຳ​ຕົວ​ຈິງ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ ກ​ວາງ​ບິ່ງ ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ກັບ​ບັນ​ດາ​ການ​ລົງ​ພຶດ​ຕິ​ກຳ​ຕົວ​ຈິງ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ
ຫວຽດ​ນາມ ສູ້​ຊົນ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 18 ລ້ານ​ຄົນ
ແຂກ​ທ່ອງ​ທ່ຽວ​ສາ​ກົນ (ພາບ: VH)

ນີ້​ແມ່ນ​ເປົ້າ​ໝາຍ​ວາງ​ອອກ​ຢູ່​ໂຄງ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ ຫວຽດ​ນາມ ໄລ​ຍະ 2022 – 2026 ທີ່ ​ກະ​ຊວງວັດ​ທະ​ນະ​ທຳ - ກິ​ລາ ແລະ ການ​ທ່ອງ​ທ່ຽວ ຫາ​ກໍ່​ໄດ້ຍື່ນ​ສະ​ເໜີ​ຕໍ່​ນາ​ຍົກ​ລັດ​ຖະ​ມົນ​ຕີ.

ໂຄງ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ ຫວຽດ​ນາມ ໄລ​ຍະ 2022 – 2026 ລວມ​ມີ 2 ໄລ​ຍະ. ໄລ​ຍະ 2022 – 2023 ຈະ​ສູ້​ຊົນ​ມີ​ແຂກ​ທ່ອງ​ທ່ຽວ​ສາ​ກົນ ມາ​ຫວຽດ​ນາມ ບັນ​ລຸ​ໄດ້ 8 – 9 ລ້ານ​ເທື່ອ​ຄົນ (ເທົ່າ​ກັບ 45 – 50% ເມື່ອ​ທຽບ​ໃສ່​ກັບ ປີ 2019), ມີ​ແຂກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ 65 – 70 ລ້ານ​ເທື່ອ​ຄົນ​ (ເທົ່​າ​ກັບ 75 – 80% ເມື່ອ​ທຽບ​ໃສ່​ກັບ​ປີ 2019).

ໄລ​ຍະ 2022 – 2023 ຈະ​ສຸມ​ໃສ່​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ການ​ທ່ອງ​ທ່ຽວ, ປະ​ຊາ​ຄົມ​ເຂົ້າ​ຮ່ວມ​ການດຳ​ເນີນ​ທຸ​ລະ​ກິດກ​ານ​ທ່ອງ​ທ່ຽວ​ຍູ້​ແຮງ​ການ​ຟື້ນ​ຟູ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ. ພັດ​ທະ​ນາ​ຜະ​ລິດ​ຕະ​ພັນ​ການ​ທ່ອງ​ທ່ຽວ​ໃໝ່​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຕໍ່​ໂລກ​ລະ​ບາດ, ເໝາະ​ສົມ​ກັບ​ຄວາມ​ຕ້ອງ​ການ, ທ່າ​ອ່ຽງ​ຂອງ​ຕະຫຼາດ ທັງ​ຢູ່​ໃນ​ໄລ​ຍະ​ເກີດ ແລະ ຫຼັງ​ໂຄວິດ - 19. ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ​ສື່ມວນ​ຊົນ ແລະ ສົ່ງ​ເສີມ, ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ​ຢູ່​ບັນ​ດາຕະຫຼາດ​ຈຸດ​ສຸມ​ທັງ​ຢູ່​ພາຍ​ໃນປະ​ເທດ ແລະ ສາ​ກົນ, ເໝາະ​ສົມ​ກັບ​ທ່າ​ອ່ຽງ​ໃໝ່​ຂອງ​ຕະຫຼາດ​ເພື່ອ​ຟື້ນ​ຟູ​ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ສາ​ກົນ ແລະ ພາຍ​ໃນ​ປະ​ເທດ.

ໄລ​ຍະ 2024 – 2026, ສູ້​ຊົນ​ຮອດ​ປີ 2025 ບັນ​ລຸ​ໄດ້ແຂກ​ທ່ອງ​ທ່ຽວ​ສາ​ກົນປະ​ມານ 15 – 16 ລ້ານ​ເທື່ອ​ຄົນ, ແຂກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດປະ​ມານ 75 – 80 ລ້ານ​ເທື່ອ​ຄົນ, ຍອດ​ລາຍ​ຮັບ​ຈາກ​ແຂກ​ທ່ອງ​ທ່ຽວ​ບັນ​ລຸ​ປະ​ມານ 680 – 780 ພັນ​ຕື້​ດົ່ງ.

ໄລ​ຍະ 2024 – 2026 ຈະ​ບຸ​ລິ​ມະ​ສິດ​ລະ​ດົມ​ທຸກ​ແຫຼ່ງ​ກຳ​ລັງ​ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ໂດຍ​ໄວ ແລະ ຍືນ​ຍົງ​ໃນ​ເງື່ອນ​ໄຂ ເປັນ​ປົກ​ກະ​ຕິ​ໃໝ່”, ສູ້​ຊົນ​ປະ​ຕິ​ບັດ​ສຳ​ເລັດ​ບັນ​ດາ​ເປົ້​າ​ໝາຍ​ໃນ​ຍຸດ​ທະ​ສາດ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ ຫວຽດ​ນາມ ຮອດ​ປີ 2030.

ຍູ້​ແຮງ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ໃນ​ຂົງ​ເຂດ​ການ​ທ່ອງ​ທ່ຽວ, ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ ແລະ ໂຄ​ສະ​ນາ​ການ​ທ່ອງ​ທ່ຽວບົນ​ບັນ​ດາ​ພາ​ຫະ​ນະ​ສື່ມວນ​ຊົນ​ໃໝ່, ພິ​ເສດ​ແມ່ນ​ບົນ​ພື້ນ​ຖານ​ເຕັກ​ໂນ​ໂລ​ຢີ​ດີ​ຈີ​ຕອນ. ກໍ່​ສ້າງ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ແຜນ​ຮ່າງ, ໂຄງ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ອັດ​ສະ​ລິ​ຍະ, ຮູບ​ແບບ​ຄຸ້ມ​ຄອງ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ອັດ​ສະ​ລິ​ຍະ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.