ສະຖານທູດຫວຽດນາມ ປະຈຳເວເນຊູເອລາ ໄດ້ສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 75 ປີ

15:00 | 01/09/2020

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງການປະຕິວັດເດືອນສິງຫາ ແລະ ວັນຊາດຫວຽດນາມ (2 ກັນຍາ 1945 - 2 ກັນຍາ 2020), ສະຖານທູດຫວຽດນາມ ປະຈຳເວເນຊູເອລາ ໄດ້ຈັດຕັ້ງລາຍການພົບປະແລກປ່ຽນວັດທະນະທຳຫວຽດນາມ - ເວເນຊູເອລາ ທີ່ໂຮງລະຄອນ Principal de Caracas.

ສະຖານທ ດຫວຽດນາມ ປະຈຳເວເນຊ ເອລາ ໄດ ສະເຫ ມສະຫ ອງວ ນຊາດຫວຽດນາມ ຄ ບຮອບ 75 ປ ຫວຽດ​ນາມຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງ 75 ປີ​ແຫ່ງວັນ​ປະ​ຕິ​ວັດ ເດືອ​ນ​ສິງ​ຫາ​ຢູ່​ເຊີ​ແນວ
ສະຖານທ ດຫວຽດນາມ ປະຈຳເວເນຊ ເອລາ ໄດ ສະເຫ ມສະຫ ອງວ ນຊາດຫວຽດນາມ ຄ ບຮອບ 75 ປ ສະເຫຼີມສະຫຼອງວັນສ້າງຕັ້ງຂະແໜງການຕຳຫຼວດປະຊາຊົນຫວຽດນາມ ຄົບຮອບ 75 ປີ ຢູ່ ສປປ.ລາວ

ເຂົ້າຮ່ວມເຫດການຄັ້ງນີ້ມີທ່ານ Rubén Molina - ຮອງລັດຖະມົນຕີຕ່າງປະເທດຮັບຜິດຊອບພາກພື້ນອາຊີ, ຕາເວັນອອກກາງ ແລະ ໂອເຊຍເນຍ; ບັນດາເຈົ້າໜ້າທີ່ຂອງລັດຖະບານເວເນຊູເອລາ ແລະ ນະຄອນຫຼວງ Caracas, ແລະ ບັນດາເຈົ້າໜ້າທີ່ຂອງສະຖານທູດ ແລະ ທີ່ປຶກສາທູດຝ່າຍປ້ອງກັນຊາດຫວຽດນາມ ປະຈຳເວເນຊູເອລາ.

ທີ່ພິທີ, ທ່ານເລວຽດຍວຽນ - ເອກອັກຄະລັດຖະທູດຫວຽດນາມ ປະຈຳເວເນຊູເອລາ ໄດ້ທົບທວນຄືນບັນດາຜົນງານເຊິ່ງ ຫວຽດນາມບັນລຸໄດ້ພາຍຫຼັງ 35 ປີຂອງຂະບວນການປ່ຽນໃໝ່. ທ່ານເອກອັກຄະລັດຖະທູດ ເລວຽດຍວຽນ ໄດ້ເນັ້ນໜັກວ່າ ປີ 2020 ກໍ່ແມ່ນຈຸດເວລາທີ່ສຳຄັນທີ່ປະເທດຫວຽດນາມເປັນກຽດທີ່ໄດ້ຮັບດຳລົງຕຳແໜ່ງສອງໜ້າທີ່ ເຊິ່ງເປັນສະມາຊິກບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ປະທານອາຊຽນ ປີ 2020.

ສະຖານທ ດຫວຽດນາມ ປະຈຳເວເນຊ ເອລາ ໄດ ສະເຫ ມສະຫ ອງວ ນຊາດຫວຽດນາມ ຄ ບຮອບ 75 ປ
ສະຖານທູດຫວຽດນາມ ປະຈຳເວເນຊູເອລາ ໄດ້ສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 75 ປີ. (ພາບ: baoquocte)

ກ່ຽວກັບການພົວພັນກັບ ປະເທດເວເນຊູເອລາ, ທ່ານເອກອັກຄະລັດຖະທູດ ເລວຽດຍວຽນ ໄດ້ຢືນຢັນວ່າ ລັດຖະບານ ແລະ ປະຊາຊົນຫວຽດນາມຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບ, ຄວາມສາມັກຄີກັບປະເທດເວເນຊູເອລາ ແລະ ເນັ້ນໜັກວ່າ ຫວຽດນາມພ້ອມແລ້ວທີ່ຈະສະໜັບສະໜູນ ລັດຖະບານ ແລະ ປະຊາຊົນເວເນຊູເອລາ ໃນການຕໍ່ສູ້ປົກປັກຮັກສາເອກະລາດ ແລະ ອະທິປະໄຕເພື່ອການພັດທະນາຂອງປະເທດ ແລະ ຄວາມຈະເລີນຮຸ່ງເຮືອງຂອງປະຊາຊົນ.

ທ່ານ Rubén Molina - ຮອງລັດຖະມົນຕີການຕ່າງປະເທດເວເນຊູເອລາ ໄດ້ສະແດງຄວາມພາກພູມໃຈທີ່ໄດ້ເຂົ້າຮ່ວມພິທີດັ່ງກ່າວ ແລະ ຕີລາຄາສູງຕໍ່ວິໄສທັດຍຸດທະສາດຂອງປະທານາທິບໍດີ Hugo Chavez ໃນການວາງພື້ນຖານຂອງການພົວພັນທາງການທູດກັບຫວຽດນາມ. ທ່ານ Rubén Molina ກໍ່ຢືນຢັນວ່າ ເວເນຊູເອລາໃຫ້ຄຳໝັ້ນສັນຍາ ຈະໄດ້ຮັກສາ, ຮັດແໜ້ນ ແລະ ເພີ່ມທະວີສາຍພົວພັນຮ່ວມມືຢ່າງແໜ້ນແຟ້ນກັບຫວຽດນາມໃນຫລາຍຂົງເຂດ.

ພິທີສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 75 ປີຄັ້ງນີ້ ໄດ້ປະກອບສ່ວນເສີມຂະຫຍາຍທີ່ຕັ້ງຂອງປະເທດຫວຽດນາມ, ເພີ່ມທະວີຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ເວເນຊູເອລາ.

ພ້ອມກັນນັ້ນໃນພິທີດັ່ງກ່າວ, ສະຖານທູດຫວຽດນາມ ຍັງໄດ້ຮ່ວມມືກັບ VTV8 ແລະ TVFANB ເພື່ອສາຍໃຫ້ປະຊາຊົນຊົມເບິ່ງໃນ ທົ່ວປະເທດ, ເລີ່ມແຕ່ວັນທີ 19 ສິງຫາເຖິງວັນທີ 2 ກັນຍາ ເພື່ອໂຄສະນາວັດທະນະທຳ, ປະເທດຊາດ, ຊາວຫວຽດນາມມາໃຫ້ແກ່ເພື່ອນມິດ.

ສະຖານທ ດຫວຽດນາມ ປະຈຳເວເນຊ ເອລາ ໄດ ສະເຫ ມສະຫ ອງວ ນຊາດຫວຽດນາມ ຄ ບຮອບ 75 ປ ສະຖານທູດຫວຽດນາມ ປະຈຳ ປະເທດຊູແອດ ຢ້ຽມຢາມ ແລະ ໃຫ້ກຳລັງໃຈ ປະຊາຄົມຊາວຫວຽດນາມ ຢູ່ ປະເທດຊູແອດ

ຍສໝ - ການຢ້ຽມຢາມຊາວຫວຽດນາມທີ່ດຳລົງຊີວິດ ແລະ ດຳເນີນທຸລະກິດຢູ່ແຂວງ Skäne, ຄະນະປະຕິບັດງານໄດ້ມີການພົບປະ ແລະ ເຮັດວຽກກັບຄະນະບໍລິຫານງານສະມາຄົມວັດທະນະທຳ ຫວຽດນາມ ຢູ່ ປະເທດຊູແອດ, ຜູ້ຕາງໜ້າຊາວຫວຽດນາມຢູ່ ບາງແຂວງພາກໃຕ້ຂອງປະເທດຊູແອດ, ຜູ້ຕາງໜ້າບັນດາວິສາຫະກິດຫວຽດນາມຢູ່ບັນດານະຄອນ Malmo, Lund, Helsinborg, Göteborg...

ສະຖານທ ດຫວຽດນາມ ປະຈຳເວເນຊ ເອລາ ໄດ ສະເຫ ມສະຫ ອງວ ນຊາດຫວຽດນາມ ຄ ບຮອບ 75 ປ ສະຖານທູດຫວຽດນາມ ປະຈຳອາເມລິກາ ໄດ້ມອບຜ້າບັງປາກ ໃຫ້ແກ່ລັດ Maryland ເພື່ອປ້ອງກັນການລະບາດຂອງ COVID-19

ຍສໝ - ວັນທີ 8 ສິງຫາ, ຢູ່ສູນສຳນັກງານແຫ່ງລັດ Maryland - ສະຫະລັດອາເມລິກາ, ທ່ານ ຫ່າກິມຫງອກ - ເອກອັກຄະລັດຖະທູດຫວຽດນາມ ປະຈຳອາເມລິກາ ແລະ ທ່ານ John Wobensmith - ລັດຖະມົນຕີກະຊວງການຕ່າງປະເທດລັດ Maryland ໄດ້ມອບຜ້າບັງປາກ 10,000 ໃບໃຫ້ແກ່ລັດ Maryland ...

ສະຖານທ ດຫວຽດນາມ ປະຈຳເວເນຊ ເອລາ ໄດ ສະເຫ ມສະຫ ອງວ ນຊາດຫວຽດນາມ ຄ ບຮອບ 75 ປ ສະຖານທູດຫວຽດນາມປະຈຳ ການາດາຮ່ວມ​ເດີນ​ທາງ​ກັບພົນລະເມືອງໃນ​ການປ້ອງກັນ ແລະ ຕ້ານ​ໂລກ​ລະ​ບາດ Covid-19

ຍ​ສ​ໝ - ທ່ານເອກອັກຄະລັດຖະທູດ ຟ້າມເຟືອກຟອງ ໃຫ້ຮູ້ວ່າ, ໃນໄລຍະເບື້ອ​ງ​ຕົ້ນຂອງໂລກລະບາດ, ສະຖານທູດໄດ້ມອບວຽກໃຫ້ພະນັກງານ, ລັດຖະກອນຢ່າງ ເໝາະສົມ, ຕັ້ງໂທລະສັບສາຍດ່ວນ (3 ສາຍ) ແລະ ກ່ອງຈົດໝາຍເອ​ເລັກ​ໂຕ​ນິກ 24/24 ຊົ່ວ​ໂມງ ແລະ 7 ວັນ/ອາທິດເພື່ອຮັກ​ສາ​ການຕິດຕໍ່ພົວພັນໃນ​ການສະໜັບສະໜູນ ພົນລະເມືອງໃຫ້ດີທີ່ສຸດໃນສະພາບການອຳ​ນາດ​ການ​ປົກ​ຄອງ​ຂອງ​ປະ​ເທດ​ປະ​ຈຳ​ຖິ່ນ​ປະ​ຕິ​ບັດ​ການ​ແຍກ​ຫ່າງໃນສັງຄົມ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.