ສວນອຸທະຍານບໍ່ນ້ຳຮ້ອນ ພູ ເທີ່ນຕ່າຍເປີດໃຫ້ບໍລິການນັກທ່ອງທ່ຽວ

12:55 | 09/02/2022

ຍ​ສ​ໝ - ນັບ​ແຕ່​ວັນ​ທີ 8 ກຸມ​ພາ, ສະ​ຖານ​ທີ່​ທ່ອງ​ທ່ຽວ​ອຸ​ທະ​ຍານບໍ່​ນ້ຳ​ຮ້ອນ ພູເທີ່ນຕ່າຍ ​ທີ່​ນະ​ຄອນ​ດ່າ​ນັ້ງ ໄດ້​ເປີດ​ໃຫ້​ບໍ​ລິ​ການ​ຢ່າງ​ເປັນ​ທາງ​ການ​ຄືນ ເພື່ອ​ຮັບ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽວ​ຊົມ, ພັກ​ຜ່ອນ, ມ່ວນ​ຊື່ນ ແລະ ເບິ່ງ​ແຍ່ງ​ສຸ​ຂະ​ພາບ​ຮ່າງ​ກາຍ​ດ້ວຍນ​ນ້ຳ​ຮ້ອນ​ທຳ​ມະ​ຊາດ.

ນັກທ່ອງທ່ຽວຢ້ຽມຊົມຖະໜົນດອກໄມ້ ຫງວຽນເຫວ້ ກວ່າ 350.000 ເທື່ອຄົນ ນັກທ່ອງທ່ຽວຢ້ຽມຊົມຖະໜົນດອກໄມ້ ຫງວຽນເຫວ້ ກວ່າ 350.000 ເທື່ອຄົນ
ມີຫຼາຍຖ້ຽວບິນຕ້ອນຮັບນັກທ່ອງທ່ຽວມາທ່ຽວຍາມຕົ້ນປີໃໝ່ປີຂານ ມີຫຼາຍຖ້ຽວບິນຕ້ອນຮັບນັກທ່ອງທ່ຽວມາທ່ຽວຍາມຕົ້ນປີໃໝ່ປີຂານ
ສວນອຸທະຍານບໍ່ນ້ຳຮ້ອນ ພູ ເທີ່ນຕ່າຍເປີດໃຫ້ບໍລິການນັກທ່ອງທ່ຽວ
ພາບ​ປະ​ກອບ: baonhandan

ສະ​ຖານ​ທີ່​ທ່ອງ​ທ່ຽວ​ອຸ​ທະ​ຍານບໍ່​ນ້ຳ​ຮ້ອນ ພູເທີ່ນຕ່າຍ ຜ່ານ​ມາ​ໄດ້ສຸມ​ໃສ່ ແລະ ກຳ​ລັງພະ​ຍາ​ຍາມ​ຮ່ວມ​ມື​ກັບ​ຊຸມ​ຊົນ​ເພື່ອ​ດຳ​ເນີນປະ​ຕິ​ບັດ “ເປົ້າ​ໝາຍ​ຮ່ວມ” ທັງ​ເປັນ​ການ​ປ້ອງ​ກັນ​ພະ​ຍາດ​ລະ​ບາດ​ຢ່າງ​ມີ​ປະ​ສິດ​ທິ​ພາບ ທັງ​ເປັນ​ການ​ເສີມ​ສ້າງ​ເບິ່ງ​ແຍງ​ສຸ​ຂະ​ພາບ​ຮ່າງ​ກາຍ ຈົນ​ຮອດ​ສະ​ພາບ​ຈິດ​ໃຈ​ໃຫ້​ແກ່​ປະ​ຊາ​ຊົນ ແລະ ນັກ​ທ່ອງ​ທ່ຽວ. ແລະ ພິ​ເສດ​ແມ່ນ ເວ​ລາ​ທີ່​ເປີດ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຄືນ ກໍ​ຮັບ​ປະ​ກັນ​ປະ​ຕິ​ບັດ​ຕາມ​ທຸກ​ຂໍ້​ກຳ​ນົດ, ການ​ຊີ້​ນຳ​ຂອງ​ອົງ​ການ​ວິ​ຊາ​ສະ​ເພາະ​ຕ່າງ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ພະ​ຍາດ​ໂຄວິດ-19.

ໃນ​ທັນ​ທີ່​ຂອງວັນ​ທຳ​ອິດ, ສະ​ຖານ​ທີ່​ທ່ອງ​ທ່ຽວ​ອຸ​ທະ​ຍານບໍ່​ນ້ຳ​ຮ້ອນ ພູເທີ່ນຕ່າຍ​ ໄດ້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວຫຼາຍກວ່າ 1.000 ຖ້ຽວ​ຄົນ​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ​ທີ່​ເຂົ້າ​ມາ​ທ່ອງ​ທ່ຽວ, ພັກ​ຜ່ອນ​ຍ່ອນ​ອາ​ລົມ.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.