ຄະນະນຳກະຊວງປ້ອງກັນປະເທດລາວ ໄດ້ເຂົ້າອວຍພອນວັນຊາດຫວຽດນາມ ຄົບຮອບ 75 ປີ

14:34 | 03/09/2020

ໃນວັນທີ 2 ກັນຍາ 2020, ທີ່ສະຖານເອກອັກຄະລັດຖະທູດແຫ່ງ ສສ.ຫວຽດນາມ ປະຈໍາ ສປປ.ລາວ, ສະຫາຍພົນຕີ ແອສະໄໝ ເລືອງວັນໄຊ - ຮອງລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ.ລາວ ໄດ້ນໍາພາຄະນະເຂົ້າອວຍພອນ ສະຫາຍ ຫງວຽນບ່າຮຸ່ງ - ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ. ຫວຽດນາມ ປະຈໍາ ສປປ ລາວ, ເນື່ອງໃນໂອກາດວັນຊາດສສ.ຫວຽດນາມ ຄົບຮອບ 75 ປີ(2/9/1945-2/9/2020).

ຄະນະນຳກະຊວງປ ອງກ ນປະເທດລາວ ໄດ ເຂ າອວຍພອນວ ນຊາດຫວຽດນາມ ຄ ບຮອບ 75 ປ ສະຖານທູດຫວຽດນາມ ປະຈຳເວເນຊູເອລາ ໄດ້ສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 75 ປີ
ຄະນະນຳກະຊວງປ ອງກ ນປະເທດລາວ ໄດ ເຂ າອວຍພອນວ ນຊາດຫວຽດນາມ ຄ ບຮອບ 75 ປ ຫວຽດ​ນາມຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງ 75 ປີ​ແຫ່ງວັນ​ປະ​ຕິ​ວັດ ເດືອ​ນ​ສິງ​ຫາ​ຢູ່​ເຊີ​ແນວ

ໂອກາດດັ່ງກ່າວ, ສະຫາຍພົນຕີ ແອສະໄໝ ເລືອງວັນໄຊ ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນໍາກະຊວງປ້ອງກັນປະເທດ, ນາຍ ແລະ ພົນທະຫານກອງທັບປະຊາຊົນລາວ ໄດ້ສະແດງຄວາມຊົມເຊີຍໃນໂອກາດວັນຊາດ ສສ.ຫວຽດນາມ ຄົບຮອບ 75 ປີ ຢ່າງສຸດໃຈ.

ພ້ອມນັ້ນ, ສະຫາຍພົນຕີ ແອສະໄໝ ເລືອງວັນໄຊ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນໃຫຍ່ຫຼວງໃນຫຼາຍດ້ານຂອງສສ.ຫວຽດນາມ ທີ່ສາມາດຍາດມາໄດ້ໃນຕະຫຼອດໄລຍະ 75 ປີ ຜ່ານມາ ຫວຽດນາມ ໄດ້ສ້າງເສດຖະກິດຂະຫຍາຍຕົວໄວ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການ ພັດທະນາ ແລະ ປັບປຸງໃຫ້ດີຂຶ້ນເປັນກ້າວໆ.

ຄະນະນຳກະຊວງປ ອງກ ນປະເທດລາວ ໄດ ເຂ າອວຍພອນວ ນຊາດຫວຽດນາມ ຄ ບຮອບ 75 ປ
ຄະນະນຳກະຊວງປ້ອງກັນປະເທດລາວ ໄດ້ເຂົ້າອວຍພອນວັນຊາດຫວຽດນາມ ຄົບຮອບ 75 ປີ. (ພາບ: Kongthap)

ເຮັດໃຫ້ບົດບາດ, ຊື່ສຽງ ແລະ ອິດທິພົນຂອງ ສສ. ຫວຽດນາມ ນັບມື້ນັບສູງເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ, ອັນໄດ້ປະກອບສ່ວນສຳຄັນໃຫ້ ແກ່ການພັດທະນາເສດຖະກິດ - ສັງຄົມ ຂອງ ສສ. ຫວຽດນາມ, ພິເສດ ປີ 2020 ນີ້, ສສ.ຫວຽດນາມ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ, ກອງປະຊຸມໄອປາຄັ້ງທີ 36, ທັງເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ສສຫວຽດນາມ ສາມາດຈັດບັນດາກອງປະຊຸມດັ່ງກ່າວ ໃນຮູບແບບໃໝ່ຜ່ານລະບົບທາງໄກ (Video Conference) ໄດ້ຢ່າງດີເລີດໃນທ່າມກາງການແຜ່ລະບາດຂອງ ພະຍາດໂຄວິດ-19.

ພ້ອມນັ້ນ, ສະຫາຍຮອງລັດຖະມົນຕີກະຊວງ ປ້ອງກັນປະເທດໄດ້ສະແດງ ຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ ການຮ່ວມມືກັນຢ່າງສະໜິດແໜ້ນ ແລະ ມີປະສິດທິພາບສູງລະຫວ່າງ ກະຊວງປ້ອງກັນປະເທດແຫ່ງສປປ.ລາວ ກັບສະຖານທູດຫວຽດນາມ ໃນໄລຍະຜ່ານມາ, ເຮັດໃຫ້ສາມາດຊຸກຍູ້ການພົວພັນອັນເປັນມູນເຊື້ອທີ່ດີ ລະຫວ່າງສອງຝ່າຍໃຫ້ຂະຫຍາຍຕົວ ແລະ ມີຜົນສໍາເລັດຫຼາຍດ້ານ. ພ້ອມນີ້, ສະຫາຍ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອຢ່າງທັນການຂອງສສ. ຫວຽດນາມ ເວົ້າລວມ, ເວົ້າສະເພາະກໍແມ່ນ ກະຊວງປ້ອງກັນປະເທດຫວຽດນາມ ຕໍ່ສປປ.ລາວ ໃນໄລຍະຜ່ານມາ, ໂດຍສະເພາະໃນໄລຍະການລະບາດຂອງພະຍາດໂຄວິດ-19, ເຖິງວ່າ ຫວຽດນາມ ຈະໄດ້ຮັບ ຜົນກະທົບຈາກພະຍາດດັ່ງກ່າວ ເຊັ່ນກັນແຕ່ກໍຍັງໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ເປັນຕົ້ນ ໄດ້ ສົງຄະນະແພດຊ່ຽວຊານ, ຢາປົວພະຍາດ ພ້ອມທັງອຸປະກອນການແພດມາຊ່ວຍລັດຖະບານລາວ.

ຂະນະດຽວກັນ ໄດ້ສະແດງຄວາມເຫັນໃຈຕໍ່ ສສ ຫວຽດນາມ ທີ່ຫວ່າງບໍ່ດົນມານີ້ ໄດ້ພົບຜູ້ຕິດ ເຊື້ອພະຍາດໂຄວິດ-19 ຮອບໃໝ່ ແລະ ໄດ້ສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນ ວ່າດ້ວຍຄວາມ ເອົາໃຈໃສ່ຢ່າງໃກ້ຊິດ ແລະ ການນໍາພາອັນສະຫລາດສ່ອງໃສຂອງການນໍາພັກ-ລັດ ສສ.ຫວຽດນາມ ຈະສາມາດຄວບຄຸມພະຍາດດັ່ງກ່າວໄດ້ຢ່າງສິ້ນເຊີງ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນໃຫ້ກັບຄືນສູ່ສະພາບປົກກະຕິ.

ໂອກາດນີ້, ສະຫາຍ ເອກອັກ ຄະລັດຖະທູດ ຫງວຽນບ່າຮຸ່ງ ກໍໄດ້ສະແດງຄວາມຂອບໃຈຢ່າງຍິ່ງຕໍ່ການມາອວຍພອນ ຂອງສະຫາຍຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ຄະນະໃນຄັ້ງນີ້. ພ້ອມທັງສະແດງ ຄວາມຊົມເຊີຍຕໍ່ການໃຫ້ຄວາມ ສໍາຄັນອັນຈິງໃຈຂອງ ພັກ-ລັດ ຖະບານແຫ່ງ ສປປ ລາວ ແລະ ຊົມເຊີຍຕໍ່ການຈັດພິທີໂຮມຊຸມນຸມ ແລະ ບັນດາກິດຈະກໍາຕ່າງໆ ເພື່ອສະເຫຼີມສະຫຼອງວັນຊາດ ສສ. ຫວຽດນາມ ຄົບຮອບ 75 ປີ ເປັນຕົ້ນແມ່ນການວາງສະແດງຮູບພາບ, ການພົວພັນຮ່ວມມື ລາວ-ຫວຽດນາມ, ຫວຽດນາມ- ລາວ.

ພ້ອມທັງ, ຕີລາຄາສູງຕໍ່ ການພົວພັນຮ່ວມມືລະຫວ່າງສອງປະເທດ ຫວຽດນາມ-ລາວ ໃນໄລຍະຜ່ານມາ ແລະ ຫວັງຢ່າງ ຍິ່ງວ່າສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ນັບມື້ໄດ້ຮັບການຖະນຸຖະໜອມບໍາລຸງສ້າງ ແລະ ໄດ້ຮັບການເຊີດຊູຢ່າງບໍ່ຢຸດຢັ້ງ. ໃນຕອນທ້າຍ, ສະຫາຍຮອງ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ອວຍພອນໃຫ້ ສະຫາຍ ຫງວຽນບ່ຮຸ່ງ ພ້ອມດ້ວຍພະ ນັກງານສະຖານທູດທຸກສະຫາຍ ແລະ ຜ່ານສະຫາຍໄປຍັງການນໍາພັກ-ລັດ ແລະ ປະຊາຊົນຫວຽດນາມທຸກທົ່ວໜ້າຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສໍາເລັດໃໝ່ໃນໜ້າທີ່ອັນມີກຽດຂອງຕົນ, ພ້ອມທັງອວຍພອນແດ່ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ຈົ່ງສືບຕໍ່ໄດ້ຮັບຜົນສໍາເລັດໃໝ່ຍິ່ງໃຫຍ່ກວ່າເກົ່າໃນຊຸມປີຕໍ່ໜ້າ.

ຄະນະນຳກະຊວງປ ອງກ ນປະເທດລາວ ໄດ ເຂ າອວຍພອນວ ນຊາດຫວຽດນາມ ຄ ບຮອບ 75 ປ ສະຖານທູດ ຫວຽດນາມ ປະຈຳ ບັນດາປະເທດ ສະເຫຼີມສະຫຼອງ 75 ປີ ແຫ່ງວັນຊາດ ຫວຽດນາມ ແລະ ວັນສ້າງຕັ້ງຂະແໜງການທູດ

ໃນໄລຍະຈະມາເຖິງ, ຫວຽດນາມ ຕັດສິນໃຈ ຈະເພີ່ມທະວີນ້ຳໃຈໄມຕີຈິດມິດຕະພາບ ແລະ ການຮ່ວມມືໃນຫຼາຍດ້ານກັບ ສິງກະໂປ, ບັນດາປະເທດ ສະມາຊິກ ອາຊຽນ ແລະ ບັນດາປະເທດອື່ນໆຫຼາຍກວ່າອີກ ເພື່ອໂລກແຫ່ງສັນຕິພາບ, ວັດທະນາຖາວອນ ແລະ ພັດທະນາແບບຍືນຍົງ.

ຄະນະນຳກະຊວງປ ອງກ ນປະເທດລາວ ໄດ ເຂ າອວຍພອນວ ນຊາດຫວຽດນາມ ຄ ບຮອບ 75 ປ ພິທີສະເຫຼີມສະຫຼອງວັນຊາດສາທາລະນະລັດອິນໂດເນເຊຍ ຄົບຮອບ 75 ປີ

ຍສໝ - ພິທີດັ່ງກ່າວໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ Ibnu Hadi ເອກອັກຄະລັດຖະທູດສາທາລະນະລັດອິນໂດເນເຊຍປະຈຳ ຮ່າໂນ້ຍ. .

ຄະນະນຳກະຊວງປ ອງກ ນປະເທດລາວ ໄດ ເຂ າອວຍພອນວ ນຊາດຫວຽດນາມ ຄ ບຮອບ 75 ປ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ພົນໂທ ໂງຊວັນລິກ ພົບປະສອງຝ່າຍກັບ ລັດຖະມົນຕີກະຊວງປ້ອງກັນປະເທດລາວ

ຍສໝ - ລັດຖະມົນຕີກະຊວງປ້ອງກັນປະເທດລາວ ໄດ້ສະແດງຄວາມເຊື່ອໝັ້ນວ່າ ດ້ວຍການເປັນປະທານອາຊຽນ ໃນປີ 2020 ຂອງ ຫວຽດນາມ, ກົນໄກການຮ່ວມມືຂອງ ADMM ແລະ ADMM + ຈະສືບຕໍ່ຢືນຢັນບົດບາດສຳຄັນຂອງຕົນໃນໂຄງປະກອບຄວາມໝັ້ນຄົງພາກພື້ນ.

kongthap.gov.la

ເຫດການ
302 Found

Found

The document has moved here.