ຫວຽດນາມເສີມຂະຫຍາຍທີ່ຕັ້ງບົດບາດສາກົນ

10:20 | 03/09/2020

ຍສໝ - ບົດຂຽນໃນໜັງສືພິມ Pretoria News ຢືນຢັນວ່າຫວຽດນາມເສີມຂະຫຍາຍທີ່ຕັ້ງບົດບາດສາກົນດ້ວຍຜົນສຳເລັດດ້ານເສດຖະກິດ, ເຊື່ອມໂຍງເຂົ້າກັບເສດຖະກິດສາກົນຢ່າງເລິກເຊິ່ງ ແລະສະແດງໃຫ້ເຫັນບົດບາດທີ່ດີເລີດຂອງຕົນໃນອົງການຈັດຕັ້ງສາກົນ.

ຫວຽດນາມເສ ມຂະຫຍາຍທ ຕ ງບ ດບາດສາກ ນ ເປີດງານວາງສະແດງຮູບພາບກ່ຽວກັບການຮ່ວມມືລາວ - ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນຊາດຫວຽດນາມ
ຫວຽດນາມເສ ມຂະຫຍາຍທ ຕ ງບ ດບາດສາກ ນ ບຸນວັນຊາດ ໃນໃຈຂອງຊາວຫວຽດນາມ ຢູ່ ລາວ
ຫວຽດນາມເສ ມຂະຫຍາຍທ ຕ ງບ ດບາດສາກ ນ
75 ປີໄດ້ຜ່ານພົ້ນໄປ ແຕ່ຖະແຫຼງການປະກາດເອກະລາດ ໂດຍປະທານໂຮ່ຈີມິນ ກ່າວຢູ່ສະໜາມຫລວງ ບາດີ່ງ ໃນລະດູໃບໄມ້ຫຼົ່ນຄາວນັ້ນ ຍັງຄົງດັງກອງກັງວານໄປທົ່ວປະເທດ, ຊຶມເລິກເຂົ້າດວງໃຈຂອງຊາວ ຫວຽດນາມ. ພາບປະກອບ: TTXVN.

ບົດຂຽນໄດ້ຢັ້ງຢືນວ່າຫວຽດນາມເສີມຂະຫຍາຍທີ່ຕັ້ງບົດບາດສາກົນດ້ວຍຜົນສຳເລັດດ້ານເສດຖະກິດພາຍໃນປະເທດ, ເຊື່ອມໂຍງເຂົ້າກັບເສດຖະກິດພາກພື້ນ ແລະ ສາກົນຢ່າງເລິກເຊິ່ງ, ພ້ອມທັງສະແດງໃຫ້ເຫັນບົດບາດທີ່ດີເລີດໃນອົງການຈັດຕັ້ງສາກົນ, ພາກພື້ນ. ແລະສະແດງໃຫ້ເຫັນທັດສະນະຂອງຫວຽດນາມໃນການແກ້ໄຂຂໍ້ຂັດແຍ່ງໃນທະເລຕາເວັນອອກໂດຍຜ່ານວິທີສັນຕິພາບບົນພື້ນຖານສົນທິສັນຍາກົດໝາຍວ່າດ້ວຍທະເລຂອງສະຫະປະຊາຊາດປີ 1982 (UNCLOS).

ໂດຍສືບທອດແນວຄວາມຄິດ, ນະໂຍບາຍການຕ່າງປະເທດຂອງປະທານໂຮ່ຈີມິນ ແລະ ປະຕິບັດແນວທາງປ່ຽນແປງໃໝ່ໄປພ້ອມໆກັນ, ໃນຕະຫລອດ 75 ປີຜ່ານມາ, ການປະຕິວັດຂອງ ຫວຽດນາມ ໄດ້ບັນລຸຈາກໄຊຊະນະນີ້ໄປສູ່ໄຊຊະນະອື່ນ. ບໍ່ພຽງແຕ່ຮັກສາໄດ້ພື້ນຖານເອກະລາດແຫ່ງຊາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນເທົ່ານັ້ນ ຫາກ ຫວຽດນາມ ຍັງດຶງດູດໄດ້ບັນດາແຫຼ່ງກຳລັງໃຫ້ແກ່ການພັດທະນາ, ຍົກສູງທີ່ຕັ້ງບົດບາດຂອງປະເທດຊາດໃນພາກພື້ນ ແລະ ໃນເວທີສາກົນອີກດ້ວຍ. ມາຮອດປະຈຸບັນ, ຫວຽດນາມ ໄດ້ສ້າງການພົວພັນທາງການທູດກັບ 189/193 ປະເທດສະມາຊິກສະຫະປະຊາຊາດ, ມີການພົວພັນຄູ່ຮ່ວມມືຍຸດທະສາດ, ຮອບດ້ານກັບ 30 ປະເທດ.

ໄດ້ກ້າວເດີນອອກຈາກສົງຄາມ 2 ຄັ້ງ, ຫວຽດນາມ ໄດ້ສ້າງຄວາມປະທັບໃຈກັບເພື່ອນມິດສາກົນ ດ້ວຍຄວາມມຸ່ງມາດປາດຖະໜາຢາກມີສັນຕິພາບຢ່າງແຮງກ້າໃຫ້ແກ່ຊົນຊາດຕົນ. ປະຈຸບັນ, ໂລກໄດ້ເຫັນປະຈັກຕາ ຫວຽດນາມ ກາຍເປັນດິນແດນເພາະບົ່ມໃຫ້ແກ່ສັນຕິພາບ. ເປັນຄັ້ງທີ 2, ທີ່ປະເທດ ຫວຽດນາມ ໄດ້ມີຊື່ຢູ່ອົງການຈັດຕັ້ງຫລາຍຝ່າຍໃຫຍ່ກ່ວາໝູ່ໃນທົ່ວໂລກຢ່າງທະນົງອົງອາດ ເມື່ອ ຫວຽດນາມ ໄດ້ຮັບການເລືອກຕັ້ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021 ດ້ວຍບັດສະໜັບສະໜູນສູງສຸດໃນປະຫວັດສາດການປ່ອນບັດຂອງສະຫະປະຊາຊາດ.

ປີ 2020, ຫວຽດນາມ ເປັນປະທານ ອາຊຽນ 2020. ໃນສະພາບການໂລກລະບາດໂຄວິດ-19 ມີການກະທົບຢ່າງຮ້າຍແຮງຕໍ່ປະເທດຕ່າງໆເກືອບທັງໝົດໃນໂລກ, ສົ່ງຜົນສະທ້ອນໂດຍກົງເຖິງບັນດາລາຍການ, ແຜນການຂອງ ອາຊຽນ, ອີກຄັ້ງໜຶ່ງ ຫວຽດນາມ ໄດ້ສະແດງໃຫ້ເຫັນກຳລັງຄວາມສາມາດທີ່ມີລັກສະນະໄຫວພິບຂອງຕົນ, ເຊື່ອມຕໍ່ ອາຊຽນ ພ້ອມກັນມີການກະທຳຮັບມືຕ້ານໂລກລະບາດ.

ບັນດາຜົນສຳເລັດເບື້ອງຕົ້ນໃນວິວັດການເປັນເຈົ້າການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໄດ້ ແລະ ພວມໄດ້ຮັບການຄວບຄຸມເປັນຢ່າງດີ. ຫວຽດນາມ ໄດ້ຮັບການຮັບຮູ້ ແລະ ຕີລາຄາສູງຈາກປະຊາຄົມກ່ຽວກັບຄວາມເປັນເຈົ້າການ, ມີມາດຕະການແກ້ໄຂຢ່າງວ່ອງໄວ ແລະ ມີປະສິດທິຜົນ, ຮັບມືເປັນຢ່າງດີທີ່ສຸດຕໍ່ໂລກລະບາດໂຄວິດ-19 ໃນໂລກ.

ຫວຽດນາມເສ ມຂະຫຍາຍທ ຕ ງບ ດບາດສາກ ນ ຫວຽດນາມ ມີຍອດເກີນດຸນການຄ້າເກືອບ 12 ຕື້ໂດລາສະຫະລັດ ໃນ 8 ເດືອນຕົ້ນປີ

ຍສໝ - ທຽບໃສ່ກັບໄລຍະດຽວກັນຂອງປີກາຍ, ການສົ່ງອອກສິນຄ້າໃນເດືອນສິງຫາ ໄດ້ເພີ່ມຂຶ້ນ 2,5%. ການເພີ່ມຂຶ້ນຂອງການສົ່ງອອກສິນຄ້າໃນເດືອນສິງຫາ ໄດ້ເປີດກວ້າງການດຸ່ນດ່ຽງການຄ້າໃຫ້ໄດ້ ບັນລຸ 11,9 ຕື້ໂດລາສະຫະລັດ, ເຮັດໃຫ້ການຄ້າເກີນດຸນໃນ 8 ເດືອນຕົ້ນປີ ໄດ້ເພີ່ມຂື້ນ 3,5 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ຫວຽດນາມເສ ມຂະຫຍາຍທ ຕ ງບ ດບາດສາກ ນ ການນຳແຂວງຈຳປາສັກ ເຂົ້າອວຍພອນກົງສຸນໃຫ່ຍ ສສ ຫວຽດນາມ ປະຈຳພາກໃຕ້

ໃນຕອນເຊົ້າຂອງວັນທີ 31 ສິງຫາ 2020 ນີ້, ຄະນະພັກ ອົງການປົກຄອງ ແຂວງຈຳປາສັກ, ນຳໂດຍ ທ່ານ ປອ. ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຈຳປາສັກ ໄດ້ນຳເອົາກະຕ່າດອກໄມ້ ເຂົ້າອວຍພອນ ທ່ານ ບຸ່ຍເຖຢຸ໋ງ ກົງສຸນໃຫ່ຍ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ ລາວ ທີ່ນະຄອນປາກເຊໃນໂອກາດ ວັນຊາດ ສສ ຫວຽດນາມ ຄົບຮອບ 75 ປີ (2/9/1945-2/9/2020).

ຫວຽດນາມເສ ມຂະຫຍາຍທ ຕ ງບ ດບາດສາກ ນ ຫວຽດນາມ ໄດ້ນຳສົ່ງພົນລະເມືອງຈຳນວນ 340 ຄົນຈາກປະເທດມາກາວ ກັບຄືນບ້ານຢ່າງປອດໄພ

ຍສໝ - ວັນທີ 30 ສິງຫາ, ອົງການທີ່ມີໜ້າທີ່ຫວຽດນາມ, ສະຖານກົງສຸນໃຫຍ່ຫວຽດນາມ ປະຈຳ ໄຕ້ຫວັນ ໄດ້ສົມທົບກັບອົງການທີ່ມີໜ້າທີ່ຂອງມາກາວ ແລະ ສາຍການບິນແຫ່ງຊາດຫວຽດນາມ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ມາກາວ (ຈີນ) ເພື່ອນຳສົ່ງພົນລະເມືອງຫວຽດນາມ ຈຳນວນຫຼາຍກວ່າ 340 ຄົນຈາກມາກາວ (ຈີນ) ກັບຄືນບ້ານຢ່າງປອດໄພ.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.