ຍສໝ - ເປົ້າໝາຍຕົ້ນຕໍ່ຂອງໂຄງການແມ່ນການສະແດງຮູບພາບຖ່າຍທອດເຕັກໂນໂລຢີ Rapido ຂອງໂຮງຮຽນ UTS ຜ່ານບັນດາການເຄື່ອນໄຫວທົດທົດນຳໃຊ້ບັນດາເຕັກໂນໂລຢີໃໝ່ໃຫ້ແກ່ບັນດາລະບົບສະໜອງຢູ່ 2 ພາກທີ່ແຕກຕ່າງກັນຂອງຫວຽດນາມ. ຈາກນັ້ນ, ບັນດາຄູ່ຮ່ວມມືຄົ້ນຄ້ວາຂອງສອງປະເທດຈະສົມທົບກັນໃນການດັດປັບຮູບແບບນີ້ໃຫ້ເໝາະສົມກັບເງື່ອນໄຂຂອງທີ່ຫວຽດນາມ ສາມາດນຳໃຊ້ໃນທົ່ວປະເທດ.
ໃນວັນທີ 2 ກັນຍາ 2020, ທີ່ສະຖານເອກອັກຄະລັດຖະທູດແຫ່ງ ສສ.ຫວຽດນາມ ປະຈໍາ ສປປ.ລາວ, ສະຫາຍພົນຕີ ແອສະໄໝ ເລືອງວັນໄຊ - ຮອງລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ.ລາວ ໄດ້ນໍາພາຄະນະເຂົ້າອວຍພອນ ສະຫາຍ ຫງວຽນບ່າຮຸ່ງ - ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ. ຫວຽດນາມ ປະຈໍາ ສປປ ລາວ, ເນື່ອງໃນໂອກາດວັນຊາດສສ.ຫວຽດນາມ ຄົບຮອບ 75 ປີ(2/9/1945-2/9/2020).
ຍສໝ - ງານວາງສະແດງປະກອບມີຮູບພາບ 75 ແຜ່ນ, ເຊິ່ງສະແດງເຖິງ 75 ປີແຫ່ງການຕໍ່ສູ້ວິລະຊົນ ແລະປະຫວັດສາດການພັດທະນາຂອງຫວຽດນາມ.
ຍສໝ - ບົດຂຽນໃນໜັງສືພິມ Pretoria News ຢືນຢັນວ່າຫວຽດນາມເສີມຂະຫຍາຍທີ່ຕັ້ງບົດບາດສາກົນດ້ວຍຜົນສຳເລັດດ້ານເສດຖະກິດ, ເຊື່ອມໂຍງເຂົ້າກັບເສດຖະກິດສາກົນຢ່າງເລິກເຊິ່ງ ແລະສະແດງໃຫ້ເຫັນບົດບາດທີ່ດີເລີດຂອງຕົນໃນອົງການຈັດຕັ້ງສາກົນ.
ຍສໝ - ຕອນບ່າຍວັນທີ 1 ກັນຍາ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ລາວ ໄດ້ສົມທົບກັບສະຖານທູດຫວຽດນາມປະ ຈຳລາວຈັດງານວາງສະແດງຮູບພາບ“ ສາຍພົວພັນລາວ - ຫວຽດນາມ” ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນຊາດຫວຽດນາມ.
ຍສໝ - ທ່ານນາງ Sigrid Kaag ກ່າວວ່າໃນໄລຍະນີ້ທັງສອງຝ່າຍຕ້ອງການມີຫຼາຍກິດຈະກຳ ເຕີມອີກເພື່ອຊຸກຍູ້ການຄ້າ ແລະຜ່ານຜ່າຜົນສະທ້ອນຈາກການລະບາດຂອງ Covid-19 ຕໍ່ເສດຖະກິດຂອງສອງປະເທດ.
ຍສໝ - ຢູ່ອີຢິບ, ສະຖານທູດຫວຽດນາມ ປະຈຳອີຢິບ ໄດ້ຈັດເຫດການໂຄສະນາວັດທະນະທຳ ແລະ ພາບພົດກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມ ເຖິງສື່ມວນຊົນ ແລະ ເພື່ອນມິດອີຢິບ. ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອີຢິບ ເຈິ່ນແທັ່ງກົງ, ໄດ້ເປັນປະທານການພົບປະກັບສື່ມວນຊົນ ແລະ ແນະນຳກ່ຽວກັບບັນດາຈຸດຄວາມງາມທາງດ້ານວັດທະນະທຳ, ອາຫານການກິນຂອງຫວຽດນາມ ເຖິງສື່ມວນຊົນ ແລະ ເພື່ອມມິດອີຢິບ.
ຍສໝ - ຕອນເຊົ້າວັນທີ 02 ກັນຍາ, ຢູ່ນະຄອນຫຼວງວຽງຈັນ, ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ລັດຖະບານ, ສະພາແຫ່ງຊາດແຫ່ງສປປ.ລາວ, ຄະນະກຳມະການສູນກາງແນວລາວສ້າງຊາດ, ອຳນາດການປົກຄອນນະຄອນຫຼວງວຽງຈັນ ແລະ ສູນກາງສະມາຄົມມິດຕະພາບລາວ - ຫວຽດນາມ ໄດ້ສົມທົບກັບສະຖານທູດຫວຽດນາມ ປະຈຳລາວ ຈັດງານຊຸມນຸມມິດຕິງສະເຫຼີມສະຫຼອງ 75 ປີແຫ່ງວັນການປະຕິວັດເດືອນ ສິງ ຫາ ແລະ ວັນຊາດແຫ່ງປະເທດສສ.ຫວຽດນາມ (02 ກັນຍາ 1945 – 02 ກັນຍາ 2020) ຂຶ້ນຢ່າງສົມກຽດ.
ຍສໝ - ຄະນະຜູ້ແທນສະຫະພັນບັນດາອົງການມິດຕະພາບແຂວງ ຢາລາຍ ໄດ້ມອບຂອງຂວັນຈຳນວນ 47 ຢ່າງໃຫ້ນັກຮຽນຫວຽດນາມຢູ່ແຂວງ Ratanakiri (ກຳປູເຈຍ).
ຍສໝ - ທີ່ນະຄອນຫຼວງ Colombo ຂອງປະເທດສີລັງກາ, ທ່ານນາງ ຟ້າມຖິບິກຫງອກ - ເອກອັກຄະລັດຖະທູດຫວຽດນາມ ປະຈຳສີລັງກາ ໄດ້ມອບເງິນຈຳນວນ 20.000 USD ຂອງລັດຖະບານຫວຽດນາມ ໃຫ້ແກ່ລັດຖະບານ ແລະ ປະຊາຊົນ Maldives ເພື່ອໜູນຊ່ວຍການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ COVID-19.
ໃນວັນທີ 1 ກັນຍາ 2020, ສະຫາຍ ນາງ ສູນທອນ ໄຊຍະຈັກ ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ ພ້ອມດ້ວຍພະນັກງານຫລັກແຫລ່ງ ໄດ້ເຂົ້າ ສະຫາຍ ນາງ ສູນທອນ ໄຊຍະຈັກ ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ ປະຈຳ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເນື່ອງໃນໂອກາດສະເຫລີມສະຫລອງ ການປະຕິວັດ ເດືອນສິງຫາ ຄົບຮອບ 75 ປີ (19/8/1945-19/8/2020) ແລະ ວັນສະຖາປະນາ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 75 ປີ (2/9/1945-2/9/2020).
ຍສໝ - ທີ່ການພົບປະ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດບັນດາໂຄງການລົງທືນຮ່ວມໃນບັນຊີລາຍຊື່ບຸລິມະສິດ, ໃນນັ້ນມີການກໍ່ສ້າງສູນວິທະຍາສາດແລະເຕັກໂນໂລຢີນິດເຄຼຍຢູ່ຫວຽດນາມ, ວຽກງານສ້າງຕັ້ງບັນດາບໍລິສັດຮ່ວມທຸລະກິດລົດໂອໂຕຢູ່ຫວຽດນາມໂດຍມີການເຂົ້າຮ່ວມຂອງບັນດາບໍລິສັດລັດເຊຍໃນການພັດທະນາລັດຖະບານອີເລັກໂຕນິກຢູ່ຫວຽດນາມ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງການປະຕິວັດເດືອນສິງຫາ ແລະ ວັນຊາດຫວຽດນາມ (2 ກັນຍາ 1945 - 2 ກັນຍາ 2020), ສະຖານທູດຫວຽດນາມ ປະຈຳເວເນຊູເອລາ ໄດ້ຈັດຕັ້ງລາຍການພົບປະແລກປ່ຽນວັດທະນະທຳຫວຽດນາມ - ເວເນຊູເອລາ ທີ່ໂຮງລະຄອນ Principal de Caracas.
ຍສໝ - ທ່ານ ແທງກົງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ເອຢິບໃຫ້ຮູ້ວ່າ:ເພື່ອຊຸກຍູ້ການຮ່ວມມືສອງຝ່າຍ, ກ່ອນອື່ນໝົດຕ້ອງຊຸກຍູ້ການຮ່ວມມືລະຫວ່າງປະຊາຊົນສອງປະເທດ ເພື່ອຈາກນັ້ນ, ພວກເຮົາເຂົ້າໃຈໄດ້ບັນດາຈຸດວັດທະນະທຳຂອງກັນ. ສອງປະເທດພ້ອມກັນຮ່ວມມື ແລະ ແບ່ງປັນບົດຮຽນປະສົບການ ແລະ ພ້ອມກັນຮ່ວມມືຢ່າງແໜ້ນແຟ້ນ.
ໃນຕອນເຊົ້າຂອງວັນທີ 31 ສິງຫາ 2020 ນີ້, ຄະນະພັກ ອົງການປົກຄອງ ແຂວງຈຳປາສັກ, ນຳໂດຍ ທ່ານ ປອ. ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຈຳປາສັກ ໄດ້ນຳເອົາກະຕ່າດອກໄມ້ ເຂົ້າອວຍພອນ ທ່ານ ບຸ່ຍເຖຢຸ໋ງ ກົງສຸນໃຫ່ຍ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ ລາວ ທີ່ນະຄອນປາກເຊໃນໂອກາດ ວັນຊາດ ສສ ຫວຽດນາມ ຄົບຮອບ 75 ປີ (2/9/1945-2/9/2020).
ຍສໝ - ວັນທີ 31 ສິງຫາ, ສະຖານທູດ ເຢຍລະມັນປະຈຳຮ່າໂນ້ຍໃຫ້ຮູ້ວ່າ ທ່ານ Frank-Walter Steinmeier ປະທານາທິບໍດີ ສາທາລະນະລັດສະຫະພັນ ເຢຍລະມັນ ໄດ້ສົ່ງໂທລະເລກອວຍພອນເນື່ອງໃນໂອກາດວັນຊາດຫວຽດນາມ ໄປຍັງທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະ ປະຊາຊົນຫວຽດນາມທຸດທ້ວນໜ້າ.
ຍສໝ - ຕາມໜັງສືພິມ Jerusalem Post ແລ້ວ, ພື້ນຖານເສດຖະກິດຂອງຫວຽດນາມຈະມີການເຕີບໂຕທາງບວກໃນປີ 2021 ແລະ ຫວຽດນາມມີທ່າແຮງໃນການດຶງດູດຕ່ອງໂສ້ການສະໜອງທົ່ວໂລກ.
ຍສໝ - ທ່ານ ເຈົາວັນຈຕີ, ປະທານສະມາຄົມ ຂະແມ - ຫວຽດນາມ, ຢັ້ງຢືນວ່າ:"ວັນຊາດ ແມ່ນວັນບຸນມີຄວາມໝາຍທີ່ສຸດສຳລັບພໍ່ແມ່ປະຊາຊົນເຊື້ອສາຍຫວຽດນາມ ຢູ່ກຳປູເຈຍ. ຍາມໃດພໍ່ແມ່ປະຊາຊົນກໍ່ອ່າຍໜ້າໄປເຖິງບ້ານເກີດ, ປະເທດຊາດຂອງຕົນ.
ຍສໝ - ທ່ານເຈິ່ນຕ໊ວນແອັງ ລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ໃຫ້ຮູ້ວ່າ ໝາກຜົນສຳຄັນທີ່ສຸດທີ່ບັນລຸໄດ້ທີ່ກອງປະຊຸມ AEM – 52 ຄັ້ງນີ້ ສຳລັບຫວຽດນາມ ແມ່ນເລື່ອງບັນດາທ່ານລັດຖະມົນຕີໄດ້ເຫັນດີເປັນເອກະພາບຈະສືບຕໍ່ຍູ້ແຮງການປະຕິບັດບັນດາຂໍ້ລິເລີ່ມ, ການບຸລິມະສິດ ເສດຖະກິດໂດຍຫວຽດນາມ ຍົກອອກໃຫ້ປີປະທານ.
ຍສໝ - ວັນທີ 28 ສິງຫາ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໄດ້ເນັ້ນໜັກວ່າ: ທ່ານ Abe Shinzo ແມ່ນການນຳມີການປະກອບສ່ວນຫຼາຍຢ່າງຕໍ່ການພັດທະນາຂອງປະເທດຍີ່ປຸ່ນ ແລະຊຸກຍູ້ການຮ່ວມມືໃນບັນດາຂົງເຂດຢູ່ພາກພື້ນ ແລະໃນໂລກ.
ຍສໝ - ທີ່ກອງປະຊຸມສໍາມະນາ, ບັນດານັກຊ່ຽວຊານ, ນັກຮຽນຮູ້ຂອງສອງປະເທດໄດ້ແລກປ່ຽນຢ່າງກົງໄປກົງມາ ແລະເລິກເຊິ່ງກ່ຽວກັບສາຍພົວພັນລະຫວ່າງຫວຽດນາມ-ຈີນ ໃນ 70 ປີຜ່ານມາ ແລະບາງບັນຫາສາກົນ ແລະພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.
ຍສໝ - ໃນວັນທີ 28 ສິງຫາ 2020, ສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ ໄດ້ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ວິໄລວົງ ບຸດດາຄຳ, ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງແຂວງຈຳປາສັກ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ ຜູ້ເກົ່າ ແລະ ທ່ານ ຄຳໃບ ດຳລັດ ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ຜູ້ໃໝ່.
ຍສໝ - ໂຄສົກກະຊວງການຕ່າງປະເທດລັດເຊຍ ໃຫ້ຮູ້ວ່າ: ຫວຽດນາມ ແມ່ນປະເທດທີ່ທັນສະໄໝ, ມີພື້ນຖານເສດຖະກິດພວມພັດທະນາຢ່າງຂະຫຍັນຂັນເຄື່ອນ, ເປັນສະມາຊິກທີ່ມີຄວາມຕັ້ງໜ້າຂອງຫຼາຍອົງການພາກພື້ນ ແລະ ສາກົນ.
ຍສໝ - ຕາມສຳນັກຂ່າວສານຫວຽດນາມ ປະຈຳອາເມລິກາ, ໃນວັນທີ 27 ສິງຫາ ກອງປະຊຸມຄົບຄະນະສະຫະປະຊາຊາດ ໄດ້ຈັດກອງປະຊຸມລະດັບສູງ ເພື່ອສະເຫຼີມສະຫຼອງວັນສາກົນຕ້ານການທົດລອງອາວຸດນິວເຄຼຍໃນວັນທີ 29 ສິງຫາ.
ຍສໝ - ທ່ານ ເລຮ່ວາຍຈຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຊີ້ແຈ້ງວ່າ ຍີ່ປຸ່ນ ເປັນນັກລົງທຶນໃຫຍ່ທີ 2, ເປັນຄູ່ຮ່ວມມືດ້ານການຄ້າທີ 4, ເປັນຄູ່ຮ່ວມມືໃຫຍ່ທີ 3 ດ້ານການທ່ອງທ່ຽວ ຂອງ ຫວຽດນາມ.
ຍສໝ - ທີ່ກອງປະຊຸມ, ເອກອັກຄະລັດຖະທູດຫົວໜ້າຄະນະຜູ້ຕາງໜ້າບັນດາປະເທດຄູ່ຮ່ວມມືຂອງ ອາຊຽນ (ອາເມລິກາ, ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອົດສະຕາລີ, ເຢຍລະມັນ, ການາດາ, ນິວຊີແລນ, ນອກແວ...) ໄດ້ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງ ອາຊຽນ ໃນໄລຍະຜ່ານມາໃນການຊຸກຍູ້ການເຊື່ອມຕໍ່ພາຍໃນກຸ່ມ ກໍຄື ການເຊື່ອມຕໍ່ລະຫວ່າງ ອາຊຽນ ກັບ ພາກພື້ນ.
ຍສໝ - ສອງຝ່າຍໄດ້ໃຫ້ຄຳໝັ້ນສັນຍາພ້ອມກັນຮ່ວມມືເພື່ອຮັກສາ ແລະ ເຮັດໃຫ້ການພົວພັນດ້ານເສດຖະກິດລະຫວ່າງ ອາຊຽນ ແລະ UKເລິກເຊິ່ງກ່ວາອີກ, ຫຼຸດຜ່ອນຜົນສະທ້ອນທາງດ້ານເສດຖະກິດຈາກໂລກລະບາດ Covid - 19 ທີ່ມີຕໍ່ບັນດາພື້ນຖານເສດຖະກິດຂອງສອງຝ່າຍ, ເພີ່ມທະວີຄວາມໄຫວພິບ ຂອງບັນດາພື້ນຖານເສດຖະກິດຂອງສອງຝ່າຍ, ສືບຕໍ່ເດີນຕາມນະໂຍບາຍເສດຖະກິດ ເປີດກ້ວາງ ແລະ ໂປ່ງໃສ…
ຍສໝ - ຜ່ານເຄືອຂ່າຍວິສາຫະກິດຫວຽດນາມ - ອັງກິດ, ມີວິສາຫະກິດອັງກິດຈຳນວນປະມານ 50 ແຫ່ງໄດ້ເຂົ້າຮ່ວມກອງປະຊຸມຖ່າຍທອດສົດ ເພື່ອຮັບຟັງທ່ານເຈີ່ນງອກອານ - ເອກອັກຄະລັດຖະທູດຫວຽດນາມປະຈຳອັງກິດ ກ່ຽວກັບການພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມໃນໄລຍະຫວ່າງແລ້ວນີ້, ແລະ ຮັບຟັງຄຳ ເຫັນຈາກບັນດາວິສາຫະກິດອັງກິດ ເພື່ອຊຸກຍູ້ການຮ່ວມມືລະຫວ່າງສອງຝ່າຍໃນໄລຍະຈະມາເຖິງ.
ຍສໝ - ທ່ານ ດຣWilson ໃຫ້ຮູ້ວ່າ, ຫວຽດນາມ ໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາປະເທດປະສົບຜົນສຳເລັດໃນການປ້ອງກັນໂລກລະບາດ COVID-19 ແລະ ແມ່ນຄູ່ຮ່ວມມືເສດຖະກິດທີ່ດີທີ່ສຸດສຳລັບອົດສະຕາລີ.
ຍສໝ - ສ.ເກົາຫຼີ ຈະສືບຕໍ່ຊຸກຍູ້ການຮ່ວມມືກັບອາຊຽນໂດຍຜ່ານໂຄງການຮັບມືໄວກັບໂລກລະບາດ COVID-19 ທີ່ມີມູນຄ່າ 10 ລ້ານ USD, ບັນດາການເຄື່ອນໄຫວແລກປ່ຽນຂໍ້ມູນຂ່າວສານ ແລະ ປະສົບການໃນການປ້ອງກັນ ແລະ ປິ່ນປົວໃຫ້ດີຂື້ນ, ຍົກສູງກຳລັງຄວາມສາມາດສຳລັບບັນດາສູນການແພດໃນພາກພື້ນ; ສົມທົບກັບອາຊຽນຢ່າງແໜ້ນແຟ້ນໃນການຄົ້ນຄວ້າ ແລະ ພັດທະນາວັກຊີນ ແລະ ຢາປິ່ນປົວ COVID-19.