ກູ​ບາ ເປີດຕົວຜະລິດຕະພັນສິ່ງພິມພິ​ເສດ “ກູ​ບາ ແລະ ຫວຽດ​ນາມ: ສັນ​ຍາ​ລັກ​ຂອງຄວາມ​ສາ​ມັກ​ຄີອ້າຍນ້ອງ”

10:44 | 19/03/2024

ຍສໝ - ຫວ່າງ​ມໍ່ໆ​ນີ້, ວາລະສານ​ສະພາ​ແຫ່ງ​ຊາດ​ກູ​ບາ ​ໄດ້ເປີດຕົວຜະລິດຕະພັນສິ່ງພິມພິ​ເສດ “ກູ​ບາ ແລະ ຫວຽດ​ນາມ: ສັນ​ຍາ​ລັກ​ຂອງຄວາມ​ສາ​ມັກ​ຄີອ້າຍນ້ອງ” ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ວັນ​ສື່ມວນຊົນ ກູ​ບາ ຢູ່​ຫໍ​ສະພາ​ແຫ່ງ​ຊາດ ກູ​ບາ - Capitolio, ນະຄອນຫຼວງ La Habana.

ການ​ພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດ​ລະ​ຫວ່າງ​ ຫວຽດ​ນາມ - ລາວ ນັບ​ມື້​ນັບ​ພັດ​ທະ​ນາ ການ​ພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດ​ລະ​ຫວ່າງ​ ຫວຽດ​ນາມ - ລາວ ນັບ​ມື້​ນັບ​ພັດ​ທະ​ນາ
ຫວຽດ​ນາມ ຮຽກ​ຮ້ອງ​ເພີ່ມ​ທະ​ວີການ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ຄວາມ​ປອດ​ໄພ ແລະ ບົດ​ບາດ​ຂອງ​ແມ່​ຍິງ​ໃນ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພ​າບ ສ​ປ​ຊ ຫວຽດ​ນາມ ຮຽກ​ຮ້ອງ​ເພີ່ມ​ທະ​ວີການ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ຄວາມ​ປອດ​ໄພ ແລະ ບົດ​ບາດ​ຂອງ​ແມ່​ຍິງ​ໃນ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພ​າບ ສ​ປ​ຊ

ກ່າວ​ຄຳປາໄສ​ທີ່​ພິທີ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ກູ​ບາ Esteban Lazo Hernández ​ໃຫ້​ຮູ້​ວ່າ ຜະລິດຕະພັນສິ່ງພິມພິ​ເສດນີ້​ ມີ​ຄວາມ​ພິ​ເສດ​ໃນ​ການຮັກສາ​ຊັບສົມບັດອັນລ້ຳຄ່າ ເຊິ່ງແມ່ນຄວາມຊົງຈຳປະຫວັດສາດ​ຂອງ​ປະຊາຊົນ​ທັງ​ສອງ​ປະ​ເທດ ​ແລະ ​ເປັນ​ສັນຍາ​ລັກ​ຂອງ​​ຄວາມ​ສາ​ມັກ​ຄີອ້າຍນ້ອງທີ່ເປັນອະມະຕະ ໂດຍ​ສືບ​ທອດແຕ່ລຸ່ນຄົນນີ້ຮອດລຸ່ນຄົນອື່ນລະຫວ່າງ​ປະຊາຊົນຂອງ​ສອງ​ປະ​ເທດ.

ສິ່ງພິມດັ່ງກ່າວ ໄດ້ຫວນຄືນການພົວພັນແບບຢ່າງແຕ່ລະໄລຍະທີ່ສຳຄັນລະຫວ່າງ ຫວຽດນາມ ແລະ ກູບາ, ຄືດັ່ງຄຳເວົ້າຂອງ ທ່ານຜູ້ບັນຊາການສູງສຸດ Fidel Castro ທີ່ວ່າ: "ເພື່ອຫວຽດນາມ, ກູບາກຽມພ້ອມທີ່ຈະຖະຫວາຍທັງເລືອດເນື້ອຂອງຕົ້ນ".

ກູ​ບາ ເປີດຕົວຜະລິດຕະພັນສິ່ງພິມພິ​ເສດ “ກູ​ບາ ແລະ ຫວຽດ​ນາມ: ສັນ​ຍາ​ລັກ​ຂອງຄວາມ​ສາ​ມັກ​ຄີອ້າຍນ້ອງ”

ທ່ານປະທານສະພາແຫ່ງຊາດ ກູບາ Esteban Lazo Hernández ອ່ານວາລະສານສະພາແຫ່ງຊາດສະບັບພິເສດ “ກູບາ ແລະ ຫວຽດນາມ: ສັນຍາລັກຂອງຄວາມ​ສາ​ມັກ​ຄີອ້າຍນ້ອງ”. (ພາບ: TTXVN)

ທ່ານ Esteban Lazo Hernández ເນັ້ນໜັກວ່າ ການເປີດຕົວຂອງວາລະສານໃນວັນສະ​ເຫຼີ​ມສະຫຼອງ​ວັນ​ສື່ມວນຊົນ ກູບາ (14 ມີນາ) ແລະ ກົງກັບວັນສະ​ເຫຼີ​ມສະຫຼອງຄົບຮອບ 132 ປີແຫ່ງວັນສ້າງຕັ້ງໜັງສືພິມ Patria ໂດຍວິລະຊົນແຫ່ງຊາດ José Martí ແລ້ວ ກໍຍິ່ງໄດ້ຍົກໃຫ້ເຫັນຄຸນຄ່າທີ່ເປັນສັນຍາລັກຂອງຜະລິດຕະພັນສິ່ງພິມທີ່ຍ້ອງຍໍຄວາມສາມັກຄີ ທີ່ໄດ້ກາຍເປັນສັນຍາລັກຂອງຍຸກສະໄໝນີ້.

ໂດຍແມ່ນໜຶ່ງໃນບັນດາຜູ້​ກໍ່​ຕັ້ງ​ຄະ​ນະ​ກຳ​ມະ​ການ​ ກູ​ບາ​ ສາ​ມັກ​ຄີ​ກັບພາກໃຕ້ ຫວຽດ​ນາມ, ທ່ານ​ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ກູ​ບາ - ຫວຽດ​ນາມ ນາງ Yolanda Ferrer Gomez ໄດ້​ແບ່ງ​ປັນບັນດາເລື່ອງລາາວກ່ຽວ​ກັບ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນຊື່​ສັດບໍລິສຸດ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ. ທ່ານ​ນາງ ໄດ້​ເລົ່າ​ຄືນ​ບັນດາອະນຸສອນກ່ຽວ​ກັບ​ການ​ຢ້ຽມ​ຢາມ​ ຫວຽດ​ນາມ ຄັ້ງ​ທຳ​ອິດ​ຂອງທ່ານ​ຜູ້ບັນຊາການສູງສຸດ Fidel Castro ໃນກວ່າ​ເຄິ່ງ​ສັດ​ຕະ​ວັດ​ທີ່ຜ່ານ​ມາ. ຜູ້ນຳ ກູ​ບາ ​ແມ່ນ​​ປະ​ມຸກແຫ່ງຊາດ​ຜູ້​ທຳ​ອິດ ​ແລະ ​ຜູ້​ດຽວ​ທີ່​ໄດ້​ໄປ​ເຂດຫາກໍປົດ​ປ່ອຍຢູ່​ ກວາງ​ຈີ້ ທີ່ຢູ່ໃນທ່າມກາງຄວັນໄຟຂອງສົງຄາມ.

ໃນການກ່າວ​ຄຳປາໄສ​ທີ່​ນີ້, ທ່ານ Gerardo Hernández Nordelo ​ວິລະ​ຊົນ ກູ​ບາ, ປະທານ​ກຸ່ມສະມາຊິກລັດຖະສະພາມິດຕະພາບ​ກັບ​ ຫວຽດນາມ, ສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະ ຜູ້ປະສານງານຂອງ​ຄະນະ​ກຳມະການ​ປ້ອງ​ກັນການ​ປະຕິວັດ (CDR) ໄດ້ເນັ້ນ​ໜັກ​ເຖິງ​ສາຍພົວພັນ​ມິດຕະພາບ​ຢ່າງແໜ້ນແຟ້ນ ແລະ​ ບັນດາຄວາມຕິດພັນ, ນິຍົມຊົມຊອບກັນລະຫວາ່ງປະຊາຊົນ​ສອງ​ປະ​ເທດ.

“ພວກ​ເຮົາ​ເຕີບ​ໃຫຍ່​ໃນຄວາມ​ເຂົ້າ​ໃຈ​ກ່ຽວກັບປະ​ຫວັດ​ສາດ​ຂອງ​ຊາວ​ຫວຽດ​ນາມ, ກ່ຽວກັບແບບຢ່າງ, ການອຸທິດຕົນ, ຄວາມ​ລຽບ​ງ່າຍ, ຄວາມ​ຢືດໝັ້ນ​ຂອງ​ຊາວ ​ຫວຽດ​ນາມ”. ທ່ານ Gerardo Hernández Nordelo ເນັ້ນ​ໜັກ​.

ໂດຍສະ​ແດງ​ຄວາມຕື້ນຕັນໃຈຕໍ່ບັນດານ້ຳໃຈຂອງ​ປະຊາຊົນ​ ກູ​ບາ, ທ່ານ ຫງວຽນ​ຫງອກ​ຮຸ່ງ, ເລຂາເອກ ສະຖານທູດ ຫວຽດນາມ ປະຈຳ ກູ​ບາ ​ເຊື່ອ​ໝັ້ນ​ວ່າ ນ້ຳ​ໃຈ​ມິດຕະພາບ​, ຄວາມເຄົາລົບນັບຖືທີ່​ປະຊາຊົນ​ສອງ​ປະ​ເທດມີ​ໃຫ້​ແກ່​ກັນ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ຮັກສາ, ຖ່າຍທອດໃຫ້ບັນດາ​ລຸ້ນຄົນ​ຕໍ່ໆ​ໄປ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.