ນັກສຶກສາລັດເຊຍ ມີຄວາມຕື່ນເຕັ້ນມນການເສັງຊອກຮູ້ກ່ຽວກັບຫວຽດນາມ

20:23 | 24/09/2024

ຍສໝ - ວັນ​ທີ 21 ກັນຍາ, ຢູ່​ສະ​ຖາ​ບັນ​ອາຊີ ​ແລະ ອາ​ຟຼິກາ ຂອງ​ມະຫາວິທະຍາ​ໄລສັງລວມ​ແຫ່ງ​ຊາດ Moscow (MGU) ​ໄດ້​ດຳ​ເນີນ​ການເສັງຊອກຮູ້​ກ່ຽວ​ກັບ​ຫວຽດນາມ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ສຶກສາ​ລັດ​ເຊຍ ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ຕາມ​ຮູບ​ແບບ​ການ​​ເສັງ​ປາລະໄນມັນຕິມີເດຍ.

ມອບທຶນການສຶກສາ Vallet ໃຫ້ແກ່ນັກຮຽນ ແລະນັກສຶກສາ 212 ຄົນຢູ່ 3 ແຂວງພາກກາງ ຫວຽດນາມ ມອບທຶນການສຶກສາ Vallet ໃຫ້ແກ່ນັກຮຽນ ແລະນັກສຶກສາ 212 ຄົນຢູ່ 3 ແຂວງພາກກາງ ຫວຽດນາມ
ພວກຂ້າພະເຈົ້າມີຄວາມສຸກເມື່ອໄດ້ຮ່ຳຮຽນຢູ່ ລາວ ພວກຂ້າພະເຈົ້າມີຄວາມສຸກເມື່ອໄດ້ຮ່ຳຮຽນຢູ່ ລາວ

ການ​ເສັງ​ແມ່ນ​ໄດ້​ຮັບ​ການຈັດ​ຕັ້ງ​ໂດຍ​ການ​ໜູນ​ຊ່ວຍ​ຂອງ​ກອງ​ທຶນ​ຊຸກຍູ້​ການ​ຮ່ວມ​ມືລະຫວ່າງ ລັດ​ເຊຍ - ຫວຽດນາມ “​​ມູນເຊື້ອ ​ແລະ ມິດຕະພາບ” ພ້ອມກັບ​ບັນດາ​ຄູ່​ຮ່ວມ​ມື​ຂອງ MGU.

ທ່ານ Maksim Alekseievich ປະລິນຍາເອກປະ​ຫວັດ​ສາດ ​ ຂອງ​ສະ​ຖາ​ບັນ​ບັນ​ດາ​ປະ​ເທດ​ອາ​ຊີ ແລະ ອາ​ຟ​ຣິ​ກາ MGU ໃຫ້​ຮູ້​ວ່າ, ນີ້​ແມ່ນ​ຄັ້ງ​ທຳ​ອິດ​ທີ່​ສະ​ຖາ​ບັນ​ຈັດ​ຕັ້ງ​ການເສັງ​ຊອກ​ຮູ້​ກ່ຽວ​ກັບ​ຫວຽດ​ນາມ. ຈຸດ​ປະ​ສົງ​ຂອງ​ການ​ເສັງ​ແມ່ນ​ເພື່ອ​ຊ່ວຍ​ໃຫ້​ນັກ​ສຶກ​ສາ ແລະ ຜູ້​ມີ​ຄວາມ​ສົນ​ໃຈ​ຄົ້ນ​ຄ້​ວາ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ ແລະ ປະ​ຫວັດ​ສາດ​ຫວຽດ​ນາມ. ການເສັງຍັງໄດ້ຈັດຂື້ນດ້ວຍຫຼາຍແງ່ມູມທາງດ້ານສະຕິປັນຍາ ແລະ ຄວາມບັນເທີງ ເພື່ອດຶງດູດຄວາມສົນໃຈຂອງນັກສຶກສາລັດເຊຍ ໃນປະເທດຕາເວັນອອກນີ້.

ນັກສຶກສາລັດເຊຍ ມີຄວາມຕື່ນເຕັ້ນມນການເສັງຊອກຮູ້ກ່ຽວກັບຫວຽດນາມ

ພາບບັນຍາກາດທີ່ການເສັງ. (ຮູບພາບ: ໜັງສືພິມປະຊາຊົນ )

ໃນ​ເວລາ 2 ຊົ່ວ​ໂມງ, ຜູ້​ເຂົ້າ​ຮ່ວມ​ງານການເສັງໄດ້​ເຂົ້າ​ເຖິງ​ແບບ​ສອບ​ຖາມ ​ແລະ ບັນດາ​ຮູບ​ພາບ​ທີ່​ອຸດົມສົມບູນ​ກ່ຽວ​ກັບ​ວັດທະນະທຳ, ປະຫວັດສາດ, ພູມ​ສາດ, ອາຫານ​ການ​ກິນ ​ແລະ ຂໍ້​ມູນ​ຂ່າວ​ສານ​ຫຼາຍ​ຢ່າງ​ກ່ຽວ​ກັບ​ຊີວິດ​​ຫວຽດນາມ. ແບບສອບຖາມເຫຼົ່ານີ້ບໍ່ພຽງແຕ່ເປັນແບບສອບຖາມເສັງປາລະໄນພຽງຢ່າງດຽວເທົ່ານັ້ນ, ແຕ່ຍັງໃຫ້ຂໍ້ມູນແກ່ຜູ້ເຂົ້າຮ່ວມໃນລັກສະນະທີ່ໜ້າສົນໃຈ ແລະ ຈື່ງ່າຍກ່ຽວກັບຫວຽດນາມ.

Nikita Luxenko, ນັກສຶກສາຢູ່ MGU, ໄດ້ເວົ້າວ່າ ນີ້ແມ່ນການເສັງທີ່ໜ້າສົນໃຈ, ຊ່ວຍໃຫ້ມີຄວາມເຂົ້າໃຈກ່ຽວກັບຫວຽດນາມ ຕື່ມອີກ ດ້ວຍວິທີການເຂົ້າເຖິງທີ່ມີໄຫວພິບ, ຊ່ວຍໃຫ້ເຮົາຮູ້ສຶກມີຄວາມສົນໃຈໃນການສຶກສາ ແລະ ຄົ້ນຄວ້າ. ນັກ​ສຶກສາ​ລັດ​ເຊຍ​ ຫຼາຍ​ຄົນ​ໄດ້​ຮັບ​ຄະ​ແນນ​ສູງ​ພາຍຫຼັງ​ບັນດາຮອບການ​ເສັງ​ກ່ຽວ​ກັບ​ວັດທະນະທຳ ​ແລະ ປະຫວັດສາດ​ຫວຽດນາມ.

ຕາມທ່ານ ຫງວຽນກວັກຮຸ່ງ ແລ້ວ, ກອງທຶນມູນເຊື້ອ ແລະ ມິດຕະພາບ ພວມສົມທົບກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງຈັດຕັ້ງປະຕິບັດໂຄງການພິເສດ “ເລີ່ມຕົ້ນເປີດທາງ” ເພື່ອພັດທະນາສາຂາວິຊາ ຫວຽດນາມວິທະຍາ ແລະ ສອນພາສາຫວຽດນາມ ຢູ່ລັດເຊຍ, ສອນພາສາລັດເຊຍ ແລະ ຄົ້ນຄວ້າ “ໂລກລັດເຊຍ” ຢູ່ຫວຽດນາມ: ຫວ່າງ​ມໍ່ໆ​ມາ​ນີ້, ກອງທຶນ​ໄດ້​ຈັດ​ຕັ້ງ​ການຄັດເລືອກ ​ແລະ ມອບ​ລາງວັນ​ບັນດາ​ຜົນງານ​ຂອງ​ບັນດາ​ນັກ​ວິຊາ​ການ​ລັດ​ເຊຍ ຄົ້ນຄວ້າ​ຫວຽດນາມ, ກໍ່ສ້າງ​ຫ້ອງ​ສະໝຸດ​ຫວຽດນາມ ຢູ່​ສະ​ຖາ​ບັນ​ອາຊີ ​ໃນ​ປະຈຸ​ບັນ​ຂອງ​ສະພາ​ບັນດິດວິທະຍາສາດ​ລັດ​ເຊຍ. ນີ້​ແມ່ນ​ບ່ອນ​ເກັບ​ມ້ຽນ​ປຶ້ມ ​ແລະ ສິ່ງ​ພິມ​ຕ່າງໆ​ທັງ​ຫວຽດນາມ ​ແລະ ລັດ​ເຊຍ ກ່ຽວ​ກັບ​ວັດທະນະທຳ, ປະຫວັດສາດ, ການ​ເມືອງ, ສັງຄົມ, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ. ບັນດາ​ສິ່ງ​ພິມ​ໄດ້​ຖືກ​ເກັບ​ຮັກສາ​ໄວ້​ຄື: ຫວຽດນາມ ​ໃນ​ປະຈຸ​ບັນ, ລຸງ​ໂຮ່ ຂຽນ​ເຈດຈຳນົງ, ວັດທະນະທຳ ​ແລະ ສິລະ​ປະ​ຫວຽດນາມ, ພັກ​ກອມ​ມູນິດ​ຫວຽດນາມ: ຂີດ​ໝາຍ​ໃໝ່​ໃນ​ປະຫວັດສາດ, 70 ປີ​ແຫ່ງ​ການ​ພົວພັນ ຫວຽດນາມ - ສະຫະພັນ​ລັດ​ເຊຍ... ຫໍສະໝຸດ​ຫວຽດນາມ ​ແມ່ນບ່ອນມີຂໍ້ມູນ​ທີ່​ມີ​ປະ​ໂຫຍ​ດ​ໃຫ້​ຜູ້​ອ່ານ, ນັກ​ຄົ້ນ​ຄວ້າ​ທີ່​ມີ​ຄວາມ​ສົນ​ໃຈ​ຮ່ຳ​ຮຽນ​ກ່ຽວ​ກັບ​ປະ​ເທດ​ຊາດ ແລະ ​ປະ​ຊາ​ຊົນ​ຫວຽດ​ນາມ, ທັງ​ແມ່ນ​ບ່ອນ​ຈັດ​ຕັ້ງ​ບັນ​ດາ​ເຫດ​ການ, ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ ແລະ ລັດ​ເຊຍ.

ແທງຮັ່ງ

ເຫດການ
302 Found

Found

The document has moved here.