ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ແຟງລັງ ໃນ​ບັນດາຂົງ​ເຂດ

14:59 | 02/04/2024

ຍສໝ - ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Jussi Halla-aho ຢືນຢັນ​ວ່າ 2 ປະ​ເທດ​ຍັງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫລາຍ​ຢ່າງ​ໃນ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ທີ່ ​ແຟງ​ລັງ​ ມີ​ທ່າແຮງ ແລະ ຫວຽດນາມ ມີ​ຄວາມ​ຕ້ອງການ, ຫວຽດນາມ ​ແມ່ນ​ຈຸດໝາຍປາຍທາງທີ່​ດຶງ​ດູດຂອງບັນດາ​ວິ​ສາ​ຫະກິດ ແຟງ​ລັງ.

ຫວຽດ​ນາມ - ຣູ​ມາ​ນີ ຍັງ​ມີ​ຊ່ອງ​ຫວ່າງ​ຫຼາຍ​ເພື່ອ​ພັດ​ທະ​ນາ​ການ​ຮ່ວມ​ມື​ລະ​ຫວ່າງ​ວິ​ສາ​ຫະ​ກິດ ຫວຽດ​ນາມ - ຣູ​ມາ​ນີ ຍັງ​ມີ​ຊ່ອງ​ຫວ່າງ​ຫຼາຍ​ເພື່ອ​ພັດ​ທະ​ນາ​ການ​ຮ່ວມ​ມື​ລະ​ຫວ່າງ​ວິ​ສາ​ຫະ​ກິດ
ສາຍ​ການ​ບິນ​ຫວຽດ​ນາມ ຮ່ວມ​ມື​ຊຸກ​ຍູ້​ການ​ທ່ອງ​ທ່ຽວ​ລະ​ຫວ່າງ ຫວຽດ​ນາມ ແລະ ສິງ​ກະ​ໂປ ສາຍ​ການ​ບິນ​ຫວຽດ​ນາມ ຮ່ວມ​ມື​ຊຸກ​ຍູ້​ການ​ທ່ອງ​ທ່ຽວ​ລະ​ຫວ່າງ ຫວຽດ​ນາມ ແລະ ສິງ​ກະ​ໂປ

ຕອນ​ບ່າຍ​ວັນ​ທີ 25 ມີນາ, ຢູ່​ສຳນັກງານ​ສູນ​ກາງ​ພັກ, ທ່ານກຳມະການກົມ​ການ​ເມືອງ, ຜູ້ປະຈຳ​ຄະນະ​ເລຂາທິການ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ ນາງ ເຈື່ອງທິມາຍ ໄດ້​ຕ້ອນຮັບທ່ານປະທານ​ສະພາ​ແຫ່ງ​ຊາດ ແຟງ​ລັງ Jussi Halla-aho ​ເນື່ອງ​ໃນ​ໂອກາດ​ການຢ້ຽມຢາມ ຫວຽດ​ນາມ ຢ່າງ​ເປັນທາງການຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວື່ອງດິງເຫ້ວ.

ໂດຍສະແດງຄວາມຊົມເຊີຍ ເລື່ອງທ່ານ Jussi Halla-aho ທີ່​ໄດ້ເລືອກເອົາ ຫວຽດນາມ ​ໃນ​ການ​ໄປຢ້ຽມຢາມຢ່າງເປັນ​ທາງ​ການທຳອິດນອກຈາກ ເອີ​ລົບ​ ໃນ​ຖານະ​ເປັນ​ປະທານສະພາ​ແຫ່ງຊາດ ແຟງ​ລັງ, ທ່ານນາງ​ ເຈື່ອງທິມາຍ ໄດ້ຂອບ​ອົກ​ຂອບ​ໃຈ​ ແຟງລັງ​ ທີ່ໄດ້ໃຫ້ການ​ສະໜັບສະໜູນ, ແບ່ງປັນ​ໃນ​ວິວັດ​ການ​ຕໍ່ສູ້​ຍາດ​ເອົາ​ເອກະລາດແຫ່ງຊາດ, ເອກະລາດປະເທດຊາດໃນເມື່ອກ່ອນ ກໍ່ຄືໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດໃນປະຈຸບັນ.

ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ແຟງລັງ ໃນ​ບັນດາຂົງ​ເຂດ

ທ່ານກຳມະການ​ກົມ​ການ​ເມືອງ, ຜູ້ປະຈຳ​ຄະນະ​ເລຂາທິການ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ ນາງ ເຈື່ອງທິມາຍ ໄດ້​ຕ້ອນຮັບທ່ານປະທານ​ສະພາ​ແຫ່ງ​ຊາດ ແຟງ​ລັງ Jussi Halla-aho. (ທີ່ມາ: TTXVN)

ທ່ານ​ນາງ​ ເຈື່ອງທິມາຍ ​ໄດ້​ແຈ້ງ​ໃຫ້​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ແຟງ​ລັງ Jussi Halla-aho ຊາຍກ່ຽວ​ກັບ​ບາງ​ຜົນງານ​ສຳຄັນ​ທີ່​ຫວຽດນາມ ບັນລຸ​ໄດ້​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ ພາຍຫຼັງ​ເກືອບ 40 ປີ​ແຫ່ງ​ການປ່ຽນແປງໃໝ່.

ໂດຍສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ການ​ພົວພັນ​ສອງຝ່າຍຫວຽດນາມ - ແຟງ​ລັງ ຈະ​ບັນລຸ​ໄດ້​ບັນດາ​ບາດກ້າວ​ພັດທະນາ​ໃໝ່ຢ່າງຕັ້ງໜ້າ​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານນາງ​ ເຈື່ອງທິມາຍ ໄດ້ກ່າວບາງ​ທິດ​ທາງ, ມາດ​ຕະການ​ໃຫຍ່​ເພື່ອເປີດກ້ວາງ ແລະ ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໃນ​ບັນດາ​ຂົງ​ເຂດ​ຄື ອຸດສາຫະກຳ​ການ​ຜະລິດ, ປ່າ​ໄມ້ ​ແບບ​ຍືນ​ຍົງ, ຫັນ​ເປັນ​ສີຂຽວ, ການແກ້ໄຂບຳບັດນ້ຳເສຍ ແລະ ໝູນໃຊ້ບັນດາທ່າ​ໄດ້​ປຽບຈາກສັນຍາ​ການ​ຄ້າເສລີພາບ ຫວຽດນາມ - EU (EVFTA) ເພື່ອຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​.

ທ່ານ​ນາງ​ ເຈື່ອງທິມາຍ ກໍ່​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ເພີ່ມ​ທະວີ​ການພົບພະ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ, ການ​ຮ່ວມ​ມື​ບັນດາ​ຊ່ອງ​ທາງ​ຂອງ​ພັກ, ສະພາ​ແຫ່ງ​ຊາດ, ລະຫວ່າງ​ບັນດາ​ກະຊວງ, ຂະແໜງການ ແລະ ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ.

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ແຟງ​ລັງ Jussi Halla-aho ​ໄດ້​ສະ​ແດງ​ຄວາມ​ປະ​ທັບ​ໃຈ ​ແລະ ຊົມ​ເຊີຍ​ບັນດາ​ຜົນງານ​ທີ່​ ຫວຽດນາມ ບັນລຸ​ໄດ້ໂດຍການ​ນຳພາ​ຂອງ​ພັກ​ກອມ​ມູນິດ​ ຫວຽດນາມ, ຢ້ຳຄືນ​ຄວາມ​ປະ​ທັບ​ໃຈ​ອັນ​ດີງາມ​ຂອງ​ການຢ້ຽມຢາມ ແຟງ​ລັງ ຂອງຄະນະ​ຜູ້​ແທນພັກ​ກອມ​ມູນິດ​ ຫວຽດນາມ ໂດຍ​ທ່ານນາງ​ ເຈື່ອງທິມາຍ ນຳໜ້າ ໃນເດືອນ ພະຈິກ 2023 ​ເນື່ອງ​ໃນ​ໂອກາດ​ທີ່ 2 ປະ​ເທດ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ (1973-2023).

ດ້ວຍຄວາມພາກພູມໃຈຕໍ່ບັນດາບາດກ້າວພັດທະນາຢ່າງຕັ້ງໜ້າຂອງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ທ່ານ Jussi Halla-aho ຢືນຢັນ​ວ່າ 2 ປະ​ເທດ​ຍັງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ​ໃນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ທີ່​ ​ແຟງ​ລັງ ມີທ່າແຮງ ​ແລະ ຫວຽດນາມ ມີຄວາມຕ້ອງການ, ຫວຽດນາມ ​ແມ່ນ​ຈຸດໝາຍປາຍທາງທີ່​ດຶງ​ດູດ​ຂອງບັນດາ​ນັກ​ທຸລະ​ກິດ​ ແຟງ​ລັງ; ແບ່ງປັນ​ຄວາມ​ເຫັນ​ຂອງ​ທ່ານນາງ ເຈື່ອງທິມາຍ ກ່ຽວ​ກັບເລື່ອງ 2 ປະ​ເທດ​ຕ້ອງການ​ໃຫ້ສືບ​ຕໍ່​ຊຸກຍູ້, ສ້າງ​ການ​ປ່ຽນ​ແປງ​ຢ່າງແຮງ​ໃນ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ.

ທີ່​ການ​ພົບ​ປະ, ການ​ນຳ​ສອງ​ທ່ານ ​ໄດ້ແບ່ງປັນ​ຂໍ້​ມູນ ​ແລະ ທັດສະນະ​ກ່ຽວ​ກັບ​ສະພາບ​ການ​ຂອງ​ໂລກ, ພາກ​ພື້ນ ​ແລະ ບາງບັນຫາ​ທີ່​ຕ່າງ​ຝ່າຍມີ​ຄວາມ​ສົນ​ໃຈກັນ; ຢືນຢັນ​ວ່າ 2 ປະ​ເທດ​ພ້ອມ​ແລ້ວ​ທີ່​ຈະ​ຮ່ວມ​ມື 2 ຝ່າຍ ​ແລະ ຢູ່​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ ບົນ​ພື້ນຖານ​ເຄົາລົບ​ກົດໝາຍ​ສາກົນ ​ແລະ ກົດບັດສະຫະ​ປະຊາ​ຊາດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ພັດທະນາ​ຂອງ​ໂລກ ​ແລະ ພາກ​ພື້ນ, ​ໃນ​ນັ້ນ ​ມີ​ເຂດ​ທະ​ເລ​ຕາ​ເວັນ​ອອກ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.