ການນຳພັກ,ລັດໄດ້ເຂົ້າຂ່ຳນັບສຸສານປະທານໂຮ່ຈີມິນເນື່ອງໃນໂອກາດ 75 ປີແຫ່ງວັນຊາດຫວຽດນາມ ທີ 2 ກັນຍາ | |
ຫວຽດນາມຈັດຕັ້ງພິທີສະເຫຼີມສະຫຼອງ 75 ປີແຫ່ງວັນປະຕິວັດ ເດືອນສິງຫາຢູ່ເຊີແນວ |
![]() |
ພິທີສະເຫຼີມສະຫຼອງ 75 ປີແຫ່ງວັນຊາດຫວຽດນາມ ຢູ່ສ.ເຊັກໂກ (ພາບ: VOV) |
ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດປະເທດແຫ່ງສສ.ຫວຽດນາມ (02 ກັນຍາ 1945 – 02 ກັນຍາ 2020), ວັນທີ 01 ກັນຍາ, ຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ອົງການການຄ້າໂລກ (WTO) ແລະ ບັນດາອົງການຈັດຕັ້ງສາກົນອື່ນຢູ່ເຊີແນວ, ປະເທດສະວິດ ໄດ້ຈັດພິທີສະເຫຼີມສະຫຼອງຂຶ້ນຢ່າງສົມກຽດຢູ່ສຳນັກງານຄະນະຜູ້ແທນ. ເນື່ອງໃນໂອກາດນີ້, ທ່ານນາງເອກອັກຄະລັດຖະທູດ ເລທິຕ໊ວຽດມາຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ຢູ່ເຊີແນວ, ຢືນຢັນວ່າ, ບັນດາຄະນະຜູ້ແທນຫວຽດນາມ ຄຽງຂ້າງສະຫະປະຊາຊາດ ແລະ ບັນດາອົງການຈັດຕັ້ງອື່ນໆຢູ່ເຊີແນວ ທີ່ຕາງໜ້າໃຫ້ແກ່ພັກ ແລະ ລັດ ໄດ້ ແລະ ພວມຍູ້ແຮງການພົວພັນຕ່າງປະເທດຂອງຫວຽດນາມ, ຜັນຂະຫຍາຍແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບ, ຫຼາຍຝ່າຍໃນການພົວພັນກັບຕ່າງປະເທດ; ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ; ເປັນເພື່ອນມິດ, ຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ ແລະ ແມ່ນສະມາຊິກມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ຊຸກຍູ້ການຮ່ວມມືກັບບັນດາປະເທດບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຄວາມສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ແກ້ໄຂບັນດາຄວາມແຕກຕົນໂດຍສັນຕິວິທີ ອີງໃສ່ກົດໝາຍສາກົນ.
ໃນວັນດຽວກັນ, ຢູ່ນະຄອນຫຼວງ Prague, ສະຖານທູດຫວຽດນາມປະຈຳ ສາທາລະນະລັດເຊັກໂກໄດ້ຈັດພິທີສະເຫຼີມສະຫຼອງ 75 ປີແຫ່ງວັນຊາດສາທາລະນະລັດສັງຄົມນິຍົມຫວຽດນາມ. ໂດຍສະແດງຄວາມເປັນກຽດທີ່ໄດ້ມາຮ່ວມພິທີ, ທ່ານນາຍົກລັດຖະມົນຕີເຊັກ Andrej Babis ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍລະຫວ່າງສອງປະເທດໃນຫຼາຍຂົງເຂດ, ພິເສດແມ່ນການຮ່ວມມືລະຫວ່າງສອງປະເທດໃນໄລຍະດັ່ງກ່າວ.
ຢູ່ນະຄອນຫຼວງ Pretoria ຂອງອາຟຣິກາໃຕ້, ສະຖານທູດຫວຽດນາມປະ ຈຳອາຟະລິກາໃຕ້ໄດ້ຈັດພິທີສະເຫຼີມສະຫຼອງ 75 ປີແຫ່ງວັນຊາດແລະວັນສ້າງຕັ້ງການທູດຫວຽດນາມ. ສະຖານທູດຫວຽດນາມກໍ່ມີບົດຂຽນກ່ຽວກັບຄວາມໝາຍຄວາມສຳຄັນຂອງວັນຊາດ 2 ກັນຍາ ກ່ຽວກັບສື່ມວນຊົນທ້ອງຖິ່ນ, ກໍ່ສ້າງເວທີທາງອອນລາຍໂຄສະນາກ່ຽວກັບຜົນ ສຳ ເລັດດ້ານເສດຖະກິດ, ການຄ້າ, ພາບພົດຂອງປະເທດ, ຊາວຫວຽດນາມ, ການທ່ອງທ່ຽວ ແລະອາຫານການກິນເຖິງເພື່ອນມິດ, ຄະນະຜູ້ແທນການທູດແລະອົງການຈັດຕັ້ງສາກົນທີ່ອາໄສຢູ່ປະເທດອາຟຣິກາໃຕ້.
ຢູ່ອີຢິບ, ສະຖານທູດຫວຽດນາມ ປະຈຳອີຢິບ ໄດ້ຈັດເຫດການໂຄສະນາວັດທະນະທຳ ແລະ ພາບພົດກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມ ເຖິງສື່ມວນຊົນ ແລະ ເພື່ອນມິດອີຢິບ. ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອີຢິບ ເຈິ່ນແທັ່ງກົງ, ໄດ້ເປັນປະທານການພົບປະກັບສື່ມວນຊົນ ແລະ ແນະນຳກ່ຽວກັບບັນດາຈຸດຄວາມງາມທາງດ້ານວັດທະນະທຳ, ອາຫານການກິນຂອງຫວຽດນາມ ເຖິງສື່ມວນຊົນ ແລະ ເພື່ອມມິດອີຢິບ.
![]() | ສະຖານທູດ ຫວຽດນາມ ປະຈຳ ບັນດາປະເທດ ສະເຫຼີມສະຫຼອງ 75 ປີ ແຫ່ງວັນຊາດ ຫວຽດນາມ ແລະ ວັນສ້າງຕັ້ງຂະແໜງການທູດ ໃນໄລຍະຈະມາເຖິງ, ຫວຽດນາມ ຕັດສິນໃຈ ຈະເພີ່ມທະວີນ້ຳໃຈໄມຕີຈິດມິດຕະພາບ ແລະ ການຮ່ວມມືໃນຫຼາຍດ້ານກັບ ສິງກະໂປ, ບັນດາປະເທດ ສະມາຊິກ ອາຊຽນ ແລະ ບັນດາປະເທດອື່ນໆຫຼາຍກວ່າອີກ ເພື່ອໂລກແຫ່ງສັນຕິພາບ, ວັດທະນາຖາວອນ ແລະ ພັດທະນາແບບຍືນຍົງ. |
![]() | ການນຳພັກ,ລັດໄດ້ເຂົ້າຂ່ຳນັບສຸສານປະທານໂຮ່ຈີມິນເນື່ອງໃນໂອກາດ 75 ປີແຫ່ງວັນຊາດຫວຽດນາມ ທີ 2 ກັນຍາ ຍສໝ - ຕອນເຊົ້າວັນທີ 01 ກັນຍາ, ຄະນະການນຳພັກ, ລັດ, ອະດີດການນຳພັກ, ລັດ, ລັດຖະບານ, ບັນດາພະນັກງານອາວຸໂສ ແລະ ການນຳບັນດາກະຊວງ, ຂະແໜງການ, ໝູ່ຄະນະສູນກາງ ໄດ້ເຂົ້າຂ່ຳນັບສູ້ສານປະທານໂຮ່ຈີມິນ. |
![]() | ສະຖານທູດຫວຽດນາມ ປະຈຳເວເນຊູເອລາ ໄດ້ສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 75 ປີ ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງການປະຕິວັດເດືອນສິງຫາ ແລະ ວັນຊາດຫວຽດນາມ (2 ກັນຍາ 1945 - 2 ກັນຍາ 2020), ສະຖານທູດຫວຽດນາມ ປະຈຳເວເນຊູເອລາ ໄດ້ຈັດຕັ້ງລາຍການພົບປະແລກປ່ຽນວັດທະນະທຳຫວຽດນາມ - ເວເນຊູເອລາ ທີ່ໂຮງລະຄອນ Principal de Caracas. |
ບຸນຄົງ