ຍີ່ປຸ່ນ - ແຂວງ ຮຶງ​ອຽນ ສສ.ຫວຽດນາມ ເພີ່ມທະວີໃນການ​​ຮ່ວມ​ມື​ລົງ​ທຶນ

14:00 | 28/08/2020

ຍສໝ - ທ່ານ ເລຮ່ວາຍຈຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຊີ້ແຈ້ງວ່າ ຍີ່ປຸ່ນ ເປັນນັກລົງທຶນໃຫຍ່ທີ 2, ເປັນຄູ່ຮ່ວມມືດ້ານການຄ້າທີ 4, ເປັນຄູ່ຮ່ວມມືໃຫຍ່ທີ 3 ດ້ານການທ່ອງທ່ຽວ ຂອງ ຫວຽດນາມ. 

ຍ ປ ນ ແຂວງ ຮ ງ ອຽນ ສສ ຫວຽດນາມ ເພ ມທະວ ໃນການ ຮ ວມ ມ ລ ງ ທ ນ ບໍລິສັດ Intel ໄດ້ປາດຖະໜາຢາກເປີດກວ້າງການລົງທຶນຢູ່ຫວຽດນາມ
ຍ ປ ນ ແຂວງ ຮ ງ ອຽນ ສສ ຫວຽດນາມ ເພ ມທະວ ໃນການ ຮ ວມ ມ ລ ງ ທ ນ ກອງທຶນ Philip David Gray ໄດ້ມອບທຶນການສຶກສາໃຫ້ນັກຮຽນຫວຽດນາມທີ່ທຸກຍາກ ສຳລັບສົກຮຽນ 2020-2021
ຍ ປ ນ ແຂວງ ຮ ງ ອຽນ ສສ ຫວຽດນາມ ເພ ມທະວ ໃນການ ຮ ວມ ມ ລ ງ ທ ນ
ບັນາຜູ້ແທນຖ່າຍຮູບທີ່ລະນຶກ.ພາບ: TTXVN.

ຫວ່າງແລ້ວນີ້, ຄະນະປະຕິບັດງານຂອງ ກະຊວງການຕ່າງປະເທດ ຫວຽດນາມ ແລະ ສະຖານທູດ ຍີ່ປຸ່ນ ປະຈຳ ຫວຽດນາມ ໄດ້ມີການເຮັດວຽກກັບແຂວງ ຮຶງອຽນ ສສ ຫວຽດນາມ. ທ່ານ ເລຮ່ວາຍຈຸງ ຫວັງວ່າ ທ່ານ ເອກອັກຄະລັດຖະທູດ ແລະ ບັນດາອົງການຕາງໜ້າ ຈະເພີ່ມທະວີການແລກປ່ຽນ, ຈັດຕັ້ງບັນດາການເຄື່ອນໄຫວລະຫວ່າງ ແຂວງ ຮຶງອຽນ ແລະ ບັນດາອົງການ ຍີ່ປຸ່ນ ໃນບັນດາຂົງເຂດ; ສະຖານທູດ ຍີ່ປຸ່ນ ແນະນຳເພື່ອໃຫ້ບັນດານັກລົງທຶນຮູ້ຈັກແຂວງ ຮຶງອຽນ ຫຼາຍກ່ວາອີກ.

ທ່ານ Yamada Takio, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງປະເທດ ຍີ່ປຸ່ນ ປະຈຳ ຫວຽດນາມ, ສະເໜີໃຫ້ແຂວງ ຮຶງອຽນ ຊຸກຍູ້ການເຊື່ອມຕໍ່ຮ່ວມມືລະຫວ່າງບັນດາວິສາຫະກິດ, ສົ່ງເສີມຂະແໜງອຸດສາຫະກຳໜູນຊ່ວຍເພີ່ມທະວີຄຸນນະພາບການສຶກສາສາມັນ ແລະ ການສິດສອນພາສາ ຍີ່ປຸ່ນ ຢູ່ບັນດາ ໂຮງຮຽນ, ຍາດແຍ່ງບັນດານັກເຝິກງານ ຫວຽດນາມ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ຍີ່ປຸ່ນ ກັບຄືນມາບ້ານເກີດເມືອງນອນເພື່ອເຮັດວຽກໃຫ້ບັນດາວິສາຫະກິດ ຍີ່ປຸ່ນ.

ກ່ອນໜ້ານັ້ນ, ກອງປະຊຸມຄັ້ງທີ 4 ຄະນະກຳມະການປະສົມຫວຽດນາມ - ຍີ່ປຸ່ນກ່ຽວກັບການຮ່ວມມືດ້ານອຸດສາຫະກຳ, ການຄ້າ ແລະພະລັງງານໄດ້ຈັດຂຶ້ນຢູ່ຫວຽດນາມໃນຕອນບ່າຍວັນທີ 7 ສິງຫາ ໃນຮູບແບບການທາງ​ອອນ​ລາຍ​ດ້ວຍ ການ​ເປັນປະທານຮ່ວມຂອງ​ທ່ານ ເຈິ່ນ​ຕ໊ວນ​ແອງ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ແລະທ່ານ Kajiyama Hiroshi ລັດຖະມົນຕີກະຊວງເສດຖະກິດແລະອຸດສາຫະກຳ ຍີ່ປຸ່ນ.

ທີ່ກອງປະຊຸມ ຄັ້ງທີ 4 ນີ້, ລັດຖະມົນຕີສອງທ່ານໄດ້ສະແດງຄວາມເພິ່ງພໍໃຈຕໍ່ໝາກຜົນການຮ່ວມມືລະຫວ່າງສອງຝ່າຍນັບແຕ່ກອງປະຊຸມຄັ້ງທີ 3 ​ຂອງ ຄະນະກຳມະການປະສົມຫວຽດນາມຍີ່ປຸ່ນ, ພິເສດແມ່ນໝາກຜົນຂອງການຮ່ວມມືໃນຂອບ​ເຂດອາຊຽນ, ສັນຍາຄູ່ຮ່ວມເສດຖະກິດໃນພາກພື້ນ (RCEP), ສັນຍາຄູ່​ຮ່ວມ​ມືຮອບດ້ານແລະກ້າວໜ້າຂ້າມປາຊີຟິກ (CPTPP), ການຮ່ວມມືດ້ານພະລັງງານ, ການຮ່ວມມືໃນຂະ​ແໜງອຸດສາຫະກຳ ລົດໂອ​ໂຕ , ສານເຄມີ, ການຝຶກອົບຮົມຊັບພະຍາກອນມະນຸດດ້ານອຸດສາຫະກຳ.

ລັດຖະມົນຕີທັງສອງໄດ້ຢັ້ງຢືນຄືນບົດບາດສຳຄັນຂອງກົນ​ໄກຄະນະ ກຳມະການປະ​ສົມ​ຫວຽດນາມ - ຍີ່ປຸ່ນ ໃນການແກ້​ໄຂຄວາມຫຍຸ້ງຍາກໃຫ້​ແກ່ແກ່ວິສາຫະກິດ, ຮັບປະກັນການຮັກສາ, ບໍ່ມີການຂັດຂວາງແລະຊຸກຍູ້ການຮ່ວມມືສອງຝ່າຍ, ໂດຍສະເພາະໃນສະພາບການເກີດ​ໂລກລະບາດ COVID-19.

ລັດຖະມົນຕີທັງສອງໄດ້ເຫັນດີເປັນ​ເອ​ກະ​ພາບວ່າການຮ່ວມມືດ້ານການຄ້າ, ອຸດສາຫະກຳ ແລະພະລັງງານໃນອະນາຄົດລະຫວ່າງສອງຝ່າຍຄວນຕິດ​ພັນ​ກັບ ຈຸດປະສົງຂອງຖະແຫຼງການຮ່ວມຂອງລັດຖະມົນຕີເສດຖະກິດອາຊຽນ - ຍີ່ປຸ່ນກ່ຽວກັບຂໍ້ລິເລີ່ມ ຟື້ນຟູເສດຖະກິດ. ຮັບ​ມື​ກັບໂລກລະບາດ COVID-19 ແລະແຜນປະຕິບັດການຟື້ນຟູເສດຖະກິດອາຊຽນ - ຍີ່ປຸ່ນ.​ພ້ອມ​ກັນ​ນັ້ນ, ທ່ານລັດຖະມົນຕີ Kajiyama Hiroshi ໄດ້ຕີລາຄາສູງບົດບາດ ນຳພາຂອງຫວຽດນາມໃນການເປັນປະທານອາຊຽນ 2020 ແລະໃຫ້ຄຳ ໝັ້ນສັນຍາສືບຕໍ່ຮ່ວມມືກັບຫວຽດນາມ​ເພື່ອຜົນສຳເລັດຂອງບັນດາກອງປະຊຸມຢູ່ພາຍໃນອາຊຽນ.

ຍ ປ ນ ແຂວງ ຮ ງ ອຽນ ສສ ຫວຽດນາມ ເພ ມທະວ ໃນການ ຮ ວມ ມ ລ ງ ທ ນ ອິນເດຍ ໄດ້ຕີລາຄາສູງບັນດາມາດຕະການຮັບມືກັບພະຍາດ COVID-19 ຂອງຫວຽດນາມ

ຍສໝ - ທ່ານຟ້າມບິ່ງມິນ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະ ລັດຖະມົນຕີການຕ່າງປະເທດອິນເດຍ ໄດ້ເຫັນດີວ່າສອງປະເທດຄວນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ແບ່ງປັນຂໍ້ມູນຂ່າວສານ ແລະ ປະສົບການ ໃນການປ້ອງກັນ ແລະ ສະກັດກັ້ນພະຍາດ COVID-19.

ຍ ປ ນ ແຂວງ ຮ ງ ອຽນ ສສ ຫວຽດນາມ ເພ ມທະວ ໃນການ ຮ ວມ ມ ລ ງ ທ ນ ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມເວທີປາໄສການດຳເນີນທຸລະກິດ ອາຊຽນ

ຍ​ສ​ໝ - ໃນເວລາ 3 ວັນ, ແຕ່ວັນທີ 25-27 ສິງຫາ, ເວທີປາໄສການ​ດຳ​ເນີນທຸລະກິດອາຊຽນ 2020 ດຶງດູດໄດ້​ການ​ເຂົ້າ​ຮ່ວມ​ຂອງການນຳຂັ້ນສູງບັນດາວິສາຫະກິດ ແລະ ອົງການຈັດຕັ້ງມາຈາກອາຊີ, ຕາເວັນອອກກາງ, ເອີຣົບແລະອາເມລິກາໃນບັນດາກອງປະຊຸມປຶກສາຫາລືກ່ຽວກັບທ່າອ່ຽງພວ​ມພົ້ນເດັ່ນຂຶ້ນ ອາດຈະໄດ້ ກຳນົດອະນາຄົດຂອງພາກພື້ນ.

ຍ ປ ນ ແຂວງ ຮ ງ ອຽນ ສສ ຫວຽດນາມ ເພ ມທະວ ໃນການ ຮ ວມ ມ ລ ງ ທ ນ ຜູ້ນຳຂອງບັນດາປະເທດ MLC ໄດ້ຕີລາຄາສູງຕໍ່ຜົນສຳເລັດ ຂອງການຮ່ວມມືລ້ານຊ້າງ - ແມ່ນໍ້າຂອງ

ຍສໝ - ຜູ້ນຳຂອງບັນດາປະເທດສະມາຊິກ MLC ລ້ວນແຕ່ຕີລາຄາສູງບັນດາໝາກຜົນ ຂອງການຮ່ວມມືທີ່ບັນລຸໄດ້ໃນ 2 ປີທີ່ຜ່ານມາ, ປະກອບສ່ວນປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນພາກພື້ນຢ່າງຫຼວງຫຼາຍ.

ໄຊພອນ

ເຫດການ
302 Found

Found

The document has moved here.