ຫົ​ວ​ໜ້າ ຜູ້​ຕາງ​ໜ້າ UNDP: ຫວຽດ​ນາມ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ປະ​ຕິ​ບັດ​ເປົ້າ​ໝາຍ​ຄວບ​ຄູ່

16:05 | 30/03/2021

ຍ​ສ​ໝ - ທ່ານ​ນາງ Caitlin Wiesen – Antin, ຫົ​ວ​ໜ້າ​ຜູ້​ຕາງ​ໜ້າ UNDP ປະ​ຈຳ​ຫວຽດ​ນາມ, ໄດ້​ເຫັນ​ວ່າ ໃນ​ສະ​ພາບ​ການ ​ໂລກ​ລະ​ບາດ​ໂຄວິດ - 19 ໄດ້​ກໍ່​ຜົນ​ກະ​ທົບ​ຢ່າງ​ແຮງ​ຕໍ່​ເສດ​ຖະ​ກິດ​ທົ່ວ​ໂລກ ຫວຽດ​ນາມ​ໄດ້​ພົ້ນ​ເດັ່ນ​ຂຶ້ນ​ ແມ່ນ​ປະ​ເທດ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ປະ​ຕິ​ບັດ​ເປົ້າ​ໝາຍ​ຄວບ​ຄູ່ ທັງ​ຄ​ວບ​ຄຸມໄດ້​ໂລກ​ລະ​ບາດ​ໂຄວິດ - 19 ທັງປະ​ຕິ​ບັດ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ບັນ​ລຸ​ຜົນ​ເປັນ​ບວກ​ໃນ​ປີ 2020.

ຫ ວ ໜ າ ຜ ຕາງ ໜ າ undp ຫວຽດ ນາມ ປະ ສ ບ ຜ ນ ສຳ ເລ ດ ໃນ ການ ປະ ຕ ບ ດ ເປ າ ໝາຍ ຄວບ ຄ ອົງການສະຫະປະຊາຊາດເພື່ອການພັດທະນາ ໜູນຊ່ວຍ ຫວຽດນາມ ຮັບ​ມື​ກັບ​ການ​ປ່ຽ​ນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​
ຫ ວ ໜ າ ຜ ຕາງ ໜ າ undp ຫວຽດ ນາມ ປະ ສ ບ ຜ ນ ສຳ ເລ ດ ໃນ ການ ປະ ຕ ບ ດ ເປ າ ໝາຍ ຄວບ ຄ UNDP ໜູນຊ່ວຍ ກະຊວງສາທາລະນະສຸກ ຫວຽດນາມ ໃນການຕໍ່ສູ້ສະກັດກັ້ນໂລກລະບາດໂຄວິດ-19
ຫ ວ ໜ າ ຜ ຕາງ ໜ າ undp ຫວຽດ ນາມ ປະ ສ ບ ຜ ນ ສຳ ເລ ດ ໃນ ການ ປະ ຕ ບ ດ ເປ າ ໝາຍ ຄວບ ຄ
ທ່ານ​ນາງ Caitlin Wiesen – Antin, ຫົ​ວ​ໜ້າ​ຜູ້​ຕາງ​ໜ້າ UNDP ປະ​ຈຳ​ຫວຽດ​ນາມ

ຕາ​ງ​ໜ້າ​ອົງ​ການ​ສາ​ກົນ​ອັນ​ໜຶ່ງ​ດຽວ​​ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສາ​ທາ​ລະ​ນະ​ສຸກ​ທົ່ວ​ໂລກ ເຊິ່ງ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 6 ມັງ​ກອນ​ຢູ່​ຮ່າ​ໂນ້ຍ, ທ່າ​ນ​ນາງ Caitlin Wiesen - Antin ໄດ້ຕີ​ລາ​ຄາ​ສູງ ຫວຽດ​ນາມ​ໃນ​ປີ​ຜ່ານ​ມາ​ໄດ້​ບັນ​ລຸ​ໄດ້​ຜົນ​ງານ​ສຳ​ຄັນຫຼາຍ​ຢ່າງ, ມີ​ການ​ກະ​ທຳ​ຢ່າງ​ລະ​ອຽດ​ດ້ວຍ​ເນື້ອ​ໃນ​ຈິດ​ໃຈ​ບໍ່​ປະ​ໃຫ້​ຜູ້​ໃດ​ຖືກ​ຕົກ​ຢູ່​ທາງຫຼັງ, ໃນ​ນັ້ນ​ມີຫຼາຍ​ຂີດ​ໝາຍ​ຂອງ​ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ. ປີ 2020, ເປັນ​ຄັ້ງ​ທຳ​ອິດ ຫວຽດ​ນາມ ນອນ​ໃນ​ກຸ່ມ​ບັນ​ດາ​ປະ​ເທດ​ມີ​ດັດ​ຊະ​ນີ​ພັດ​ທະ​ນາ​ມະ​ນຸດ​ຢູ່​ລະ​ດັບ​ສູງ​ໃນ​ໂລກ.

ປີ2020 ມີ​ການ​ຜັນ​ແປຫຼາຍ​ຢ່າງ​ຢູ່​ນອກ​ຄວາມ​ຫວັງ​ໃນ​ທົ່ວ​ໂລກ, ໂລກ​ລະ​ບາດ​ໂຄວິດ - 19 ໄດ້​ກໍ່​ຜົນ​ກະ​ທົບ​ຕໍ່ຫຼາຍ​ປະ​ເທດ​, ຫຼາຍ​ພາກ​ພື້ນ ແລະ ຢູ່​ລະ​ດັ​ບ​ທົ່ວ​ໂລກ. ໃນ​ສະ​ພາບ​ການ​ນັ້ນ, ຫວຽດ​ນາມ​ໄດ້​ກາຍ​ເປັນ​ປະ​ເທດ​ນຳ​ໜ້າ​ໃນ​ການ​ຄວບ​ຄຸມ​ໂລກ​ລະ​ບ​າດ​ກໍ່​ຄື​ແມ່ນ​ໜຶ່ງ​ໃນ​ຈຳ​ນວນ​ໜ້ອຍ​ປະ​ເທດ ໃນ​ໂລກ​ມີ​ການ​ເຕີບ​ໂຕ​ບັນ​ລຸ​ຜົນ​ບວກ.

ເລື່ອງ​ຫວຽດ​ນາມ​ຮັບ​ມືກັບ​ໂລກ​ລະ​ບາດ​ໂຄວິດ - 19 ສຳ​ເລັດ​ຜົນ​ສ່ວນຫຼາຍ​ອີງ​ໃສ່​ບັນ​ດາ​ການ​ກະ​ທຳ​ຢ່າງ​ຂ້ຽວ​ຂາດ, ທັນ​ການ ແລະ ໄວ​ວາຂອງ​ລັດ​ຖະ​ບານ​ສົມ​ທົບ​ກັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຢ່າ​ງ​ໝັ້ນ​ແກ່ນ ແລະ ການ​ເຂົ້າ​ຮ່ວມ​ຂອງ​ປະ​ຊາ​ຊົນ. ຫວຽດ​ນາມ ​ໄດ້​ແບ່ງ​ປັນ​ບັນ​ດາ​ບົດ​ຮຽນ, ປະ​ສົບ​ການ​ຂອງ​ຕົນ​ກັບ​ປະ​ຊາ​ຄົມ​ສ​າ​ກົນ ແລະ ສະ​ແດງ​ໃຫ້​ເຫັນ​ວ່າຜົນ​ສຳ​ເລັດ​​ມາ​ຈາກ​ຄວາມ​ໂປງ​ໃສ ການ​ຮັບ​ມື​ຢ່າງ​ໄຫວ​ພິບ ແລະ ມີຫຼາຍ​ມາດ​ຕະ​ການແກ້​ໄຂວິ​ກິດ​ການ​ຢ່າງ​ທັນ​ການ, ຢັ້ງ​ຢືນ​ວ່າ ​ກຳ​ລັງ​ຄວາມ​ສາ​ມາດ​ໃນ​ການ​ຄຸ້ມ​ຄອງ​ແຫ່​ງ​ຊາດ​ຂອງ ຫວຽດ​ນາມໄດ້​ຍົກ​ສູງ​ຂຶ້ນ​ຢ່າງ​ຈະ​ແຈ້ງ, ຮັກ​ສາ​ໄດ້​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ພື້ນ​ຖານ​ເສ​ດ​ຖະ​ກິດ.

ບົດ​ລາຍ​ງານ​ຂອງ UNDP ກ່​ຽວ​ກັບ​ການ​ສຳຫຼວດ​ຄຳ​ເຫັນ​ຂອງ​ປະ​ຊາ​ຊົນ​ສ​ະ​ແດງ​ໃຫ້​ເຫັນ​ຄວາມເຫັນ​ດີ​ເຫັນ​ພ້ອມ, ການ​ສະ​ໜັບ​ສະ​ໜູນ​ອັນ​ຍິ່ງ​ໃຫຍ່​ຂອງ ປະ​ຊາ​ຊົນ​ສຳ​ລັບ​ບັນ​ດາ​ນະ​ໂຍ​ບາຍ, ການ​ຊີ້​ນຳ, ບັນ​ດາ​ການ​ກະ​ທຳ​ຢ່າງ​ຂ້ຽວ​ຂາດ​ຂອງ ລັດ​ຖະ​ບານ ໃນ​ວິ​ວັດ​ການ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ດ້ວຍ ກ່​ວາ 97 % ຄຳ​ເຫັນ​ຂອງ​ປະ​ຊາ​ຊົນ​ສະ​ແດງ​ໃຫ້​ເຫັນ​ການ​ຊີ້​ນຳ ຂອງ​ລັດ​ຖະ​ບານ ກໍ່​ຄື​ຂອ​ງ​ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ໃນ​ການ​ປ້ອງ​ກັນ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ແມ່ນ​ດີ​ທີ່​ສຸດ.

ທ່ານ​ກໍ່​ຕີ​ລາ​ຄາ​ສູງ ລັດ​ຖະ​ບານ​ຫວຽດ​ນາມ​ຕໍ່​ຂໍ້​ລິ​ເລີມ​ຂອງ​ການ​ສ້າງກອງ​ທຶນ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19 ຂອງ ອາ​ຊຽນ​ຢ່າງ​ຮີບ​ດ່ວນ ກໍ່​ຄື​ຂໍ້​ລິ​ເລີ່ມ​ເລືອກ​ວັນ​ທີ 27 ທັນ​ວາ ແມ່ນ​ວັນ​ສາ​ກົນ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ເຊິ່ງ​ໄດ້​ຮັບ​ຮອ​ງ​ເອົາ​ຈາກ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ.

ປີ 2021 ແລະ ຊຸມ​ປີ​ຈະ​ມາ​ເຖິງ, UNDP ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ຂອງ ສ​ປ​ຊ ກໍ່​ຄື​ບັນ​ດາ​ຄູ່​ຮ່ວມ​ມື​ພັດ​ທະ​ນາ​ສາ​ກົນ ຕ່າງໆ ​ຈະ​ສືບ​ຕໍ່​ຮ່ວມ​ດຳ​ທາງ, ຮ່ວມ​ມື​ກັບ​ລັດ​ຖະ​ບານ ຫວຽດ​ນາມ ໃນ​ການ​ຮັບ​ປະ​ກັນ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ສຸມ​ໃສ່​ເຂົ້າ 3 ຂົງ​ເຂດ. ທີ​ໜຶ່ງ​ແມ່ນ ຮັບ​ປະ​ກັນ​ການ​ບໍ່​ປະ​ໃຫ້​ຜູ້​ໃດ​ຖືກ​ປະ​ໄວ້​ຢູ່​ທາງຫຼັງ​ໃນ​ໄລ​ຍະ​ຟື້ນ​ຟູຫຼັງ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃນ​ໄລ​ຍະ​ປົກ​ກະ​ຕິ​ໃໝ່. ທີ​ສອງ, ບູ​ລິ​ມະ​ສິດ​ໜູນ​ຊ່ວຍ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ໃນ​ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ, ໃນ​ນັ້ນ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ 4.0, ທີ ສາມ​ແມ່ນ ຕ້ອງ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ເຖິງ​ສຸ​ຂະ​ພາບ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ສິ່ງ​ແວດ​ລ້ອມ.

UNDP ພ້ອມ​ກັບ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ ສ​ປ​ຊ ຕ່າງໆ ຍາມ​ໃດ​ກໍ່​ຈະ​ມາ​ນະ​ພະ​ຍາ​ຍາມ​ສືບ​ຕໍ່​ໜູນ​ຊ່ວຍ​ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ, ຊ່ວຍ​ໃຫ້​ຫວຽດ​ນາມ​ບັນ​ລຸ​ໄດ້​ທຸກໆ​ເປົ້າ​ໝາຍ​ພັດ​ທ​ະ​ນາ​ແບບ​ຍືນ​ຍົງ.

ຫ ວ ໜ າ ຜ ຕາງ ໜ າ undp ຫວຽດ ນາມ ປະ ສ ບ ຜ ນ ສຳ ເລ ດ ໃນ ການ ປະ ຕ ບ ດ ເປ າ ໝາຍ ຄວບ ຄ ອົງການສະຫະປະຊາຊາດເພື່ອການພັດທະນາ ໜູນຊ່ວຍ ຫວຽດນາມ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

ຍສໝ - ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໄດ້ສົມທົບກັບລັດຖະບານຫວຽດນາມ ແລະ ກອງທຶນອາກາດຂຽວ (GCF) ໜູນຊ່ວຍການປູກທີ່ປ່າຊາຍເລນໃໝ່ປະມານ 4.000 ເຮັກຕາ ຢູ່ບັນດາເຂດແຄມທະເລທີ່ຖືກກະທົບໄດ້ງ່າຍຈາກການປ່ຽນແປງຂອງດິນຟ້າອາກາດ ຢູ່ 5 ແຂວງຄື: ກວາງງ້າຍ, ແທັງຮວາ, ກວາງນາມ, ກ່າເມົາ ແລະ ນາມດິ້ງ.

ຫ ວ ໜ າ ຜ ຕາງ ໜ າ undp ຫວຽດ ນາມ ປະ ສ ບ ຜ ນ ສຳ ເລ ດ ໃນ ການ ປະ ຕ ບ ດ ເປ າ ໝາຍ ຄວບ ຄ UNDP ໜູນຊ່ວຍ ກະຊວງສາທາລະນະສຸກ ຫວຽດນາມ ໃນການຕໍ່ສູ້ສະກັດກັ້ນໂລກລະບາດໂຄວິດ-19

ຍສໝ - ເມື່ອບໍ່ດົນມານີ້, ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໄດ້ມອບຜ້າອັດປາກ-ດັງທີ່ມີຄຸນນະພາບສູງໃຫ້ແກ່ກະຊວງສາທາລະນະສຸກ ຫວຽດນາມ 20.000 ອັນ ເພື່ອແນໃສ່ຊ່ວຍປ້ອງກັນການຕິດເຊື້ອໃຫ້ບັນດາພາລະກອນການແພດ ເຊິ່ງແມ່ນຜູ້ທີ່ພວມນຳໜ້າໃນການຕໍ່ສູ້ສະກັດກັ້ນໂລກລະບາດໂຄວິດ-19.

ຫ ວ ໜ າ ຜ ຕາງ ໜ າ undp ຫວຽດ ນາມ ປະ ສ ບ ຜ ນ ສຳ ເລ ດ ໃນ ການ ປະ ຕ ບ ດ ເປ າ ໝາຍ ຄວບ ຄ UNDP ຈະໃຫ້ການຊ່ວຍເຫຼືອນະຄອນຫຼວງວຽງຈັນ ຫຼາຍໂຄງການ

ທ່ານ ສິນ​ລະ​ວົງ ຄຸດ​ໄພ­ທູນ ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ຕ້ອນ­ຮັບ​ການ​ເຂົ້າ​ຢ້ຽມ​ຄຳ­ນັບ​ຂອງ​ທ່ານ​ນາງ ຣີ​ຄາ​ດາ ເຣ​ເຈີ ຜູ້ຕາງ­ໜ້າ​ອົງ­ການ​ສະ­ຫະ​ປະ­ຊາ​ຊາດ​ເພື່ອ​ການ​ພັດ­ທະ­ນາ (UNDP) ປະ­ຈຳ​ລາວ ວັນ​ທີ 20 ສິງ­ຫາ 2019 ຢູ່​ຫ້ອງ​ວ່າ­ການ​ປົກ­ຄອງ ນວ ໃນ​ໂອ­ກາດ​ທີ່​ມາ​ດຳ­ລົງ​ຕຳ­ແໜ່ງ​ເປັນ​ຜູ້­ຕາງ­ໜ້າ​ອົງ­ການ UNDP ປະ­ຈຳ​ລາວ ຄົນ​ໃໝ່.

​ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.