ປະທານສະພາແຫ່ງຊາດ ລາວເຂົ້າຮ່ວມ ງານຊຸມນຸມມິດຕິງສະເຫຼີມສະຫຼອງ 75 ປີແຫ່ງວັນຊາດແຫ່ງ ສສ.ຫວຽດນາມ ຢູ່ລາວ

17:20 | 02/09/2020

ຍ​ສ​ໝ - ຕອນເຊົ້າວັນທີ 02 ກັນຍາ, ຢູ່ນະຄອນຫຼວງວຽງຈັນ, ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ລັດຖະບານ, ສະພາແຫ່ງຊາດແຫ່ງສປປ.ລາວ, ຄະນະກຳມະການສູນກາງແນວລາວສ້າງຊາດ, ອຳນາດການປົກຄອນນະຄອນຫຼວງວຽງຈັນ ແລະ ສູນກາງສະມາຄົມມິດຕະພາບລາວ - ຫວຽດນາມ ໄດ້ສົມທົບກັບສະຖານທູດຫວຽດນາມ ປະຈຳລາວ ຈັດງານຊຸມນຸມມິດຕິງສະເຫຼີມສະຫຼອງ 75 ປີແຫ່ງວັນການປະຕິວັດເດືອນ ສິງ ຫາ ແລະ ວັນຊາດແຫ່ງປະເທດສສ.ຫວຽດນາມ (02 ກັນຍາ 1945 – 02 ກັນຍາ 2020) ຂຶ້ນຢ່າງສົມກຽດ.

ປະທານສະພາແຫ ງຊາດ ລາວເຂ າຮ ວມ ງານຊ ມນ ມມ ດຕ ງສະເຫ ມສະຫ ອງ 75 ປ ແຫ ງວ ນຊາດແຫ ງ ສສ ຫວຽດນາມ ຢ ລາວ ສະຖານທູດ ຫວຽດນາມ ປະຈຳ ບັນດາປະເທດ ສະເຫຼີມສະຫຼອງ 75 ປີ ແຫ່ງວັນຊາດ ຫວຽດນາມ ແລະ ວັນສ້າງຕັ້ງຂະແໜງການທູດ
ປະທານສະພາແຫ ງຊາດ ລາວເຂ າຮ ວມ ງານຊ ມນ ມມ ດຕ ງສະເຫ ມສະຫ ອງ 75 ປ ແຫ ງວ ນຊາດແຫ ງ ສສ ຫວຽດນາມ ຢ ລາວ ຫວຽດນາມ: ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 75 ປີແຫ່ງການປະຕິວັດເດືອນສິງຫາ ແລະວັນຊາດທີ 2 ກັນຍາ
ປະທານສະພາແຫ ງຊາດ ລາວເຂ າຮ ວມ ງານຊ ມນ ມມ ດຕ ງສະເຫ ມສະຫ ອງ 75 ປ ແຫ ງວ ນຊາດແຫ ງ ສສ ຫວຽດນາມ ຢ ລາວ
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ພິ​ທີ (ພາບ: VOV)

ເຂົ້າຮ່ວມພິທີມີທ່ານນາງກຳມະການກົມການເມືອງ, ປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້, ທ່ານປະທານຄະນະກຳມະການສູນກາງແນວລາວສ້າງຊາດ ໄຊສົມພອນ ພົມວິຫານ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຫງວຽນບ໊າຮຸ່ງ… ພ້ອມກັບບັນດາການນຳຂັ້ນສູງຂອງພັກ, ລັດ, ຜູ້ຕາງນ້າບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງສູນກາງ, ຜູ້ຕາງໜ້າປະຊາຊົນຢູ່ນະຄອນຫຼວງວຽງຈັນ….

ອ່ານສູນທອນພົດທີ່ພິທີ, ທ່ານນາງປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ ໄດ້ຫວນຄືນບາງຂີດໝາຍໃນປະຫວັດສາດ 75 ປີແຫ່ງການກໍ່ສ້າງ ແລະ ພັດທະນາຂອງຫວຽດນາມ, ນັບແຕ່ເມື່ອປະທານໂຮ່ຈີມິນ ອ່ານຖະແຫຼງການປະກາດເອກະລາດ ສະຖາປະນາປະເທດສາທາລະນະລັດປະຊາທິປະໄຕຫວຽດນາມ ເມື່ອວັນທີ 02 ກັນຍາ 1945, ປະຈຸບັນແມ່ນປະເທດສາທາລະນະລັດສັງຄົມນິຍົມຫວຽດນາມ.

ໂດຍຕາງໜ້າໃຫ້ພັກ, ລັດ ສປປ.ລາວ, ທ່ານນາງປະທານສະພາແຫ່ງຊາດ ປານີ ຢາທໍ່ຕູ ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນຢ່າງສຸດຈິດສຸດໃຈ, ການຊ່ວຍເຫຼືອອັນໃຫຍ່ຫຼວງ, ລ້ຳຄ່າ, ທັນການ ແລະ ມີປະສິດທິຜົນຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄືໃນພາລະກິດສ້າງສາ ແລະ ພັດທະນາຂອງປະເທດລາວ ໃນປະຈຸບັນ. ພ້ອມທັງຢືນຢັນວ່າ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອພ້ອມກັບພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ປົກປັກຮັກສາ ແລະ ພັດທະນາ, ນຳສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຢ່າງຮອບດ້ານລະຫວ່າງ 2 ປະເທດ ໂດຍທ່ານປະທານໂຮ່ຈີມິນ ທີ່ຍິ່ງໃຫຍ່ ແລະ ທ່ານປະທານ ໄກສອນ ພົມວິຫານ, ທ່ານປະທານ ສຸພານຸວົງ ທີ່ແສນເຄົາລົບຮັກທີ່ໄດ້ສະຫງວນຕະຫຼອດຊີວິດຂອງຕົນເພື່ອກໍ່ຕັ້ງ, ເພີ່ມພູມຄຸນສ້າງ, ແມ່ນຊັບສົນບັດອັນລ້ຳຄ່າຂອງ 2 ຊາດ.

ປະທານສະພາແຫ ງຊາດ ລາວເຂ າຮ ວມ ງານຊ ມນ ມມ ດຕ ງສະເຫ ມສະຫ ອງ 75 ປ ແຫ ງວ ນຊາດແຫ ງ ສສ ຫວຽດນາມ ຢ ລາວ
ທ່ານນາງປະທານສະພາແຫ່ງຊາດ ສປປ.ລາວ ປານີ ຢາທໍ່ຕູ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ (ພາບ: VOV)

ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນຫວຽດນາມ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຫງວຽນບ໊າຮຸ່ງ ໄດ້ກ່າວຄຳຂອບໃຈສູນກາງພັກປະຊາຊົນປະຕິວັດລາວ, ລັດຖະບານ, ສະພາແຫ່ງຊາດປະເທດສປປ.ລາວ, ຄະນະກຳມະການສູນກາງແນວລາວ ສ້າງຊາດ… ທີ່ໄດ້ຈັດພິທີສະເຫຼີມສະຫຼອງ 75 ປີແຫ່ງວັນຊາດຫວຽດນາມ ຂຶ້ນຢ່າງສົມກຽດ; ຂອບໃຈບັນດາຄຳອວຍພອນອັນດີງາມເຊິ່ງທ່ານນາງປະທານສະພາແຫ່ງຊາດລາວ ທີ່ສະຫງວນໃຫ້ແກ່ພັກ, ລັດ ແລະ ປະຊາຊົນຫວຽດນາມ ໃນຊຸມມື້ສຳຄັນຍິ່ງນີ້.

ຫ​ວ​ນ​ຄືນ​ບັນ​ດາ​ຄຳ​ເວົ້​າ​ທີ່​ດີ​ງາມ​ຂອງ​ປະ​ທານ​ ໄກ​ສອນ​ ພົມ​ວິ​ຫານ, ທ່ານ ບຸນ​ຍັງ ວໍ​ລະ​ຈິດ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ​ກ່ຽວ​ກັບ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່​ລະ​ຫວ່າງ ຫວຽດ​ນາມ - ລາວ ແລະ ສະ​ພາບ​ການ​ຢູ່​ໂລກ, ພາກ​ພື້ນ ແລະ ພາຍ​ໃນ​ປະ​ເທດ. ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ບ໊າ​ຮຸ່ງ ໄດ້​ຢັ້ງ​ຢືນ​ວ່າ, ໃນ​ທຸກໆ​ເວ​ລາ, ເຖິງວ່າ​ໂລກ, ພາກ​ພື້ນ​ອາ​ຊີ - ປາ​ຊີ​ຟິກ ກໍ່​ຄື​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕຕ້ອງ​ປະ​ເຊີນ​ໜ້າ​ສິ່ງ​ທ້າຍ​ທາຍ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ, ຫຍຸ້ງ​ຍາກ​ທີ່​ສຸດ, ຢູ່​ທັງ​ສອງ​ປະ​ເທດ​ລ້ວນ​ແຕ່​ມີ​ການ​ຜັນ​ແປ່ຫຼາຍ​ຢ່າງ​ກໍ່​ຕາມ, ແຕ່​ສອງ​ປະ​ເທດ​ແນ່ນອນ​ວ່າ​ຈະ​ຄຽງ​ບ່າ​ຄຽງ​ໄລ່, ສະ​ໜິດ​ຕິ​ດ​ພັນ, ແບ່ງ​ປັນ​ຄວາມ​ຫຍຸ້ງ​ຍາກ ແລະ ຜົນ​ສຳ​ເລັດ, ພ້ອມ​ກັນ​ເພີ່ມ​ພຸນ​ຄຸ​ນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ - ລາວ​ໃຫ້​ແຕກດອກ​ອອກ​ຜົນ.

ປະທານສະພາແຫ ງຊາດ ລາວເຂ າຮ ວມ ງານຊ ມນ ມມ ດຕ ງສະເຫ ມສະຫ ອງ 75 ປ ແຫ ງວ ນຊາດແຫ ງ ສສ ຫວຽດນາມ ຢ ລາວ ສະຖານທູດ ຫວຽດນາມ ປະຈຳ ບັນດາປະເທດ ສະເຫຼີມສະຫຼອງ 75 ປີ ແຫ່ງວັນຊາດ ຫວຽດນາມ ແລະ ວັນສ້າງຕັ້ງຂະແໜງການທູດ

ໃນໄລຍະຈະມາເຖິງ, ຫວຽດນາມ ຕັດສິນໃຈ ຈະເພີ່ມທະວີນ້ຳໃຈໄມຕີຈິດມິດຕະພາບ ແລະ ການຮ່ວມມືໃນຫຼາຍດ້ານກັບ ສິງກະໂປ, ບັນດາປະເທດ ສະມາຊິກ ອາຊຽນ ແລະ ບັນດາປະເທດອື່ນໆຫຼາຍກວ່າອີກ ເພື່ອໂລກແຫ່ງສັນຕິພາບ, ວັດທະນາຖາວອນ ແລະ ພັດທະນາແບບຍືນຍົງ.

ປະທານສະພາແຫ ງຊາດ ລາວເຂ າຮ ວມ ງານຊ ມນ ມມ ດຕ ງສະເຫ ມສະຫ ອງ 75 ປ ແຫ ງວ ນຊາດແຫ ງ ສສ ຫວຽດນາມ ຢ ລາວ ສະຖານທູດຫວຽດນາມ ປະຈຳເວເນຊູເອລາ ໄດ້ສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 75 ປີ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງການປະຕິວັດເດືອນສິງຫາ ແລະ ວັນຊາດຫວຽດນາມ (2 ກັນຍາ 1945 - 2 ກັນຍາ 2020), ສະຖານທູດຫວຽດນາມ ປະຈຳເວເນຊູເອລາ ໄດ້ຈັດຕັ້ງລາຍການພົບປະແລກປ່ຽນວັດທະນະທຳຫວຽດນາມ - ເວເນຊູເອລາ ທີ່ໂຮງລະຄອນ Principal de Caracas.

ປະທານສະພາແຫ ງຊາດ ລາວເຂ າຮ ວມ ງານຊ ມນ ມມ ດຕ ງສະເຫ ມສະຫ ອງ 75 ປ ແຫ ງວ ນຊາດແຫ ງ ສສ ຫວຽດນາມ ຢ ລາວ ຫວຽດນາມ: ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 75 ປີແຫ່ງການປະຕິວັດເດືອນສິງຫາ ແລະວັນຊາດທີ 2 ກັນຍາ

ໃນຕອນຄ່ຳວັນທີ 18 ສິງຫາ, ຢູ່ໂຮງລະຄອນໃຫຍ່, ຮ່າໂນ້ຍ, ໄດ້ຈັດງານພົບປະແລກປ່ຽນສະແດງສິລະປະ “ດາວເອກະລາດ” ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.