ຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ ເຂົ້າອວຍພອນທູດ ຫວຽດນາມ ປະຈຳລາວ

17:11 | 01/09/2020

ໃນວັນທີ 1 ກັນ​ຍາ 2020, ສະ​ຫາຍ ນາງ​ ສູນ​ທອນ ​ໄຊ​ຍະ​ຈັກ ກຳ​ມະ​ການ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ ຕ່າງ​ປະ​ເທດ​ສູນ​ກາງ​ພັກ ພ້ອມ​ດ້ວຍພະ​ນັກ​ງານ​ຫລັກ​ແຫລ່ງ ​ໄດ້​ເຂົ້າ ສະ​ຫາຍ ນາງ​ ສູນ​ທອນ ​ໄຊ​ຍະ​ຈັກ ກຳ​ມະ​ການ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ ຕ່າງ​ປະ​ເທດ​ສູນ​ກາງ​ພັກ ປະ​ຈຳ ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ​ ການ​ປະ​ຕິ​ວັດ​ ເດືອ​ນ​ສິງ​ຫາ ຄົບ​ຮອບ 75 ປີ (19/8/1945-19/8/2020)  ແລະ ວັນສະ​ຖາ​ປະ​ນາ ສາ​ທາ​ລະ​ນະ​ລັດ​ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ ຄົບ​ຮອບ 75 ປີ (2/9/1945-2/9/2020).

ຫ ວໜ າຄະນະພ ວພ ນ ຕ າງປະເທດສ ນກາງພ ກ ເຂ າອວຍພອນທ ດ ຫວຽດນາມ ປະຈຳລາວ ສະຖານທູດຫວຽດນາມ ປະຈຳລາວ ໄດ້ຈັດພິທີສະເຫຼີມສະຫຼອງ 130 ປີແຫ່ງວັນເກີດ ຂອງປະທານໂຮ່ຈີມິນ
ຫ ວໜ າຄະນະພ ວພ ນ ຕ າງປະເທດສ ນກາງພ ກ ເຂ າອວຍພອນທ ດ ຫວຽດນາມ ປະຈຳລາວ ສະຖານທູດຫວຽດນາມ ປະຈຳລາວ ໄດ້ຮຽກຮ້ອງໃຫ້ພົນລະເມືອງ ປະຕິບັດຄຳສັງກ່ຽວກັບການສະກັດກັ້ນພະຍາດ Covid-19
ຫ ວໜ າຄະນະພ ວພ ນ ຕ າງປະເທດສ ນກາງພ ກ ເຂ າອວຍພອນທ ດ ຫວຽດນາມ ປະຈຳລາວ
ສະ​ຫາຍ ນາງ​ ສູນ​ທອນ ​ໄຊ​ຍະ​ຈັກ ກຳ​ມະ​ການ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ ສະ​ຫາຍ ນາງ​ ສູນ​ທອນ ​ໄຊ​ຍະ​ຈັກ ກຳ​ມະ​ການ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ ຕ່າງ​ປະ​ເທດ​ສູນ​ກາງ​ພັກ (ພາບ: Kpl)

ໂອກາດດັ່ງກ່າວ, ສະຫາຍ ນາງ ສູນ​ທອນ ໄຊ​ຍະ​ຈັກ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ ແລະ ຕີ​ລາ​ຄາ​ສູງ​ຕໍ່​ບັນ​ດາ​ຜົນ​ສຳ​ເລັດ ແລະ ຜົນ​ງານ​ ອັນ​ໃຫຍ່​ຫລວງ, ຮອບ​ດ້ານ​ຂອງ​ປະ​ຊາ​ຊົນຫວຽດ​ນາມ ຍາດ​ມາ​ໄດ້​ຕະ​ຫລອດ​ໄລ​ຍະ 75 ປີ​ຜ່ານ​ມາ​, ພາຍ​ໃຕ້​ການ​ນຳ​ພາ​ອັນ​ຖືກ​ຕ້ອງສະ​ຫລາດ​ສ່ອງ​ໃສ​ຂອງ​ ພັກ​ກອ​ມ​ມູ​ນິດ ຫວຽດ​ນາມ ​ເຮັດ​ໃຫ້ ສ​ສ ຫວຽດ​ນາມ ສືບ​ຕໍ່​ມີ​ສະ​ຖຽນ​ລະ​ພາບ​ ທາງ​ດ້າ​ນ​ການ​ເມືອງ​ຢ່າງ​ໜັກ​ແໜ້ນ, ສັງ​ຄົມ​ມີ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ; ວຽກ​ງານ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ ມີ​ຄວາມ​ເຂັ້ມ​ແຂງ, ການ​ພົວ​ພັນ​ສາ​ກົນ​ ໄດ້​ຮັບ​ການ​ເປີດກວ້າງ, ​ເຮັດ​ໃຫ້​ບົດ​ບາດ, ອິດ​ທິ​ພົນ​ຂອງຫວຽດ​ນາມ ນັບ​ມື້​ນັບ​ສູງ​ເດັ່ນ​ ໃນ​ເວ​ທີ​ພາກ​ພື້ນ ແລະ ສາ​ກົນ.

ສະ​ຫາຍ ນາງ ສູນ​ທ​ອນ ໄຊ​ຍະ​ຈັກ ຍັງ​ໄດ້​ຕີ​ລາ​ຄາ​ສູງ ຕໍ່​ການ​ພົວ​ພັນ​ຮ່ວມ​ມື​ ລະ​ຫວ່າງ ສອງ​ພັກ,​ ສອງ​ລັດ ແລະ ປະ​ຊົນ​ສອງ​ຊາດ ລາວ-ຫວຽດ​ນາມ ໃນ​ໄລ​ຍະ​ຜ່ານ​ມາ ແລະ ປັດ​ຈຸ​ບັນ​ ທີ່​ນັບ​ມື້​ນັບ​ມີ​ຄວາມ​ເລິກ​ເຊິ່ງ, ມີ​ປະ​ສິດ​ທິ​ຜົນ ແລະ ນຳ​ເອົາ​ຜົນ​ປະ​ໂຫຍດ​ຕົວ​ຈິງ ​ມາ​ໃຫ້​ປະ​ຊາ​ຊົນສອງ​ຊາດ​ ລາວ-ຫວຽດ​ນາມ. ພ້ອມນັ້ນ ຍັງ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ ແລະ ຮູ້​ບຸນ​ຄຸນຕໍ່​ພັກ, ລັດ ແລະ ປະ​ຊາ​ຊົນຫວຽດ​ນາມອ້າຍ​ນ້ອງ ທີ່​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ ຊ່ວຍ​ເຫລື​ອ​ຢ່າງ​ໃຫຍ່​ຫລວງ, ລ້ຳ​ຄ່າ​ມີ​ປະ​ສິດ​ທິ​ຜົນ ແລະ ທັນ​ການ ແກ່​ປະ​ຊາ​ຊົນ​ລາວ ໃນ​ຕະ​ຫລອດ​ໄລ​ຍະ​ທີ່​ຜ່ານ​ມາ​ ທັງ​ໄລ​ຍະ​ຕໍ່​ສູ້ ເພື່ອ​ປົດ​ປ່ອຍ​ຊາດ​ ໃນ​ເມື່ອ​ກ່ອນ ແລະ ໄລ​ຍະ​ປົກ​ປັກ​ຮັກ​ສາ ແລະ ສ້າງ​ສາ​ປະ​ເທດ​ຊາດ​ໃນ​ປະ​ຈຸ​ບັນ. ​ສະ​ຫາຍ ໄດ້​ອວຍ​ພອນໃຫ້​ພັກ, ລັດແລະ ປະ​ຊາ​ຊົນຫວຽດ​ນາມ ສືບ​ຕໍ່​ຍາດ​ໄດ້​ຜົນ​ສຳ​ເລັດ​ໃຫຍ່ ​ຫລວງກວ່າ​ເກົ່າ​ ໃນ​ການ​ສ້າງ​ປະ​ເທດ​ ຫວຽດ​ນາມ ສັ​ງ​ຄົມ​ນິ​ຍົມ ​​ໃຫ້​ນັບ​ມື້​ນັບ​ຮັ່ງ​ມີ​ເຂັ້ມ​ແຂງ, ກ້າວ​ສູ່​ການ​ດຳ​ເນີນ ກອ​ງ​ປ​ະ​ຊຸມ​ໃຫຍ່​ ຄັ້ງ​ທີ 13 ຂອງ​ພັກ​ຢ່າງ​ມີ​ໄຊ.

ໃນ​ໂອ​ກາດ​ນີ້, ສະ​​ຫາຍ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ ບ່າຮຸ່ງ ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ ​ຕໍ່​ສະ​ຫາຍ ນາງ ສູນ​ທອນ ໄຊ​ຍະ​ຈັກ ທີ່​ໄດ້​ນຳ​ພາ​ຄະ​ນະ​ມາ​ອວຍ​ພອນ​ໃນ​ຄັ້ງ​ນີ້ ພ້ອ​ມ​ທັງ​ໄດ້​ຕີ​ລາ​ຄາ​ສູ​ງ ​​ຕໍ່ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ລາວ-ຫວຽດ​ນາມ ​ຕະ​ຫລອດ​ໄລ​ຍະ​ຜ່ານ​ມາ ແລະ ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ຜົນ​ສຳ​ເລັດ​ຂອງ​ລາວ​ ພ້ອມ​ທັງອວຍ​ພອນ ​ໃຫ້​ປະ​ຊາ​ຊົນລາວ ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ ຈົ່ງ​ຍາດ​ໄດ້​ ຜົນ​ສຳ​ເລັດ​ໃໝ່​ໃຫຍ່​ຫລວງກວ່າ​ເກົ່າ ໃນ​ການ​ສ້າງ​ສາພັດ​ທະ​ນາ​ ປະ​ເທດຊາດ, ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່ ​ຄັ້ງ​ທີ X ຂອງ​ພັກ​ວາງ​ອອກ ແລະ ກ້າວ​ສູ່​ການ​ກະ​ກຽມ​ ຈັດ​ກອງ​ປະ​ຊຸມ​ໃຫຍ່​ ຄັ້ງ​ທີ XI ຂອງ​ພັກ​ທີ່​ຈະ​ມາ​ເຖິງ​ຢ່າງ​ມີ​ໄຊ.

ຫ ວໜ າຄະນະພ ວພ ນ ຕ າງປະເທດສ ນກາງພ ກ ເຂ າອວຍພອນທ ດ ຫວຽດນາມ ປະຈຳລາວ ສະຖານທູດຫວຽດນາມ ປະຈຳລາວ ໄດ້ຈັດພິທີສະເຫຼີມສະຫຼອງ 130 ປີແຫ່ງວັນເກີດ ຂອງປະທານໂຮ່ຈີມິນ

ຍສໝ - ໃນວັນທີ 20 ພຶດສະພາ 2020, ສະຖານທູດຫວຽດນາມ ປະຈຳລາວ ໄດ້ຈັດພິທີສະເຫຼີມສະຫຼອງຄົບຮອບ 130 ປີ ວັນເກີດຂອງ ປະທານໂຮ່ຈີມິນ ແລະ ພິທີໃຕ້ທູບໄຫວ້ອາໄລ ເຖິງດວງວິນຍານຂອງເພິ່ນ.

ຫ ວໜ າຄະນະພ ວພ ນ ຕ າງປະເທດສ ນກາງພ ກ ເຂ າອວຍພອນທ ດ ຫວຽດນາມ ປະຈຳລາວ ສະຖານທູດຫວຽດນາມ ປະຈຳລາວ ໄດ້ຮຽກຮ້ອງໃຫ້ພົນລະເມືອງ ປະຕິບັດຄຳສັງກ່ຽວກັບການສະກັດກັ້ນພະຍາດ Covid-19

ຍສໝ - ໃນວັນທີ 6 ເມສາ, ສະຖານທູດຫວຽດນາມ ປະຈຳ ລາວ ໄດ້ອອກຖະແຫຼງການສະເໜີ ໃຫ້ພົນລະເມືອງຫວຽດນາມ ທີ່ກຳລັງດຳລົງຊີວິດ ແລະ ຮໍ່າຮຽນຢູ່ ສປປ.ລາວ ຈົ່ງປະຕິບັດຕາມຄຳສັ່ງເລກທີ 06 ຂອງນາຍົກລັດຖະມົນຕີ ສປປ.ລາວ ແລະ ຂໍ້ກຳນົດຂອງລັດຖະບານ ກໍ່ຄືທ້ອງຖິ່ນຕ່າງໆ ຂອງລາວກ່ຽວກັບການປ້ອງກັນ ແລະ ຄວບຄຸມການຕິດເຊື້ອພະຍາດ COVID-19. ...

ຫ ວໜ າຄະນະພ ວພ ນ ຕ າງປະເທດສ ນກາງພ ກ ເຂ າອວຍພອນທ ດ ຫວຽດນາມ ປະຈຳລາວ ທ່ານປະທານປະເທດ ຮັບສານຕາຕັ້ງທູດປະເທດເພື່ອນມິດຄົນໃໝ່ ປະຈຳລາວ

ທ່ານ ບຸນ​ຍັງ ວໍ­ລະ​ຈິດ ປະ­ທານ​ປະ­ເທດ ສປປ ລາວ ຕ້ອນ­ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ບັນ­ດາ​ປະ­ເທດ​ເພື່ອນ​ມິດ ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ​ເພື່ອ​ມາ​ດຳ­ລົງ​ຕຳ­ແໜ່ງ​ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຄົນ​ໃໝ່ ປະ­ຈຳ ສປປ ລາວ ວັນ​ທີ 7 ກຸມ­ພາ 2020 ຢູ່​ທຳ​ນຽບ​ປະ­ທານ​ປະ­ເທດ ເຊິ່ງ​ມີ​ລາຍ​ລະ­ອຽດ​ດັ່ງ­ນີ້:

kpl.gov.la/

ເຫດການ
302 Found

Found

The document has moved here.