ຫວຽດນາມ ໄດ້ຕາງໜ້າໃຫ້ອາຊຽນ ເພື່ອຮຽກຮ້ອງຫັນການເລີກລ້າງອາວຸດນິວເຄຼຍ

15:55 | 28/08/2020

ຍສໝ - ຕາມສຳນັກຂ່າວສານຫວຽດນາມ ປະຈຳອາເມລິກາ, ໃນວັນທີ 27 ສິງຫາ ກອງປະຊຸມຄົບຄະນະສະຫະປະຊາຊາດ ໄດ້ຈັດກອງປະຊຸມລະດັບສູງ ເພື່ອສະເຫຼີມສະຫຼອງວັນສາກົນຕ້ານການທົດລອງອາວຸດນິວເຄຼຍໃນວັນທີ 29 ສິງຫາ.

ຫວຽດນາມ ໄດ ຕາງໜ າໃຫ ອາຊຽນ ເພ ອຮຽກຮ ອງຫ ນການເລ ກລ າງອາວ ດນ ວເຄ ຍ ຫວຽດນາມ: ຍອດວົງເງິນການຄ້າສົ່ງອອກ - ນຳເຂົ້າຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ຄາດວ່າບັນລຸເກືອບ 46 ຕື້ ໂດລາສະຫະລັດ
ຫວຽດນາມ ໄດ ຕາງໜ າໃຫ ອາຊຽນ ເພ ອຮຽກຮ ອງຫ ນການເລ ກລ າງອາວ ດນ ວເຄ ຍ ບໍລິສັດ Intel ໄດ້ປາດຖະໜາຢາກເປີດກວ້າງການລົງທຶນຢູ່ຫວຽດນາມ

ກອງປະຊຸມຄັ້ງນີ້ໄດ້ຈັດຂຶ້ນດ້ວຍຮູບການຖ່າຍທອດສົດ ແລະ ມີການເຂົ້າຮ່ວມຂອງທ່ານ Tijjani Muhammad-Bande - ປະທານສະມັດຊາໃຫຍ່ສະຫະປະຊາຊາດ; ທ່ານ Izumi Nakamitsu - ຮອງເລຂາທິການໃຫຍ່, ຜູ້ຕາງໜ້າຂັ້ນສູງຂອງເລຂາທິການໃຫຍ່ອົງການສະຫະປະຊາຊາດ ກ່ຽວກັບການເລີກລ້າງອາວຸດ; ທ່ານ Lassina Zerbo - ເລຂາບໍລິຫານຂອງອົງການຕ້ານການທົດລອງອາວຸດນິວເຄຼຍ ພ້ອມດ້ວຍບັນດາຜູ້ຕາງໜ້າກຸ່ມ150 ປະເທດໃນພາກພື້ນ, ແລະ ຫຼາຍອົງການຈັດຕັ້ງສາກົນ ແລະ ບັນດາອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ.

ບັນດານັກປາຖະກະຖາ ໄດ້ຢືນຢັນວ່າຕ້ອງການເພີ່ມທະວີການຮ່ວມມືສາກົນ ກ່ຽວກັບການນຳໃຊ້ພະລັງງານນິວເຄຼຍໂດຍສັນຕິວິທີ. ບັນດາປະເທດໃຫ້ຮູ້ວ່າ ການທົດລອງນິວເຄຼຍ ເຮັດໃຫ້ເກີດຄວາມສ່ຽງຕໍ່ຄວາມສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ເຊິ່ງເປັນຄວາມສ່ຽງຂອງການນຳໃຊ້ອາວຸດນິວເຄຼຍ, ທຳລາຍມະນຸດ ແລະ ການທຳລາຍສິ່ງແວດລ້ອມ.

ຫວຽດນາມ ໄດ ຕາງໜ າໃຫ ອາຊຽນ ເພ ອຮຽກຮ ອງຫ ນການເລ ກລ າງອາວ ດນ ວເຄ ຍ
ທ່ານ ດັ້ງດິ່ງກຸ໊ຍ - ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນຂອງຫວຽດນາມ ປະຈຳສະຫະປະຊາຊາດ. (ພາບ: TTXVN)

ໃນຖານະຕຳແໜ່ງເປັນປະທານຄະນະກຳມະການອາຊຽນ ທີ່ New York, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ໄດ້ກ່າວວ່າການຢຸດຕິການທົດລອງອາວຸດນິວເຄຼຍ ແມ່ນໜຶ່ງໃນບາດກ້າວທີ່ສຳຄັນໄປສູ່ເລີກລ້າງອາວຸດນິວເຄຼຍ.

ອາຊຽນ ໄດ້ຄັດຄ້ານການທົດລອງນິວເຄຼຍດ້ວຍທຸກຮູບແບບ, ເພາະວ່າມັນຝືນກັບຄວາມບຸກບືນ, ມາດຕະຖານສາກົນ ແລະ ມະຕິທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ. ອາຊຽນ ໄດ້ສະໜັບສະໜູນການຮັດແໜ້ນ ແລະ ຈັດຕັ້ງປະຕິບັດສົນທິສັນຍາໃນພາກພື້ນໂດຍບໍ່ມີອາວຸດນິວເຄຼຍ, ໃນນັ້ນມີສົນທິສັນຍາອາຊີຕາເວັນອອກສຽງໃຕ້ທີ່ບໍ່ມີອາວຸດນິວເຄຼຍ (SEANWFZ).

ທ່ານ ດັ້ງດິ່ງກຸ໊ຍ - ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນຂອງຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ເນັ້ນໜັກວ່າ ການໃຫ້ສັດຕະຍາບັນສົນທິສັນຍາ ທີ່ຫ້າມທົດລອງອາວຸດນິວເຄຼຍໂດຍບັນດາປະເທດອາຊຽນ ແມ່ນຄວາມພະຍາຍາມ ແລະ ການປະກອບສ່ວນແທດກັບຕົວຈິງຂອງອາຊຽນໃນການຫ້າມທົດລອງນິວເຄຼຍ. ທ່ານ ດັ້ງດິ່ງກຸ໊ຍ ໄດ້ຢັ້ງຢືນວ່າ ອາຊຽນແມ່ນພາກພື້ນແຫ່ງມິດຕະພາບ ແລະ ການຮ່ວມມື, ອາຊຽນ ແລະ ສະຫະປະຊາຊາດສາມາດຮ່ວມມືກັນຫຼາຍກວ່າເກົ່າ ເພື່ອຊຸກຍູ້ລັດທິຫຼາຍຝ່າຍ, ຫຼັກການພື້ນຖານຂອງກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ, ລວມທັງຄວາມພະຍາຍາມຮ່ວມກັນຕ້ານການທົດລອງນິວເຄຼຍ.

ຫວຽດນາມ ໄດ ຕາງໜ າໃຫ ອາຊຽນ ເພ ອຮຽກຮ ອງຫ ນການເລ ກລ າງອາວ ດນ ວເຄ ຍ ອິນເດຍ ໄດ້ຕີລາຄາສູງບັນດາມາດຕະການຮັບມືກັບພະຍາດ COVID-19 ຂອງຫວຽດນາມ

ຍສໝ - ທ່ານຟ້າມບິ່ງມິນ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະ ລັດຖະມົນຕີການຕ່າງປະເທດອິນເດຍ ໄດ້ເຫັນດີວ່າສອງປະເທດຄວນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ແບ່ງປັນຂໍ້ມູນຂ່າວສານ ແລະ ປະສົບການ ໃນການປ້ອງກັນ ແລະ ສະກັດກັ້ນພະຍາດ COVID-19.

ຫວຽດນາມ ໄດ ຕາງໜ າໃຫ ອາຊຽນ ເພ ອຮຽກຮ ອງຫ ນການເລ ກລ າງອາວ ດນ ວເຄ ຍ ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມເວທີປາໄສການດຳເນີນທຸລະກິດ ອາຊຽນ

ຍ​ສ​ໝ - ໃນເວລາ 3 ວັນ, ແຕ່ວັນທີ 25-27 ສິງຫາ, ເວທີປາໄສການ​ດຳ​ເນີນທຸລະກິດອາຊຽນ 2020 ດຶງດູດໄດ້​ການ​ເຂົ້າ​ຮ່ວມ​ຂອງການນຳຂັ້ນສູງບັນດາວິສາຫະກິດ ແລະ ອົງການຈັດຕັ້ງມາຈາກອາຊີ, ຕາເວັນອອກກາງ, ເອີຣົບແລະອາເມລິກາໃນບັນດາກອງປະຊຸມປຶກສາຫາລືກ່ຽວກັບທ່າອ່ຽງພວ​ມພົ້ນເດັ່ນຂຶ້ນ ອາດຈະໄດ້ ກຳນົດອະນາຄົດຂອງພາກພື້ນ.

ຫວຽດນາມ ໄດ ຕາງໜ າໃຫ ອາຊຽນ ເພ ອຮຽກຮ ອງຫ ນການເລ ກລ າງອາວ ດນ ວເຄ ຍ ຫວຽດນາມ ໄດ້ຢັ້ງຢືນຄືນໃໝ່ການສະໜັບສະໜູນຢ່າງແຮງ ຕໍ່ສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ

ຍສໝ - ກ່າວຄຳເຫັນ ທີ່ກອງປະຊຸມປຶກສາຫາລືກ່ຽວກັບສົນທິສັນຍາວ່າດ້ວຍການຫ້າມເຜີຍແຜ່ອາວຸດນິວເຄຼຍ (NPT), ທ່ານເອກອັກຄະລັດຖະທູດ ດັ້ງດີ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຖາວອນ ຫວຽດນາມ ປະຈຳ ສະຫະປະຊາຊາດ ໄດ້ຢັ້ງຢືນຄືນໃໝ່ການສະໜັບສະໜູນຢ່າງແຂງແຮງຂອງ ຫວຽດນາມ ສຳລັບການປະຕິບັດ ອາວຸດນິວເຄຼຍ ໃນທັງສາມຂົງເຂດ, ເຊິ່ງນັ້ນແມ່ນຫ້າມເຜີຍແຜ່ອາວຸດນິວເຄຼຍ, ຫຼຸດຜ່ອນນິວເຄຼຍ ແລະນໍາໃຊ້ພະລັງງານນິວເຄຼຍໃຫ້ແກ່ເປົ້າໝາຍສັນຕິພາບ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.