ທິວທັດ​ດອກໝັ້ນເບັ່ງບານຂາວທົ່ວເຂດໂມກເຈົາ

15:20 | 22/01/2022

ຍສໝ - ໃນຊຸມວັນກາງເດືອນມັງກອນທຸກໆປີ, ຢູ່ຮ່ອມພູນາກາ, ມູເນົາ (ເທດສະບານໂມກເຈົາ, ເມືອງໂມກເຈົາ, ແຂວງ ເຊີນລາ) ພວມດຶງດູດປະຊາຊົນຫຼາຍຄົນມາທີ່ນີ້ ເພື່ອຊົມດອກໝັ້ນປ່າສີຂາວພວມເບັ່ງບານທົ່ວເຂດໂມກເຈົາ.

ບ້ານ ນາກາ, ພູພຽງ ໂມກເຈົາ (ປະເທດຫວຽດນາມ): ສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງດ້ວຍດອກໄມ້ຕົ້ນໝັ້ນທີ່ສວຍງາມປານພາບແຕ້ມ ບ້ານ ນາກາ, ພູພຽງ ໂມກເຈົາ (ປະເທດຫວຽດນາມ): ສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງດ້ວຍດອກໄມ້ຕົ້ນໝັ້ນທີ່ສວຍງາມປານພາບແຕ້ມ
ວັນບຸນສະຖາປະນາປະເທດ ສສ. ຫວຽດນາມຢູ່ເຂດພູພຽງ ໂມກເຈົາ ວັນບຸນສະຖາປະນາປະເທດ ສສ. ຫວຽດນາມຢູ່ເຂດພູພຽງ ໂມກເຈົາ
ທິວທັດ​ດອກໝັ້ນເບັ່ງບານຂາວທົ່ວເຂດໂມກເຈົາ
ຢູ່​ຮ່ອມ​ພູ​ນາ​ກາ ​ແລະ ມູເນົາ (ເທດສະບານໂມກເຈົາ, ເມືອງໂມກເຈົາ, ແຂວງ ເຊີນລາ), ຕົ້ນ​ໝາກໝັ້ນ​ນັບ​ພັນ​ຕົ້ນ​ໄດ້​ເບັ່ງບານ​ຂາວທົ່ວທ້ອງຟ້າ​ເຮັດ​ໃຫ້​ແຂກ​ທ່ອງ​ທ່ຽວ​ຮູ້ສຶກ​ຄື​ກັບຫຼົງ​​ເຂົ້າໄປໃນ “ສະຫວັນ​ຫິມະ”. ພາບ: kinhtedothi.vn
ທິວທັດ​ດອກໝັ້ນເບັ່ງບານຂາວທົ່ວເຂດໂມກເຈົາ
ຮ່ອມ​ພູ​ນາ​ກາ ​ແລະ ມູເນົາ ໃນຊຸມວັນນີ້ ດອກໝັ້ນພວມເອກ​ອ້າງເບັ່ງບານ​ສີ​ຂາວ ໃນທົ່ວທ້ອງຟ້າ. ພາບ: kinhtedothi.vn
ທິວທັດ​ດອກໝັ້ນເບັ່ງບານຂາວທົ່ວເຂດໂມກເຈົາ
ຕົ້ນໝາກໝັ້ນ ໂດຍປະຊາຊົນໄດ້ປູກຕົ້ນຕໍແມ່ນຢູ່ຮ່ອມພູນາກາ ດ້ວຍເນື້ອທີ່ປະມານ 100 ເຮັກຕາ ແລະຮ່ອມພູ ມູເນົາ ມີເນື້ອທີ່ກວ່າ 200 ເຮັກຕາ, ລວມທັງ ປ່າສະຫງວນ, ສວນໝາກຝູງ ແລະສວນໝັ້ນນານປີ. ພາບ: kinhtedothi.vn
ທິວທັດ​ດອກໝັ້ນເບັ່ງບານຂາວທົ່ວເຂດໂມກເຈົາ

ຢູ່​ທີ່​ນີ້, ຕົ້ນ​​ໝັ້ນ​ຖືກ​ປູກ​ຢູ່​ເທິງ​ພູ​ທີ່​ສູງ​ທີ່​ສຸດ​ຢູ່ໂມກເຈົາ ດ້ວຍ​ສະ​ພາບ​ອາ​ກາດ​ທີ່ສົດ​ຊື່ນ. ພາບ: kinhtedothi.vn

ທິວທັດ​ດອກໝັ້ນເບັ່ງບານຂາວທົ່ວເຂດໂມກເຈົາ
ດອກໝັ້ນມີສີສັນສົດໄສ, ເບັ່ງບານນ້ອຍໆໃນກິ່ງໄມ້ຊື່ໆເໝືອນດັ່ງຫິມະ. ພາບ: kinhtedothi.vn
ທິວທັດ​ດອກໝັ້ນເບັ່ງບານຂາວທົ່ວເຂດໂມກເຈົາ
ຄວາມສວຍງາມບໍລິສຸດຂອງລະດູດອກໝັ້ນຂາວ ໄດ້ກາຍເປັນຈຸດນັດພົບຂອງ ນັກທ່ອງທ່ຽວຫຼາຍຄົນ ເມື່ອມາຮອດໂມກເຈົາ. ພາບ: kinhtedothi.vn
ທິວທັດ​ດອກໝັ້ນເບັ່ງບານຂາວທົ່ວເຂດໂມກເຈົາ
ດອກໝັ້ນຈະເລີ່ມເບັ່ງບານຕັ້ງແຕ່ກາງເດືອນມັງກອນ. ພາບ: kinhtedothi.vn
ທິວທັດ​ດອກໝັ້ນເບັ່ງບານຂາວທົ່ວເຂດໂມກເຈົາ
ແຫຼ່ງ​ທ່ອງ​ທ່ຽວ​ດອກ​ໝັ້ນ​ເລີ່ມ​ພັດ​ທະ​ນາ​ໃນ​ປີ 2017, ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ ໂມກເຈົາ ໃນ​ລະ​ດູ​ດອກ​ໄມ້​ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ພາບ: kinhtedothi.vn
ທິວທັດ​ດອກໝັ້ນເບັ່ງບານຂາວທົ່ວເຂດໂມກເຈົາ
ໄວໜຸ່ມຫຼາຍຄົນມາທີ່ນີ້ເພື່ອ “check in” ບັນທຶກຊ່ວງເວລາອັນສວຍງາມ ຂອງລະດູໃບດອກໝັ້ນຂາວນີ້. ພາບ: kinhtedothi.vn
ທິວທັດ​ດອກໝັ້ນເບັ່ງບານຂາວທົ່ວເຂດໂມກເຈົາ
ປະຈຸ​ບັນ, ສະຖານ​ທີ່​ແຫ່ງ​ນີ້​ພວມ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈາກທຸກແຖບຖິ່ນມາ​ຊົມ​ຄວາມ​ງາມ​ຂອງ​ດອກ​ໝັ້ນຂາວ​ທີ່​ເບັ່ງບານ​ໃນ​ຕົ້ນ​ລະດູບານ​ໃໝ່. ພາບ: kinhtedothi.vn

.

ບູນມີ

ເຫດການ
302 Found

Found

The document has moved here.