ຄວາມປະທັບໃຈຕໍ່ມິດຕະພາບຫວຽດນາມ - ເຊັກ ຜ່ານການວາງສະແດງຮູບພາບ “ຫວຽດນາມ ປ່ຽນໃໝ່ ແລະ ພັດທະນາ”

11:22 | 03/09/2020

ຍສໝ - ງານວາງສະແດງປະກອບມີຮູບພາບ 75 ແຜ່ນ, ເຊິ່ງສະແດງເຖິງ 75 ປີແຫ່ງການຕໍ່ສູ້ວິລະຊົນ ແລະປະຫວັດສາດການພັດທະນາຂອງຫວຽດນາມ.    

ຄວາມປະທ ບໃຈຕ ມ ດຕະພາບຫວຽດນາມ ເຊ ກ ຜ ານການວາງສະແດງຮ ບພາບ ຫວຽດນາມ ປ ຽນໃໝ ແລະ ພ ດທະນາ ຫວຽດນາມ ດຳລົງຕຳແໜ່ງເປັນປະ​ທານ​ຄະ​ນະ​ກຳ​ມະ​ການ ອ​າ​ຊຽນ ປະ​ຈຳ ເຊັກ​ໂກ
ຄວາມປະທ ບໃຈຕ ມ ດຕະພາບຫວຽດນາມ ເຊ ກ ຜ ານການວາງສະແດງຮ ບພາບ ຫວຽດນາມ ປ ຽນໃໝ ແລະ ພ ດທະນາ ປະທານຄະນະກຳມະການຊົນເຜົ່າສ່ວນໜ້ອຍນະຄອນ Prague (ເຊັກ): ປະຊາຄົມຊາວຫວຽດນາມສະໜັບສະໜູນ ປະເທດ ເຊັກ ຢ່າງແທດຈິງ ໃນການຕໍ່ສູ້ຕ້ານກັບ ໂລກລະບາດ COVID-19

ເນື່ອງໃນໂອກາດວັນສະຖາປະນາສາທາລະນະລັດສັງຄົມນິຍົມຫວຽດນາມຄົບຮອບ 75 ປີ (2 ກັນຍາ 1945 - 2 ກັນຍາ 2020) ແລະ 70 ປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ຫວຽດນາມ ແລະ ສາທາລະນະລັດເຊັກ (1950-2020), ສະຖານທູດຫວຽດນາມ ປະຈໍາ ສາທາລະນະລັດເຊັກ ໂດຍສົມທົບກັບບັນດາອົງການທີ່ກ່ຽວຂ້ອງ ປະຈໍາ Prague ໄດ້ຈັດງານວາງສະແດງຮູບພາບດ້ວຍຫົວຂໍ້ “ຫວຽດນາມ ປ່ຽນໃໝ່ ແລະ ພັດທະນາ”.

ງານວາງສະແດງປະກອບມີຮູບພາບ 75 ແຜ່ນ, ເຊິ່ງສະແດງເຖິງ 75 ປີແຫ່ງການຕໍ່ສູ້ວິລະຊົນ ແລະປະຫວັດສາດການພັດທະນາຂອງຫວຽດນາມ. ເນື້ອໃນຕົ້ນຕໍຂອງງານວາງສະແດງແນະ ນຳ ກ່ຽວກັບປະເທດຫວຽດນາມທີ່ສວຍງາມ, ຄວາມສາມາດບົ່ມຊ້ອນ, ຜູ້ຄົນ, ເສດຖະກິດຂະຫຍັນຂັນເຄື່ອນ, ສັງຄົມພັດທະນາ…

ທ່ານ ຫງວຽນຢູວຍຽນ, ປະທານສະມາຄົມຊາວຫວຽດນາມ ປະຈຳ ສາທາລະນະລັດເຊັກ ໃຫ້ຮູ້ວ່າ, ງານວາງສະແດງຄັ້ງນີ້ແມ່ນໂອກາດພິເສດ, ຜ່ານງານວາງສະແດງຄັ້ງນີ້ເຮັດໃຫ້ຊາວຫວຽດນາມຍັງຈື່ປະເທດຫວຽດນາມ, ມີຄວາມພາກພູມໃຈແຫ່ງຊາດຕໍ່ປະເທດຊາດຫວຽດນາມທີ່ໄດ້ຮັບເອກະລາດ ແລະການເຊື່ອມໂຍງສາກົນ.

“ຜ່ານງານວາງສະແດງຄັ້ງນີ້, ຊາວຫວຽດນາມອາໄສຢູ່ຕ່າງປະເທດທຸກຄົນລ້ວນແຕ່ຈະຈົດຈຳ, ຮູ້ບຸນຄຸນຕໍ່ບັນດາຄຸນງາມຄວາມດີຂອງຄົນລຸ້ນກ່ອນທີ່ໄດ້ປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດ” - ທ່ານ ຫງວຽນຢູວຍຽນ ແບ່ງປັນ.

ໃນຕະຫລອດ 75 ປີຜ່ານມາ, ບັນດາແນວຄວາມຄິດຂອງປະທານໂຮ່ຈີມິນ ໃນບົດຖະແຫຼງການປະກາດເອກະລາດວັນທີ 02 ກັນຍາ 1945 ໄດ້ກາຍເປັນກຳລັງແຮງອັນໃຫຍ່ຫລວງຂອງທົ່ວປະເທດ ຫວຽດນາມ, ນຳປະເທດຜ່ານຜ່າບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ຮັກສາເອກະລາດອະທິປະໄຕໄວ້ໃຫ້ໝັ້ນຄົງ, ສ້າງສາ ແລະ ພັດທະນາ, ບັນລຸໄດ້ຜົນງານສຳຄັນຫລາຍຢ່າງໃນບັນດາຂົງເຂດເກືອບທັງໝົດ.

ບັນດາຜົນງານທີ່ໃຫຍ່ຫຼວງເຊິ່ງ ຫວຽດນາມ ບັນລຸໄດ້ໃນວັນນີ້ ໄດ້ເລີ່ມມາຈາກການປະຕິວັດເດືອນ ສິງຫາ ປີ 1945 ໃນລະດູໃບໄມ້ຫຼົ່ນ ເຊິ່ງເປັນຂີດໝາຍບາດລ້ຽວປະຫວັດສາດຂອງຊາດ. ປັດຈຸບັນ, ບັນດາໝາກຜົນ ແລະ ໄຊຊະນະດັ່ງກ່າວສືບຕໍ່ສ້າງປະຖົມປັດໄຈ ເພື່ອໃຫ້ ຫວຽດນາມ ສືບຕໍ່ປ່ຽນແປງໃໝ່ ແລະ ພັດທະນາຢ່າງແຂງແຮງກວ່າເກົ່າ ໃນສະພາບການໃໝ່ຂອງໂລກ ທີ່ເຕັມໄປດ້ວຍການຫັນປ່ຽນ. ໂດຍເປັນເຈົ້າການຍາດແຍ່ງກາລະໂອກາດ, ສ້າງທີ່ຕັ້ງບົດບາດ ແມ່ນໜຶ່ງໃນບັນດາບົດຮຽນທີ່ສຳຄັນ ເພື່ອສ້າງເປັນໄຊຊະນະຂອງການປະຕິວັດເດືອນ ສິງຫາ ປີ 1945. ບັນດາໝາກຜົນທີ່ບັນລຸໄດ້ໃນຕະຫຼອດ 75 ປີທີ່ຜ່ານມາ ນັບຕັ້ງແຕ່ ຫວຽດນາມ ໄດ້ປະກາດເອກະລາດ (1945 - 2020) ແລະ 35 ປີແຫ່ງການປະຕິບັດແນວທາງປ່ຽນແປງໃໝ່ ໄດ້ສະແດງໃຫ້ເຫັນຢ່າງມີຊີວິດຊີວາ ການສືບທອດບັນດາບົດຮຽນເຫຼົ່ານັ້ນ. ໃນສະພາບການໃໝ່ຢູ່ພາກພື້ນ ແລະ ໂລກມີການຜັນປ່ຽນຫຼາຍຢ່າງ ຍາກທີ່ຈະຄາດຄະເນໄດ້ລ່ວງໜ້າ, ຫວຽດນາມ ສືບຕໍ່ຢຶດໝັ້ນແນວທາງປ່ຽນແປງໃໝ່, ເປັນເຈົ້າການຍາດແຍ່ງກາລະໂອກາດ ຜ່ານຜ່າສິ່ງທ້າທາຍປຸກລຸກນ້ຳໃຈຮັກຊາດ, ເຈດຈຳນົງສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຫັນຄວາມຄາດຫວັງ ສ້າງປະເທດ ຫວຽດນາມ ວັດທະນາຖາວອນ ແລະ ຈະເລີນຮຸ່ງເຮືອງ ໃຫ້ປະກົດຜົນເປັນຈິງ ນຳປະເທດຊາດກ້າວຂຶ້ນສູ່ຫຼັກໝາຍໃໝ່: ກາຍເປັນປະເທດອຸດສາຫະກຳ ແລະ ທັນສະໄໝໃນປີ 2045.

ບາງຮູບໃນງານວາງສະແດງ:

ຄວາມປະທ ບໃຈຕ ມ ດຕະພາບຫວຽດນາມ ເຊ ກ ຜ ານການວາງສະແດງຮ ບພາບ ຫວຽດນາມ ປ ຽນໃໝ ແລະ ພ ດທະນາ
ປະທານ ໂຮ່ຈີມິນ ໄດ້ໂອ້ລົມກັບກໍາມະກອນຫຼາຍກ່ວາ 30.000 ຄົນທີ່ເຂດອຸດສາຫະກຳ Vysocina (17 ກໍລະກົດ 1957) ໃນລະຫວ່າງການຢ້ຽມຢາມມິດຕະພາບ ຕຽບຄັກ. (ພາບ: VOV)
ຄວາມປະທ ບໃຈຕ ມ ດຕະພາບຫວຽດນາມ ເຊ ກ ຜ ານການວາງສະແດງຮ ບພາບ ຫວຽດນາມ ປ ຽນໃໝ ແລະ ພ ດທະນາ

ທ່ານເອກອັກຄະລັດຖະທູດໄທ ຊວນຢູງ ໄດ້ແບ່ງປັນບັນກ່ຽວກັບດາຮູບພາບເອກະສານປະຫວັດສາດລະຫວ່າງຫວຽດນາມ - ສາທາລະນະລັດເຊັກ. (ພາບ: VOV)
ຄວາມປະທ ບໃຈຕ ມ ດຕະພາບຫວຽດນາມ ເຊ ກ ຜ ານການວາງສະແດງຮ ບພາບ ຫວຽດນາມ ປ ຽນໃໝ ແລະ ພ ດທະນາ
ທ່ານນາຍົກລັດຖະມົນຕີເຊັກ Andrej Babiš ໄດ້ພົບປະກັບ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ Prague (17 ເມສາ 2019). (ພາບ: VOV)
ຄວາມປະທ ບໃຈຕ ມ ດຕະພາບຫວຽດນາມ ເຊ ກ ຜ ານການວາງສະແດງຮ ບພາບ ຫວຽດນາມ ປ ຽນໃໝ ແລະ ພ ດທະນາ ການ​ນຳ​ຂັ້ນ​ສູງ ​ສ.ເຊັກ​ໂກ ສົ່ງ​ຄຳ​ຂອບ​ໃຈ​​ເຖິງ​ລັດ​ຖະ​ບານຫວຽດ​ນາມ ແລະ​ ຊາວ​ຫວຽດ​ນາມ​ ຢູ່ ສ.ເຊັກ​ໂກ

ຍສໝ - ເມື່ອບໍ່ດົນມານີ້, ສະມາຄົມຊາວຫວຽດນາມອາໄສ ຢູ່ ສ.ເຊັກໂກ ໄດ້ສົມທົບກັບສະຖານທູດຫວຽດນາມປະຈຳ ສ.ເຊັກໂກ ໄດ້ຈັດຕັ້ງພິທີມອບຮັບຜ້າອັດປາກການແພດໃຫ້ແກ່ເຮືອນພັກຜູ້ສູງອາຍຸ 2 ແຫ່ງ ຢູ່ ນະຄອນຫຼວງPraha, ສ.ເຊັກໂກ.

ຄວາມປະທ ບໃຈຕ ມ ດຕະພາບຫວຽດນາມ ເຊ ກ ຜ ານການວາງສະແດງຮ ບພາບ ຫວຽດນາມ ປ ຽນໃໝ ແລະ ພ ດທະນາ ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນ​​ຟຸກ ສົ່ງຈົດໝາຍ​ເຖິງ​ນາຍົກລັດຖະມົນຕີຍີ່ປຸ່ນ ​ແລະ ​ໂອ້​ລົມ​ທາງ​ໂທລະສັບ​ກັບ​ນາຍົກລັດຖະມົນຕີ​ເຊັກ​

ຍສໝ - ຕອນບ່າຍວັນທີ 23 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ເຊັກ Andrej Babis ເພື່ອປຶກສາຫາລືບາງມາດຕະການຮ່ວມມືໃນການປ້ອງກັນ ແລະ ຄວບຄຸມພະຍາດ Covid-19.

ຄວາມປະທ ບໃຈຕ ມ ດຕະພາບຫວຽດນາມ ເຊ ກ ຜ ານການວາງສະແດງຮ ບພາບ ຫວຽດນາມ ປ ຽນໃໝ ແລະ ພ ດທະນາ ສືບຕໍ່ເພີ່ມທະວີການຄຸ້ມຄອງຊາຍແດນຫວຽດນາມ - ລາວ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ພັດທະນາ

ຍສໝ - ຕອນເຊົ້າວັນທີ 24 ຕຸລາ, ທ່ານພັນເອກ ບຸນລໍ້າ ພະໄຊສົມບັດ, ຫົວໜ້າອົງການຜູ້ຕາງໜ້າກະຊວງປ້ອງກັນຄວາມສະຫງົບລາວ ປະຈຳ ຫວຽດນາມ ນໍາໜ້າຄະນະປະຕິບັດງານມາຢ້ຽມຢາມ ແລະເຮັດວຽກທີ່ກອງບັນຊາການທະຫານຊາຍແດນ. ທ່ານພົນຈັດຕະວາ ເລວັນຟຸກ, ຮອງຜູ້ບັນຊາການທະຫານຊາຍແດນ ເປັນປະທານການຕ້ອນຮັບຄະນະ.

ໄຊພອນ

ເຫດການ
302 Found

Found

The document has moved here.