ຍສໝ - ເນື່ອງໃນໂອກາດເຂົ້າຮ່ວມສັບປະດາຂັ້ນສູງຂອງສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 79 ແລະ ເຮັດວຽກຢູ່ New York, ອາເມລິກາ, ຕອນເຊົ້າວັນທີ 23 ກັນຍາ (ຕາມເວລາທ້ອງຖິ່ນ), ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ໄດ້ໄປຢ້ຽມຢາມ ແລະ ກ່າວຄຳປາໄສນະໂຍບາຍຢູ່ມະຫາວິທະຍາໄລ Columbia.
ຍສໝ - ວັນທີ 24 ກັນຍາ, ຢູ່ນະຄອນ ໂຮ່ຈີມິນ ໄດ້ເປີດກອງປະຊຸມສົນທະນາມິດຕະພາບ ນະຄອນໂຮ່ຈີມິນ ປີ 2024 ດ້ວຍຫົວຂໍ້ “ການຫັນປ່ຽນອຸດສາຫະກຳ: ປະສົບການພັດທະນາ ແລະ ບຸລິມະສິດການຮ່ວມມື”.
ຍສໝ - ໃນຂອບເຂດການເຂົ້າຮ່ວມງານຕະຫຼາດນັດ ຈີນ-ອາຊຽນ (CAEXPO) ແລະ ກອງປະຊຸມສຸດຍອດການຄ້າ ແລະ ການລົງທຶນ ຈີນ-ອາຊຽນ (CABIS) ຄັ້ງທີ 21 ຢູ່ນະຄອນ ໜານໜິງ, ເຂດປົກຄອງຕົນເອງຊົນເຜົ່າຈ້ວງ, ກວາງຊີ, ຈີນ ໃນຕອນບ່າຍວັນທີ 24 ກັນຍານີ້, ທ່ານຮອງນາຍົກລັດຖະມົນຕີ ໂຮ່ດຶກເຟີກ ໄດ້ມີການພົບປະກັບສະຫາຍ Ding Tiexiang, ຮອງນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາຊົນຈີນ.
ຍສໝ - ໃນຂອບເຂດການເຂົ້າຮ່ວມກອງປະຊຸມສຸດຍອດອະນາຄົດ, ສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 79, ເຮັດວຽກຢູ່ ອາເມລິກາ, ວັນທີ 25 ກັນຍານີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ໄດ້ມີການພົບປະກັບທ່ານປະທານາທິບໍດີ ອາເມລິກາ Joe Biden.
ຍສໝ - ໃນວັນທີ 24 ກັນຍາ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ໄທງວຽນ ໄດ້ຈັດຕັ້ງການສະຫຼຸບລາຍການ Homestay ສົກຮຽນ 2023 - 2024.
ຍສໝ - ຕິ໋ນຟາດ Group ແມ່ນຫົວໜ່ວຍອຸປະຖຳປະຈຳປີໃຫ້ອົງການແລກປ່ຽນສາກົນ ຫວຽດນາມ ຍີ່ປຸ່ນ (FAVIJA), ຊ່ວຍ FAVIJA ໄດ້ຮັບຜົນສຳເລັດໃນການຈັດຕັ້ງຫຼາຍກິດຈະກຳຊຸມຊົນໃຫ້ແກ່ຊາວຫວຽດນາມ ຢູ່ ຍີ່ປຸ່ນ.
ຍສໝ - ໃນຕະຫຼອດ 25 ປີແຫ່ງການຮ່ວມມື, 3 ປະເທດໄດ້ຈັດຕັ້ງກອງປະຊຸມຂັ້ນສູງ 11 ຄັ້ງ ດ້ວຍຫຼາຍໝາກຜົນທີ່ພົ້ນເດັ່ນ.
ຍສໝ - ໂດຍປະຕິບັດຕາມບົດບັນທຶກຊ່ວຍຈໍາລະຫວ່າງແຂວງເຊີນລາ ແລະບັນດາແຂວງພາກເໜືອຂອງລາວ, ແຕ່ປີ 2001 ມາຮອດປະຈຸບັນ, ແຂວງເຊີນລາ ໄດ້ກໍ່ສ້າງນັກສຶກສາລາວ ເກືອບ 2.300 ຄົນ ຈົບຊັ້ນກາງ, ວິທະຍາໄລ, ມະຫາວິທະຍາໄລ; ນັກສຶກສາລາວເກືອບ 4.000 ຄົນໄດ້ຮັບການບໍາລຸງພາສາຫວຽດ.
ຍສໝ - ວັນທີ 22 ກັນຍານີ້ (ຕາມເວລາທ້ອງຖິ່ນ), ໃນຂອບເຂດສັບປະດາກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ຊູດທີ 79 ຢູ່ ນິວຢອກ (ອາເມລິກາ), ດ້ວຍຄວາມເຫັນດີເປັນເອກະພາບ, ບັນດາສະມາຊິກສະຫະປະຊາຊາດໄດ້ຮັບຮອງເອົາ “ສົນທິສັນຍາເພື່ອອະນາຄົດ” ເພື່ອແນໃສ່ແກ້ໄຂບັນດາການຂັດແຍ້ງກັນ, ໄພຂົ່ມຂູ່ດ້ານສິ່ງແວດລ້ອມ, ກໍ່ຄືສິ່ງທ້າທາຍດ້ານເຕັກໂນໂລຊີທີ່ມວນມະນຸດພວມປະເຊີນໜ້າ.
ຍສໝ - ໃນຂອບເຂດການໄປຢ້ຽມຢາມເພື່ອເຂົ້າຮ່ວມສັບປະດາຂັ້ນສຸງສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 79 ແລະ ເຮັດວຽກຢູ່ ອາເມລິກາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ໄດ້ມີການເຄື່ອນໄຫວສຳຄັນຫຼາຍຢ່າງເພື່ອຊຸກຍູ້ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ອາເມລິກາ ໃນບັນດາຂົງເຂດຍຸດທະສາດເຊັ່ນ ອຸດສາຫະກໍາເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ(AI) ແລະ ການບິນ.
ຍສໝ - ເຖິງຢ່າງໃດກໍ່ຕາມ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດແຕ່ລະຄົນ ຍັງເປັນທູດຜູ້ໜຶ່ງເພື່ອແຜ່ຂະຫຍາຍພາສາ ແລະວັດທະນະທໍາຫວຽດນາມ ໃຫ້ເພື່ອນມິດສາກົນອີກດ້ວຍ.
ຍສໝ - ບັນດາທີມຈະເຂົ້າຮ່ວມ 2 ເນື້ອໃນແມ່ນການແຂ່ງຂັນບຸກຄົນ ແລະລວມໝູ່. ໃນການແຂ່ງຂັນບຸກຄົນ, ນາຍທະຫານຊາຍແດນແຕ່ລະຄົນ ຈະຕ້ອງແຂ່ງຂັນ 4 ທັກສະ (ຟັງ, ເວົ້າ, ອ່ານ, ຂຽນ); ສ່ວນການແຂ່ງຂັນລວມໝູ່ມີບັນດາເນື້ອໃນ, ຄື: ທັກທາຍຕາມຮູບແບບລະຄອນ; ຕອບຄໍາຖາມໂດຍກົງ ແລະ ປາກເວົ້າ.
ຍສໝ -ຫໍ ເທື້ອງທ້າຍເຊິ່ນ ຢູ່ແຂວງນິ່ງບິງ ໄຫວ້ບູຊາເຈົ້າຍິງປະເທດລາວທີ່ມີຊື່ວ່າ ໂຍ່ຍຮວາ, ຫຼາຍຮ້ອຍປີມາແລ້ວປະຊາຊົນໄດ້ຮັກສາໄວ້, ເປັນຫຼັກຖານສະແດງເຖິງນໍ້າໃຈສາມັກຄີລະຫວ່າງປະຊາຊົນສອງຊາດ ຫວຽດນາມ - ລາວ.
ຍສໝ - ໜັງສືພິມ Telegraph ຂອງອັງກິດ ຫາກໍ່ຈັດ ຮ່າໂນ້ຍ ເຂົ້າໃນບັນຊີລາຍຊື່ບັນດາສະຖານທີ່ທ່ອງທ່ຽວທີ່ດີທີ່ສຸດໃນໂລກ, ນໍາມາເຊິ່ງປະສົບການທີ່ສຸດຍອດໃຫ້ແກ່ຜູ້ໄປທ່ອງທ່ຽວແບບຄົນດຽວ.
ຍສໝ - ນັກສຶກສາລາວ ແລະກຳປູເຈຍ ເຂົ້າຮ່ວມການເກັບຫອຍ, ປຸງແຕ່ງເຄື່ອງດື່ມຈາກນໍ້າຕານໝາກພ້າວ ແລະຢ້ຽມຊົມສວນໝາກລຳໄຍຂອງຄອບຄົວຊາວກະສິກອນ ອຸດຫງອັກ ຢູ່ເທດສະບານເກີ່ນແທງ; ຢ້ຽມຢາມ ແລະຮັບຟັງການອະທິບາຍແນະນຳເຂດປ່າສະຫງວນນຳເຄັມເກິ່ນເຢີ; ຢ້ຽມຢາມ ແລະພົບປະກັບພະນັກງານ, ນັກຮົບກອງທະຫານຊາຍແດນ 2 ດ້ວຍຫົວຂໍ້ “ນັກຮຽນລາວ ແລະກຳປູເຈຍ ກັບທະເລ, ໝູ່ເກາະຫວຽດນາມ”.
ຍສໝ - ການຢ້ຽມຢາມທາງລັດຖະກິດຂອງ ສະຫາຍ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄປຍັງ ກູບາ ນັບແຕ່ວັນທີ 25 – 27 ກັນຍາ ມີຄວາມໝາຍສຳຄັນໃນການປັບປຸງຄວາມສາມັກຄີລະຫວ່າງສອງປະເທດ. ນີ້ບໍ່ພຽງແຕ່ແມ່ນກາລະໂອກາດເປີດກວ້າງການຮ່ວມມືດ້ານເສດຖະກິດ, ການຄ້າເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນສາຍພົວພັນມິດຕະພາບອັນຍາວນານລະຫວ່າງປະຊາຊົນສອງປະເທດ, ດ້ວຍບັນດາໝາກຜົນຢ່າງຕັ້ງໜ້າໃນການພົບປະແລກປ່ຽນປະຊາຊົນ ແລະ ການຮ່ວມມືທ້ອງຖິ່ນ.
ຍສໝ - ບັນດາຜູ້ແທນໄດ້ສະແດງຄວາມຮູ້ສຶກຕື້ນຕັນໃຈເມື່ອໄດ້ເຂົ້າຮ່ວມການພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ, ແບ່ງປັນຄວາມຮູ້ສຶກພິເສດ ແລະ ການສະໜັບສະໜູນ ຫວຽດນາມ ດ້ວຍຫຼາຍຮູບຫຼາຍແບບຜ່ານແຕ່ລະໄລຍະ.
ຍສໝ - ຫວ່າງມໍ່ໆມານີ້, ຢູ່ຕະຫຼາດນ້ຳ Cai Rang (ເມືອງ ກ໋າຍຣັງ, ນະຄອນ ເກີນເທີ), ພະແນກຊັບພະຍາກອນ ແລະ ສິ່ງແວດລ້ອມ ນະຄອນເກີນເທີ ພ້ອມກັບໂຄງການພັດທະນາສະຫະປະຊາຊາດ ປະຈຳຫວຽດນາມ ໄດ້ຈັດຕັ້ງພິທີເຄື່ອນທັບຕອບສະໜອງການເຄື່ອນໄຫວເຮັດໃຫ້ໂລກສະອາດກວ່າ ໃນປີ 2024.
ຍສໝ - ວັນທີ 22 ກັນຍາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບນະຄອນຫຼວງຮ່າໂນ້ຍ ໄດ້ສົມທົບກັບພະແນກວັດທະນະທຳ ແລະ ກິລາຮ່າໂນ້ຍ ຈັດຕັ້ງພິທີເປີດງານແຂ່ງຂັນເທັນນິດມິດຕະພາບ 2024. ການເຄື່ອນໄຫວເພື່ອແນໃສ່ສ້າງເງື່ອນໄຂໃຫ້ບັນດານັກການທູດທີ່ເຮັດວຽກຢູ່ຮ່າໂນ້ຍ ໄດ້ມີໂອກາດພົບປະ,ແລກປ່ຽນກັບພະນັກງານທີ່ເຮັດວຽກງານການທູດປະຊາຊົນ ແລະ ຂະແໜງວັດທະນະທຳ, ກິລາຂອງນະຄອນຫຼວງ.
ຍສໝ - ວັນທີ 21 ກັນຍາ, ຢູ່ສະຖາບັນອາຊີ ແລະ ອາຟຼິກາ ຂອງມະຫາວິທະຍາໄລສັງລວມແຫ່ງຊາດ Moscow (MGU) ໄດ້ດຳເນີນການເສັງຊອກຮູ້ກ່ຽວກັບຫວຽດນາມ ໂດຍມີການເຂົ້າຮ່ວມຂອງນັກສຶກສາລັດເຊຍ ເປັນຈຳນວນຫຼວງຫຼາຍຕາມຮູບແບບການເສັງປາລະໄນມັນຕິມີເດຍ.