ຫວຽດນາມແມ່ນໜຶ່ງໃນບັນດາຄູ່ຮ່ວມມືເສດຖະກິດທີ່ດີເລີດຂອງອົດສະຕາລີ

07:03 | 27/08/2020

ຍ​ສ​ໝ - ທ່ານ ດຣWilson ໃຫ້ຮູ້ວ່າ, ຫວຽດນາມ ໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາປະເທດປະສົບຜົນສຳເລັດໃນການປ້ອງກັນໂລກ​ລະ​ບາດ COVID-19 ແລະ ແມ່ນຄູ່ຮ່ວມມືເສດຖະກິດທີ່ດີທີ່ສຸດສຳລັບອົດສະຕາລີ.

ຫວຽດນາມແມ ນໜ ງໃນບ ນດາຄ ຮ ວມມ ເສດຖະກ ດທ ດ ເລ ດຂອງອ ດສະຕາລ ພົນລະເມືອງຫວຽດນາມຫຼາຍກ່ວາ 340 ຄົນຈາກອົດສະຕາລີ ໄດ້ກັບຄືນບ້ານຢ່າງປອດໄພ
ຫວຽດນາມແມ ນໜ ງໃນບ ນດາຄ ຮ ວມມ ເສດຖະກ ດທ ດ ເລ ດຂອງອ ດສະຕາລ ນໍາສົ່ງພົນລະເມືອງຫວຽດນາມ ກວ່າ 340 ຄົນຈາກອົດສະຕາລີ ກັບມາປະເທດ
ຫວຽດນາມແມ ນໜ ງໃນບ ນດາຄ ຮ ວມມ ເສດຖະກ ດທ ດ ເລ ດຂອງອ ດສະຕາລ
ພາບ​ປະ​ກອບ: TTXVN

ນີ້ແມ່ນ ຂໍ້​ສັງ​ເກດຂອງທ່ານດຣ Jeffrey Wilson - ຜູ້ອຳນວຍການຄົ້ນຄ້ວາທີ່ສູນ Perth USAsia, ໃນບົດຂຽນທີ່ໄດ້​ເອົາລົງໃນເວບໄຊຂອງສະຖາບັນພົວພັນສາກົນອົດສະຕາລີໃນວັນທີ 25 ສິງຫາ. ອີງຕາມທ່ານດຣ Wilson, ເສດຖະກິດອົດສະຕາລີພວມປະເຊີນໜ້າກັບສະພາບແວດລ້ອມດ້ານເສດຖະກິດພາຍນອກທີ່ບໍ່ເອື້ອອຳນວຍທີ່ສຸດໃນຫລາຍປີທີ່ຜ່ານມາ.

ກະແສການຄ້າແລະການລົງທືນ - ສອງປັດໃຈຫຼັກຊຸກ​ຍູ້​ການ​ເຄື່ອນ​ໄຫວ​ເສດ​ຖະ​ກິດ​ຂອງ​ປະ​ເທດໃຫຍ່ທີ່ສຸດນີ້ - ຈະຫຼຸດລົງໃນປີ 2020 ແລະ 2021. ໃນສະພາບການນັ້ນ, ອິນໂດເນເຊຍ, ຫວຽດນາມ ແລະ ອິນເດຍ ກຳລັງພິສູດໃຫ້ເຫັນ​ວ່າ ແມ່ນຄູ່ຮ່ວມມືທີ່ໜ້າສົນໃຈສຳລັບອົດສະຕາລີໃນການຫັນ​ບັນ​ດາ​ການພົວພັນທາງດ້ານເສດຖະກິດເປັນຫຼາຍ​ຮູບ​ແບບ.

ທ່ານ ດຣWilson ໃຫ້ຮູ້ວ່າ, ຫວຽດນາມ ໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາປະເທດປະສົບຜົນສຳເລັດໃນການປ້ອງກັນໂລກ​ລະ​ບາດ COVID-19 ແລະ ແມ່ນຄູ່ຮ່ວມມືເສດຖະກິດທີ່ດີທີ່ສຸດສຳລັບອົດສະຕາລີ. ສອງປະເທດມີຄວາມຕ້ອງການດ້ານເສດຖະກິດທີ່ເພີ່ມ​ຕື່ມ​ໃຫ້​ກັນ, ໃນຂະນະທີ່ຫວຽດນາມມີສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ມີ​ສະ​ຖຽນ​ລະ​ພາບ ແລະ ພື້ນ​ຖານເສດຖະກິດທີ່​ພວມ​ມີ​ການຂະຫຍາຍຕົວຢ່າງໄວວາ, ເຊິ່ງໄດ້ຮັບການກະຕຸ້ນຈາກຊາວໜຸ່ມ ແລະ ການຫັນເປັນຕົວເມືອງ ແລະ ເຫັນ​ເປັນ​ອຸດ​ສາ​ຫະ​ກຳໂດຍ​ໄວ. ປະຈຸບັນຫວຽດນາມກວມເອົາພຽງ 1,7% ການຄ້າສອງຝ່າຍຂອງອົດສະຕາລີ, ສິ່ງນີ້​ສະແດງໃຫ້ເຫັນວ່າຍັງມີຄວາມ​ສາ​ມາດ​ບົ່ມ​ຊ້ອນໃນ​ການ​ເຕ​ີບໂຕ.

ຫວຽດນາມແມ ນໜ ງໃນບ ນດາຄ ຮ ວມມ ເສດຖະກ ດທ ດ ເລ ດຂອງອ ດສະຕາລ ພົນລະເມືອງຫວຽດນາມຫຼາຍກ່ວາ 340 ຄົນຈາກອົດສະຕາລີ ໄດ້ກັບຄືນບ້ານຢ່າງປອດໄພ

ຍສໝ - ວັນທີ 21 ສິງຫາ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ສຳນັກຕາງໜ້າຊາວຫວຽດນາມຢູ່ອົດສະຕາລີ ແລະ ສາຍການບິນແຫ່ງຊາດຫວຽດນາມ Vietnam Airlines ໄດ້ຮ່ວມມືກັບບັນດາອົງການທີ່ມີໜ້າທີ່ອົດສະຕາລີ ເພື່ອນຳສົ່ງພົນລະເມືອງຫວຽດນາມຈຳນວນຫຼາຍກວ່າ 340 ຄົນກັບຄືນບ້ານຢ່າງປອດໄພ.

ຫວຽດນາມແມ ນໜ ງໃນບ ນດາຄ ຮ ວມມ ເສດຖະກ ດທ ດ ເລ ດຂອງອ ດສະຕາລ ນໍາສົ່ງພົນລະເມືອງຫວຽດນາມ ກວ່າ 340 ຄົນຈາກອົດສະຕາລີ ກັບມາປະເທດ

ຍສໝ - ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນເຕິນເຊີນເຍິດ, ຜູ້ໂດຍສານທັງໝົດໄດ້ໄປກວດສຸຂະພາບ ແລະນຳສົ່ງໄປແຍກປ່ຽວຕາມກົດລະບຽບ.

ຫວຽດນາມແມ ນໜ ງໃນບ ນດາຄ ຮ ວມມ ເສດຖະກ ດທ ດ ເລ ດຂອງອ ດສະຕາລ ສ້າງຕັ້ງສະມາຄົມນັກສຶກສາຫວຽດນາມ ຢູ່ອົດສະຕາລີ

ຍສໝ - ທ່ານ ໂງເຮື໊ອງນາມ ເອກອັກຄະລັດຖະທູດຫວຽດນາມ ປະຈໍາອົດສະຕາລີ ຢັ້ງຢືນວ່າ ນັກສຶກສາຫວຽດນາມ ແມ່ນໜຶ່ງໃນບັນດາພາກສ່ວນທີ່ສໍາຄັນໃນການພົວພັນສອງປະເທດ ແລະແມ່ນປັດໄຈຊຸກຍູ້ການພົບປະແລກປ່ຽນປະຊາຊົນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.