UNDP ຍົກ​ອອກ​ບຸ​ລິ​ມະ​ສິດ​ໃນ​ການ​ເຄື່ອນ​ໄຫວ​ພັດ​ທະ​ນາ​ໄລ​ຍະ 2021 – 2025 ໃຫ້​ແກ່​ພາກ​ພື້ນ​ອາ​ຊີ - ປາ​ຊີ​ຟິກ

16:37 | 21/01/2021

ຍ​ສ​ໝ - ໂຄງ​ການ​ພັດ​ທ​ະ​ນາ​ຂອງ​ສ​ປ​ຊ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສືບ​ຕໍ່​ໜູນ​ຊ່ວຍ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ອາ​ຊີ - ປາ​ຊີ​ຟິກ​ໃນ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ.

undp ຍ ກ ອອກ ບ ລ ມະ ສ ດ ໃນ ການ ເຄ ອນ ໄຫວ ພ ດ ທະ ນາ ໄລ ຍະ 2021 2025 ໃຫ ແກ ພາກ ພ ນ ອາ ຊ ປາ ຊ ຟ ກ ຫົ​ວ​ໜ້າ ຜູ້​ຕາງ​ໜ້າ UNDP: ຫວຽດ​ນາມ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ປະ​ຕິ​ບັດ​ເປົ້າ​ໝາຍ​ຄວບ​ຄູ່
undp ຍ ກ ອອກ ບ ລ ມະ ສ ດ ໃນ ການ ເຄ ອນ ໄຫວ ພ ດ ທະ ນາ ໄລ ຍະ 2021 2025 ໃຫ ແກ ພາກ ພ ນ ອາ ຊ ປາ ຊ ຟ ກ UNDP ໜູນຊ່ວຍ ກະຊວງສາທາລະນະສຸກ ຫວຽດນາມ ໃນການຕໍ່ສູ້ສະກັດກັ້ນໂລກລະບາດໂຄວິດ-19
undp ຍ ກ ອອກ ບ ລ ມະ ສ ດ ໃນ ການ ເຄ ອນ ໄຫວ ພ ດ ທະ ນາ ໄລ ຍະ 2021 2025 ໃຫ ແກ ພາກ ພ ນ ອາ ຊ ປາ ຊ ຟ ກ

UNDP ສົມ​ທົບ​ກັບ​ຄະ​ນະ​ຜູ້​ຕາງ​ໜ້າ ບ​ຣູ​ໄນ​ປະ​ຈຳ ສ​ປ​ຊ ປະ​ທານ​ອາ​ຊຽນ​ປະ​ຈຳ​ນິວ​ຢອກ​ປີ 2021 ຈັດ​ກອງ​ປະ​ຊຸມ​ກັບ​ ປະ​ເທດ​ອາ​ຊຽນ ແລະ ປະ​ເທດ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ ໃນ​ພາກ​ພື້​ນອ​າ​ຊີ - ປາ​ຊີ​ຟິກ (ພາບ: Baoquocte)

ຫວ່າງ​ແລ້ວນີ້, UNDP ໄດ້​ສົມ​ທົບ​ກັບ​ຄະ​ນະ​ຜູ້​ຕາງ​ໜ້າ ບ​ຣູ​ໄນ ປະ​ຈຳ ສ​ປ​ຊ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ອາ​ຊຽນ​ປະ​ຈຳ ນິວ​ຢອ​ກ​ປີ 2021, ຈັດ​ກອງ​ປະ​ຊຸມ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ ແລະ ບັນ​ດາ​ປະ​ເທດ​ໄດ້​ຮັບ​ຄວາມ​ສົນ​ໃຈ​ໃນ​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ ກ່ຽວ​ກັບ​ຫົວ​ຂໍ້ “ຊັບ​ຊ້ອນ​ພາຍ​ລັງ​ການ​ລົ້ມ​ລະ​ລາຍ: ສະ​ພາບ​ການ​ພັດ​ທະ​ນາ​ຢູ່​ພາກ​ພື້ນ​ອາ​ຊີ - ປາ​ຊີ​ຟິກ ແລະ ບັນ​ດາ​ບຸ​ລິ​ມະ​ສິດ​ຂັ້ນ​ພາກ​ພື້ນ ຂອງ UNDP”.

ທີ່ກອງ​ປະ​ຊຸມ, ທ່ານ​ນາງ Kanni Wignaraja ຜູ້​ຊ່ວຍວຽກທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ, ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ ທັງ​ເປັນ​ຜູ້​ອຳ​ນວຍ​ການ​ຮັບ​ຜິດ​ຊອບ​ພາກ​ພື້ນ​ອາ​ຊີ - ປາ​ຊີ​ຟິກ ຂອງ UNDP ໄດ້​ຢັ້ງ​ຢືນ​ວ່າ, UNDP ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສືບ​ຕໍ່​ໜູນ​ຊ່ວຍ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ອາ​ຊີ - ປາ​ຊີ​ຟິກ ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ.

ທ່ານ​ນາງ Kanni Wignaraja ໄດ້​ເຈາະ​ຈິ້ມ​ບາງ​ຂົງ​ເຂດ​ຈະ​ສຸມ​ໃສ່​ຮ່ວ​ມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ ຄື​ແຈກ​ຢາຍ​ວັກ​ຊິນ ໂຄວິດ - 19, ຫັນ​ເປັນ​ພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່, ລົງ​ທຶນ​ເຂົ້າ​ມະ​ນຸດ ແລະ ສະເໜີ​ໃຫ້​ບັນ​ດາ​ປະ​ເທດ ປະ​ກອບ​ຄຳ​ເຫັນ​ຢ່າງ​ລະ​ອຽດ​ກ່ຽວ​ກັບ​ບັນ​ດາ​ຂົງ​ເຂດ UNDP ຕ້ອງ​ບຸ​ລິ​ມະ​ສິດ​ປະ​ຕິ​ບັດ​ຢູ່​ອາ​ຊີ - ປາ​ຊີ​ຟິກ ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໄດ້​ສະ​ເໜີ​ວ່າ UNDP ສຸມ​ໃສ່​ໜູນ​ຊ່ວຍ​ພາກ​ພື້ນ​ໃນ​ບາງ​ບັນ​ຫາ​ຄື​ຮັບ​ມື​ກັບ​ໂຄວິດ - 19, ພິ​ເສດ​ແມ່ນ​ການ​ສະ​ໜອງ ວັກ​ຊິນ​ທີ່​ມີ​ລາ​ຄາ​ຖືກ, ຊຸກ​ຍູ້ ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ເຂດ​ເອ​ກະ​ຊົນ​ເຂົ້າ​ຮ່ວມ​ວິ​ວັດ​ການ​ຕ້ານ​ໂລກ​ລະ​ບາດ ແລະ ຟື້ນ​ຟູ​ເສດ​ຖະ​ກິດ.

ຄຽງ​ຄູ່​ກັນ​ນັ້ນ, UNDP ໄດ້​ຮຽກ​ຮ້ອງ​ໃຫ້​ພາກ​ພື້ນ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ ພັດ​ທ​ະ​ນາ​ແບບ​ຍືນ​ຍົງ, ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ປະ​ຕິ​ບັດ​ການ​ເຫັນ​ວິ​ສາ​ຫະ​ກິດ​ເປັນ​ດີ​ຈີ​ຕອນ, ເພີ່ມ​ທະ​ວີ​ການ​ຂຸດ​ຕົ້ນ​ແຮງ​ງານ​ທີ່​ມີ​ສີ​ມື​ສູງ, ລົບ​ລ້າງ​ຄວາ​ມ​ອຶດ​ຫີວ ແລະ ໜູນ​ຊ່ວຍ​ໃຫ້​ແກ່​ການ​ຕ້ານການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ການ.

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ນາງ​ຫງວຽນ​ເຟືອງ​ຈາ, ຮອງ​ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ​ຫວຽດ​ນາມ ປະ​ຈຳ ສ​ປ​ຊ ໄດ້​ຍົກ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ບັນ​ດາ​ຜົນ​ງານ​ເບື້ອງ​ຕົ້ນ​ຂອງ ຫວຽດ​ນາມ​ໃນ​ການ​ປະ​ຕິ​ບັດ ພ້ອມ​ທັງ 2 ເປົ້າ​ໝາຍ​ໃນ​ການ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ຊຸກ​ຍູ້​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ກໍ່​ຄື​ບັນ​ດາ​ສິ່ງ​ທ້າ​ທາຍ​ເຊິ່ງ ຫວຽດ​ນາມ​ພວມ​ຕ້ອງ​ການ​ການ​ຊ່ວຍ​ເຫຼືອ​ໃນ​ນັ້ນ​ມີ​ການ​ແຈກ​ຢາຍ​ຈຳ​ໜ່​າຍ​ວັກ​ຊິນ.

ຜູ້​ຕາງ​ໜ້າ​ຫວຽດ​ນາມກໍ່​ສະເໜີ​ໃຫ້​ບັນ​ດາ​ຝ່າຍ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ເພື່ອ​ປ້ອງ​ກັນ​ລັກ​ສະ​ນະ​ກົມ​ກຽມ ໃນ​ການ​ສ້າງ​ຍຸດ​ທະ​ສາດ​ໜູນ​ຊ່ວຍ​ການ​ພັດ​ທະ​ນາ​ຂອງ UNDPໃຫ້​ແກ່​ພາກ​ພື້ນ​ໃນ​ໄລ​ຍະ 2021 – 2025 ແລະ ນະ​ໂຍ​ບາຍ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ ບັນ​ດາ​ປະ​ເທດ.

undp ຍ ກ ອອກ ບ ລ ມະ ສ ດ ໃນ ການ ເຄ ອນ ໄຫວ ພ ດ ທະ ນາ ໄລ ຍະ 2021 2025 ໃຫ ແກ ພາກ ພ ນ ອາ ຊ ປາ ຊ ຟ ກ ຫົ​ວ​ໜ້າ ຜູ້​ຕາງ​ໜ້າ UNDP: ຫວຽດ​ນາມ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ປະ​ຕິ​ບັດ​ເປົ້າ​ໝາຍ​ຄວບ​ຄູ່

ຍ​ສ​ໝ - ທ່ານ​ນາງ Caitlin Wiesen – Antin, ຫົ​ວ​ໜ້າ​ຜູ້​ຕາງ​ໜ້າ UNDP ປະ​ຈຳ​ຫວຽດ​ນາມ, ໄດ້​ເຫັນ​ວ່າ ໃນ​ສະ​ພາບ​ການ ​ໂລກ​ລະ​ບາດ​ໂຄວິດ - 19 ໄດ້​ກໍ່​ຜົນ​ກະ​ທົບ​ຢ່າງ​ແຮງ​ຕໍ່​ເສດ​ຖະ​ກິດ​ທົ່ວ​ໂລກ ຫວຽດ​ນາມ​ໄດ້​ພົ້ນ​ເດັ່ນ​ຂຶ້ນ​ ແມ່ນ​ປະ​ເທດ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ປະ​ຕິ​ບັດ​ເປົ້າ​ໝາຍ​ຄວບ​ຄູ່ ທັງ​ຄ​ວບ​ຄຸມໄດ້​ໂລກ​ລະ​ບາດ​ໂຄວິດ - 19 ທັງປະ​ຕິ​ບັດ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ບັນ​ລຸ​ຜົນ​ເປັນ​ບວກ​ໃນ​ປີ 2020.

undp ຍ ກ ອອກ ບ ລ ມະ ສ ດ ໃນ ການ ເຄ ອນ ໄຫວ ພ ດ ທະ ນາ ໄລ ຍະ 2021 2025 ໃຫ ແກ ພາກ ພ ນ ອາ ຊ ປາ ຊ ຟ ກ ອົງການສະຫະປະຊາຊາດເພື່ອການພັດທະນາ ໜູນຊ່ວຍ ຫວຽດນາມ ຮັບ​ມື​ກັບ​ການ​ປ່ຽ​ນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​

ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໄດ້ສົມທົບກັບລັດຖະບານຫວຽດນາມ ແລະ ກອງທຶນອາກາດຂຽວ (GCF) ໜູນຊ່ວຍການປູກທີ່ປ່າຊາຍເລນໃໝ່ປະມານ 4.000 ເຮັກຕາ ຢູ່ບັນດາເຂດແຄມທະເລທີ່ຖືກກະທົບໄດ້ງ່າຍຈາກການປ່ຽນແປງຂອງດິນຟ້າອາກາດ ຢູ່ 5 ແຂວງຄື: ກວາງງ້າຍ, ແທັງຮ໊ວາ, ກວາງນາມ, ກ່າເມົາ ແລະ ນາມດິ້ງ.

undp ຍ ກ ອອກ ບ ລ ມະ ສ ດ ໃນ ການ ເຄ ອນ ໄຫວ ພ ດ ທະ ນາ ໄລ ຍະ 2021 2025 ໃຫ ແກ ພາກ ພ ນ ອາ ຊ ປາ ຊ ຟ ກ ອົງການສະຫະປະຊາຊາດເພື່ອການພັດທະນາ ໜູນຊ່ວຍ ຫວຽດນາມ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

ຍສໝ - ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໄດ້ສົມທົບກັບລັດຖະບານຫວຽດນາມ ແລະ ກອງທຶນອາກາດຂຽວ (GCF) ໜູນຊ່ວຍການປູກທີ່ປ່າຊາຍເລນໃໝ່ປະມານ 4.000 ເຮັກຕາ ຢູ່ບັນດາເຂດແຄມທະເລທີ່ຖືກກະທົບໄດ້ງ່າຍຈາກການປ່ຽນແປງຂອງດິນຟ້າອາກາດ ຢູ່ 5 ແຂວງຄື: ກວາງງ້າຍ, ແທັງຮວາ, ກວາງນາມ, ກ່າເມົາ ແລະ ນາມດິ້ງ.

​ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.