ເປີດປະຕູການທ່ອງທ່ຽວສາກົນຕາມຂັ້ນຕອນເພື່ອຮັບປະກັນຄວາມປອດໄພ

11:42 | 26/01/2022

ຍສໝ - ຕອນບ່າຍວັນທີ 24 ມັງກອນ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ຈັດ “ກອງປະຊຸມສຳມະນາເປັນເອກະພາບຂັ້ນຕອນ, ມາດຕະການແກ້ໄຂ ເພື່ອເປີດປະຕູການເຄື່ອນໄຫວທ່ອງທ່ຽວສາກົນ”, ຕາມຮູບແບບໂດຍກົງ ແລະ ທາງໄກເຖິງ 20 ສະຖານທີ່ຢູ່ບັນດາແຂວງ, ນະຄອນຂຶ້ນກັບສູນກາງ.

ວາດພາບບັນຍາກາດບຸນປີໃໝ່ປະຈໍາຊາດຫວຽດນາມ ຜ່ານເອກະສານສຳເນົາ ວາດພາບບັນຍາກາດບຸນປີໃໝ່ປະຈໍາຊາດຫວຽດນາມ ຜ່ານເອກະສານສຳເນົາ
ງານ​ວາງສະ​ແດງ “​ບຸນເຕັດດັ້ງເດີມ” ​ວາງສະ​ແດງ​ເອກະສານ ​ແລະຮູບ​ພາບ​ທີ່​ເປັນ​ເອກະລັກ​ສະ​ເພາະ​ກ່ວາ 100 ​ແຜ່ນ​ກ່ຽວ​ກັບບຸນປີໃໝ່ປະຈໍາຊາດ ງານ​ວາງສະ​ແດງ “​ບຸນເຕັດດັ້ງເດີມ” ​ວາງສະ​ແດງ​ເອກະສານ ​ແລະຮູບ​ພາບ​ທີ່​ເປັນ​ເອກະລັກ​ສະ​ເພາະ​ກ່ວາ 100 ​ແຜ່ນ​ກ່ຽວ​ກັບບຸນປີໃໝ່ປະຈໍາຊາດ
undefined
ພາບປະກອບ

ໄລ່ມາຮອດວັນທີ 23 ມັງກອນ 2022, ຫວຽດນາມ ໄດ້ຕ້ອນຮັບນັກທ່ອງທ່ຽວສາກົນກວ່າ 8.500 ເທື່ອຄົນມາຢ້ຽມຢາມຢູ່ 3 ທ້ອງຖິ່ນຄື: ຟູກວກ (ກຽນຢາງ), ແຄງຮ່ວາ, ກວາງນາມ. ມາຮອດປະຈຸບັນ ບັນດາບໍລິສັດທ່ອງທ່ຽວສາກົນ, ໂຮງແຮມ ແລະ ຫົວໜ່ວຍຂົນສົ່ງໄດ້ຈົດທະບຽນເຂົ້າຮ່ວມການຕ້ອນຮັບນັກທ່ອງທ່ຽວນັບມື້ນັບຫຼາຍຂຶ້ນ. ນັກທ່ອງທ່ຽວສາກົນທີ່ເຂົ້າຮ່ວມໂຄງການທົດລອງໄດ້ມີການຕີລາຄາດີຢູ່ບັນດາສະຖານທີ່ມີຊື່ສຽງຢູ່ຫວຽດນາມ. ຕໍ່ບັນດາໝາກຜົນທີ່ດີໃນໄລຍະທົດລອງຕ້ອນຮັບນັກທ່ອງທ່ຽວສາກົນ,

ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຫງວຽນວັນຮຸ່ງ, ຖືວ່າ: ດ້ວຍບັນດາເງື່ອນໄຂຄື ຫວຽດນາມ ໃນປະຈຸບັນ, ເມື່ອອັດຕາຜູ້ສັກວັກຊິນບັນລຸລະດັບສູງ ນອນໃນ top 10 ຂອງໂລກ, ເມື່ອຄວາມຕັດສິນໃຈຂອງຂະແໜງສາທາລະນະສຸກ ແລະ ແຜນນະໂຍບາຍຂອງນາຍົກລັດຖະມົນຕີກ່ຽວກັບບັ້ນສັກວັກຊິນລະດູບານໃໝ່ຮອດວັນທີ 30 ມີນາ ຈະສັກວັກຊິນເຂັມທີ 3 ໃຫ້ປະຊາຊົນໝົດທຸກຄົນ, ນີ້ິ້ກໍ່ແມ່ນກາລະໂອກາດເພື່ອໃຫ້ພວກເຮົາພິຈາລະນາເປີດປະຕູຕະຫຼາດຄືນໃໝ່, ບັນດາວິສາຫະກິດ, ບໍລິສັດທ່ອງທ່ຽວ, ບັນດາອົງການທີ່ກ່ຽວຂ້ອງຈະກະກຽມເງື່ອນໄຂເພື່ອໃຫ້ພວກເຮົາຕ້ອນຮັບນັກທ່ອງທ່ຽວຢ່າງສະດວກ.

ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ສະເໜີເປີດປະຕູການເຄື່ອນໄຫວທ່ອງທ່ຽວສາກົນຢ່າງຮອບດ້ານ, ຕ້ອນຮັບນັກທ່ອງທ່ຽວສາກົນມາ ຫວຽດນາມ, ພາແຂກທ່ອງທ່ຽວໄປທ່ອງທ່ຽວຢູ່ຕ່າງປະເທດຜ່ານບັນດາດ່ານຊາຍແດນສາກົນ ນັບແຕ່ວັນທີ 01 ພຶດສະພາ.

ໄຊພອນ

ເຫດການ
302 Found

Found

The document has moved here.